ຫວຽດນາມ ​ກະ​ກຽມ​ສັ​ບ​ປະ​ດາ​ຂັ້ນ​ສູງ APEC 2027

ຫວຽດນາມ ​ກະ​ກຽມ​ສັ​ບ​ປະ​ດາ​ຂັ້ນ​ສູງ APEC 2027

ຫວຽດນາມ ​ກະ​ກຽມ​ສັ​ບ​ປະ​ດາ​ຂັ້ນ​ສູງ APEC 2027
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ທີ່ນະຄອນຝຸກວັກ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມເຮັດວຽກກັບການນຳແຂວງກຽນຢາງ ກ່ຽວກັບການຜັນຂະຫຍາຍ ແລະ ບາງກົນໄກນະໂຍຍາຍທີ່ຈຳເປັນເພື່ອລົງທຶນພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ສັບປະດາສຸດຍອດ APEC 2027.

 

ທ່ານ ຫງວຽນຈີຢຸງ ເນັ້ນໜັກວ່າ: ສັບປະດາຂັ້ນສູງ APEC 2027 ແມ່ນເຫດການການເມືອງ, ການຕ່າງປະເທດທີ່ມີຄວາມສຳຄັນເປັນພິເສດ. ບໍ່ພຽງແຕ່ແມ່ນຄວາມເປັນກຽດເທົ່ານັ້ນ ຫາກຍັງແມ່ນໂອກາດອັນໃຫຍ່ເພື່ອໃຫ້ ຝຸກວັກ ບຸກທະລຸຢ່າງແຮງ, ພັດທະນາຢ່າງເໝາະສົມ, ປະກອບສ່ວນຊຸກຍູ້ການພັດທະນາລວມຂອງແຂວງ ແລະ ຂອງປະເທດ, ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນເວທີປາໄສສາກົນ. ຝຸກວັກ ຕ້ອງຍາດແຍ່ງກຳລັງບົ່ມຊ້ອນ, ທ່າໄດ້ປຽບທີ່ພວມມີ, ຍາດແຍ່ງທຸກໂອກາດພ້ອມກັບການໜູນຊ່ວຍຈາກສູນກາງ, ຄວາມມານະພະຍາຍາມຂອງທ້ອງຖິ່ນ ແລະ ການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ, ເພື່ອຫັນກຳລັງແຮງສັງລວມນຳ ຝຸກວັກ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ວັນດຽວກັນ, ທ່ານ ຫງວຽນຈີຢຸງ ພ້ອມດ້ວຍຄະນະໄດ້ລົງສຳຫຼວດກວດກາສະພາບການຕົວຈິງຂອງບັນດາໂຄງການ, ເຊັ່ນ: ສະໜາມບິນສາກົນ ຝຸກວັກ, ອ່າງນ້ຳ ດົງເຢືອງ (ອິນດູຈີນ) 2, ໂຄງການເສັ້ນທາງ DT.975, ເຂດຊຸມຊົນໃໝ່ ອານເຖີຍ, ໂຄງການເສັ້ນທາງຫຼວງ APEC ແລະ ສູນຈັດກອງປະຊຸມ APEC ຢູ່ເທດສະບານ ອານເຖີຍນະຄອນ ຝຸກວັກ.

ຄໍາເຫັນ

ຂ່າວຕ່າງປະເທດ

ດາວທຽມ ຣັດເຊຍ ຄົ້ນພົບການລະເບີດຂອງລັງສີແກມມາທີ່ມີພະລັງ

ດາວທຽມ ຣັດເຊຍ ຄົ້ນພົບການລະເບີດຂອງລັງສີແກມມາທີ່ມີພະລັງ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສຳນັກຂ່າວ RIA Novosti ໄດ້ລາຍງານວ່າ, ດາວທຽມຂອງຣັດເຊຍໄດ້ກວດພົບການລະເບີດຂອງລັງສີແກມມາທີ່ມີພະລັງ ຊຶ່ງເກີດຂຶ້ນປະມານ 11.3 ຕື້ປີກ່ອນ.
AI ໄດ້ຄະແນນສູງທີ່ສຸດ ໃນສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ

AI ໄດ້ຄະແນນສູງທີ່ສຸດ ໃນສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມັງກອນ ຜ່ານມາວ່າ: ສຳນັກຂ່າວ Nikkei ຂອງຍີ່ປຸ່ນລາຍງານວ່າ, Model ປັນຍາປະດິດ (AI) ສ້າງຜົນງານໄດ້ຢ່າງໜ້າປະທັບໃຈໃນການສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນ ປະຈຳປີ 2026. ໂດຍ Chat GPT 5.2 Thinkingຂອງ OpenAI ໄດ້ອັນດັບໜຶ່ງ ດ້ວຍຄະແນນເຕັມໃນ 9 ວິຊາ.
ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ

ອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຈີນ

ຂ່າວສານຊີອາໄອລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວຂອງລັດຖະບານຈີນທີ່ຈັດຂຶ້ນວັນທີ 21 ມັງກອນ ຜ່ານມານີ້, ເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນກ່າວວ່າ: ເສດຖະກິດອຸດສາຫະກຳຂອງຈີນໄດ້ບັນລຸເປົ້າໝາຍຕົ້ນຕໍໝົດປີ 2025 ຢ່າງສະດວກ, ພະລັງຂັບເຄື່ອນໄດ້ປະກົດຕົວຂຶ້ນເລື້ອຍໆ, ຂົງເຂດອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານມີສ່ວນປະກອບຕໍ່ການເຕີບໂຕຂອງເສດຖະກິດຫຼາຍກວ່າ 40%. ໃນນັ້ນ, ກຳລັງການພັດທະນາໃນຄຸນນະພາບໃໝ່ໄດ້ກາຍເປັນພະລັງທີ່ສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດອຸດສາຫະກຳ, ການປະດິດສ້າງໃໝ່ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ດ້ານອຸດສາຫະກຳພວມເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.
ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ປະກາດລາຍຊື່ກຳມະການສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຈຳນວນ 200 ສະຫາຍ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນບ່າຍວັນທີ 22 ມັງກອນ ຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV. ລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳວັນທີ 22 ມັງກອນ ຜ່ານມາ, ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. ຈຳນວນກຳມະການສູນກາງພັກໄດ້ຮັກສາໄວ້ຄືເກົ່າເມື່ອທຽບໃສ່ກອງປະຊຸມໃຫຍ່ສະໄໝທີ XIII ຂອງພັກ.
ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ດ້ວຍຄວາມເຊື່ອໝັ້ນແຫ່ງການພັດທະນາ

ບັນຍາກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທີ່ພວມດໍາເນີນໄປລະຫວ່າງ ວັນທີ 19 - 25 ມັງກອນ 2026, ໄດ້ດຶງດູດຄວາມສົນໃຈ ຈາກມວນຊົນທັງພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນເຫດການທາງການເມືອງທີ່ສໍາຄັນເປັນພິເສດ, ເປັນການທົບທວນຄືນເສັ້ນທາງປ່ຽນແປງໃໝ່ເກືອບ 40 ປີ ທີ່ມີຜົນສໍາເລັດອັນຍິ່ງໃຫຍ່ຫຼາຍປະການ. ໃນຂະນະດຽວກັນ, ກໍກໍາລັງຢືນຢູ່ຕໍ່ໜ້າຄວາມທ້າທາຍ ແລະ ຄວາມຕ້ອງການໃໝ່ ໄລຍະການພັດທະນາຂັ້ນຕໍ່ໄປ ໃນສະພາບແວດລ້ອມສາກົນ ທີ່ກໍາລັງປ່ຽນແປງຢ່າງໄວວາ, ສັບຊ້ອນ ແລະ ຄາດຄະເນໄດ້ຍາກ.
ຟີລິບປິນ ກຳລັງກະກຽມຍົກເລີກຄຳສັ່ງຫ້າມປະຊາຊົນເຂົ້າເຖິງ Grok

ຟີລິບປິນ ກຳລັງກະກຽມຍົກເລີກຄຳສັ່ງຫ້າມປະຊາຊົນເຂົ້າເຖິງ Grok

ຂ່າວຕ່າງປະເທດລາຍງານວ່າ: ອົງການສືບສວນອາຊະຍາກຳທາງໄຊເບີຂອງຟີລິບປິນ ໄດ້ເປີດເຜີຍໃນວັນທີ 21 ມັງກອນ ຜ່ານມາວ່າ: ຟີລິບປິນກຳລັງກະກຽມທີ່ຈະເປີດໃຫ້ປະຊາຊົນເຂົ້າເຖິງ Grok, chatbot ປັນຍາປະດິດ (AI) ຂອງ ອີລອນ ມັສ ຄືນໃໝ່, ຫຼັງຈາກນັກພັດທະນາໄດ້ສັນຍາວ່າຈະລຶບເຄື່ອງມືການປັບແຕ່ງຮູບພາບ ທີ່ເຄີຍສ້າງຄວາມກັງວົນດ້ານຄວາມປອດໄພສຳລັບເດັກນ້ອຍ.
ການລົງທຶນຢູ່ຕ່າງປະເທດຂອງຈີນ ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກ

ການລົງທຶນຢູ່ຕ່າງປະເທດຂອງຈີນ ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກ

ຂ່າວສານຊີອາໄອລາຍງານໃນວັນທີ 21 ມັງກອນ ຜ່ານມາວ່າ: ແຫຼ່ງຂ່າວຈາກກະຊວງການຄ້າຈີນໃຫ້ຮູ້ວ່າ, ການລົງທຶນໂດຍກົງທີ່ບໍ່ແມ່ນຂົງເຂດການເງິນຢູ່ຕ່າງປະເທດຂອງຈີນໃນປີ 2025 ໄດ້ເພີ່ມຂຶ້ນ 1.3% ເມື່ອທຽບໃສ່ປີ 2024, ຄອງອັນດັບແຖວໜ້າຂອງໂລກຢ່າງໝັ້ນທ່ຽງ.
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສິ້ນສຸດວາລະປະກອບຄຳເຫັນ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສິ້ນສຸດວາລະປະກອບຄຳເຫັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນຕອນບ່າຍວັນທີ 21 ມັງກອນ ຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ສິ້ນສຸດການປະກອບຄຳເຫັນກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່. ເນື້ອໃນຄຳເຫັນໄດ້ສຸມໃສ່ບັນດາເນື້ອໃນສຳຄັນ ຊຶ່ງປະຊາຊົນ, ພະນັກງານ, ສະມາຊິກພັກໄດ້ໃຫ້ຄວາມສົນໃຈ. ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.
ຫົວໃຈມະນຸດສາມາດສ້າງກ້າມຊີ້ນໃໝ່ໄດ້ ຫຼັງຈາກຫົວໃຈວາຍ

ຫົວໃຈມະນຸດສາມາດສ້າງກ້າມຊີ້ນໃໝ່ໄດ້ ຫຼັງຈາກຫົວໃຈວາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ມັງກອນ ຜ່ານມາວ່າ: ນັກວິທະຍາສາດໃນອົສຕຣາລີໄດ້ຄົ້ນພົບເປັນຄັ້ງທຳອິດໃນໂລກວ່າ, ຫົວໃຈຂອງມະນຸດສາມາດສ້າງຈຸລັງກ້າມຊີ້ນຂຶ້ນມາໃໝ່ໄດ້ຫຼັງຈາກເປັນໂຣກຫົວໃຈວາຍ ຊຶ່ງເຮັດໃຫ້ເກີດຄວາມຫວັງສຳລັບການປິ່ນປົວຟື້ນຟູໃນອະນາຄົດສຳລັບໂຣກຫົວໃຈວາຍ.
ຜົນການສຳຫຼວດ UAE ຢູ່ອັນດັບຕົ້ນໆຂອງປະເທດທີ່ມັກ ສ ເກົາຫຼີ

ຜົນການສຳຫຼວດ UAE ຢູ່ອັນດັບຕົ້ນໆຂອງປະເທດທີ່ມັກ ສ ເກົາຫຼີ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ມັງກອນ ຜ່ານມາວ່າ: ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຂອງ ສ ເກົາຫຼີ ໄດ້ເປີດເຜີຍຜົນການສຳຫຼວດພາບພົດແຫ່ງຊາດປີ 2025 ລະບຸວ່າ: ສະຫະລັດ ອາຣັບ ເອມີເຣດ (UAE) ເປັນປະເທດທີ່ມີທັດສະນະຄະຕິໃນທາງບວກຕໍ່ ສ ເກົາຫຼີ ສູງທີ່ສຸດ, ໃນຂະນະທີ່ປະເທດໄທ ແລະ ອັງກິດ ເປັນສອງປະເທດທີ່ມີຄວາມນິຍົມຕໍ່ ສ ເກົາຫຼີ ເພີ່ມຂຶ້ນຢ່າງຫຼວງຫຼາຍໃນປີ 2025.
ເພີ່ມເຕີມ