ຫວຽດນາມ ສຳເລັດປະຕິບັດນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນຊັ້ນ ozone

ຫວຽດນາມ ສຳເລັດປະຕິບັດນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນຊັ້ນ ozone

ຫວຽດນາມ ສຳເລັດປະຕິບັດນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນຊັ້ນ ozone
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 15 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສຳມະນາ ວັນສາກົນປ້ອງກັນຊັ້ນ ozone 2025 – 40 ປີແຫ່ງວັນສົນທິສັນຍາ Vienna : ຈາກວິທະຍາສາດຕະຫຼອດຮອດການກະທຳທົ່ວໂລກດ້ວຍຫົວຂໍ້ “ການເຄື່ອນໄຫວປ້ອງກັນຊັ້ນ ozone ມຸ່ງໄປເຖິງການຫັນປ່ຽນສີຂຽວ: ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ, ການຮ່ວມພາກລັດ - ເອກະຊົນ”.

ຂ່າວລະບຸວ່າ: ຕາມສະຖິຕິຂອງຄະນະເລຂາ ozone ສາກົນແລ້ວ, ໄລ່ມາຮອດເດືອນສິງຫາ 2025, ຫວຽດນາມ ໄດ້ຫຼຸດການປ່ອຍ C02 ປະມານ 240 ລ້ານໂຕນ ຈາກການເຄື່ອນໄຫວຄຸ້ມຄອງ, ລຶບລ້າງທາດຕ່າງໆໂດຍໄດ້ຮັບການຄຸ້ມຄອງຕາມຈົດໝາຍທາງການ Montreal. ໃນໄລຍະຈະມາເຖິງ, ໂດຍປະຕິບັດແຜນການແຫ່ງຊາດກ່ຽວກັບການຄຸ້ມຄອງ, ລຶບລ້າງທາດເຮັດໃຫ້ຊັ້ນ ozone ຊຸດໂຊມລົງ ແລະ ທາດກໍ່ມົນລະພິດເຮືອນແກ້ວ ໄດ້ຮັບການຄວບຄຸມຮອດປີ 2045, ຫວຽດນາມ ຈະຫຼຸດຜ່ອນການປ່ອຍທາດ C02 ປະມານ 11.2 ລ້ານໂຕນ. ບັນດາໝາກຜົນນີ້ ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍວິວັດການປະຕິບັດສົນທິສັນຍາ Vienna, ຈົດ ໝາຍທາງການ Montreal ຢ່າງຖືກຕ້ອງ ແລະ ຕັ້ງໜ້າຮ່ວມມື, ຮ່ວມເດີນທາງພ້ອມກັບບັນດາປະເທດໃນໂລກ.

ທ່ານ ເລກົງແທັ່ງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ຫວຽດນາມໄດ້ມານະພະຍາຍາມປະຕິບັດສຳເລັດນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນຊັ້ນ ozone ເພື່ອຄຸ້ມຄອງບັນດາທາດໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນກ່ວາເກົ່າ, ລະອຽດແມ່ນໄດ້ຫັນເນື້ອໃນເປັນກົດໝາຍ ໃນກົດໝາຍວ່າດ້ວຍການປ້ອງກັນສິ່ງແວດລ້ອມ 2020 ແລະ ບັນດາເອກະສານຂໍ້ກຳນົດລະອຽດໃນການປະຕິບັດກົດໝາຍ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ຫວຽດນາມຄຸ້ມຄອງຢ່າງມີປະສິດທິຜົນ ແລະ ຄົບຊຸດ, ຕິດພັນກັບການປ້ອງກັນຊັ້ນ ozone ດ້ວຍບັນດາບຸລິມະສິດແຫ່ງຊາດອື່ນໆຄືການຄຸ້ມຄອງການປ່ອຍທາດພິດເຮືອນແກ້ວ, ປະຕິບັດເປົ້າໝາຍຫັນເປັນສີຂຽວ.

ຄໍາເຫັນ

ຂ່າວຕ່າງປະເທດ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ຈາກຖ້ຳຫີນເກົ່າແກ່ຮອດໂຮງງານທັນສະໄໝ, ຈາກເຂດພາກເໜືອທີ່ມີຫິມະ ແລະ ນ້ຳກ້ອນ ຮອດ ເມືອງແຄມນ້ຳທາງພາກແມ່ນ້ຳຢາງຊີກ້ຽງ, ຈີນກຳລັງບຸກເບີກເສັ້ນທາງພັດທະນາການທ່ອງທ່ຽວທີ່ມີເອກະລັກຂອງຕົນ, ສຳລັບການເຊື່ອມໂຍງວັດທະນະທຳກັບການທ່ອງທ່ຽວຢ່າງເລິກເຊິ່ງ, ແມ່ນສັນຍາລັກພົ້ນເດັ່ນທີ່ສຸດຂອງເສັ້ນທາງດັ່ງກ່າວ.
ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າການລະບາດຂອງພະຍາດອີໂບລາ ສາຍພັນ Bundibugyo ໃນພາກຕາເວັນອອກຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ຍັງສືບຕໍ່ແຜ່ລະບາດ, ໂດຍຍັງບໍ່ສາມາດຢືນຢັນຂອບເຂດທີ່ແນ່ນອນຂອງການລະບາດໄດ້ ແລະ ສະຖານະການຍັງຄົງບໍ່ແນ່ນອນ.
ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ການສຶກສາທີ່ສຳຄັນທີ່ນຳພາໂດຍມະຫາ ວິທະຍາໄລຊິດນີຂອງອົສຕຣາລີ ຊຶ່ງໄດ້ຕີພິມໃນວາລະສານສະຖາບັນຈິດຕະແພດເດັກ ແລະ ໄວໜຸ່ມ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍວ່າ: ສະພາບອາກາດຮ້ອນຮຸນແຮງເຮັດໃຫ້ໄວໜຸ່ມສ່ຽງຕໍ່ການເຂົ້າໂຮງໝໍຍ້ອນບັນຫາສຸຂະພາບຈິດ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສະທ້ອນໃຫ້ເຫັນເຖິງຄວາມກັງວົນດ້ານສາທາລະນະສຸກທີ່ເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໄຊເບລ ເດ ນັກຈິດຕະແພດເດັກ ແລະ ໄວໜຸ່ມຈາກໂຮງໝໍເດັກຊິດນີ ໄດ້ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດກຳລັງສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງເດັກນ້ອຍ ແລະ ໄວໜຸ່ມໃນຫຼາຍດ້ານ.
ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ, ປີກາຍນີ້ ຍອດມູນຄ່າອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນມີຫຼາຍກວ່າ 1,000 ຕື້ຢວນ, ອີງຕາມການຄາດຄະເນໃນເບື້ອງຕົ້ນ, ຈັງຫວະການເຕີບໂຕຂອງອຸດສາຫະກໍາດັ່ງກ່າວໃນປີນີ້ຈະບັນລຸຫຼາຍກວ່າ 30%.​ ພ້ອມດຽວກັນນີ້, ຈີນຈະຕິດຕາມຜົນສະທ້ອນຂອງປັນຍາປະດິດຕໍ່ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ປັນຍາປະດິດສ້າງອາຊີບໃໝ່ ແລະ ເພີ່ມຄວາມສາມາດໃຫ້ແກ່ອາຊີບດັ້ງເດີມ, ລວມເຖິງການສົ່ງເສີມການປະຍຸກໃຊ້ປັນຍາປະດິດໃນອາຊີບທີ່ “ອັນຕະລາຍ, ເປີະເປື້ອນ, ເໝື່ອຍ ແລະ ໜັກ” ເປັນບຸລິມະສິດ.
5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ກະຊວງບໍ່ແຮ່ ແລະ ພະລັງງານຂອງກຳປູເຈຍລາຍງານວ່າ, ກຳປູເຈຍສາມາດຜະລິດຄຳແທ່ງບໍລິສຸດ ໄດ້ປະມານ 20 ໂຕນພາຍໃນ 5 ປີ ຫຼັງຈາກເລີ່ມການຂຸດຄົ້ນຄຳໃນເດືອນມິຖຸນາ 2021 ແລະ ປັດຈຸບັນ, ມີບໍລິສັດ 7 ແຫ່ງໄດ້ຮັບໃບອະນຸຍາດໃຫ້ຂຸດຄົ້ນຄຳໃນຫຼາຍແຂວງ, ລວມທັງແຂວງມົນທົນຄີຣີ, ກຣະແຈະ, ພຣະວິຫານ ແລະ ກຳປົງທົມ.
ນະຄອນຫຼວງຮ່າ​ໂນ້ຍ ຕ້ອງ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ມີ​ຄຸນ​ນະ​ພາບ

ນະຄອນຫຼວງຮ່າ​ໂນ້ຍ ຕ້ອງ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ມີ​ຄຸນ​ນະ​ພາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັ​ນ​ທີ 8 ກໍ​ລະ​ກົດ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ນະ​ຄອນຫຼວງຮ່າ​ໂນ້ຍ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່ 6 ເດືອນ​ຕົ້ນ​ປີ; ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຮັບ​ປະ​ກັນ​ປະ​ຕິ​ບັດ​ໜ້າ​ທີ່ປີ 2026; ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນຫຼວງຮ່າ​ໂນ້ຍ ໃນ​ສັງ​ກາດ​ໃໝ່.
ອິນໂດເນເຊຍ ເປີດໂຄງການຈັບຄູ່ທຸລະກິດອອນລາຍ

ອິນໂດເນເຊຍ ເປີດໂຄງການຈັບຄູ່ທຸລະກິດອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ກະຊວງການຄ້າອິນໂດເນເຊຍເປີດເຜີຍວ່າ ອິນໂດເນເຊຍມີມູນຄ່າການເຮັດທຸລະກຳ ປະມານ 107.34 ລ້ານໂດລາ ຜ່ານໂຄງການຈັບຄູ່ທຸລະກິດອອນລາຍສຳລັບວິສາຫະກິດຂະໜາດນ້ອຍ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ໃນລະຫວ່າງເດືອນມັງກອນ ຫາ ເດືອນເມສາ 2026.
ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Adelaide ໃນອົດສຕຣາລີ ພົບວ່າ, ການອອກກຳລັງກາຍສາມາດຊ່ວຍເພີ່ມໂອກາດໃນການເຊົາສູບຢາໄດ້ໃນລະດັບໜຶ່ງ. ນັບເປັນວິທີປະຢັດທີ່ຊ່ວຍໃຫ້ສາມາດເຊົາສູບຢາຄຽງຄູ່ກັບການປິ່ນປົວແບບດັ້ງເດີມ. ໂດຍການອອກກຳລັງກາຍຊ່ວຍໃຫ້ຜູ້ທີ່ຕ້ອງການເຊົາສູບຢາຫຼຸດຜ່ອນປະລິມານການຢາສູບ, ຫຼຸດຜ່ອນຄວາມຢາກສູບຢາ ແລະ ເພີ່ມໂອກາດໃນການເຊົາສູບຢາ.
ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ລະບົບຕິດຕາມການເສຍຊີວິດປະຈຳວັນຂອງກະຊວງສາທາລະນະສຸກແອັດສະປາຍລາຍງານວ່າ, ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນຈາກອຸນຫະພູມທີ່ສູງຂຶ້ນໃນຕົ້ນເດືອນກໍລະກົດ, ປັດຈຸບັນແອັດສະປາຍກຳລັງປະເຊີນກັບຄື້ນຄວາມຮ້ອນຄັ້ງທີສອງຂອງປີ. ໂດຍໃນເດືອນມິຖຸນາພຽງເດືອນດຽວ, ມີຜູ້ເສຍຊີວິດທີ່ກ່ຽວຂ້ອງກັບອາກາດຮ້ອນເຖິງ 1,029 ຄົນ ຊຶ່ງເປັນຈຳນວນຜູ້ເສຍຊີວິດປະຈຳເດືອນສູງສຸດນັບຕັ້ງແຕ່ລະບົບດັ່ງກ່າວເລີ່ມນໍາໃຊ້ໃນປີ 2015.
ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ,ພາຍຸໄຕ້ຝຸ່ນບາວີ ຊຶ່ງເປັນພາຍຸໄຊໂຄລນເຂດຮ້ອນຂະໜາດໃຫຍ່ ແລະ ຮຸ່ນແຮງຫຼາຍ ຊຶ່ງເປັນພາຍຸລູກທີ 9 ຂອງລະດູການນີ້ ອາດຈະພັດເຂົ້າໃກ້ເກາະໂອກິນາວາໃນພາກໃຕ້ຂອງຍີ່ປຸ່ນດ້ວຍຄວາມຮຸນແຮງສູງໃນທ້າຍອາທິດນີ້.
ເພີ່ມເຕີມ