ອິດສະຣາແອນ ພັດທະນາວິທີຮັກສາຄວາມສົດຂອງຜັກ-ໝາກໄມ້ 

ອິດສະຣາແອນ ພັດທະນາວິທີຮັກສາຄວາມສົດຂອງຜັກ-ໝາກໄມ້ 
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ມະຫາວິທະຍາໄລບາ-ອິລານ ຂອງອິດສະຣາແອນໄດ້ພັດທະນາວິທີຮັກສາຄວາມສົດຂອງຜັກ ແລະ ໝາກໄມ້ ໂດຍປະຍຸກຈາກການໃຊ້ຄື່ນສຽງ.
    ແນວທາງໃໝ່ດັ່ງກ່າວຈະເປັນການເຄືອບຜັກ ແລະ ໝາກໄມ້ ດ້ວຍອະນຸພາກນາໂນທີ່ຮັບປະທານໄດ້ ໂດຍໃຊ້ວິທີການໂຊໂນເຄມີ (Sonochemistry) ຊຶ່ງໂມເລກຸນໄດ້ຮັບປະຕິກິລິຍາທາງເຄມີຈາກການໃຊ້ຣັງສີອັນຕຣາຊາວ. ທັງນີ້, ການເຄືອບຜັກ ແລະ ໝາກໄມ້ດ້ວຍວິທີຄື່ນສຽງນີ້ເຮັດງ່າຍ ວ່ອງໄວ ແລະ ເປັນມິດກັບສິ່ງແວດລ້ອມ. ທີມງານອິດສະຣາແອນສ້າງການເຄືອບອະນຸພາກນາໂນຈາກໄຄໂຕຊານທີ່ເປັນສານທຳມະຊາດ ຊຶ່ງໄດ້ມາຈາກໂພລີເມີເຊັ່ນ ໄຄຕິນ ໂພລີແຊກຄາໄຣ ແລະ ໂປຣຕິນ ໂດຍໃນຂະບວນການນີ້ ອະນຸພາກໄຄໂຕຊານ ຊຶ່ງເປັນມິດຕໍ່ສິ່ງແວດລ້ອມ ແລະ ສະຫຼາຍຕົວຕາມທຳມະຊາດຈະເກາະຕິດກັບພື້ນຜິວຜັກ ຫຼື ໝາກໄມ້ເຮັດໃຫ້ເກີດສານເຄືອບທີ່ໃຫ້ຄຸນສົມບັດຕ້ານເຊື້ອແບັກທີເຣຍເທິງພື້ນຜິວ. ອີກຢ່າງໜຶ່ງ, ການທົດສອບສະຕໍເບີຣີເພື່ອຫາລິດຕ້ານເຊື້ອແບັກທີເຣຍ ແລະ ຄຸນລັກສະນະຕ່າງໆເຊັ່ນ: ລະດັບນ້ຳຕານ, ຄວາມເປັນກົດ ແລະ ອັດຕາການສະຫຼາຍຕົວພົບວ່າສະຕໍເບີຣີ ຊຶ່ງເຄືອບດ້ວຍອະນຸພາກນາໂນໄຄໂຕຊານທີ່ຮັບປະທານໄດ້ ມີຄວາມຕ້ານທານເພີ່ມຂຶ້ນ ຊຶ່ງຊ່ວຍຢືດອາຍຸການເກັບຮັກສາໄດ້ດົນເຖິງ 15 ວັນ.

ຄໍາເຫັນ

ຂ່າວຕ່າງປະເທດ

IEA ປ່ອຍນ້ຳມັນອອກ 400 ລ້ານຖັງ ເພື່ອສະກັດກັ້ນວິກິດການ

IEA ປ່ອຍນ້ຳມັນອອກ 400 ລ້ານຖັງ ເພື່ອສະກັດກັ້ນວິກິດການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ມີນາ ຜ່ານມາ, ອົງການພະລັງງານສາກົນ (IEA) ໃຫ້ຮູ້ວ່າ, ບັນດາປະເທດສະມາຊິກຂອງອົງການ IEA ຈະປ່ອຍນ້ຳມັນທີ່ເກັບສຳຮອງໄວ້ຈຳນວນ 400 ລ້ານຖັງ ເພື່ອຫຼຸດຜ່ອນຜົນກະທົບຂອງການປະທະກັນຢູ່ ຕາເວັນອອກກາງ ແລະ ແມ່ນການປ່ອຍນ້ຳມັນອອກຄັ້ງໃຫຍ່ທີ່ສຸດຂອງ IEA.
UNESCO ມີຄວາມວິຕົກກັງວົນຕໍ່ຄວາມເສຍຫາຍຂອງປູສະນີຍະສະຖານປະຫວັດສາດ ອີຣານ

UNESCO ມີຄວາມວິຕົກກັງວົນຕໍ່ຄວາມເສຍຫາຍຂອງປູສະນີຍະສະຖານປະຫວັດສາດ ອີຣານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ມີນາ ຜ່ານມາ, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຊາຕະກຳຂອງບັນດາມໍລະດົກໂລກຢູ່ ອີຣານ ແລະ ພາກພື້ນ, ພາຍຫຼັງວັງໂກເລສຕັນ ຢູ່ນະຄອນຫຼວງເຕເຮຣານ, ພ້ອມກັບໂບດອິສລາມ ແລະ ວັງປະຫວັດສາດຢູ່ນະຄອນອິສຟາຮານ ຖືກເປ່ເພຍ້ອນການປະທະກັນ.
ຜູ້​ນຳ​ພັກ ແລະ ລັດ​ຈີນ​ ເຂົ້າ​ຮ່ວມ​ພິ​ທີ​ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ຜູ້​ນຳ​ພັກ ແລະ ລັດ​ຈີນ​ ເຂົ້າ​ຮ່ວມ​ພິ​ທີ​ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ຂ່າວສານຊີອາໄອລາຍງານວ່າ ໃນວັນ​ທີ 12 ມີ​ນາ​ ຜ່ານມາ, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ​ຈີ​ນ​ຊຸດ​ທີ 14 ໄດ້ປິດ​ລົງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ໂດຍ​ມີ​ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການທະ​ຫານ​ສູນ​ກາງ​ຈີນ ​ພ້ອມ​ດ້ວຍ​ຜູ້​ນຳ​ພັກ ແລະ ລັດ​​ເຂົ້າ​ຮ່ວມ.
ທ່ານ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນ

ທ່ານ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ:​ ໃນວັນທີ 12 ມີນາ ຜ່ານມາ, ຢູ່ສຳນັກງານສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ປີ 2026 ຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ເຂົ້າຮ່ວມວາລະປະຊຸມມີ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ແລະ ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ຍ້ອນ​ຫຍັງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2 ຂອງ​ຈີນ​ຈຶ່ງ​ສຸມ​ໃສ່​ສິ່ງ​ແວດ​ລ້ອມ​ນິ​ເວດ

ຍ້ອນ​ຫຍັງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2 ຂອງ​ຈີນ​ຈຶ່ງ​ສຸມ​ໃສ່​ສິ່ງ​ແວດ​ລ້ອມ​ນິ​ເວດ

ຫຼັງ​ຈາກ​​ປະ​ມວນກົດ​ໝາຍ​ແພ່ງ​ແລ້ວ, ​ປະ​ມວນກົດ​ໝາຍ​ສະ​ບັບ​ທີ 2 ຂອງ​ຈີນຄື “ຮ່າງປະ​ມວນກົດ​ໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ນິ​ເວດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ” ຖືກ​ຈັດ​ເຂົ້າ​ໃນ​ວາ​ລະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ການ​ຖື​ເອົາ​ສິ່ງ​ແວດ​ລ້ອມ​ນິ​ເວດ​ເປັນ​ຫົວ​ຂໍ້​ຫຼັກ​ຂອງ​ປະ​ມວນກົດ​ໝາຍ​​ສະ​ບັບ​ທີ 2, ດ້ານ​ໜຶ່ງ​​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ໃນ​ການ​ຄຸ້ມ​ຄອງສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ຈີນ, ອີກ​ດ້ານ​ໜຶ່ງ​ກໍ​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຍຸກ​ສະ​ໄໝ​ແຫ່ງ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ອັນ​ດີ​ງາມ​ທີ່​ມະ​ນຸດ ແລະ ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ.
EU ຈັດສັນເງິນ 100 ລ້ານເອີໂຣ ຊ່ວຍເຫຼືອລີບັງ

EU ຈັດສັນເງິນ 100 ລ້ານເອີໂຣ ຊ່ວຍເຫຼືອລີບັງ

ຂ່າວຕ່າງປະເທດລາຍງານໃນວັນທີ 12 ມີນາ ນີ້ວ່າ: ສະຫະພາບເອີຣົບ (EU) ກຳລັງໃຫ້ການຊ່ວຍເຫຼືອມູນຄ່າ 100 ລ້ານເອີໂຣ ແກ່ລີບັງ ຫຼັງຈາກການໂຈມຕີຢ່າງໜັກໜ່ວງຂອງອິສຣາແອນ, ໂດຍລ້າສຸດມີຈຳນວນຜູ້ອົບພະຍົບຢ່າງເປັນທາງການເພີ່ມຂຶ້ນເປັນ 800,000 ຄົນ.
ການສົ່ງອອກ ຂອງ ສ ເກົາຫຼີ ເພີ່ມຂຶ້ນ 55.6% ໃນ 10 ມື້ທຳອິດຂອງເດືອນມີນາ

ການສົ່ງອອກ ຂອງ ສ ເກົາຫຼີ ເພີ່ມຂຶ້ນ 55.6% ໃນ 10 ມື້ທຳອິດຂອງເດືອນມີນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານພາສີຂອງ ສ ເກົາຫຼີ (KCS) ໄດ້ເປີດເຜີຍໃນວັນທີ 11 ມີນາ ຜ່ານມາວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນ 10 ມື້ທໍາອິດຂອງເດືອນມີນາ ໄດ້ເພີ່ມຂຶ້ນ 55.6% ເມື່ອທຽບໃສ່ປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງຂອງຊິບເຊມິຄອນດັກເຕີຈາກຕ່າງປະເທດ.
ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ທ່ານນາງ ທານາເອະ ທາຄາອິຈິ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ປະກາດວ່າ: ຍີ່ປຸ່ນຈະເລີ່ມປ່ອຍນ້ຳມັນຈາກຄັງສຳຮອງແຫ່ງຊາດຂອງຕົນໃນວັນ 16 ມີນາ ຈະມາເຖິງນີ້, ເພື່ອຮັບມືກັບການເພີ່ມຂຶ້ນຂອງລາຄານ້ຳມັນແອັດຊັງ ແລະ ຜະລິດຕະພັນນ້ຳມັນອື່ນໆ ທ່າມກາງສະຖານະການຄວາມຂັດແຍ້ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ.
ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ເປີດເຜີຍໃນວັນທີ 10 ມີນາ ຜ່ານມາວ່າ: ການສັນຈອນທາງທະເລທີ່ຢຸດສະງັກໃນບໍລິເວນຊ່ອງແຄບຮໍມຸສ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຜົນກະທົບຢ່າງກວ້າງຂວາງຕໍ່ຕະຫຼາດພະລັງງານ, ການຂົນສົ່ງທາງເຮືອ ແລະ ລະບົບຕ່ອງໂສ້ການສະໜອງທົ່ວໂລກ.
ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 11 ມີ​ນາ ຜ່ານມາ, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14 ໄດ້​ປິດ​ລົງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ໂດຍ​ມີທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ພ້ອມ​ດ້ວຍ​ຜູ້​ນຳ​ພັກ ແລະ ລັດ ​ເຂົ້າ​ຮ່ວມ. ທ່ານ​ ຫວາງ​ຮູ້​ນິງ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ.
ເພີ່ມເຕີມ