ທ່ານ ອິນທຣາວາຕີ ກ່າວໃນລະຫວ່າງທີ່ສະເໜີແຜນເສດຖະກິດມະຫາພາກ ແລະ ແນວທາງນະໂຍບາຍການເງິນປະຈຳປີ 2026 ຕໍ່ກອງປະຊຸມສະພາວ່າ: ອັດຕາເງິນເຟີ້ຈະຢູ່ໃນລະດັບ 2.5 ±1% ໃນຂະນະທີ່ອັດຕາແລກປ່ຽນຕາມເປົ້າໝາຍຈະຢູ່ທີ່ 16,500-16,900 ຣູເປຍຕໍ່ໂດລາ ແລະ ອັດຕາຜົນຕອບແທນພັນທະບັດລັດຖະບານ ໄລຍະ 10 ປີຈະຢູ່ໃນລະດັບ 6.6-7.2%.
ລັດຖະບານອິນໂດເນເຊຍ ໄດ້ວາງເປົ້າໝາຍເພີ່ມການຜະລິດນ້ຳມັນ ເປັນ 600,000 - 605,000 ບາເຣນຕໍ່ມື້ ແລະ ເພີ່ມປະລິມານການຜະລິດອາຍແກັສທຳມະຊາດໃຫ້ໄດ້ 953,000 ຫາ 1.017 ລ້ານບາເຣນ ທຽບເທົ່ານໍ້າມັນດິບຕໍ່ມື້. ໂດຍມີການລົງທຶນ ແລະ ເຕັກໂນໂລຊີເປັນແຮງສະໜັບສະໜູນ ລວມທັງການຊຸກຍູ້ການຫັນປ່ຽນເສດຖະກິດຜ່ານບັນດາອຸດສາຫະກຳຈາກແຫຼ່ງຊັບພະຍາກອນທຳມະຊາດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ຍົກລະດັບຄຸນນະພາບຊັບພະຍາກອນມະນຸດ.
ຄໍາເຫັນ