ປະຈຳ ສປຊ ແລະ ທ່ານ ເມົາຣີຊິໂອ ມັສສາຣິ(Maurizio Massari)ເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າອີຕາລີ ປະຈຳ ສປຊ ເປັນຜູ້ປະສານງານຮ່ວມເພື່ອກະກຽມຈັດຕັ້ງກອງປະຊຸມຂັ້ນສູງຂອງ ສປຊກ່ຽວກັບການກຽມພ້ອມ, ການຮັບມື ແລະ ການປ້ອງກັນ, ຕ້ານໂຣກລະບາດໃນປີ 2026.
ຂ່າວລະບຸວ່າ: ທ່ານປະທານສະມັດຊາໃຫຍ່ ສປຊ ເຊື່ອໝັ້ນວ່າ ເອກອັກຄະລັດຖະທູດສອງທ່ານຈະສົມທົບກັນຢ່າງມີປະສິດທິຜົນກັບບັນດາປະເທດສະມາຊິກສປຊ ແລະ ຊຸກຍູ້ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການຈັດຕັ້ງກອງປະຊຸມຂັ້ນສູງນີ້ກໍຄືການຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາສາກົນດ້ານສາທາລະນະສຸກ ແລະ ສຸຂະພາບ, ໃນນັ້ນມີເອກະສານກ່ຽວກັບຮຸ່ນຄົນໃນອະນາຄົດ.
ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນຜູ້ປະສານງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງ ສປຊ, ເປັນການສະແດງໃຫ້ເຫັນວ່າທ່ານປະທານສະມັດຊາໃຫຍ່ ແລະ ປະຊາຄົມສາກົນ ຖືເປັນສຳຄັນອິດທິພົນຊື່ສຽງ, ບົດບາດ ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມໃນວຽກງານລວມຂອງອົງການຫຼາຍຝ່າຍ ເພື່ອແກ້ໄຂບັນດາບັນຫາທົ່ວໂລກ, ໃນນັ້ນມີບັນຫາປ້ອງກັນ, ຕ້ານໂຣກລະບາດ.
ຄໍາເຫັນ