ທ່ານ ຊູກັນດາ ກ່າວວ່າ: ລັດຖະບານໄດ້ລວມເອົາແຜນການເພີ່ມການຜະລິດນົມແຫ່ງຊາດເຂົ້າໃນບັນຊີລາຍຊື່ແຜນງານຍຸດທະສາດແຫ່ງຊາດ ແລະ ໄດ້ວາງແຜນແມ່ບົດໃນການຈັດຊື້ນ້ຳນົມສົດແຕ່ປີ 2025 ຫາ 2029. ອິນໂດເນເຊຍ ຈຳເປັນຕ້ອງນຳເຂົ້າງົວນົມຈາກຕ່າງປະເທດ 1 ລ້ານໂຕພາຍໃນ 5 ປີຕໍ່ໜ້າ ເພື່ອບັນລຸເປົ້າໝາຍດັ່ງກ່າວ.
ນອກຈາກການນໍາເຂົ້າງົວແລ້ວ, ກະຊວງດັ່ງກ່າວຍັງສົ່ງເສີມການລ້ຽງງົວນົມໃຫ້ເພີ່ມຂຶ້ນ, ລວມທັງງົວນົມຈາກໂຄງການປະສົມທຽມ.
ທັງນີ້, ທ່ານ ອັນດີ ອຳຣານ ສຸໄລມານ ລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ລັດຖະບານສະໜັບສະໜູນ ແລະ ຊຸກຍູ້ຊາວກະສິກອນລ້ຽງສັດນຳເຂົ້າງົວນົມ ເພື່ອຍົກສູງຄຸນນະພາບການຜະລິດນ້ຳນົມຢູ່ພາຍໃນປະເທດ.
ຄໍາເຫັນ