ຫວຽດນາມ ປະຕິບັດໜ້າທີ່ປະທານ ກຸ່ມ ອາຊີ - ປາຊີຟິກ ປະຈຳ ສປຊ ຢ່າງສຳເລັດຜົນ

ຫວຽດນາມ ປະຕິບັດໜ້າທີ່ປະທານ ກຸ່ມ ອາຊີ - ປາຊີຟິກ ປະຈຳ ສປຊ ຢ່າງສຳເລັດຜົນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ຢູ່ ນິວຢອກສະຫະລັດ ອາເມຣິກາ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມສະຫຼຸບ ເດືອນເມສາ 2024 ຂອງກຸ່ມ ອາຊີ - ປາຊີຟິກ (APG), ໂດຍມີຄະນະຜູ້ຕາງໜ້າຈາກ50 ປະເທດສະມາຊິກກຸ່ມ APG ປະຈຳ ສປຊເຂົ້າຮ່ວມ.
ຂ່າວລະບຸວ່າ: ໃນບົດລາຍງານ,  ທ່ານ ດັ້ງຮວ່າງຢາງ ໄດ້ທົບທວນຄືນບັນດາໜ້າວຽກ ຊຶ່ງຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ແກ້ໄຂໃນເດືອນເມສາ 2024 ເມື່ອໄດ້ຮັບດຳລົງຕຳແໜ່ງເປັນປະທານ APG, ໂດຍສະເພາະແມ່ນການປະສານງານ, ສັງລວມບັນດາຂໍ້ສະເໜີ ແລະ ຂໍ້ມູນທີ່ກ່ຽວຂ້ອງເຖິງການສະໝັກເລືອກຕັ້ງຂອງບັນດາປະເທດສະມາຊິກ, ຊຸກຍູ້ຄວາມເຫັນດີເຫັນພ້ອມສຳລັບການສະເໜີຜູ້ສະໝັກເລືອກຕັ້ງຂອງກຸ່ມ ເຂົ້າໃນຫຼາຍອົງການ ແລະ ທີ່ຕັ້ງສຳຄັນຂອງ ສປຊ.
    ກ່າວຄຳເຫັນໃນກອງປະຊຸມ, ຜູ້ຕາງໜ້າບັນດາປະເທດສະມາຊິກໃນກຸ່ມ ໄດ້ຕີລາຄາສູງຕໍ່ການປະສານງານ, ບໍລິຫານຂອງ ຫວຽດນາມ ໃນບົດບາດເປັນປະທານ APG ໃນເດືອນເມສາ 2024. ສິ້ນສຸດວາລະປະຊຸມ, ທ່ານ ດັ້ງຮວ່າງຢາງ ໄດ້ມອບບົດບາດການເປັນປະທານກຸ່ມໃຫ້ແກ່ຄະນະຜູ້ຕາງໜ້າ ວານູວາຕູ ປະຈຳ ສປຊ ຢ່າງເປັນທາງການ.

ຄໍາເຫັນ

ຂ່າວຕ່າງປະເທດ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ທີ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ສະເຕຟານ ເມີເຈນທາເລີ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ (WEF).
ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍພັດທະນາມະຫາສະໝຸດໂລກປີ 2026 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງຊິງຕາວ (Qingdao) ຊຶ່ງເປັນເມືອງແຄມຝັ່ງທະເລໃນແຂວງຊານຕົງ (Shandong) ທາງພາກຕາເວັນອອກຂອງ ສ​ປ ຈີນ, ຈຸດປະສົງແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດທາງທະເລແບບຍືນຍົງ.
ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ມາເລເຊຍ ຢຶດຊິບ AI ຂັ້ນສູງ ມູນຄ່າຫຼາຍກວ່າ 12 ລ້ານໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງມາເລເຊຍໄດ້ເປີດເຜີຍໃນວັນທີ 28 ຕຸລາ ຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢຶດເຊີບເວີ 30 ເຄື່ອງທີ່ຕິດຕັ້ງຊິບປັນຍາປະດິດຂັ້ນສູງ (AI) ທີ່ມີມູນຄ່າປະມານ 49.5 ລ້ານຣິງກິດມາເລເຊຍ ຫຼື 12.11 ລ້ານໂດລາ ທີ່ສະໜາມບິນສາກົນກົວລາລຳເປີ ໃນວັນທີ 15 ຕຸລາ ຜ່ານມາ.
3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

3 ໄຕມາດ ຜົນກໍາໄລຂອງອຸດສາຫະກໍາຂະໜາດໃຫຍ່ຈີນ ຮັກສາຈັງຫວະການເຕີບໂຕອ່າວໄວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມຂໍ້ມູນທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ, ການພັດທະນາເສດຖະກິດດ້ານອຸດສາຫະກໍາທີ່ມີຄຸນນະພາບສູງຂອງຈີນໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ອຸດສາຫະກໍາຂະໜາດໃຫຍ່ຂອງຈີນມີຜົນກໍາໄລເຖິງ 6,033.7 ຕື້ຢວນ, ເພີ່ມຂຶ້ນ 15.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ຫວຽດນາມ ເປີດສັບປະດາດີຈີຕອນສາກົນ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ຕຸ​ລາ ຜ່ານມາ ຢູ່​ນະ​ຄອນກ໋ວ​າງ​ນິງ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້ເປີດ​ສັບ​ປະ​ດ​າ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ 2026 (VIDW 2026) ແລະ ກອງ​ປະ​ຊຸມ​ໂຕະ​ມົນ​ລັດ​ຖະ​ມົນ​ຕີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI), ໂດຍໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນປະ​ເທດ ແລະ ສາ​ກົນ​ປະ​ມານ 500 ທ່ານ​ ທີ່​ມາ​ຈາກເກືອບ 30 ປະ​ເທດ.
​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

​ເຂົ້າ​ໃຈ​ອຸ​ດົມ​ການ​ເພື່ອ​ປະ​ຊາ​ຊົນ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈາກ “ຜ້າ​ຫົ່ມ​ເຄິ່ງ​ຜືນ”

ປີ​ນີ້​ແມ່ນປີ​ຄົບ​ຮອບ 90 ປີ​ ແຫ່ງ​ໄຊ​ຊະ​ນະ​ຂອງ​ການ​ເດີນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ກຳ​ມະ​ກອນ​ ແລະ ​ຊາວ​ນາ​ຈີນ. ການ​ເດີນ​ທັບ​ທາງ​ໄກ​ອັນ​ຍິ່ງ​ໃຫຍ່ໄດ້​ຂ້າມ​ຜ່ານ​​ແມ່​ນ້ຳ​ໝື່ນ​ສາຍ ແລະ ພູ​ຜາ​ຫຼາຍ​ພັນ​ໜ່ວຍ​ຄັ້ງ​ນີ້ບໍ່​ພຽງ​ແຕ່​ແມ່ນ​ເລື່ອງມະ​ຫັດ​ສະ​ຈັນ​​ໃນປະ​ຫວັດ​ສາດ​ທາງ​ການ​ທະ​ຫານ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ກຳ​ລັງ​ທາງ​ຈິດ​ໃຈທີ່​ສາ​ມາດ​ຂ້າມ​ຜ່ານ​ຊາຍ​ແດນ ແລະ ເຊີດ​ຊູ​ກຳ​ລັງ​ໃຈ​ຂອງ​ຄົນ​ທັງຫຼາຍ​ອີກ​ດ້ວຍ. ເລື່ອງ “ຜ້າ​ຫົ່ມ​ເຄິ່ງ​ຜືນ” ຂອງ​ບ້ານ​ຊ່າ​ໂຈ່ວ​ ແຂວງ​ຫູ​ໜານ ບໍ່​ໄດ້​ກ່ຽວ​ພັນ​ກັບ​ແປວ​ໄຟ​ສົງ​ຄາມ​ທີ່​ດຸ​ເດືອດ, ແຕ່​ພັດ​ໄດ້​ເປີດ​ເຜີຍ​ຄຳ​ຕອບ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ແກ່​ໂລກດ້ວຍ​ຄວາມ​ອົບ​ອຸ່ນ​ທີ່​ບໍ​ລິ​ສຸດ​ທີ່​ສຸດ, ນັ້ນ​ຄື: ຮັກ​ແພງ​ປະ​ຊາ​ຊົນ​ທີ່​ສຸດ.
ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາວ່າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ຫຼຸດລົງໃນເດືອນຕຸລາ, ໂດຍໄດ້ຮັບຜົນກະທົບຈາກການຫຼຸດລົງຂອງຕະຫຼາດຫຼັກຊັບ ແລະ ຄວາມກັງວົນກ່ຽວກັບຄວາມເຄັ່ງຕຶງໃນຕາເວັນອອກກາງ.
ເພີ່ມເຕີມ