ອິນໂດເນເຊຍໄດ້ເລີ່ມສົ່ງອອກປາທູນາກະປ໋ອງໄປຍັງປະເທດການາດາເປັນຄັ້ງທຳອິດ

ອິນໂດເນເຊຍ ເລີ່ມສົ່ງອອກ ປາທູນາກະປ໋ອງ ໄປຍັງປະເທດການາດາ

 ອິນໂດເນເຊຍ ເລີ່ມສົ່ງອອກ ປາທູນາກະປ໋ອງ ໄປຍັງປະເທດການາດາ
ຂ່າວຕ່າງປະເທດລາຍງານໃນວັນທີ 1 ຕຸລາ ຜ່ານມາວ່າ:ອິນໂດເນເຊຍໄດ້ເລີ່ມສົ່ງອອກປາທູນາກະປ໋ອງໄປຍັງປະເທດການາດາເປັນຄັ້ງທຳອິດ

 ຊຶ່ງຜະລິດໂດຍບໍລິສັດ Pacific Masami Indonesia Limited (Pasifik Masami Indonesia) ໃນເມືອງບານວາງີ ໃນແຂວງຊາວາຕາເວັນອອກ.
ທ່ານ ສັກຕີ ວາຍູ ເຕຣງໂກໂນ ລັດຖະມົນຕີກະຊວງກິດຈະການທາງທະເລ ແລະ ການປະມົງ ອິນໂດເນເຊຍ ລະບຸວ່າ: ມູນຄ່າການສົ່ງອອກທັງໝົດແມ່ນ 10 ລ້ານໂດລາ ແລະມີກໍານົດຈະສົ່ງອອກໃນໄລຍະ 6 ເດືອນຂ້າງໜ້າ.
ທ່ານ ເຕຣງໂກໂນກ່າວວ່າ: ອິນໂດເນເຊຍ ຄວນເພີ່ມທະວີການປະມົງແບບມີການຄວບຄຸມ ເພື່ອປັບປຸງຂະແໜງທຸລະກິດຕົ້ນນ້ຳ ແລະ ສະໜັບໜູນອຸດສາຫະກຳການປະມົງ ນຳສູ່ການຕອບສະໜອງຄວາມຕ້ອງການທັງພາຍໃນ ແລະ ຕ່າງປະເທດ.
ນອກຈາກເມືອງບານວາງີ ແລ້ວ, ຍັງມີພື້ນທີ່ອື່ນໆອີກເຊັ່ນ: ເມືອງບີອັກ ແຂວງປາປົວ ຊຶ່ງມີທ່າແຮງໃນການສົ່ງອອກປາກະປ໋ອງ ລວມທັງການຜະລິດປາທູນາ.
ທ່ານ ເຊີລີ ອິນທຣາວາຕີ ຜູ້ອໍານວຍການຝ່າຍການຕະຫຼາດຂອງບໍລິສັດ ດັ່ງກ່າວ ເປີດເຜີຍວ່າ: ບໍລິສັດມີຄວາມສາມາດໃນການຜະລິດປາທູນາກະປ໋ອງ ແລະ ຊີ້ນປາທູນາເຄິ່ງສຳເລັດຮູບສູງເຖິງ 70 ໂຕນຕໍ່ມື້ ແລະ ວາງເປົ້າໝາຍໄປຍັງຕະຫຼາດພາຍໃນ ແລະ ຕ່າງປະເທດ ລວມທັງເອີຣົບ, ອາຊີ, ຕາເວັນອອກກາງ, ອາຟຣິກາ ແລະ ອາເມລິກາເໜືອ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈຳນວນຜູ້ຕິດເຊື້ອອີໂບລາໃນກົງໂກ ເພີ່ມຂຶ້ນ 782 ຄົນ ແລະ ເສຍຊີວິດ 181 ຄົນ

ຈຳນວນຜູ້ຕິດເຊື້ອອີໂບລາໃນກົງໂກ ເພີ່ມຂຶ້ນ 782 ຄົນ ແລະ ເສຍຊີວິດ 181 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມິຖຸນານີ້ວ່າ: ການລະບາດຂອງພະຍາດອີໂບລາໃນປະເທດກົງໂກຍັງຄົງໜ້າເປັນຫ່ວງ, ຫຼັງຈາກເຈົ້າໜ້າທີ່ໄດ້ຢືນຢັນກໍລະນີຕິດເຊື້ອ 782 ຄົນ ແລະ ເສຍຊີວິດ 181 ຄົນ ພາຍໃນເວລາພຽງ 1ເດືອນຫຼັງຈາກລັດຖະບານປະກາດການລະບາດຢ່າງເປັນທາງການ.
ມາເລເຊຍ ຄາດຄະເນວ່າ ແອວນີໂຢ ຈະເຮັດໃຫ້ເກີດໄພແຫ້ງແລ້ງ ແລະ ຝົນຕົກຫຼຸດລົງ

ມາເລເຊຍ ຄາດຄະເນວ່າ ແອວນີໂຢ ຈະເຮັດໃຫ້ເກີດໄພແຫ້ງແລ້ງ ແລະ ຝົນຕົກຫຼຸດລົງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ມິຖຸນາ ຜ່ານມາວ່າ: ທ່ານ ມູຮຳມັດ ຮິຊາມ ມູຮຳມັດ ອານິບ ຜູ້ອຳນວຍການໃຫຍ່ກົມອຸຕຸນິຍົມວິທະຍາຂອງມາເລເຊຍ ເປີດເຜີຍວ່າ: ປະກົດການແອວນີໂຢ (El Niño) ຈະເຮັດໃຫ້ເກີດສະພາບໄພແຫ້ງແລ້ງເປັນເວລາຍາວນານ ແລະ ປະລິມານນ້ຳຝົນຈະຫຼຸດລົງຢ່າງຕໍ່ເນື່ອງຈົນຮອດຕົ້ນປີ 2027.
ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ ​ດຶງ​ດູດ​​ນັກ​ທຸ​ລະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊີ​ໃຕ້

ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ ​ດຶງ​ດູດ​​ນັກ​ທຸ​ລະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊີ​ໃຕ້

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ມິຖຸນາ ຜ່ານມາວ່າ: ໃນງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊີ​ໃຕ້​ຄັ້ງ​ທີ 10 ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ ​ແຂວງ​ຢຸນ​ນານ ​ຈີນ, ​ເຕັກ​ໂນ​ໂລ​ຊີ​ໃໝ່ ແລະ ຜະ​ລິດ​ຕະ​ພັນ​ ໃໝ່​ຕ່າງໆ​ຂອງວິ​ສາ​ຫະ​ກິດ​ຈີນ ເຊັ່ນ: ຫຸ່ນ​ຍົນ​ມະ​ນຸດ​ເຮັດຄວາມ​ສະ​ອາດ​ຝາ​​ອາ​ຄານ, ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລາດ​ຕະ​ເວນ​ອັດ​ຕະ​ໂນ​ມັດ, ​ຫ້ອງ​ພັກ​ທັນ​ສະ​ໄໝ​ແບບ​ສາ​ມາດ​ເຄື່ອນ​ທີ່ ແລະ ອື່ນໆ ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ນັກ​ທຸ​ລະ​ກິດ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ໃຕ້ ແລະ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ມີຫຼາຍ​ຄົນ​ໄດ້​ເຂົ້າ​ໄປ​​ຢ້ຽມ​ຊົມ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ກັນ.
ການ​ຢືນ​ຢັນ​ບັນ​ລຸ​ສັນ​ຍາ​ ລະ​ຫວ່າງອາ​ເມ​ຣິ​ກາ ແລະ ອີ​ຣານ​ ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​​ຫຼຸດ​ລົງ

ການ​ຢືນ​ຢັນ​ບັນ​ລຸ​ສັນ​ຍາ​ ລະ​ຫວ່າງອາ​ເມ​ຣິ​ກາ ແລະ ອີ​ຣານ​ ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​​ຫຼຸດ​ລົງ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ມິຖຸນາ ຜ່ານມາວ່າ: ຍ້ອນ​ວ່າ​ ສະຫະລັດ ອາ​ເມ​ຣິ​ກາ ແລະ ອີ​ຣານ​ ຢືນ​ຢັນ​ວ່າໄດ້​ບັນ​ລຸ​ສັນ​ຍາ ແລະ ຄາດ​ວ່າ​ຊ່ອງ​ແຄບ​ຮໍ​ມຸ​ສ​ ຈະ​ເປີດ​ຄືນ​ໃໝ່​ໃນ​ໄວໆ​ນີ້, ໃນວັນ​ທີ 14 ມິ​ຖຸ​ນາ​ ຜ່ານມາ, ​ລາ​ຄານ້ຳ​ມັນ​ດິບ​ສາ​ກົນ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ ພາຍຫຼັງ​ໄດ້​ເລີ່ມ​ການ​​ຊື້-​ຂາຍ​ໃນ​ອາ​ທິດ​ ໃໝ່.
ທຸກ​ນະ​ໂຍ​ບາຍ​ສຶກ​ສາ​​ຕ້ອງ​​ວັດ​ແທກ​ດ້ວຍ​ຄວາມ​ກ້າວ​ໜ້າ ແລະ ອະ​ນາ​ຄົດ​ຂອງ​ນັກ​ຮຽນ

ທຸກ​ນະ​ໂຍ​ບາຍ​ສຶກ​ສາ​​ຕ້ອງ​​ວັດ​ແທກ​ດ້ວຍ​ຄວາມ​ກ້າວ​ໜ້າ ແລະ ອະ​ນາ​ຄົດ​ຂອງ​ນັກ​ຮຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 15 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກກອມ​ມູນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຂະ​ແໜງ​ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງກັບ​ວຽກ​ງານ​ກະ​ກຽມ​ສົກ​ຮຽນ​ໃໝ່ 2026 – 2027 ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 71 ​ສະ​ບັບອອກ​ໃນ​ວັນ​ທີ 22 ສິງ​ຫາ 2025 ຂອງ​ກົມ​ການ​ເມືອງກ່ຽວ​ກັບ​ການ​ບຸກ​ທະ​ລຸ​ພັດ​ທະ​ນາ​ການ​ສຶກ​ສາ​ບຳ​ລຸງ​ສ້າງ.
ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ

ບໍ່​ຄິດ​ເພື່ອ​ຕົນ​ເອງ ແລະ ​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ

ລາຍງານວ່າ: ປີ 1983, ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາຄະ​ນະ​ພັກ​ເມືອງ​ເຈິ້ງ​ຕີ້ງ ແຂວງ​ເຫີ​ເປີຍ ​ໃນ​ເວ​ລາ​ນັ້ນ, ໄດ້​ຕັ້ງ​ໂຕະ​ຢູ່​ຕາມ​ຖະ​ໜົນ​ເປັນ​ການ​ຊົ່ວ​ຄາວ ເພື່ອ​ຮັບ​ຟັງຄຳ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ.
5 ເດືອນ​ຕົ້ນ​ປີ​ ການ​ຄ້າ​ລະ​ຫວ່າງ​ກວາງ​ຊີ​ກັບ​ອາ​ຊຽນສືບ​ຕໍ່​ດີ​ຂຶ້ນ

5 ເດືອນ​ຕົ້ນ​ປີ​ ການ​ຄ້າ​ລະ​ຫວ່າງ​ກວາງ​ຊີ​ກັບ​ອາ​ຊຽນສືບ​ຕໍ່​ດີ​ຂຶ້ນ

ວິທະຍຸໂທລະພາບສູນກາງຈີນລາຍງານວ່າ: ຫວ່າງ​ມໍ່ໆ​ນີ້, ດ່ານ​ພາ​ສີນ​ະ​ຄອນ​ໜານ​ນີງ​​ຂອງ​ຈີນ​ໃຫ້​ຮູ້​ວ່າ, ໃນ 5 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​​ຂາ​ອອກ​ຂອງ​ເຂດປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ​ໄດ້​ບັນ​ລຸ 347.77 ຕື້ຢວນ, ເພີ່ມ​ຂຶ້ນ 7.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ​ໃນ​ນັ້ນ, ມູນ​ຄ່າ​ຂາ​ເຂົ້າ-​ຂາ​ອອກ​ກັບ​ອາ​ຊຽນບັນ​ລຸ 175.5 ຕື້ຢວນ, ເພີ່ມ​ຂຶ້ນ 1.1%. ໂດຍ​ມີ​ຈຸດ​ພິ​ເສດ​ຕ່າງໆ ເຊັ່ນ: ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​ຂາ​ອອກ​ລະ​ຫວ່າງ​ເຂດກ​ວາງ​ຊີຈີນ​ກັບ​ອາ​ຊຽນ ກໍຄືການ​ນຳ​ເຂົ້າ​ສິນ​ຄ້າ​​ທີ່​ກ່ຽວ​ຂ້ອງ​ກັບປັນ​ຍາ​ປະ​ດິດ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ ແລະ ​ອື່ນໆ.
ເສດຖະກິດຂອງ ສ ເກົາຫຼີ ສືບຕໍ່ຟື້ນຕົວ

ເສດຖະກິດຂອງ ສ ເກົາຫຼີ ສືບຕໍ່ຟື້ນຕົວ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບົດລາຍງານປະຈຳເດືອນຈາກກະຊວງເສດຖະກິດ ແລະ ການເງິນຂອງ ສ ເກົາຫຼີ ຫຼື "Green Book" ລະບຸວ່າ, ເສດຖະກິດ ສ ເກົາຫຼີຍັງສືບຕໍ່ຟື້ນຕົວ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກທີ່ເຂັ້ມແຂງ ປະກອບກັບຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະ ພາກທຸລະກິດທີ່ດີຂຶ້ນ, ເຖິງວ່າຄວາມບໍ່ແນ່ນອນໃນຕາເວັນອອກກາງຈະສ້າງຄວາມສ່ຽງຕໍ່ຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ອັດຕາເງິນເຟີ້ ແລະ ການຊະລໍຕົວຂອງຕະຫຼາດແຮງງານ.
ເມັກຊິກ ຄາດວ່າຈະຕ້ອນຮັບນັກທ່ອງທ່ຽວ10 ລ້ານຄົນ ໃນການແຂ່ງຂັນເຕະບານໂລກ

ເມັກຊິກ ຄາດວ່າຈະຕ້ອນຮັບນັກທ່ອງທ່ຽວ10 ລ້ານຄົນ ໃນການແຂ່ງຂັນເຕະບານໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມິຖຸນາ ຜ່ານມາວ່າ: ທ່ານ ໂຈເຊຟີນາ ໂຣດຣິເກສ ຊາໂມຣາລັດຖະມົນຕີກະຊວງທ່ອງທ່ຽວຂອງເມັກຊິກ ຄາດຄະເນວ່າເມັກຊິກຈະຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນປະມານ 10 ລ້ານຄົນໃນລະຫວ່າງການແຂ່ງຂັນເຕະບານໂລກ ຫຼື FIFA World Cup 2026 ຊຶ່ງໄດ້ເລີ່ມຕົ້ນໃນວັນ11 ມິຖຸນາ ຜ່ານມາ. ໂດຍຄາດວ່ານັກທ່ອງທ່ຽວປະມານ 3 ລ້ານຄົນຈະໄປຢ້ຽມຢາມເມືອງເຈົ້າພາບສາມແຫ່ງຂອງເມັກຊິກຄື: ນະຄອນຫຼວງເມັກຊິກຊິຕີ, ເມືອງກວາດາລາຮາຣາແລະ ເມືອງມອນເຕີເຣ.
ງານວາງສະແດງສິນຄ້າຈີນ - ອາຊີໃຕ້ ຄັ້ງທີ 10 ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ປະເທດ

ງານວາງສະແດງສິນຄ້າຈີນ - ອາຊີໃຕ້ ຄັ້ງທີ 10 ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ປະເທດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 11 ມິຖຸນາ ຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ໄດ້ເປີດຂຶ້ນຢູ່ ນະຄອນຄຸນມິງ ແຂວງຢຸນນານຈີນ. ງານ​ຄັ້ງ​ນີ້ໄດ້ດຶງດູດຜູ້ເຂົ້າຮ່ວມຈາກຫຼາຍກວ່າ 60 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ​ທັງຂະໜາດການຈັດງານ ແລະ ລະດັບສາກົນ ລ້ວນ​ແຕ່ໄດ້ສ້າງສະຖິຕິສູງສຸດໃໝ່, ກວມເອົາທຸກປະເທດໃນອາຊີໃຕ້, ມີວິສາຫະກິດຈາກ​ປະ​ເທດໃນອາຊີໃຕ້ປະມານ 560 ແຫ່ງເຂົ້າຮ່ວມວາງສະແດງ, ພ້ອມທັງຮວມເອົາວິສາຫະກິດຊັ້ນນຳເກືອບ 100 ແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ແລະ ຜູ້ຊື້ຫຼາຍກວ່າ 1,500 ຄົນ.
ເພີ່ມເຕີມ