ຫວຽດນາມ ສ້າງແຜນ​ນະ​ໂຍ​ບາຍ​ໂຮມສາມ​ແຂວງເລິມ​ດົ່ງ, ບິ່ງ​ທ້ວນ, ດັກ​ນົງ ​ເຂົ້າ​ກັນນະໂຍ​ບາຍ​ໃຫຍ່

ຫວຽດນາມ ສ້າງແຜນ​ນະ​ໂຍ​ບາຍ​ໂຮມສາມ​ແຂວງເລິມ​ດົ່ງ, ບິ່ງ​ທ້ວນ, ດັກ​ນົງ ​ເຂົ້າ​ກັນນະໂຍ​ບາຍ​ໃຫຍ່

ຫວຽດນາມ ສ້າງແຜນ​ນະ​ໂຍ​ບາຍ​ໂຮມສາມ​ແຂວງເລິມ​ດົ່ງ, ບິ່ງ​ທ້ວນ, ດັກ​ນົງ ​ເຂົ້າ​ກັນນະໂຍ​ບາຍ​ໃຫຍ່
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 9 ມິຖຸນາ ຜ່ານມາ ຢູ່ແຂວງເລິມດົ່ງ, ທ່ານ ໂຕເລິມເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກແຂວງເລິມດົ່ງ ແລະ ຄະນະປະຈຳບັນດາຄະນະພັກແຂວງບິ່ງທ້ວນ ແລະ ດັກນົງ ກ່ຽວກັບສະພາບການປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ, ການສັບຊ້ອນກົງຈັກການຈັດຕັ້ງຂອງ 3 ທ້ອງຖິ່ນຕິດພັນກັບການຈັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປະຕິບັດໜ້າທີ່ເຕີບໂຕເສດຖະກິດຢູ່ບັນດາທ້ອງຖິ່ນ ແລະ ວຽກງານຮັບປະກັນການຊ່ວຍເຫຼືອສັງຄົມ. ທ່ານ ໂຕເລິມ ຊີ້ແຈ້ງວ່າແຜນນະໂຍບາຍໂຮມສາມແຂວງເຂົ້າກັນ ເພື່ອສ້າງແຂວງເລິມດົ່ງ (ໃໝ່) ແມ່ນນະໂຍບາຍຊີ້ຂາດ, ທັງມີລັກສະນະຍຸດທະສາດ ແລະ ມີລັກສະນະທີ່ມີຄວາມເປັນໄປໄດ້ເພື່ອແນໃສ່ຍົກສູງປະສິດທິຜົນ, ປະສິດທິພາບໃນການຄຸ້ມຄອງ, ບໍລິຫານ, ຈັດສັນຄືນເຂດພັດະນາຕາມທິດເປີດກ້ວາງ, ມີຄວາມສະໜິດຕິດພັນ ແລະ ຍືນຍົງ.

ທ່ານ ໂຕເລິມ ສະເໜີວ່າ: ການໂຮມບັນດາອົງການ, ສຳນັກງານເຂົ້າກັນ ຕ້ອງດຳເນີນຢ່າງມີວິທະຍາສາດ, ໂປ່ງໃສ, ເປີດເຜີຍ, ມີພາວະວິໄສ. ຕ້ອງຖືຄຸນສົມບັດ, ຄວາມສາມາດ, ອິດທິພົນຊື່ສຽງ, ປະສິດທິຜົນໃນການເຮັດວຽກແມ່ນໄມ້ວັດສູງສຸດໃນການສັບຊ້ອນພະນັກງານ. ທຸກວຽກງານຕ້ອງປະຕິບັດບົນຈິດໃຈວັດທະນະທຳມະນຸດ, ມີຄວາມຮັບຜິດຊອບ, ມີຄວາມເຂົ້າໃຈ, ຖືກຕ້ອງຕາມການຂໍ້ກຳນົດ. ບັນດາຜູ້ທີ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ຕ້ອງໄດ້ຮັບເງື່ອນໄຂກ່ຽວກັບເຮືອນຢູ່, ໂຮງຮຽນໃຫ້ແກ່ລູກຫຼານ, ເງື່ອນໄຂດຳລົງຊີວິດທີ່ຈຳເປັນເພື່ອຄວາມອຸ່ນອ່ຽນໃຈປະຕິບັດວຽກງານ, ອຸທິດສ່ວນຍາວນານ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາ ເພີ່ມຂຶ້ນ ເປັນ 1,943 ຄົນ

ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາ ເພີ່ມຂຶ້ນ ເປັນ 1,943 ຄົນ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວໃນເວເນຊູເອລາໄດ້ເພີ່ມຂຶ້ນເປັນ 1,943 ຄົນ, ແຕ່ທີມກູ້ໄພຍັງສືບຕໍ່ຊອກຫາຜູ້ລອດຊີວິດ.
ຫວຽດນາມ ລົງ​ເລິກພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ​ແຮ່​ທາດ​ຍຸດ​ທະ​ສາດ

ຫວຽດນາມ ລົງ​ເລິກພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ​ແຮ່​ທາດ​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ ຖ່ານ​ຫີນ - ແຮ່​ທາດ ຫວຽດ​ນາມ (TKV) ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ລັດ​ວິ​ສາ​ຫະ​ກິດ​ມີ​ບົດ​ບາດ​ແກ່ນ​ສານ​ໃນ​ຂົງ​ເຂດ​ຖ່ານ​ຫີນ ແລະ ແຮ່​ທາດ; ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ ແນ​ໃສ່​ປະ​ຕິ​ບັດ​ສຳ​ເລັດ ແລະ ລື່ນ​​ຄາດ​ໝາຍ​ຜະ​ລິດດໍາເນີນ​ທຸ​ລະ​ກິດ​ໃນປີ 2026 ແລະ ແຜນ​ການ​ໄລ​ຍະ 2026 – 2030.
ອົສຕຣາລີ ຈະເພີ່ມຄ່າປັບໃໝ ບໍລິສັດທີ່ລະເມີດກົດໝາຍຫ້າມເດັກນ້ອຍໃຊ້ສື່ສັງຄົມອອນລາຍ

ອົສຕຣາລີ ຈະເພີ່ມຄ່າປັບໃໝ ບໍລິສັດທີ່ລະເມີດກົດໝາຍຫ້າມເດັກນ້ອຍໃຊ້ສື່ສັງຄົມອອນລາຍ

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ແອນໂທນີ ແອວບານີຊີນາຍົກລັດຖະມົນຕີອົສຕຣາລີ ໄດ້ກ່າວວ່າ, ບໍລິສັດເຕັກໂນໂລຊີ “ຍັງເຮັດບໍ່ທັນໄດ້ດີພຽງພໍ” ໃນການປະຕິບັດຕາມຄຳສັ່ງຫ້າມເດັກນ້ອຍອາຍຸຕ່ຳກວ່າ 16 ປີໃຊ້ສື່ສັງຄົມອອນລາຍ, ໂດຍລັດຖະບານອົສຕຣາລີວາງແຜນທີ່ຈະເພີ່ມຄ່າປັບໃໝກັບບໍລິສັດເຫຼົ່ານັ້ນເປັນສອງເທົ່າ.
ສິງກະໂປ ເປີດຄະນະກຳມາທິການຄວາມປອດໄພທາງອອນລາຍ

ສິງກະໂປ ເປີດຄະນະກຳມາທິການຄວາມປອດໄພທາງອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ມິຖຸນາ ຜ່ານມາວ່າ: ສິງກະໂປເລີ່ມດຳເນີນງານຄະນະກຳມາທິການຄວາມປອດໄພທາງອອນລາຍທີ່ສ້າງຕັ້ງຂຶ້ນໃໝ່, ເພື່ອເປີດຊ່ອງທາງໃໝ່ສຳລັບຜູ້ຖືກເຄາະຮ້າຍຈາກການລົບກວນ ຫຼື ການລ່ວງລະເມີດທາງອອນລາຍເພື່ອຮ້ອງຂໍໃຫ້ລຶບເນື້ອຫາ, ຮັບຄວາມຊ່ວຍເຫຼືອແລະ ການແກ້ໄຂທາງແພ່ງ.
ນັກຄົ້ນຄວ້າພັດທະນາວິທີການໃໝ່ໂດຍໃຊ້ AI ຊ່ວຍກວດມະເຮັງຜ່ານການສະແກນ MRI

ນັກຄົ້ນຄວ້າພັດທະນາວິທີການໃໝ່ໂດຍໃຊ້ AI ຊ່ວຍກວດມະເຮັງຜ່ານການສະແກນ MRI

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ສະຖາບັນເຕັກໂນໂລຊີອິສຣາແອນໄດ້ເປີດເຜີຍການພັດທະນາວິທີການໃໝ່ໃນການສະແກນພາບດ້ວຍຄື້ນແມ່ເຫຼັກໄຟຟ້າ (MRI) ສຳລັບການກວດຫາມະເຮັງເຕົ້ານົມແຕ່ຫົວທີ ແລະ ຖືກຕ້ອງຫຼາຍຂຶ້ນໂດຍໃຊ້ເຕັກໂນໂລຊີປັນຍາປະດິດ (AI). ໂດຍທີມນັກຄົ້ນຄວ້າກ່າວວ່າວິທີການໃໝ່ນີ້ອາດຈະນຳໃຊ້ກັບການສະແກນສະໝອງ, ຫົວ, ແລະ ຄໍ, ພ້ອມທັງເຕັກໂນໂລຊີການຖ່າຍພາບທາງການແພດອື່ນໆໃນອະນາຄົດ.
ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ກໍ​ລະ​ກົດ ນີ້

ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ກໍ​ລະ​ກົດ ນີ້

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ພິ​ທີ​ໂຮມ​ຊຸມ​ນຸມສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ ຄົບ​ຮອບ 105 ປີ​ຈະ​ຈັດ​ຂຶ້ນ​ຢ່າງ​​ຍິ່ງ​ໃຫຍ່​ໃນ​ເວ​ລາ 10:00 ໂມງ​ຂອງວັນ​ທີ 1 ກໍ​ລະ​ກົດ​​ນີ້ ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ຫວຽດນາມ ຫັນ​ປ່ຽນ​ຈາກ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ ​ເປັນ​ການ​ຄຸ້ມ​ຄອງ​ຄວາມສ່ຽງ​ໄພ​ທຳ​ມະ​ຊາດ

ຫວຽດນາມ ຫັນ​ປ່ຽນ​ຈາກ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ ​ເປັນ​ການ​ຄຸ້ມ​ຄອງ​ຄວາມສ່ຽງ​ໄພ​ທຳ​ມະ​ຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 29 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ​ໄດ້​ເປັນ​ປ​ະ​ທານການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພາ​ຍຸ, ນ້ຳ​ຖ້ວມ​ໄພ​ທຳ​ມະ​ຊາດ​ຢ່າງ​ຮ້າຍ​ແຮງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຮອດ​ທ້າຍ​ປີ 2026.
ຂາໍ່ນັບຊົມເຊີຍວັນສ້າງຕັ້ງພັກກອມມູນິດຈິີນ ຄົບຮອບ 105 ປີ ຢ່າງສຸດໃຈ (1/7/1921-1/7/2026)

ຂາໍ່ນັບຊົມເຊີຍວັນສ້າງຕັ້ງພັກກອມມູນິດຈິີນ ຄົບຮອບ 105 ປີ ຢ່າງສຸດໃຈ (1/7/1921-1/7/2026)

ທ່ານ​ຜູ້​ອ່ານ​ທີ່​ນັບຖື​ ແລະ​ ຮັກແພງ ເມື່ອ​ຫວນ​ຄືນ​ມື້​ທຳອິດ​ຂອງ​ການ​ສ້າງຕັ້ງ​ພັກ​ກອມ​ມູ​ນິດ​ຈີນຄືວັນ ​ທີ 1 ກໍລະກົດ 1921 ຫາ ​ວັນ​ທີ 1 ກໍລະກົດ 2026 ກໍ​ພໍດີ​ມີ​ອາຍຸ​ຄົບຮອບ 105 ປີ. ບົນ​ເສັ້ນທາງ​ກ້າວ​ເດີນ​ທີ່​ຍາວ​ໄກພັກ​ກອມ​ມູ​ນິດ​ຈີນ​ບໍ່​ພຽງ​ແຕ່​ໄດ້​ສຳເລັດ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ສະຖາປະນາ​ເປັນ​ສາ​ທາ​ລະນະ​ລັດ ​ປະຊາຊົນ​ຈີນ ໃນ​ວັນ​ທີ 1 ຕຸລາ 1949 ເທົ່າ​ນັ້ນ, ຫາກ​ຍັງ​ນຳພາ​ປະຊາຊົນ​ຈີນ​ທົ່ວ​ທັງ​ປະເທດ​ດຳເນີນ​ການ​ສ້າງ​ສັງຄົມ​ນິຍົມ​ທີ່​ຈະເລີນ​ຮຸ່ງເຮືອງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ​ຂອງ​ຊາດ​ຈີນ.
ທ່ານ ອາ​ເລັກ​ຊັນ​ດາ ​ວູ​ຊິກ ປະ​ທາ​ນາ​ທິ​ບໍ​ດີແຊັກ​ບີ ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​​

ທ່ານ ອາ​ເລັກ​ຊັນ​ດາ ​ວູ​ຊິກ ປະ​ທາ​ນາ​ທິ​ບໍ​ດີແຊັກ​ບີ ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​​

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ມິຖຸນາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ທ່ານ ອາ​ເລັກ​ຊັນ​ດາ ​ວູຊິກ ​ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ ກ່າວ​ວ່າຕົນ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີໃນ​ອີກ​ບໍ່​ພໍ​ເທົ່າ​ໃດ​ອາ​ທິດ​ຕໍ່​ໜ້າ​ນີ້,​ ແຕ່ຈະ​ສືບ​ຕໍ່ປະ​ຕິ​ບັດ​ໜ້າ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຕໍ່​ໄປ​ຈົນ​ກວ່າ​ຈະ​ຮອດ​ເວ​ລາ​ນັ້ນ.

ເພີ່ມເຕີມ