ຫວຽດນາມ ຈັດພິທີການຊ້ອມໃຫຍ່ລະດັບຊາດ ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ

ຫວຽດນາມ ຈັດພິທີການຊ້ອມໃຫຍ່ລະດັບຊາດ ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ

ຫວຽດນາມ ຈັດພິທີການຊ້ອມໃຫຍ່ລະດັບຊາດ ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 27 ເມສາ ຜ່ານມາ, ການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນ ກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນທີ 30 ເມສາ. ໂດຍພິທີມີການເຂົ້າຮ່ວມຂອງບັນດາກຳມະການກົມການເມືອງ
ຫວຽດນາມ ຈດພທການຊອມໃຫຍລະດບຊາດ ເພອກະກຽມໃຫແກພທສະເຫມສະຫອງວນທ 30 ເມສາ - image 1
 

 

ເຊັ່ນ: ທ່ານ ເຈິ່ນເກິມຕູຜູ້ປະຈຳການຄະນະເລຂາທິການສູນກາງພັກຫົວໜ້າຄະນະຊີ້ນຳສູນກາງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງ ຫວຽດນາມ,ທ່ານ ຫງວຽນຈ້ອງເງັ້ຍຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ;

ຫວຽດນາມ ຈດພທການຊອມໃຫຍລະດບຊາດ ເພອກະກຽມໃຫແກພທສະເຫມສະຫອງວນທ 30 ເມສາ - image 2
 

ທ່ານພົນເອກ ຟານວັນຢາງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນານ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສູນກາງ.

ຫວຽດນາມ ຈດພທການຊອມໃຫຍລະດບຊາດ ເພອກະກຽມໃຫແກພທສະເຫມສະຫອງວນທ 30 ເມສາ - image 3
 

ພາຍຫຼັງການສະແດງສິລະປະ, ບັນດາຜູ້ແທນ, ແຂກຖືກເຊີນ, ກ້ອນກຳລັງສວນສະໜາມເດີນຂະບວນ ປະຕິບັດພິທີເຄົາລົບທຸງ. ໃນເວລາດຽວກັນ, ບັນດາກຳລັງປືນໃຫຍ່ຢູ່ທ່າເຮືອ ແບັກດັ່ງ ໄດ້ຍິງປືນໃຫຍ່ 21 ລູກພ້ອມກັບເປີດເພງຊາດ.

ຫວຽດນາມ ຈດພທການຊອມໃຫຍລະດບຊາດ ເພອກະກຽມໃຫແກພທສະເຫມສະຫອງວນທ 30 ເມສາ - image 4
 

ຕໍໍ່ຈາກນັ້ນ, ພາຍຫຼັງການນຳສະເໜີຄຳເຫັນຂອງການນຳພັກ, ລັດ, ຕາງໜ້ານັກຮົບເກົ່າ, ຕາງໜ້າໄວໜຸ່ມ ຫວຽດນາມ ແມ່ນການຊ້ອມໃຫຍ່ລະດັບຊາດພິທີສວນສະໜາມ, ເດີນຂະບວນຂອງບັນດາກ້ອນກຳລັງ.

ຫວຽດນາມ ຈດພທການຊອມໃຫຍລະດບຊາດ ເພອກະກຽມໃຫແກພທສະເຫມສະຫອງວນທ 30 ເມສາ - image 5
 

ໂດຍມີການເຂົ້າຮ່ວມຂອງ 23 ກ້ອນກຳລັງທະຫານ ແລະ ທະຫານປະຊາຊົນປ້ອງກັນຕົວ; 13 ກ້ອນກຳລັງຕຳຫຼວດ; 12 ກ້ອນກຳລັງສວນສະໜາມມະຫາຊົນ; 4 ກ້ອນກຳລັງພິທີກຳ ແລະ 3 ກ້ອນກຳລັງກອງທັບບັນດາປະເທດ.

ຫວຽດນາມ ຈດພທການຊອມໃຫຍລະດບຊາດ ເພອກະກຽມໃຫແກພທສະເຫມສະຫອງວນທ 30 ເມສາ - image 6
 

ນອກຈາກບັນດາກ້ອນກຳລັງສວນສະໜາມ, ເດີນຂະບວນ, ການຊ້ອມໃຫຍ່ຍັງມີການເຂົ້າຮ່ວມ ແລະ ສົມທົບຂອງກອງເຮືອບິນເຮລີກອບເຕີ, ເຮືອບິນສູ້ຮົບ. ບັນດາເຮືອບິນໄດ້ເລີ່ມບິນອອກຈາກສະໜາມບິນ ບຽນຮວ່າ, ໄປນະຄອນ ໂຮ່ຈິມິນ.

ຫວຽດນາມ ຈດພທການຊອມໃຫຍລະດບຊາດ ເພອກະກຽມໃຫແກພທສະເຫມສະຫອງວນທ 30 ເມສາ - image 7
 

ຄໍາເຫັນ

ຂ່າວຕ່າງປະເທດ

ເປີດກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ທີ່ນະຄອນຝູໂຈວ ສປ ຈີນ

ເປີດກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ທີ່ນະຄອນຝູໂຈວ ສປ ຈີນ

ກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ນະຄອນຝູໂຈວ ແຂວງຝູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງ ສປ ຈີນ.
ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ສຳນັກຂ່າວຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ມາຮອດວັນທີ 29 ຕຸລາ ຜ່ານມາ, ສະຫະລັດ ອາເມຣິກາ ມີຄົນເຈັບທີ່ໄດ້ຮັບການຢືນຢັນແລ້ວວ່າເປັນພະຍາດໝາກແດງ 4,852 ຄົນ. ໃນນັ້ນ, 4,834 ຄົນ ພົບໃນ 47 ເມືອງຂອງສະຫະລັດ ອາເມຣິກາ ແລະ 18 ຄົນ ເປັນນັກເດີນທາງຈາກຕ່າງປະເທດ ຊຶ່ງມີຄົນເຈັບ 511 ຄົນ ຫຼື ປະມານ 11% ຂອງຜູ້ທີ່ໄດ້ຮັບການຢືນຢັນວ່າຕິດພະຍາດໝາກແດງ ແລະ ໄດ້ເຂົ້າຮັກສາໃນໂຮງໝໍແລ້ວ.
ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກອງປະຊຸມໃຫຍ່ທາງວິຊາການການບິນອະວະກາດບັນທຸກຄົນຄັ້ງທີ 7 ຂອງຈີນ ທີ່ກຳລັງດຳເນີນຢູ່ນະຄອນຫຼວງປັກກິ່ງ, ໄດ້ເປີດເຜີຍແຜນການສົ່ງຍານບັນທຸກຄົນລົງຈອດເທິງດວງຈັນຂອງຈີນທີ່ໄດ້ຮັບຄວາມສົນໃຈຕໍ່ສາທາລະນະຊົນຢ່າງເປັນທາງການໃນກອງປະຊຸມເມື່ອວັນທີ 31 ຕຸລາຜ່ານມາ, ໂດຍຈີນມີແຜນຈະສົ່ງຄົນຈີນລົງຈອດເຖິງດວງຈັນ ກ່ອນປີ 2030 ແລະ ຈະນຳໃຊ້ແຜນການ “ຍິງສົ່ງສອງເທື່ອ ແລະ ລົງຈອດເທິງດວງຈັນໜຶ່ງເທື່ອ” ເພື່ອບັນລຸເປົ້າໝາຍຍິ່ງໃຫຍ່ດັ່ງກ່າວ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດອົສຕຣາລີ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດອົສຕຣາລີ

ໃນວັນທີ 2 ພະຈິກ ນີ້ ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ.
OPEC ​ຕົກ​ລົງ​ຈະ​ຮັກ​ສາ​ລະ​ດັບ​ການ​ຜະ​ລິດ​​ນ້ຳ​ມັນ​ໄວ້​ເທົ່າ​ເກົ່າໃນ​ເດືອນ​ທັນ​ວາ

OPEC ​ຕົກ​ລົງ​ຈະ​ຮັກ​ສາ​ລະ​ດັບ​ການ​ຜະ​ລິດ​​ນ້ຳ​ມັນ​ໄວ້​ເທົ່າ​ເກົ່າໃນ​ເດືອນ​ທັນ​ວາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 1 ພະ​ຈິກ ຜ່ານມາ, ອົງ​ການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ ຫຼື OPEC ໄດ້​ອອກ​ຖະ​ແຫຼງ​ການ​​ວ່າ, 7 ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ທີ່​ສຳ​ຄັນໄດ້​ຕົກ​ລົງ​ຈະ​ຮັກ​ສາ​​ລະ​ດັບການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​​ໄວ້​ເທົ່າ​ເກົ່າ​ໃນ​ເດືອນ​ທັນ​ວາ​ໜ້າ​ນີ້.
ທ່ານ ໂຕເລິມ ເນັ້ນ ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນໂລຈິສຕິກ

ທ່ານ ໂຕເລິມ ເນັ້ນ ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນໂລຈິສຕິກ

ວິທະຍຸກະຈາຍສຽງຫວຽດລາຍງານວ່າ: ໃນວັນທີ 2 ພະຈິກ ຜ່ານມາທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້​ເຮັດ​ວຽກ​ກັບ​​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາໂລຈິສຕິກ ແຫ່ງ​ຊາ​ດ ແລະ ພື້ນ​ຖານ​ໂຄງ​ລ່າງໂລຈິສຕິກ, ທ່ານ ໂຕເລິມ ໄດ້ມີຄຳເຫັນຊີ້ນຳວ່າ: ຕ້ອງຫັນ​ປ່ຽນ​ຢ່າງ​ແຮງ ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ການ​ບໍ​ລິ​ການໂລຈິສຕິກ ໄປ​ສູ່ ​ການ​ສ້າງ​ກຳ​ລັງ​ຄວາມ​ສ​າ​ມາດໂລຈິສຕິກແຫ່ງ​ຊາດ. ນີ້​ແມ່ນ​ການ​​ປ່ຽນແປງ​ອັນ​ເປັນ​ພື້ນ​ຖານ​ທີ່​ສຸດ​ກ່ຽວ​ກັບ​ສະ​ຕິ​ຄວາມ​ຮັບ​ຮູ້ ແລະ ວິ​ທີ​ເຂົ້າ​ເຖິງ.
ການ​ຄ້າ​ຂາ​ເຂົ້າ​ - ຂາ​ອອກ​​​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ບັນ​ລຸ 35,530 ຕື້ຢວນ

ການ​ຄ້າ​ຂາ​ເຂົ້າ​ - ຂາ​ອອກ​​​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ບັນ​ລຸ 35,530 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ​ນັບ​ແຕ່​ເຜີຍ​ແຜ່​ຂໍ້​ມູນ “​ໂຄງ​ຮ່າງແຜນ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ ແລະ​ ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ (ຮວງ​ເຮີ)” ໃນ​ເດືອນ​ຕຸ​ລາ​ປີ 2021 ຈົນ​ຮອດ​ປັດ​ຈຸ​ບັນ​​ເປັນ​ເວ​ລາ 5 ປີ​ແລ້ວ. ຕາມ​​ສະ​ຖິ​ຕິ​ຈາກດ່ານ​ພາ​ສີ​ຈີ​ນານ​ ແຂວງ​ຊ່ານ​ຕຸ່ງ ​ຈີນ​ ໃຫ້​ຮູ້​ວ່າ: ແຕ່​ປີ 2021 ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້, ການ​ຄ້າ​​ສະ​ສົມຂາ​ເຂົ້າ​-ຂາ​ອອກ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ​ລວມ​ທັງ​ໝົດ​​ບັນ​ລຸ​ມູນ​ຄ່າ 35,530 ຕື້ຢວນ ຊຶ່ງເຮັດ​ໃຫ້ລະ​ດັບການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ບັນຫາໝອກຄວັນສ້າງຄວາມເສຍຫາຍໃຫ້ມາເລເຊຍປະມານ 8 ຕື້ຣິງກິດ

ບັນຫາໝອກຄວັນສ້າງຄວາມເສຍຫາຍໃຫ້ມາເລເຊຍປະມານ 8 ຕື້ຣິງກິດ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ບົດລາຍງານຈາກສະຫະພັນຜູ້ຜະລິດມາເລເຊຍ (FMM) ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ ລະບຸວ່າ: ບັນຫາໝອກຄວັນຂອງມາເລເຊຍໃນປີ 2026 ຄາດວ່າຈະເຮັດໃຫ້ເກີດການສູນເສຍດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນ ມູນຄ່າປະມານ 8 ຕື້ຣິງກິດ ແລະ ເຮັດໃຫ້ມີຜູ້ເສຍຊີວິດປະມານ 1,700 ຄົນ, ໂດຍມີໂຕເລກຄາດຄະເນຢູ່ລະຫວ່າງ 1,300-2,300 ຄົນ ຈາກການສໍາຜັດກັບຝຸ່ນລະອອງຂະໜາດນ້ອຍທີ່ປົນເປື້ອນໃນຄວັນໄຟໄໝ້ປ່າ ລະຫວ່າງວັນທີ 1 ກໍລະກົດ ຫາ 22 ຕຸລາ ຜ່ານມາ. ໂດຍສ່ວນໃຫຍ່ຂອງການເສຍຊີວິດແມ່ນຍ້ອນຄວັນຈາກໄຟໄໝ້ປ່າທີ່ມາຈາກນອກປະເທດ.
ຊາວ ອາເມຣິກາ 50 ລ້ານກວ່າຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາການເລືອກຕັ້ງກາງສະໄໝ

ຊາວ ອາເມຣິກາ 50 ລ້ານກວ່າຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາການເລືອກຕັ້ງກາງສະໄໝ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ຜູ້ມີສິດເລືອກຕັ້ງ ຊາວສະຫະລັດ ອາ​ເມ​ລິ​ກາ 50 ລ້ານກວ່າຄົນ ຊຶ່ງເທົ່າກັບເກືອບ 30% ຂອງຈໍານວນຜູ້ມີສິດເລືອກຕັ້ງທັງໝົດທີ່​ຈົດທະບຽນ, ໄດ້ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ເຖິງວ່າການເລືອກຕັ້ງກາງສະໄໝຍັງເຫຼືອອີກສາມວັນຈຶ່ງ​ຈັດ​ຂຶ້​ນ​ຢ່າງ​ເປັນ​ທາງ​ການ.
ເພີ່ມເຕີມ