ທ່ານ ອິນທຣາວາຕີ ກ່າວຕໍ່ລັດຖະສະພາວ່າ: ການໃຊ້ຈ່າຍຂອງລັດຖະບານຈຳເປັນຕ້ອງຢູ່ໃນລະດັບສູງຕໍ່ໄປ, ແຕ່ລາຍຮັບຈາກພາສີຍັງຄົງມີສະຖຽນລະພາບ. ໂດຍກະຊວງດັ່ງກ່າວຈະສຸມໃສ່ປັບປຸງການປະຕິບັດຕາມກົດໝາຍພາສີອາກອນ ຊຶ່ງຜູ້ທີ່ມີຄວາມສາມາດໃນການເສຍພາສີຈະຕ້ອງໄດ້ຊຳລະຕໍ່ໄປ, ສ່ວນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຈະໄດ້ຮັບການຊ່ວຍເຫຼືອຢ່າງເຕັມທີ່.
ກະຊວງດັ່ງກ່າວໄດ້ວາງງົບປະມານລາຍຈ່າຍໃນປີໜ້າໄວ້ປະມານ 3.78 ພັນຕື້ຣູເປຍ ແລະ ລາຍຮັບປະມານ 3.14 ພັນຕື້ຣູເປຍ. ໃນຈຳນວນທັງໝົດນີ້, ກະຊວງດັ່ງກ່າວຄາດວ່າລາຍຮັບຈາກພາສີຈະບັນລຸປະມານ 2,350 ຕື້ຣູເປຍ.
ຄໍາເຫັນ