ຫວຽດນາມ ແກ້ໄຂບັນດາການລະເມີດຂຸດຄົ້ນ IUU

ຫວຽດນາມ ແກ້ໄຂບັນດາການລະເມີດຂຸດຄົ້ນ IUU
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ກຸມພາ ຜ່ານມາ, ຢູ່ນະຄອນ ແຣກຢ້າ ແຂວງກຽນຢາງ, ທ່ານ ເຈິ່ນລິວກວາງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU ເປັນປະທານກອງປະຊຸມຄັ້ງທີ 9 ກ່ຽວກັບການຂຸດຄົ້ນສິນທະເລ ແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ແລະ 28 ແຂວງ, ນະຄອນ ຢູ່ແຄມທະເລທົ່ວປະເທດ.
ກ່າວຄຳເຫັນໃນກອງປະຊຸມ, ທ່ານ ເຈິ່ນລິວກວາງ ຮອງນາຍົກລັດຖະມົນຕີ ໄດ້ສະເໜີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ສຸມແຫຼ່ງກຳລັງ, ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດສອງໜ້າທີ່ໃຫ້ເປັນຢ່າງດີ, ບໍ່ປະໃຫ້ກຳປັ່ນຫາປາໃດລະເມີດເຂດທະເລຕ່າງປະເທດ ແລະ ແກ້ໄຂບັນດາການລະເມີດການຂຸດຄົ້ນ IUU ຢ່າງເຂັ້ມງວດ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດຕ້ອງສືບຕໍ່ຈັດຕັ້ງບັນດາຄະນະປະຕິບັດວຽກງານກວດກາ, ຊຸກຍູ້, ແນະນຳບັນດາທ້ອງຖິ່ນ ປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU ແລະ ລາຍງານໝາກຜົນຂອງການປະຕິບັດຕໍ່ນາຍົກລັດຖະມົນຕີ. ທ່ານ ເຈິ່ນລິວກວາງ ຍັງສະເໜີໃຫ້ບັນດາແຂວງ, ນະຄອນແຄມທະເລ ຈົ່ງແກ້ໄຂບັນດາກໍລະນີລະເມີດການຂຸດຄົ້ນແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດຢ່າງເດັດຂາດ, ກວດພົບຢ່າງທັນການ, ສະກັດກັ້ນ, ແກ້ໄຂກຳປັ່ນຫາປາ, ຊາວປະມົງທີ່ໄປຂຸດຄົ້ນແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດໂດຍໄວ ແລະ ທັນການ.

ຄໍາເຫັນ

ຂ່າວຕ່າງປະເທດ

ພາ​ຍຸ​ໄຕ້​ຝຸ່ນ​ເຮັດ​ໃຫ້​ຟີ​ລິບ​ປິນມີ​ຜູ້​ເສຍ​ຊີ​ວິດ 27 ຄົນ​ ແລະ ​ສູນ​ຫາຍ 16 ຄົນ

ພາ​ຍຸ​ໄຕ້​ຝຸ່ນ​ເຮັດ​ໃຫ້​ຟີ​ລິບ​ປິນມີ​ຜູ້​ເສຍ​ຊີ​ວິດ 27 ຄົນ​ ແລະ ​ສູນ​ຫາຍ 16 ຄົນ

ຂ່າວສານຊີອາໄອ ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ ຜ່ານມາ, ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ ແລະ ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ພິ​ບັດ​ແຫ່ງ​ຊາດ​ຟີ​ລິບ​ປິນແຈ້ງ​ໃຫ້​ຊາບ​ວ່າ: ຍ້ອນ​ໄດ້​ຮັບຜົນ​ກະ​ທົບຈາກ​ພາ​ຍຸ​ໄຕ້​ຝຸ່ນ “​ມີ​ແທກ”, “​ຣາ​ກາ​ຊາ” ແລະ “ບົວ​ລອຍ” ຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້​ຟີ​ລິບ​ປິນ​ມີ​ຜູ້​ເສຍ​ຊີ​ວິດ 27 ຄົນ ແລະ ສູນຫາຍ 16 ຄົນ.
ອິນໂດເນເຊຍ ຈະເປີດນຳໃຊ້ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ

ອິນໂດເນເຊຍ ຈະເປີດນຳໃຊ້ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກັນຍາ ຜ່ານມາວ່າ: ກອງທຶນຄວາມຮັ່ງມີແຫ່ງຊາດດານັນຕາຣາ (Danantara) ປະກາດວ່າ: ອິນໂດເນເຊຍ ຈະເປີດໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ (WTE) ໃນທ້າຍເດືອນຕຸລາ ນີ້ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຄຸ້ມຄອງຂີ້ເຫຍື້ອທີ່ເພີ່ມຂຶ້ນ ແລະສົ່ງເສີມພະລັງງານໝູນວຽນ.
ອັດຕາສ່ວນການປົກຄຸມຂອງເຄືອຂ່າຍນໍ້າແຫ່ງຊາດຈີນຈະບັນລຸເຖິງ 80,3%

ອັດຕາສ່ວນການປົກຄຸມຂອງເຄືອຂ່າຍນໍ້າແຫ່ງຊາດຈີນຈະບັນລຸເຖິງ 80,3%

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງຜົນສໍາເລັດການພັດທະນາທີ່ມີຄຸນນະພາບສູງດ້ານຊົນລະປະທານໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ.
ທ່ານ ຟ້າມມິງຈິງ ສະ​ເໜີ​​ບໍ​ລິ​ສັດ GE Vernovaເປີດກວ້າງ​ການ​ລົງ​ທຶນໃນຫວຽດນາມ

ທ່ານ ຟ້າມມິງຈິງ ສະ​ເໜີ​​ບໍ​ລິ​ສັດ GE Vernovaເປີດກວ້າງ​ການ​ລົງ​ທຶນໃນຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ ມາເຣຍ ຊິງໂກນີ ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບແຫຼ່ງໄຟຟ້າຂອງບໍລິສັດ GE Vernova (ສະຫະລັດ ອາເມຣິກາ) ແລະ ບັນດາຄູ່ຮ່ວມງານຂອງບໍລິສັດ ຊຶ່ງພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
ລາຍຮັບຂອງຄອງຊູແອດ ຫຼຸດລົງ 9 ຕື້ໂດລາ ໃນໄລຍະສອງປີ

ລາຍຮັບຂອງຄອງຊູແອດ ຫຼຸດລົງ 9 ຕື້ໂດລາ ໃນໄລຍະສອງປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກັນຍາ ຜ່ານມາວ່າ: ທ່ານ ອັບດຸລ ຟັດຕາ ອັສຊີຊີ ປະທານາທິບໍດີເອຢິບ ເປີດເຜີຍວ່າ: ລາຍຮັບຈາກຄອງຊູແອດ ຊຶ່ງເປັນແຫຼ່ງເງິນຕາຕ່າງປະເທດຂອງເອຢິບໄດ້ຫຼຸດລົງປະມານ 9 ຕື້ໂດລາ ໃນໄລຍະສອງປີຜ່ານມາ, ຍ້ອນສະພາບແວດລ້ອມພາກພື້ນທີ່ທ້າທາຍ.
ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງສັງຄົມຜູ້ອາຍຸສູງລະດັບສູງສຸດ

ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງສັງຄົມຜູ້ອາຍຸສູງລະດັບສູງສຸດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິແຫ່ງຊາດຂອງ ສ ເກົາຫຼີ ລາຍງານວ່າ, ອັດຕາສ່ວນປະຊາກອນຜູ້ອາຍຸສູງໃນ ສ ເກົາຫຼີ ຈະລື່ນກາຍ 20% ເປັນຄັ້ງທໍາອິດໃນປີ 2025 ຊຶ່ງສົ່ງຜົນໃຫ້ ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງ “ສັງຄົມຜູ້ອາຍຸສູງລະດັບສູງສຸດ” (super-aged society) ແລ້ວ.
ອິນໂດເນເຊຍ ພັດທະນາເນື້ອທີ່ປູກເຂົ້າ 481,000 ເຮັກຕາ

ອິນໂດເນເຊຍ ພັດທະນາເນື້ອທີ່ປູກເຂົ້າ 481,000 ເຮັກຕາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກັນຍາ ຜ່ານມາວ່າ: ທ່ານ ຊັລຄິຟລີ ຮາຊານ ລັດຖະມົນຕີກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ໄດ້ເລີ່ມປູກເຂົ້າໃນເນື້ອທີ່ປະມານ 481,000 ເຮັກຕາ ຢູ່ເມືອງເມຣາອູເກ ແຂວງປາປົວ, ເພື່ອຫັນປ່ຽນພາກພື້ນດັ່ງກ່າວໃຫ້ເປັນແຫຼ່ງສະບຽງອາຫານແຫ່ງຊາດພາຍໃຕ້ໂຄງການຍຸດທະສາດ.
ກອງ​ປະ​ຊຸມ​ວຽກ​ງານຂອງສະຖາບັນການປົກຄອງທົ່ວ​ປະ​ເທດ​ຈີນ​

ກອງ​ປະ​ຊຸມ​ວຽກ​ງານຂອງສະຖາບັນການປົກຄອງທົ່ວ​ປະ​ເທດ​ຈີນ​

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ກອງ​ປະ​ຊຸມ​ວຽກ​ງານ​ຂອງ​ສະ​ຖາ​ບັນ​ການ​ປົກ​ຄອງ​ທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ຂ່າວລະບຸວ່າ: ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄຳຊີ້ນຳສຳຄັນຕໍ່ວຽກງານຂອງສະຖາບັນດັ່ງກ່າວ ໂດຍໄດ້ຢືນຢັນຢ່າງເຕັມທີ່ຕໍ່ຜົນງານໃໝ່ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາຂອງສະຖາບັນການປົກຄອງຂັ້ນຕ່າງໆໃນດ້ານຄຸນນະພາບການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ແລະ ການປະດິດສ້າງ ແລະ ອື່ນໆ.
ການນຳຂັ້ນສູງຫວຽດນາມ ຕ້ອ​ນ​ຮັບ​ປະ​ທານ​ສະ​ພາດູມາ ແຫ່ງ​ຊາດຣັດ​ເຊຍ

ການນຳຂັ້ນສູງຫວຽດນາມ ຕ້ອ​ນ​ຮັບ​ປະ​ທານ​ສະ​ພາດູມາ ແຫ່ງ​ຊາດຣັດ​ເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ວີຢາເຊສລາຟ ໂວໂລດິນ ປະທານສະພາດູມາ ແຫ່ງຊາດ ຣັດເຊຍ (ສະພາຕ່ຳ) ທີ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ສອງສະພາແຫ່ງຊາດ ຫວຽດາມ ແລະ ສະພາດູມາ ແຫ່ງຊາດ ຣັດເຊຍ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍຢາກພັດທະນາຢ່າງຮອບດ້ານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ຣັດເຊຍ, ສົມກັບເປັນຕຳແໜ່ງຂອງສອງປະເທດໃນນະໂຍບາຍການຕ່າງປະເທດຂອງກັນ ແລະ ປະຫວັດສາດການພົວພັນທີ່ດີງາມທີ່ສຸດລະຫວ່າງສອງປະເທດ.
ຍ້ອນ​ຫຍັງ​ເຂດ​ຊິ່ນ​ຈ່ຽງ ​ຈຶ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ

ຍ້ອນ​ຫຍັງ​ເຂດ​ຊິ່ນ​ຈ່ຽງ ​ຈຶ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ

ປີນີ້ແມ່ນປີທີ່ເຂດປົກຄອງຕົນເອງວຸຍເກີຊິ່ນຈ່ຽງຈີນ ສ້າງຕັ້ງຂຶ້ນຄົບຮອບ 70 ປີ. ຫວ່າງມໍ່ໆມານີ້, ລັດຖະບານຈີນໄດ້ເຜີຍແຜ່ ປຶ້ມປົກຂ່າວທີ່ມີຫົວຂໍ້ວ່າ “ພຶດຕິກຳທີ່ສຳເລັດຜົນແຫ່ງແຜນຍຸດທະສາດປົກຄອງເຂດຊິ່ນຈ່ຽງຂອງສູນກາງພັກກອມມູນິດຈີນໃນຍຸກໃໝ່”, ໂດຍນຳໃຊ້ຂໍ້ມູນປະຫວັດສາດທີ່ອຸດົມສົມບູນ ແລະ ໂຕເລກລະອຽດໜັກແໜ້ນ, ສະແດງໃຫ້ເຫັນເຖິງຜົນສຳເລັດຄັ້ງປະຫວັດສາດດ້ານການພັດທະນາເສດຖະກິດ-ສັງຄົມຂອງຊິ່ນຈ່ຽງ, ຍ້ອນຫຍັງຈຶ່ງໄດ້ຮັບຜົນສຳເລັດເຫຼົ່ານີ້, ແລະ ຈະຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຄືແນວໃດໃນອະນາຄົດ.
ເພີ່ມເຕີມ