ທ່ານ ປຸດຈີ ອິສມາຣຕີນີຮອງຜູ້ອຳນວຍການສະຖິຕິ ແລະ ການບໍລິການເຜີຍແຜ່ຂອງສຳນັກງານດັ່ງກ່າວໃຫ້ຮູ້ວ່າ:ການຜະລິດເຂົ້າຂອງອິນໂດເນເຊຍໃນເຄິ່ງປີທຳອິດຂອງປີ 2025 ຈະເພີ່ມຂຶ້ນຢ່າງຫຼວງຫຼາຍ. ສິ່ງດັ່ງກ່າວໄດ້ສ້າງຄວາມຫວັງດ້ານສະຖຽນລະພາບໃນການສະໜອງສະບຽງອາຫານຂອງປະເທດ.
ທ່ານ ອິສມາຣຕິນີ ກ່າວວ່າ: ສ່ວນໜຶ່ງຂອງການເຕີບໂຕແມ່ນຍ້ອນການເພີ່ມຂຶ້ນຂອງການຜະລິດໃນລະດູການເກັບກ່ຽວເດືອນມີນາ, ໂດຍສະເພາະແມ່ນຢູ່ 3 ແຂວງທີ່ຜະລິດເຂົ້າເປັນຕົ້ນຕໍຄື: ຊະວາຕາເວັນອອກ, ຊະວາກາງ ແລະ ຊະວາຕາເວັນຕົກ. ເນື້ອທີ່ເກັບກ່ຽວເຂົ້າໃນແຂວງເຫຼົ່ານີ້ໃນເດືອນມີນາມີຈຳນວນ 1.67 ລ້ານເຮັກຕາ, ຜະລິດເຂົ້າເປືອກໄດ້ 8.93 ລ້ານໂຕນ.
ກ່ອນໜ້ານີ້, ທ່ານ ອັນດີ ອາມຣານ ສຸໄລມານ ລັດຖະມົນຕີກະຊວງກະສິກຳອິນໂດເນເຊຍກ່າວວ່າ:ການຜະລິດເຂົ້າປະຈຳປີຂອງປະເທດອາດສູງເຖິງ 34 ລ້ານໂຕນໃນປີນີ້ແລະຫວ່າງມໍ່ໆມານີ້, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ກ່າວວ່າ: ອິນໂດເນເຊຍອາດຈະສົ່ງອອກເຂົ້າສານໄປຍັງປະເທດບ້ານໃກ້ເຮືອນຄຽງ. ເນື່ອງຈາກການຜະລິດຄາດວ່າຈະລື່ນຄາດໝາຍ 32 ລ້ານໂຕນ.
ຄໍາເຫັນ