ອີຣານ ແລະ ຈໍແດນ ມີຄວາມມຸ່ງໝັ້ນໃນການສົ່ງເສີມການພົວພັນສອງຝ່າຍ

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດອີຣານ ໃຫ້ຮູ້ໃນວັນທີ 24 ກັນຍາ ນີ້ ວ່າ: ທ່ານ ຮອດເຊັນ ອາເມຍ ອັບດູນລາຮານ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ແລະ ທ່ານ ໄອມານ ຊາຟາດີ ລັດຖະມົນຕີກະຊວງການຕ່າງປະເທດຈໍແດນ ໄດ້ສະແດງຄວາມມຸ່ງໝັ້ນທີ່ຈະປັບປຸງສາຍພົວພັນລະຫວ່າງສອງຝ່າຍ.
ໃນວັນທີ 23 ກັນຍາ ຜ່ານມາ ນັກການທູດຂັ້ນສູງຂອງສອງປະເທດໄດ້ຈັດການພົບປະກັນນອກວາລະກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 78 ຢູ່ນະຄອນນິວຢອກ ສະຫະລັດອາເມຣິກາ, ບ່ອນທີ່ພິຈາລະນາເຖິງບັນຫາຂອງພາກພື້ນທີ່ມີຜົນປະໂຫຍດຮ່ວມມກັນ.
ທ່ານ ອາເມຍ ອັບດູນລາຮານ ໄດ້ທົບທວນຄືນການພົບປະກັນກັບເຈົ້າຊີວິດອັບດູນລາທີ II ຂອງຈໍແດນ ໃນເດືອນທັນວາປີຜ່ານມາ, ໃນເວລານັ້ນ ທ່ານ ຊາຟາດີ ກໍໄດ້ເຂົ້າຮ່ວມ ຊຶ່ງສົ່ງຜົນເຮັດໃຫ້ສອງປະເທດມີການຮ່ວມມືທີ່ດີໃນຫຼາຍຂົງເຂດທີ່ແຕກຕ່າງກັນ ຊຶ່ງຝ່າຍອີຣານໄດ້ກຽມພ້ອມແລ້ວທີ່ຈະປັບປຸງສາຍພົວພັນ ແລະ ການຮ່ວມມືສອງຝ່າຍ.
ທ່ານ ອາເມຍ ອັບດູນລາຮານ ໄດ້ສະແດງຄວາມຫວັງວ່າສາຍພົວພັນລະຫວ່າງເຕເຮຣານ ແລະ ອາມານ ຈະໄດ້ຮັບການປັບປຸງ ຊຶ່ງສອດຄ່ອງກັບຜົນປະໂຫຍດຂອງສອງຊາດ ທັງສອດຄ່ອງກັບບັນຍາກາດໃນທາງສ້າງສັນໃນພາກພື້ນປັດຈຸບັນ ແລະ ກໍແມ່ນທ່າອ່ຽງຂອງສາຍພົວພັນທີ່ມີການຂະຫຍາຍຕົວລະຫວ່າງອີຣານ ແລະ ລັດອາຣັບມຸສລີມ.
ສ່ວນລັດຖະມົນຕີວ່າການກະຊວງການຕ່າງປະເທດຈໍແດນ ກໍໄດ້ສະແດງຄວາມມຸ່ງຫວັງທີ່ຢາກມີສາຍພົວພັນທີ່ດີຖານອ້າຍນ້ອງກັບອີຣານ ແລະ ເປັນການເປີດປະຫວັດສາດໜ້າໃໝ່ທີ່ມີຕໍ່ສາຍພົວພັນສອງຝ່າຍ.
ທ່ານກ່າວວ່າ: ພວກເຮົາມີສິ່ງທ້າທາຍອັນໃຫຍ່ຫຼວງຮ່ວມກັນຢູ່ໃນພາກພື້ນນີ້ ແລະ ມີຄວາມຈຳເປັນທີ່ຈະຕ້ອງຮ່ວມມືຊຶ່ງກັນ ແລະ ກັນ ເພື່ອກ້າວຂ້າມສິ່ງທ້າທາຍ ແລະ ສົ່ງຜົນດີຕໍ່ສາຍພົວພັນອັນເປັນປະຫວັດສາດ ແລະ ຖານອ້າຍນ້ອງລະຫວ່າງສອງຊາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​​ການຍົກ​ເລີກ​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່​”

ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​​ການຍົກ​ເລີກ​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່​”

ຂ່າວສານຊີອາໄອລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ສື່ມວນ​ຊົນ​ອັງ​ກິດ​ລາຍ​ງານ​ໃນ​ວັນ​ທີ 26 ມັງ​ກອນ ຜ່ານມາວ່າ, ເນື່ອງ​ຈາກ​ພະ​ຍາດ​ໝາກ​ແດງ​ໃຫຍ່​ແຜ່ລະ​ບາດ​ຢ່າງ​ຕໍ່​ເນື່ອງ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຢືນ​ຢັນ​ໃນວັນ​ດຽວ​ກັນ​ວ່າ: ອົງ​ການ​​ໄດ້​ຍົກ​ເລີກ​​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່” ຢູ່​​ຫຼາຍ​ປະ​ເທດ​ເຊັ່ນ: ອັງ​ກິດ​ເປັນ​ຕົ້ນ.
ອົສຕຣາລີ ພວມປະເຊີນກັບໄຟໄໝ້ປ່າຮຸ່ນແຮງ

ອົສຕຣາລີ ພວມປະເຊີນກັບໄຟໄໝ້ປ່າຮຸ່ນແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ອົສຕຣາລີກຳລັງປະເຊີນກັບຄື້ນຄວາມຮ້ອນທີ່ທຳລາຍສະຖິຕິ, ເຮັດໃຫ້ເກີດໄຟໄໝ້ປ່າຮຸ່ນແຮງຢ່າງໜ້ອຍ 6 ຈຸດ. ອຸນຫະພູມໃນຫຼາຍເມືອງໄດ້ເພີ່ມຂຶ້ນສູງ, ໂດຍບາງເມືອງມີອຸນຫະພູມເກືອບ 50 ອົງສາ.
ຣັດເຊຍ ກະກຽມສົ່ງໂມດູນເພື່ອສ້າງໂຮງໄຟຟ້ານິວເຄລຍເທິງດວງຈັນ

ຣັດເຊຍ ກະກຽມສົ່ງໂມດູນເພື່ອສ້າງໂຮງໄຟຟ້ານິວເຄລຍເທິງດວງຈັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ອົງການຂ່າວ TASS ຂອງຣັດເຊຍລາຍງານວ່າ, ຣັດເຊຍວາງແຜນທີ່ຈະສົ່ງໂມດູນ 3 ຊຸດຂຶ້ນສູ່ອະວະກາດເພື່ອສ້າງໂຮງງານໄຟຟ້ານິວເຄລຍເທິງດວງຈັນ ໃນລະຫວ່າງປີ 2033 - 2035.
ສິງກະໂປ ຈະລົງທຶນ 786 ລ້ານໂດລາ ຊຸກຍູ້ອຸດສາຫະກຳ AI ຂອງປະເທດ

ສິງກະໂປ ຈະລົງທຶນ 786 ລ້ານໂດລາ ຊຸກຍູ້ອຸດສາຫະກຳ AI ຂອງປະເທດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ລັດຖະບານສິງກະໂປກຽມຈະລົງທຶນຫຼາຍກວ່າ 1 ຕື້ໂດລາສິງກະໂປ (ປະມານ 786 ລ້ານໂດລາ) ເພື່ອສະໜັບສະໜູນໂຄງການຄົ້ນຄວ້າປັນຍາປະດິດ (AI) ຂອງພາກລັດໃນໄລຍະ5 ປີຂ້າງໜ້າ, ໂດຍມີຈຸດປະສົງເພື່ອສົ່ງເສີມອຸດສາຫະກຳ AI ຂອງປະເທດໃຫ້ເຂັ້ມແຂງຂຶ້ນ ທ່າມກາງການແຂ່ງຂັນທີ່ຮຸນແຮງຈາກສະຫະລັດ ອາເມຣິກາ ແລະ ຈີນ ໃນຖານະເປັນປະເທດມະຫາອຳນາດຂອງໂລກໃນຂະແໜງການນີ້.
ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ

ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 28 ມັງ​ກອນ​ຜ່ານມາ, ອົງ​ການ​ຄຸ້ມ​ຄອງ​ຄົນ​ເຂົ້າເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ໃນ​ໂອ​ກາດ​ນີ້, ໂຄ​ສົກ​ຖະ​ແຫຼງ​ຂ່າວ​ອົງ​ການ​ດັ່ງ​ກ່າວ​ໄດ້​ປະ​ກາດໂຕ​ເລກ​ຂໍ້​ມູນ​ສຳ​ຄັນ ແລະ ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ປີ 2025.
FPT ປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າ

FPT ປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ໂດຍກຸ່ມບໍລິສັດ FPT ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ຊຶ່ງແມ່ນໂຮງງານກວດກາທົດລອງ ແລະ ບັນຈຸພັນທຳອິດຂອງ ຫວຽດນາມ ໂດຍຊາວ ຫວຽດນາມ ເປັນເຈົ້າຂອງ, ປະກອບສ່ວນສ້າງລະບົບຊີວະພາບເຄິ່ງຊັກນຳໄຟຟ້າດ້ວຍຂັ້ນຕອນຢ່າງຄົບຖ້ວນ ຈາກການຄົ້ນຄວ້າ, ອອກແບບ, ຜະລິດ, ບຳລຸງສ້າງ, ກວດກາທົດລອງ, ບັນຈຸພັນ ແລະ ດຳເນີນທຸລະກິດ. ຈາກນັ້ນກໍກ້າວໄປສູ່ລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.
ມູນຄ່າການ​ຄ້າສິນ​ຄ້າຈັບຕ້ອງໄດ້ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພີ່ມຂຶ້ນ 6.3%

ມູນຄ່າການ​ຄ້າສິນ​ຄ້າຈັບຕ້ອງໄດ້ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພີ່ມຂຶ້ນ 6.3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ມັງ​ກອນຜ່ານມາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ປີ 2025, ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກ້າວ​ສູ່​ລວງ​ເລິກ​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ຕັ້ງ​ໜ້າ​ໃນ​ດ້ານ​ຕ່າງໆ ເຊັ່ນ: ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ຕໍ່​ກັນ, ການ​ກໍ່​ສ້າງ​ໂຄງ​ການ ແລະ ​ອື່ນໆ.
ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ

ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ

ຂ່າວສານຊີອາໄອລາຍງານໃນວັນທີ 28 ມັງກອນນີ້ວ່າ: ຕາມ​ການ​ລາຍ​ງານ​ຈາກ​ຂ່າວ​ສານອັນ​ຕາ​ຣາ​ຂອງ​ອິນ​ໂດ​ເນ​ເຊຍ​​ໃນ​ວັນ​ທີ 27 ມັງ​ກອນ ຜ່ານມາໃຫ້​ຮູ້​ວ່າ, ດິນ​ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າຂອງວັນ​ທີ 24 ​ມັງ​ກອນ ຜ່ານມາ​ຢູ່​ເຂດ​ຊິ​ຊາ​ຣົວ ​ເມືອງ​ບັນ​ດຸງຕາ​ເວັນ​ຕົກ ​ແຂວງ​​ຊາ​ວາ​ຕາ​ເວັນ​ຕົກ​​ຂອງອິນ​ໂດ​ເນ​ເຊຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 48 ຄົນ.
ສິງກະໂປ ຕິດຕາມຄວາມສ່ຽງຂອງໝອກຄວັນ ຫຼັງພົບຄວັນຈາກໄຟໄໝ້ປ່າ

ສິງກະໂປ ຕິດຕາມຄວາມສ່ຽງຂອງໝອກຄວັນ ຫຼັງພົບຄວັນຈາກໄຟໄໝ້ປ່າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ກຸມພາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປ (NEA) ໄດ້ອອກຄຳເຕືອນກ່ຽວກັບຄວາມສ່ຽງບັນຫາໝອກຄວັນທີ່ອາດຈະເກີດຂຶ້ນ, ຫຼັງຈາກກວດພົບຈຸດຄວາມຮ້ອນທີ່ກ່ຽວ ຂ້ອງກັບການເຜົາພື້ນທີ່ກະສິກຳໃນເຂດພາກເໜືອ ຊຶ່ງເຮັດໃຫ້ມີຄວາມສ່ຽງທີ່ລົມຈະພັດຂ້າມຊາຍແດນ.
ອິນເດຍ ແລະ EU ບັນລຸຂໍ້ຕົກລົງການເສລີຄັ້ງປະຫວັດສາດ

ອິນເດຍ ແລະ EU ບັນລຸຂໍ້ຕົກລົງການເສລີຄັ້ງປະຫວັດສາດ

ຂ່າວຕ່າງປະເທດລາຍງານວ່າ: ອິນເດຍ ແລະ ສະຫະພາບເອີຣົບ (EU) ໄດ້ບັນລຸຂໍ້ຕົກລົງການຄ້າເສລີຄັ້ງເປັນປະຫວັດສາດໃນວັນທີ 27 ມັງກອນ ຜ່ານມາ ຊຶ່ງເປັນການສິ້ນສຸດການເຈລະຈາທີ່ຍືດເຍື້ອມາຕັ້ງແຕ່ປີ 2007. ໂດຍຂໍ້ຕົກລົງດັ່ງກ່າວໄດ້ຮັບການຍ້ອງຍໍວ່າເປັນ "ແມ່ຂອງຂໍ້ຕົກລົງທັງໝົດ" ເນື່ອງຈາກກວມເອົາອັດຕາສ່ວນປະມານ 25% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໂລກ ແລະ 1 ສ່ວນ 3 ຂອງການຄ້າສາກົນທັງໝົດ.
ເພີ່ມເຕີມ