ທ່ານ ອິຊາຕິນີ ກ່າວວ່າ: ຜະລິດຕະພັນອາຫານທະເລ ລວມມີ ປາມຶກ, ຊີ້ນປູ ແລະ ອາຫານທະເລແຊ່ແຂງ ຈຳນວນ 5 ຕູ້ຄອນເທນເນີ ໄດ້ຖືກຂົນສົ່ງຈາກສະຖານີຕູ້ຄອນເທນເນີເຄນດາຣີ ໄປຍັງປະເທດຈຸດໝາຍປາຍທາງແລ້ວ, ໂດຍມີຊີ້ນປູ ຈຳນວນ 45 ໂຕນ ມູນຄ່າ 21 ພັນຕື້ຣູເປຍ ຊຶ່ງຖືເປັນສິນຄ້າສົ່ງອອກຂະໜາດໃຫຍ່ທີ່ສຸດ.
ທັງນີ້, ທາງອຳນາດການປົກຄອງ ອິນໂດເນເຊຍ ຫວັງວ່າການສົ່ງອອກຈະຊ່ວຍຊຸກຍູ້ທຸລະກິດທ້ອງຖິ່ນ ແລະ ເສີມຂະຫຍາຍສະຖານະພາບຂອງແຂວງສຸລາເວສີຕາເວັນອອກສ່ຽງໃຕ້ ໃນຖານະເປັນສູນກາງການສົ່ງອອກຜະລິດຕະພັນການປະມົງແຖວໜ້າຂອງພາກຕາເວັນອອກຂອງອິນໂດເນເຊຍ.
ຄໍາເຫັນ