ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານ Mansour bin Zayed Al – Nahyan ຮອງປະທານາທິບໍດີ UAE ແລະ ທ່ານ Abdullah bin Zayed Al – Nahyan ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ UAE.
ຂ່າວລະບຸວ່າ: ໃນການພົບປະກັບທ່ານ Mansour bin Zayed Al – Nahyan ຮອງປະທານາທິບໍດີ UAE, ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍຕັ້ງໜ້າສົມທົບກັນເພື່ອຜັນຂະຫຍາຍ ແລະຫັນບັນດາຄຳໝັ້ນສັນຍາ ຊຶ່ງການນຳຂັ້ນສູງໄດ້ເຫັນດີເປັນເອກະພາບໃຫ້ເປັນລະອຽດ, ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຮອບດ້ານ ແລະ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ໂດຍໄວ, ສ້າງກຳລັງໜູນຊຸກຍູ້ການພົວພັນສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ເຕັກໂນໂລຊີ ແລະ ຫັນເປັນດີຈີຕອນ.
ສ່ວນທ່ານຮອງປະທານາທິບໍດີ UAE ໃຫ້ຮູ້ວ່າ: ໄດ້ຊີ້ນຳບັນດາອົງການ ແລະກອງທຶນ UAE ສ້າງແຜນການຮ່ວມມືໃນຂົງເຂດດັ່ງກ່າວ.
ໃນການພົບປະລະຫວ່າງ ທ່ານ ບຸ່ຍແທັງເຊີນ ກັບ ທ່ານ Abdullah bin Zayed Al – Nahyan, ທ່ານໄດ້ເນັ້ນໜັກວ່າ: ການນຳ UAE ຖືການພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ຊຸກຍູ້ການຮ່ວມມືໃນຂົງເຂດແຮງງານ, ໃນສະພາບການທີ່UAE ມີຄວາມຕ້ອງການແຮງງານ ແລະ ຢາກເພີ່ມຈຳນວນຊາວຕ່າງປະເທດມາດຳລົງຊີວິດ ແລະ ເຮັດວຽກຢູ່ UAE.
ຄໍາເຫັນ