ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ ໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ). ນີ້ແມ່ນກົດໝາຍສຳຄັນທີ່ສຸດ, ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານການຄ້າມະນຸດ, ຊ່ວຍເຫຼືອ ແລະ ປົກປ້ອງຜູ້ປະສົບເຄາະຮ້າຍ, ຜູ້ພວມຢູ່ໃນວິວັດການຢັ້ງຢືນແມ່ນຜູ້ປະສົບເຄາະຮ້າຍຈາການຄ້າມະນຸດ, ການຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ.
ຂ່າວລະບຸວ່າ: ໃນວາລະປຶກສາຫາລື, ບັນດາສະມາຊິກ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນ ແລະ ບັນດາເນື້ອໃນທີ່ໄດ້ຮັບການປັບປຸງ ແລະ ເພີ່ມເຕີມໃນກົດໝາຍວ່າດ້ວຍການຄ້າມະນຸດ. ບັນດາສະມາຊິກ ໄດ້ຕີລາຄາວ່າ ຮ່າງກົດໝາຍໄດ້ເພີ່ມເຕີມບາງຫຼັກການ ແລະ ນະໂຍບາຍສຳຄັນຂອງລັດ ກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ. ທ່ານນາງ ຈິງທິຕູແອັງ ສະມາຊິກສະພາແຫ່ງຊາດ ແຂວງເລິມດົ່ງ ເນັ້ນໜັກວ່າ: ການປັບປຸງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (2011) ຢ່າງຮອບດ້ານ ປະກອບສ່ວນເຂົ້າໃນການປະຕິບັດຄວາມຮັບຜິດຊອບຂອງຫວຽດນາມ ໃນບັນດາຂໍ້ຜູກພັນໃນສັນຍາສາກົນ ໃຫ້ດີຂຶ້ນກ່ວາເກົ່າ. ດັ່ງນັ້ນ, ຫວຽດນາມ ມີຄວາມຮັບຜິດຊອບປະຕິບັດບັນດາຂໍ້ຜູກພັນໃນສັນຍາສາກົນ ກ່ຽວກັບບັນຫານີ້ຢ່າງເຂັ້ມງວດ ແລະ ມີເຈດຕະນາດີ.
ຄໍາເຫັນ