ຫວຽດນາມ ໂຮມຊຸມນຸມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນ​ຝູ້ ຄົບຮອບ 70 ປີ

ຫວຽດນາມ ໂຮມຊຸມນຸມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນ​ຝູ້ ຄົບຮອບ 70 ປີ
ພິທີສະເຫຼີມສະຫຼອງ ວັນໄຊຊະນະບັ້ນຮົບດຽນບຽນ​ຝູ້ ຄົບຮອບ 70 ປີ (07/05/1954-07/05/2024) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນ​ວັນ​ທີ 7 ພຶ​ດສະ​ພານີ້ ທີ່ ແຂວງດຽນບຽນ​ຝູ້ ສສ ຫວຽດນາມ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຟ້າມ ມິງຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກ ສປປ ລາວ ນຳໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະຜູ້ແທນຂັ້ນສູງຈາກກຳປູເຈຍ, ມີອະດີດການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ນັກຮົບປະຕິວັດ, ພະນັກງງານອະວຸໂສບຳນານ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ສະຫາຍ ຟ້າມ ມິງຈິງ ໄດ້ກ່າວເປີດພິທີຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານຂອງນັກຮົບວິລະຊົນ ຫວຽດນາມ ໃນບັ້ນຮົບດຽນບຽນຝູ້ ຊຶ່ງວັນໄຊສະນະດຽນບຽນ​ຝູ້ ໄດ້ຢັ້ງຢືນເຖິງຄວາມກ້າຫານ, ຄວາມສໍານິຊຳນານ, ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ນໍາໂດຍ ປະທານ ໂຮ່ຈິມິນ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນຫຽດນາມ, ພ້ອມທັງ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງ ກອງທັບປະຊາຊົນຫວຽດນາມ ແລະ ກຳລັງແຮງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ ຂອງປະຊາຊົນຫວຽດນາມ ແລະ ການປະກອບສ່ວນຢ່າງຈິງໃຈຈາກ ສປ ຈີນ, ອະດີດສະຫະພາບໂຊຫວຽດ, ບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດເພື່ອນມິດ ທີ່ຮັກຫອມສັນຕິພາບທົ່ວໂລກ, ພິເສດ ແມ່ນ ສປປ ລາວ ແລະ ກຳປູເຈຍ ທີ່ຄຽງບ່າຄຽງໄຫຼ່ຕໍ່ສູ້ຈົນໄດ້ຮັບໄຊຊະນະ ຊຶ່ງໄຊຊະນະດຽນບຽນ​ຝູ້ ໄດ້ທຳລາຍແຜນການ ນາວາ ຢ່າງສິ້ນເຊີງ, ເປັນໄຊຊະນະອັນໃຫຍ່ຫຼວງຂອງນ້ຳໃຈສາມັກຄີ, ມິດຕະພາບຂອງ 3 ປະເທດອິນດູຈີນ ຫວຽດນາມ-ລາວ-ກຳປູເຈຍ ຊຶ່ວ ປະທານ ໂຮ່ຈິມິນ ຢືນຢັນວ່າ: “ໄຊຊະນະດຽນບຽນຝູ້ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ”, ນັ້ນບໍ່ພຽງແຕ່ເປັນໄຊຊະນະອັນໃຫຍ່ຫຼວງ ສຳລັບປະຊາຊົນຂອງພວກເຮົາ, ແຕ່ຍັງເປັນໄຊຊະນະທົ່ວໄປຂອງປະຊາຊົນທີ່ຖືກກົດຂີ່ຂົ່ມເຫັງທັງໝົດໃນໂລກ. ໄຊຊະນະດັ່ງກ່າວ, ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງ ທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນ ຢູ່ຫຼາຍບ່ອນໃນທົ່ວໂລກ, ປະກອບສ່ວນອັນສົມກຽດເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດ ທີ່ກ້າວໜ້າເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າ ຂອງສັງຄົມ.
ໃນວັນທີ 7 ພຶດສະພາ 1954 ທຸງຊາດກອງທັບປະຊາຊົນຫວຽດນາມ ໄດ້ປິວສະບັດຂຶ້ນ ເໜືອຂຸມຄອງ ເປັນສັນຍາລັກ ສະແດງໃຫ້ເຫັນວ່າ ບັ້ນຮົບດຽນບຽນຝູ້ ໄດ້ສິ້ນສຸດລົງ ດ້ວຍໄຊຊະນະອັນສະຫງ່າງາມ ແລະ ເປັນໄຊຊະນະ ທີ່ສົ່ງສຽງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ, ໄດ້ຮັບການບັນທຶກໃນປະຫວັດສາດຂອງຊົນຊາດ ໃນສະຕະວັດທີ 20, ມີຄວາມໝາຍອັນໃຫຍ່ຫຼວງ ສຳລັບ ຊາວຫວຽດນາມ ແລະ ປະຊາຊົນ ທີ່ຮັກຫອມສັນຕິພາບໃນໂລກ ໄດ້ບັງຄັບໃຫ້ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ລົງນາມໃນສົນທິສັນຍາ ທີ່ ນະຄອນເຈນີວາ ວ່າດ້ວຍການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ອິນດູຈີນ; ໄຊຊະນະດຽນບຽນ​ຝູ້ ໄດ້ກາຍເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ ໃນພາລະກິດສ້າງສາພັດທະນາປະເທດຊາດ ຊົ່ວກາລະນານ, ມານະຈິດຂອງດຽນບຽນ​ຝູ້ ຍັງໃສແຈ້ງ, ຍັງເປັນກຳລັງແຮງປຸກລະດົມອັນຍິ່ງໃຫຍ່ ຂອງປະຊາຊົນຫວຽດນາມ ໃນພາລະກິດປ່ຽນແປງໃໝ່ ແນໃສ່ປະຕິບັດຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາທິປະໄຕ, ສີວິໄລ”. ພ້ອມນີ້, ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະ ຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ.
ໃນໂອກາດດຽວກັນ, ສະຫາຍ ຟ້າມ ມິງຈິງ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແລະ ລັດຖະບານ ປະດັບຫຼຽນໄຊອິດສະຫຼະ ຊັ້ນ 1 ໃຫ້ແກ່ ອົງຄະນະພັກ ອໍານາດການປົກຄອງ ແລະ ປະຊາຊົນ ດຽນບຽນຝູ້ ຕື່ມອີກ.
ຂ່າວ-ພາບ: ຂ​ປ​ລ

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດສຸຂະພາບຂອງນູແວນເຊລັງສະລັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 18 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງເຫຼືອ 5.9% ໃນປີ 2025/2026 ຊຶ່ງເປັນຄັ້ງທຳອິດທີ່ຫຼຸດລົງຕໍ່າກວ່າ 6%.
ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ຫວຽດ​ນາມ ຮັບ​ບົດ​ບາດ​ປະ​ທານ APEC 2027 ຢ່າງ​ເປັນ​ທາງ​ການ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ ຜ່ານມາຢູ່​ນະ​ຄອນເຊິນ​ເຈິນ ປະ​ເທດຈີນ, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ​ຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) ​ຄັ້ງ​ທີ 33, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫ​ຍ່ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຮັບບົດ​ບາດປະ​ທານ APEC2027 ຢ່າງ​ເປັນ​ທາງ​ການ​​ ຈາກທ່ານສີຈິນ​ຜິ້ງ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດຈີນ, ສ້າງ​ຂີດ​ໝາຍ​​ສຳ​ຄັນ ແລະ ເປີດ​ສາກປີ​ APEC ຫວຽດ​ນາມ2027 ຢ່າງ​ເປັນ​ທາງ​ການ.
ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ຢູ່​ສູນ​ແລກ​ປ່ຽນ​ສາ​ກົນ​ນະ​ຄອນ​​ເຊີ່ນ​ເຈີ້ນ​ ແຂວງກວາງ​ຕຸ້ງຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ, ສືບ​ຕໍ່​ຂຽນ​ບົດ​ໃໝ່ໃນ ‘ສິ່ງ​ມະ​ຫັດ​ສະ​ຈັນ​ອາ​ຊີ-ອາ​ຊີ​ຟິກ’”.
ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພະຈິກ ຜ່ານມາ, ທ່ານ ໂຮ່ກວກຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໄດ້ກ່າວຄຳເຫັນ​ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຂອບ​ສົນ​ທິ​ສັນ​ຍາສະຫະປະຊາຊາດ ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ,
ເພີ່ມເຕີມ