ຫວຽດນາມ ເອົາໃຈໃສ່ເປັນພິເສດໃຫ້​ບຸ​ລິ​ມະ​ສິດ​ພັດທະນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ

ຫວຽດນາມ ເອົາໃຈໃສ່ເປັນພິເສດໃຫ້​ບຸ​ລິ​ມະ​ສິດ​ພັດທະນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ

ຫວຽດນາມ ເອົາໃຈໃສ່ເປັນພິເສດໃຫ້​ບຸ​ລິ​ມະ​ສິດ​ພັດທະນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 6 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ,ການປຶກສາຫາລືຢູ່ຕາມໜ່ວຍ ກ່ຽວກັບຮ່າງກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຊີ້ແຈ້ງວ່າ ພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດໃຫ້ບຸລິມະສິດພັດທະນາວິທະຍາສາດເຕັກໂນໂລຊີ.

ທ່ານໂຕເລິມ ເລຂາທິການໃຫຍ່ ໄດ້ເຊັນປະກາດໃຊ້ມະຕິສະບັບເລກທີ 57 - NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ທ່ານ ເຈິ່ນແທັງເໝິນ ຮຽກຮ້ອງໃຫ້ ກົດໝາຍທີ່ໄດ້ຮັບການປະກາດໃຊ້ຕ້ອງມີລັກສະນະບຸກທະລຸ, ມີປະສິດທິຜົນສູງ.

ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ:ອັດຕາການລົງທຶນໃຫ້ແກ່ການຄົ້ນຄວ້າພັດທະນາຢູ່ ຫວຽດນາມ ແມ່ນ 0.44% GDP ນັ້ນແມ່ນໂຕເລກຕ່ຳສຸດສຳລັບບັນດາປະເທດໃນພາກພື້ນ, ກຳນົດຈະແຈ້ງນະໂຍບາຍໃຫ້ບຸລິມະສິດດ້ານພາສີອາກອນຢ່າງແຮງ, ສ້າງກົນໄກການເງິນທີ່ມີໄຫວພິບ, ເຮັດແນວໃດເພື່ອລຶບລ້າງຮົ້ວກີດຂວາງເພື່ອໃຫ້ບັນດາວິສາຫະກິດລົງທຶນໃນຂົງເຂດວິທະຍາສາດເຕັກໂນໂລຊີພັດທະນາ. ກົດໝາຍຕ້ອງເຮັດແນວໃດເພື່ອເພີ່ມທະວີລະຫວ່າງການຄົ້ນຄວ້າ ແລະ ຕະຫຼາດ. ສົ່ງເສີມກົນໄກສັ່ງຊືິ້ສິນຄ້າວິສາຫະກິດ, ຮັບປະກັນໃຫ້ຫົວຂໍ້ວິທະຍາສາດມີລັກສະນະແທດເໝາະກັບສະພາບການຕົວຈິງ ແລະ ຕິດພັນກັບຄວາມຕ້ອງການຂອງຕະຫຼາດ.

ໃນຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຕາມໜ່ວຍ ກ່ຽວກັບຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄຸນນະພາບຜະລິດຕະພັນ, ສິນຄ້າ ແລະ ຮ່າງກົດໝາຍວ່າດ້ວຍພະລັງງານປະລະມານູ (ສະບັບປັບປຸງ).

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ສຳນັກຂ່າວຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ມາຮອດວັນທີ 29 ຕຸລາ ຜ່ານມາ, ສະຫະລັດ ອາເມຣິກາ ມີຄົນເຈັບທີ່ໄດ້ຮັບການຢືນຢັນແລ້ວວ່າເປັນພະຍາດໝາກແດງ 4,852 ຄົນ. ໃນນັ້ນ, 4,834 ຄົນ ພົບໃນ 47 ເມືອງຂອງສະຫະລັດ ອາເມຣິກາ ແລະ 18 ຄົນ ເປັນນັກເດີນທາງຈາກຕ່າງປະເທດ ຊຶ່ງມີຄົນເຈັບ 511 ຄົນ ຫຼື ປະມານ 11% ຂອງຜູ້ທີ່ໄດ້ຮັບການຢືນຢັນວ່າຕິດພະຍາດໝາກແດງ ແລະ ໄດ້ເຂົ້າຮັກສາໃນໂຮງໝໍແລ້ວ.
ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກອງປະຊຸມໃຫຍ່ທາງວິຊາການການບິນອະວະກາດບັນທຸກຄົນຄັ້ງທີ 7 ຂອງຈີນ ທີ່ກຳລັງດຳເນີນຢູ່ນະຄອນຫຼວງປັກກິ່ງ, ໄດ້ເປີດເຜີຍແຜນການສົ່ງຍານບັນທຸກຄົນລົງຈອດເທິງດວງຈັນຂອງຈີນທີ່ໄດ້ຮັບຄວາມສົນໃຈຕໍ່ສາທາລະນະຊົນຢ່າງເປັນທາງການໃນກອງປະຊຸມເມື່ອວັນທີ 31 ຕຸລາຜ່ານມາ, ໂດຍຈີນມີແຜນຈະສົ່ງຄົນຈີນລົງຈອດເຖິງດວງຈັນ ກ່ອນປີ 2030 ແລະ ຈະນຳໃຊ້ແຜນການ “ຍິງສົ່ງສອງເທື່ອ ແລະ ລົງຈອດເທິງດວງຈັນໜຶ່ງເທື່ອ” ເພື່ອບັນລຸເປົ້າໝາຍຍິ່ງໃຫຍ່ດັ່ງກ່າວ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດອົສຕຣາລີ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດອົສຕຣາລີ

ໃນວັນທີ 2 ພະຈິກ ນີ້ ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ.
OPEC ​ຕົກ​ລົງ​ຈະ​ຮັກ​ສາ​ລະ​ດັບ​ການ​ຜະ​ລິດ​​ນ້ຳ​ມັນ​ໄວ້​ເທົ່າ​ເກົ່າໃນ​ເດືອນ​ທັນ​ວາ

OPEC ​ຕົກ​ລົງ​ຈະ​ຮັກ​ສາ​ລະ​ດັບ​ການ​ຜະ​ລິດ​​ນ້ຳ​ມັນ​ໄວ້​ເທົ່າ​ເກົ່າໃນ​ເດືອນ​ທັນ​ວາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 1 ພະ​ຈິກ ຜ່ານມາ, ອົງ​ການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ ຫຼື OPEC ໄດ້​ອອກ​ຖະ​ແຫຼງ​ການ​​ວ່າ, 7 ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ທີ່​ສຳ​ຄັນໄດ້​ຕົກ​ລົງ​ຈະ​ຮັກ​ສາ​​ລະ​ດັບການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​​ໄວ້​ເທົ່າ​ເກົ່າ​ໃນ​ເດືອນ​ທັນ​ວາ​ໜ້າ​ນີ້.
ທ່ານ ໂຕເລິມ ເນັ້ນ ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນໂລຈິສຕິກ

ທ່ານ ໂຕເລິມ ເນັ້ນ ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນໂລຈິສຕິກ

ວິທະຍຸກະຈາຍສຽງຫວຽດລາຍງານວ່າ: ໃນວັນທີ 2 ພະຈິກ ຜ່ານມາທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້​ເຮັດ​ວຽກ​ກັບ​​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາໂລຈິສຕິກ ແຫ່ງ​ຊາ​ດ ແລະ ພື້ນ​ຖານ​ໂຄງ​ລ່າງໂລຈິສຕິກ, ທ່ານ ໂຕເລິມ ໄດ້ມີຄຳເຫັນຊີ້ນຳວ່າ: ຕ້ອງຫັນ​ປ່ຽນ​ຢ່າງ​ແຮງ ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ການ​ບໍ​ລິ​ການໂລຈິສຕິກ ໄປ​ສູ່ ​ການ​ສ້າງ​ກຳ​ລັງ​ຄວາມ​ສ​າ​ມາດໂລຈິສຕິກແຫ່ງ​ຊາດ. ນີ້​ແມ່ນ​ການ​​ປ່ຽນແປງ​ອັນ​ເປັນ​ພື້ນ​ຖານ​ທີ່​ສຸດ​ກ່ຽວ​ກັບ​ສະ​ຕິ​ຄວາມ​ຮັບ​ຮູ້ ແລະ ວິ​ທີ​ເຂົ້າ​ເຖິງ.
ການ​ຄ້າ​ຂາ​ເຂົ້າ​ - ຂາ​ອອກ​​​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ບັນ​ລຸ 35,530 ຕື້ຢວນ

ການ​ຄ້າ​ຂາ​ເຂົ້າ​ - ຂາ​ອອກ​​​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ບັນ​ລຸ 35,530 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ​ນັບ​ແຕ່​ເຜີຍ​ແຜ່​ຂໍ້​ມູນ “​ໂຄງ​ຮ່າງແຜນ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ ແລະ​ ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ (ຮວງ​ເຮີ)” ໃນ​ເດືອນ​ຕຸ​ລາ​ປີ 2021 ຈົນ​ຮອດ​ປັດ​ຈຸ​ບັນ​​ເປັນ​ເວ​ລາ 5 ປີ​ແລ້ວ. ຕາມ​​ສະ​ຖິ​ຕິ​ຈາກດ່ານ​ພາ​ສີ​ຈີ​ນານ​ ແຂວງ​ຊ່ານ​ຕຸ່ງ ​ຈີນ​ ໃຫ້​ຮູ້​ວ່າ: ແຕ່​ປີ 2021 ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້, ການ​ຄ້າ​​ສະ​ສົມຂາ​ເຂົ້າ​-ຂາ​ອອກ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ​ລວມ​ທັງ​ໝົດ​​ບັນ​ລຸ​ມູນ​ຄ່າ 35,530 ຕື້ຢວນ ຊຶ່ງເຮັດ​ໃຫ້ລະ​ດັບການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ບັນຫາໝອກຄວັນສ້າງຄວາມເສຍຫາຍໃຫ້ມາເລເຊຍປະມານ 8 ຕື້ຣິງກິດ

ບັນຫາໝອກຄວັນສ້າງຄວາມເສຍຫາຍໃຫ້ມາເລເຊຍປະມານ 8 ຕື້ຣິງກິດ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ບົດລາຍງານຈາກສະຫະພັນຜູ້ຜະລິດມາເລເຊຍ (FMM) ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ ລະບຸວ່າ: ບັນຫາໝອກຄວັນຂອງມາເລເຊຍໃນປີ 2026 ຄາດວ່າຈະເຮັດໃຫ້ເກີດການສູນເສຍດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນ ມູນຄ່າປະມານ 8 ຕື້ຣິງກິດ ແລະ ເຮັດໃຫ້ມີຜູ້ເສຍຊີວິດປະມານ 1,700 ຄົນ, ໂດຍມີໂຕເລກຄາດຄະເນຢູ່ລະຫວ່າງ 1,300-2,300 ຄົນ ຈາກການສໍາຜັດກັບຝຸ່ນລະອອງຂະໜາດນ້ອຍທີ່ປົນເປື້ອນໃນຄວັນໄຟໄໝ້ປ່າ ລະຫວ່າງວັນທີ 1 ກໍລະກົດ ຫາ 22 ຕຸລາ ຜ່ານມາ. ໂດຍສ່ວນໃຫຍ່ຂອງການເສຍຊີວິດແມ່ນຍ້ອນຄວັນຈາກໄຟໄໝ້ປ່າທີ່ມາຈາກນອກປະເທດ.
ຊາວ ອາເມຣິກາ 50 ລ້ານກວ່າຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາການເລືອກຕັ້ງກາງສະໄໝ

ຊາວ ອາເມຣິກາ 50 ລ້ານກວ່າຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາການເລືອກຕັ້ງກາງສະໄໝ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ຜູ້ມີສິດເລືອກຕັ້ງ ຊາວສະຫະລັດ ອາ​ເມ​ລິ​ກາ 50 ລ້ານກວ່າຄົນ ຊຶ່ງເທົ່າກັບເກືອບ 30% ຂອງຈໍານວນຜູ້ມີສິດເລືອກຕັ້ງທັງໝົດທີ່​ຈົດທະບຽນ, ໄດ້ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ເຖິງວ່າການເລືອກຕັ້ງກາງສະໄໝຍັງເຫຼືອອີກສາມວັນຈຶ່ງ​ຈັດ​ຂຶ້​ນ​ຢ່າງ​ເປັນ​ທາງ​ການ.
ໜີ້ສິນສາທາລະນະຂອງເນປານ ເກີນ 3 ພັນຕື້ຣູປີ

ໜີ້ສິນສາທາລະນະຂອງເນປານ ເກີນ 3 ພັນຕື້ຣູປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍເດືອນຕຸລາ ຜ່ານມາວ່າ: ອົງການຄຸ້ມຄອງໜີ້ສິນສາທາລະນະຂອງເນປານລາຍງານວ່າ, ໜີ້ສິນສາທາລະນະຂອງປະເທດໄດ້ເກີນ 3 ພັນຕື້ຣູປີເນປານ ເປັນຄັ້ງທຳອິດ ຊຶ່ງສະທ້ອນໃຫ້ເຫັນເຖິງພາລະໜີ້ສິນທີ່ເພີ່ມຂຶ້ນຢ່າງໄວວາໃນໄລຍະທົດສະວັດທີ່ຜ່ານມາ, ຍ້ອນວ່າເນປານຕ້ອງອາໄສການກູ້ຢືມທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະຫຼັງຈາກແຜ່ນດິນໄຫວຮ້າຍແຮງໃນປີ 2015 ແລະ ການລະບາດຂອງພະຍາດໂຄວິດ-19.
ເພີ່ມເຕີມ