ທ່ານ ໂມເອກີອາຣໂຊ ກ່າວວ່າ: ປັດຈຸບັນ, ລັດຖະບານພວມທົບທວນຄືນກົນໄກການຈັດສັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການເຂົ້າເຖິງບັນດາສິ່ງຈູງໃຈ, ຍ້ອນວ່າໂຄງການກ່ອນໜ້ານີ້ຍັງບໍ່ທັນໄດ້ຮັບການຈັດ ຕັ້ງປະຕິບັດຢ່າງຄົບຖ້ວນ.
ກ່ອນໜ້ານີ້, ທ່ານ ອາກຸສ ກູມິວັງ ກາຣຕາຊັສມີນາ ລັດຖະມົນຕີກະຊວງອຸດສາຫະກຳຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ກະຊວງດັ່ງກ່າວໄດ້ກະກຽມໂຄງການຈູງໃຈສຳລັບລົດຈັກໄຟຟ້າແລ້ວ ແລະ ພ້ອມທີ່ຈະຈັດຕັ້ງປະຕິບັດທັນທີພາຍຫຼັງກະຊວງປະສານງານດ້ານເສດຖະກິດ ສະຫຼຸບຈຳນວນເງິນອຸດໜູນ ແລະ ກຳນົດເວລາປະຕິບັດ.
ຄໍາເຫັນ