ຂ່າວລະບຸວ່າ: ໃນໄຕມາດທີ II ປີ 2025, ກຳລັງແຮງງານມີວຽກເຮັດງານທຳຢູ່ຕົວເມືອງ 20 ລ້ານກວ່າຄົນ, ແຮງງານເຮັດວຽກຢູ່ເຂດຊົນນະບົດ 31 ລ້ານກວ່າຄົນ, ລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕະຫຼາດແຮງງານຮັກສາທ່າເຕີບໂຕເປັນປົກກະຕິ ແລະ ດຸ່ນດ່ຽງພໍສົມຄວນ.
ທ່ານນາງ ຫງວຽນທິແທັງມາຍ ຮອງພະແນກສະຖິຕິປະຊາກອນ ແລະ ແຮງງານ ກົມສະຖິຕິ ກ່າວວ່າ: ບັນດານະໂຍບາຍສະຫວັດດີການສັງຄົມ ແລະ ການຄຸ້ມຄອງໜູນຊ່ວຍແຮງງານ ພວມຄ່ອຍໆເສີມຂະຫຍາຍປະສິດທິພາບ, ປະສິດທິຜົນ. ຈຳນວນແຮງງານໄດ້ຮັບປະກັນລາຍຮັບ, ສະຫວັດດີການ, ປະກັນໄພ ເປັນຢ່າງດີ.
ລາຍຮັບສະເລ່ຍຂອງແຮງງານໃນໄຕມາດທີ II ປີ 2024 ແມ່ນ 7.5 ລ້ານດົງ (300 ໂດລາ) ແຕ່ໄລ່ຮອດໄຕມາດທີ II ປີ 2025 ນີ້ ໂຕເລກດັ່ງກ່າວໄດ້ເພີ່ມຂຶ້ນເປັນ 8.2 ລ້ານດົງ (330 ໂດລາ), ເພີ່ມຂຶ້ນ 10.7%. ລະດັບການເພີ່ມຂຶ້ນນີ້ໄດ້ປະກົດໃນທຸກຂົງເຂດເສດຖະກິດ - ສັງຄົມ ໃນທົ່ວປະເທດ ແລະ ຢູ່ທັງ 3 ຂົງເຂດເສດຖະກິດຄື: ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການ. ໃນນັ້ນ, ປະທັບໃຈທີ່ສຸດແມ່ນລະດັບການເພີ່ມຂຶ້ນຢູ່ຂົງເຂດການບໍລິການ 11.7%”.
ຄໍາເຫັນ