ເມື່ອບໍ່ດົນມານີ້ຢູ່ ສິງກະໂປ, ກະຊວງການເງິນ ຫວຽດນາມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ

ຫວຽດນາມ ຈັດກອງປະຊຸມສົ່ງເສີມການລົງທຶນ

ຫວຽດນາມ ຈັດກອງປະຊຸມສົ່ງເສີມການລົງທຶນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ຢູ່ ສິງກະໂປ, ກະຊວງການເງິນ ຫວຽດນາມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ: “ຫວຽດນາມ - ສະຖານທີ່ລົງທຶນ

ຂອງທ່ານ”. ກອງປະຊຸມດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າອົງການແຫ່ງລັດ ສິງກະໂປ ແລະ ວິສາຫະກິດ, ນັກລົງທຶນ ຫຼາຍກວ່າ 300 ແຫ່ງ ຈາກ ສິງກະໂປ ແລະ ຫຼາຍປະເທດໃນພາກພື້ນ.

ທ່ານ ໂຮ່ດຶກເຟິກ ລັດຖະມົນຕີກະຊວງການເງິນ ຫວຽດນາມ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍຊົມເຊີຍ ແລະ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມວິສາຫະກິດ ສິງກະໂປ ແລະ ບັນດາປະເທດອື່ນໆ ມີຄວາມອຸ່ນອ່ຽນໃຈລົງທຶນໂຄງການໃໝ່ ຫຼື ເປີດກວ້າງຂອບຂະໜາດການລົງທຶນ, ດຳເນີນທຸລະກິດຍາວນານຢູ່ ຫວຽດນາມ. ທ່ານເນັ້ນໜັກວ່າ: “ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ ເພື່ອແນໃສ່ຊຸກຍູ້ການລົງທຶນດ້ານການເງິນຈາກ ສິງກະໂປ ເຂົ້າມາ ຫວຽດນາມ ຜ່ານບັນດາວິສາຫະກິດ, ອົງການຫຼັກຊັບ ກໍຄື ຜ່ານບັນດານັກລົງທຶນ ເພື່ອລົງທຶນເຂົ້າຫວຽດນາມ ແນໃສ່ສຸມແຫຼ່ງກຳລັງໃຫ້ແກ່ການພັດທະນາອຸດສາຫະກຳ, ການຄ້າ, ແຫຼ່ງຊັບພະຍາກອນມະນຸດ ແລະ ພັດທະນາພື້ນຖານໂຄງລ່າງຢູ່ ຫວຽດນາມ”.

ກອງປະຊຸມຍັງໄດ້ສະຫງວນເວລາໃຫ້ບັນດາວິສາຫະກິດ, ຄູ່ຮ່ວມມືລົງທຶນໃຫຍ່ຢູ່ ຫວຽດນາມ ແລະ ສິງກະໂປ ໄດ້ນຳສະເໜີບັນດາໂອກາດຮ່ວມມືລົງທຶນຢູ່ຕະຫຼາດຫວຽດນາມ. ທ່ານ ໂຢ ວີ ຢາບ ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ SEATOWN ຊຶ່ງເປັນກຸ່ມບໍລິສັດທີ່ມີການເຄື່ອນໄຫວລົງທຶນໃນໄລຍະຍາວຢູ່ ຫວຽດນາມ ດ້ວຍລະດັບເງິນລົງທຶນໃນປັດຈຸບັນ ປະມານ ແຕ່ 500 – 600 ລ້ານໂດລາໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ແມ່ນຈຸດໝາຍການລົງທຶນທີ່ໜ້າສົນໃຈທີ່ສຸດ ຍ້ອນວ່າເປັນພື້ນຖານເສດຖະກິດທີ່ມີກຳລັງແຮງງານທີ່ດີທີ່ສຸດໃນໄລຍະນີ້, ພ້ອມທັງມີການໜູນຊ່ວຍຈາກລັດຖະບານຢ່າງມີປະສິດທິຜົນ ສຳລັບບັນດາການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທະ​ນາ​ຄານ​ກາງ​ເອີ​ຣົບ​ອະ​ນຸ​ມັດ​ບຸນ​ກາ​ລີ ​ເປັນ​ສະ​ມາ​ຊິກ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ

ທະ​ນາ​ຄານ​ກາງ​ເອີ​ຣົບ​ອະ​ນຸ​ມັດ​ບຸນ​ກາ​ລີ ​ເປັນ​ສະ​ມາ​ຊິກ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ທະ​ນາ​ຄານ​ກາງ​ເອີ​ຣົບ ​ໄດ້​ອະ​ນຸ​ມັດ​ຄຳ​ຮ້ອງ​ຂໍ​ຂອງ​ບຸນ​ກາ​ລີ​​ ໃນ​ການ​ນຳ​ໃຊ້​ເງິນ​ເອີ​ໂຣ, ບຸນ​ກາ​ລີ ​ຈຶ່ງ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ທີ 21 ໃນ​ເຂດ​ທີ່ໃຊ້​ເງິນ​ເອີ​ໂຣ.
OECD ​ໃຫ້ຄຳໝັ້ນສັນຍາເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ອື່ນໆ

OECD ​ໃຫ້ຄຳໝັ້ນສັນຍາເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ອື່ນໆ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ກອງປະຊຸມສະພາລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD - MCM) ປີ 2025 ໄດ້ປິດລົງໃນວັນທີ 4 ມິຖຸນາ ຜ່ານມາ ພາຍຫຼັງການຈັດກອງປະຊຸມກຸ່ມຢູ່ນະຄອນຫຼວງປາຣີ ຝຣັ່ງ ເປັນເວລາ 2 ວັນ.
5 ພາກ​ສ່ວນ​ຂອງ​ຈີນ​ ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ສົ່ງ​ເສີມ​ລົດ​ພະ​ລັງ​ງານ​ໃໝ່​

5 ພາກ​ສ່ວນ​ຂອງ​ຈີນ​ ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ສົ່ງ​ເສີມ​ລົດ​ພະ​ລັງ​ງານ​ໃໝ່​

ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງລັດຈີນ, ກະຊວງກະສິກຳ ແລະ ຊົນນະບົດ, ກະຊວງການຄ້າຈີນ ແລະ ອົງການພະລັງງານແຫ່ງຊາດຈີນໄດ້ອອກແຈ້ງການ ໂດຍຈະຈັດຕັ້ງດຳເນີນກິດຈະກຳສົ່ງເສີມລົດພະລັງງານໃໝ່ລົງສູ່ຊົນນະບົດໃນປີ 2025.
ການ​​ປັບ​ປຸງລະບຽບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ​​ຕ້ອງ​ເປີດ​ເສັ້ນທາງ​ໃຫ້​ແກ່​ຂໍ້​ລິ​ເລີ່ມການ​ພັດ​ທະ​ນາ

ການ​​ປັບ​ປຸງລະບຽບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ​​ຕ້ອງ​ເປີດ​ເສັ້ນທາງ​ໃຫ້​ແກ່​ຂໍ້​ລິ​ເລີ່ມການ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປັບປຸງລະບອບລະບຽບກາກົດໝາຍໃຫ້ສົມບູນແບບ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມເພື່ອພິຈາລະນາ, ປະກອບຄຳເຫັນກ່ຽວກັບ: ຮ່າງກົດໝາຍຂໍ້ກຳນົດການເຮັດວຽກຂອງຄະນະຊີ້ນຳ; ຮ່າງບົດລາຍງານມອບໝາຍໜ້າທີ່ຂອງບັນດາສະມາຊິກຄະນະຊີ້ນຳ, ຮ່າງໂຄງການປະຕິບັດງານປີ 2025 ຂອງຄະນະຊີ້ນຳ, ບົດລາຍງານກ່ຽວກັບສະພາບການປະກອບຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງ, ເພີ່ມເຕີມລັດຖະທຳມະນູນ 2013, ບົດລາຍງານກ່ຽວກັບສະພາບການ, ໝາກຜົນຂອງການປັບປຸງກົດໝາຍປະຕິບັດການແບ່ງຂັ້ນ, ແບ່ງອຳນາດ, ແບ່ງສິດອຳນາດໃຫ້ສົມບູນແບບ.
ກ​ອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3 ຈະຈັດຂຶ້ນທີ່ນະຄອນ Nice ປະເທດຝຣັ່ງ

ກ​ອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3 ຈະຈັດຂຶ້ນທີ່ນະຄອນ Nice ປະເທດຝຣັ່ງ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3) ຈະຈັດຂຶ້ນໃນລະຫວ່າງວັນທີ 9 – 13 ມິຖຸນາ ນີ້ ຢູ່ນະຄອນ Nice ພາກໃຕ້ປະເທດຝຣັ່ງ. ເປົ້າໝາຍຂອງກອງປະຊຸມແມ່ນເພື່ອບັນລຸຄວາມເປັນເອກະພາບທົ່ວໂລກ ແລະ ລະດົມແຫຼ່ງເງິນຊ່ວຍເຫຼືອໃຫ້ແກ່ວຽກງານອະນຸລັກຮັກສາທະເລ, ໃນສະພາບການຫຼາຍປະເທດຍັງຄົງມີຄວາມບໍ່ລົງລອຍກັນກ່ຽວກັບການຂຸດຄົ້ນທະເລເລິກ, ຂີ້ເຫຍື້ອພຣາສຕິກ ແລະ ການຫາສິນທະເລເກີນຂອບເຂດ.
ຍີ່ປຸ່ນ ມີລາຍຮັບຈາກການເກັບພາສີຂາອອກນັກທ່ອງທ່ຽວບັນລຸ 48.1 ຕື້ເຢນ

ຍີ່ປຸ່ນ ມີລາຍຮັບຈາກການເກັບພາສີຂາອອກນັກທ່ອງທ່ຽວບັນລຸ 48.1 ຕື້ເຢນ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້; ສື່ມວນຊົນຍີ່ປຸ່ນອ້າງອີງຂໍ້ມູນຈາກກະຊວງການເງິນ ລາຍງານວ່າ: ຍີ່ປຸ່ນມີລາຍຮັບຈາກການເກັບພາສີຂາອອກຈາກນັກທ່ອງທ່ຽວ ບັນລຸເຖິງ 48.1 ຕື້ເຢນ ໃນງົບປະມານປີ 2024 ທ່າມກາງຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເພີ່ມຂຶ້ນຢ່າງວ່ອງໄວ, ໂດຍມີປັດໄຈຈາກສະກຸນເງິນເຢນອ່ອນຄ່າລົງ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ມິຖຸນາ ນີ້ວ່າ: ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ປະຈຳປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ ໃນວັນທີ 3 ມິຖຸນາ ຜ່ານມານີ້, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ສະໜັບສະ ໜູນລົງເລິກການຮ່ວມມືດ້ານການເງິນ ແລະ ການທະນາຄານດ້ວຍການເຄື່ອນໄຫວຕົວຈິງ, ລວມທັງຊຸກຍູ້ການສ້າງຕັ້ງທະນາຄານພັດທະນາອົງການຮ່ວມມືຊຽງໄຮ້, ສ້າງຕັ້ງເຄືອຂ່າຍຄັງສະໝອງການເງິນ ແລະ ການທະນາຄານຂອງອົງການຮ່ວມມືຊຽງໄຮ້ ແລະ ອື່ນໆ.
ກອງປະຊຸມລັດຖະບານຫວຽດນາມ ປະຈຳເດືອນພຶດສະພາ

ກອງປະຊຸມລັດຖະບານຫວຽດນາມ ປະຈຳເດືອນພຶດສະພາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ.
ທ່ານປະ​ທານ ​ສີ​ຈິ້ນ​ຜິງໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ

ທ່ານປະ​ທານ ​ສີ​ຈິ້ນ​ຜິງໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ

ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ຈີນ ​ໄດ້​ເອົາ​ໃຈ​ໃສ່​ຕໍ່ສຸ​ຂະ​ພາບ​ແລະ​ການ​ເຕີບ​ໃຫຍ່​ຂອງ​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ມາ​ໂດຍ​ຕະ​ຫຼອດເພິ່ນ​ໄດ້​ປູກ​ຈິດ​ສຳ​ນຶກ​ຕ່າງໆ​ທີ່​ປຽບ​ເໝືອນ​ເມັດ​ພັນ​ນ້ອຍໆ​ແຕກ​ໜໍ່​ຈໍ່​ແໜງ​ຢູ່​ໃນ​ຈິດ​ໃຈ​ຂອງ​ເດັກ​ນ້ອຍ​ທັງ​ຫຼາຍ.
ເຮັດໃຫ້ນັກຄົ້ນຄວ້າວິທະຍາສາດສຸມໃສ່ວຽກງານຄົ້ນຄວ້າຢ່າງເຕັມທີ່

ເຮັດໃຫ້ນັກຄົ້ນຄວ້າວິທະຍາສາດສຸມໃສ່ວຽກງານຄົ້ນຄວ້າຢ່າງເຕັມທີ່

ວັນທີ 30 ພຶດສະພາ ແມ່ນວັນພະນັກງານວິທະຍາສາດເຕັກໂນໂລຊີແຫ່ງຊາດຈີນຄົບຮອບ 9 ປີ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເອົາໃຈໃສ່ຕໍ່ພະນັກງານວິທະຍາສາດເຕັກໂນໂລຊີມາໂດຍຕະຫຼາດ, ຖືພວກເຂົາເປັນ “ກຳລັງຫຼັກແຫຼ່ງແຫ່ງການຊຸກຍູ້ຂະບວນການສ້າງຄວາມທັນສະໄໝແບບຈີນ” ແລະ ເປັນ “ຜູ້ແບກ ຫາບໜ້າທີ່ສຳຄັນຂອງການສ້າງສາປະເທດຊາດໃຫ້ເຂັ້ມແຂງດ້ວຍວິທະຍາສາດເຕັກໂນໂລຊີ”.
ເພີ່ມເຕີມ