ກໍາໄລໃນໄຕມາດທີ 3 ຂອງທະນາຄານເອີຣົບ ເພີ່ມຂຶ້ນ

ກໍາໄລໃນໄຕມາດທີ 3 ຂອງທະນາຄານເອີຣົບ ເພີ່ມຂຶ້ນເກີນຄວາມຄາດຫວັງ

ກໍາໄລໃນໄຕມາດທີ 3 ຂອງທະນາຄານເອີຣົບ ເພີ່ມຂຶ້ນເກີນຄວາມຄາດຫວັງ
ຂ່າວສານຫວຽດນາມລາຍງານວ່າ: ທະນາຄານ HSBC Holding (ທະນາຄານໃຫຍ່ທີ່ສຸດຂອງເອີຣົບ) ໄດ້ປະກາດການເພີ່ມຂຶ້ນຂອງກໍາໄລ 10%

ສໍາລັບໄຕມາດທີ 3 ຂອງປີ 2024ເກີນຄວາມຄາດຫວັງຂອງນັກວິເຄາະຍ້ອນວ່າບັນດາພາກສ່ວນອະສັງຫາລິມະຊັບ ແລະ ການດໍາເນີນງານຂອງທະນາຄານ ໄດ້ຮັບຜົນປະໂຫຍດຈາກການປັບຫຼຸດອັດຕາດອກເບ້ຍຊ້າກວ່າທີ່ຄາດໄວ້.

ຂ່າວລະບຸວ່າ: ທະນາຄານ HSBC ໄດ້ປະກາດຜົນກໍາໄລກ່ອນຫັກພາສີບັນລຸ 8,5 ຕື້ໂດລາ ໃນໄລຍະເດືອນກໍລະກົດຫາເດືອນກັນຍາ 2024, ເພີ່ມຂຶ້ນ 7,7 ຕື້ໂດລາ ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ກ່ອນໜ້ານີ້, ນັກຊ່ຽວຊານຄາດຄະເນວ່າ, ກຳໄລກ່ອນເສຍພາສີຂອງທະນາຄານນີ້ຈະບັນລຸພຽງ 7,6 ຕື້ໂດລາ.

ທະນາຄານ HSBCໃນລອນດອນ (ອັງກິດ) ຍັງໄດ້ປະກາດການຊື້ຮຸ້ນຄືນຕື່ມອີກມູນຄ່າເຖິງ 3 ຕື້ໂດລາ ນອກເໜືອຈາກໂຄງການຊື້ຮຸ້ນຄືນ 6 ພັນລ້ານໂດລາ ທີ່ໄດ້ປະກາດໃນຕົ້ນປີນີ້. ລາຄາຮຸ້ນຂອງ HSBC ໃນ ຮົງກົງ ເພີ່ມຂຶ້ນຫຼາຍກວ່າ 2% ຫຼັງຈາກການປະກາດຜົນ.

ລາຍຮັບຂອງ HSBC ໃນໄຕມາດ 3 ປີ 2024 ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເປັນ 17 ຕື້ໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ແຮງງານເດັກໃນຟີລິບປິນ ເພີ່ມຂຶ້ນເຖິງ 868,000 ຄົນ ໃນປີ 2025

ແຮງງານເດັກໃນຟີລິບປິນ ເພີ່ມຂຶ້ນເຖິງ 868,000 ຄົນ ໃນປີ 2025

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ກໍລະກົດ ຜ່ານມາວ່າ: ສຳນັກງານສະຖິຕິຟີລິບປິນລາຍງານວ່າ, ຈຳນວນແຮງງານເດັກອາຍຸ 5-17 ປີ ມີທັງໝົດ 868,540 ຄົນ ໃນປີ 2025 ຊຶ່ງເພີ່ມຂຶ້ນ 0.8% ຈາກ 861,450 ຄົນໃນປີ 2024.
ອາກາດຮ້ອນຮຸນແຮງອາດເຮັດໃຫ້ເສດຖະກິດອີຕາລີເສຍຫາຍ

ອາກາດຮ້ອນຮຸນແຮງອາດເຮັດໃຫ້ເສດຖະກິດອີຕາລີເສຍຫາຍ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 18 ກໍ​ລະ​ກົດ ຜ່ານມາ, ສະ​ຫະ​ພັນ​ວິ​ສາ​ຫະ​ກິດ​ດ້ານ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ​ກາ​ນ​ບໍ​ລິ​ການ​ອີ​ຕາ​ລີ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງວ່າ: ຄຽງຄູ່ກັບສະພາບອາກາດທີ່ຮຸນແຮງນັບມື້ນັບຫຼາຍຂຶ້ນ, ສະພາບອາກາດຮ້ອນຮຸນແຮງຢ່າງຕໍ່ເນື່ອງອາດຈະເຮັດໃຫ້ເສດຖະກິດອີຕາລີໄດ້ຮັບຜົນເສຍຫາຍໃນລະຫວ່າງ 6 ຕື້ ຫາ 12 ຕື້ເອີໂຣຕໍ່ປີ.
ຫຼາຍ​ປະ​ເທດ​ປະ​ເຊີນ​​ກັບ​ສະ​ພາບອາ​ກາດທີ່​ຮຸນ​ແຮງ

ຫຼາຍ​ປະ​ເທດ​ປະ​ເຊີນ​​ກັບ​ສະ​ພາບອາ​ກາດທີ່​ຮຸນ​ແຮງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າ​ວ​ເຕືອນ​ສະ​ພາບ​ອາ​ກາດ​ຮ້ອນ​​ຮ້າຍ​ແຮງ​ພວມ​ນາບ​ຂູ່​ພາກ​ພື້ນເອີ​ຣົບໃຕ້, ດ້ວຍ​ລະ​ດັບ​ອຸນ​ຫະ​ພູມ​ທີ່​ໄດ້​ຮັບ​ການ​ພະ​ຍາ​ກອນ​ອາດ​ຈະ​ບັນ​ລຸ​ລະ​ດັບ​ປະ​ຫວັດ​ສາດ 50 ອົງ​ສາ. ໃນໄລຍະບໍ່ເທົ່າໃດ​ວັນຜ່ານມາ​ນີ້, ຫຼາຍ​ເຂດ​ຢູ່​ແອັດ​ສະ​ປາຍ ຖືກ​ຜົນ​ກະ​ທົບ​ດ້ວຍ​ລະ​ດັບ​ອຸນ​ຫະ​ພູມສູງ​ຂຶ້ນ​ເຖິງ 44 ອົງ​ສາ. ອາ​ກາດ​ແຫ້ງ​ບວກ​ກັບ​ແດດ​ກ້າ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ປ່າ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ປະ​ເທດແອັດ​ສະ​ປາຍ​ ແລະ ຝ​ຣັ່ງ, ເຮັດ​ໃຫ້​ນັບ​ພັນ​ຄົນ​ຕ້ອງດຳ​ເນີນ​ການ​ຍົກ​ຍ້າຍ​ໂດຍ​ດ່ວນ. ​ຕາມ​ຂໍ້​ສັງ​ເກດ​ຂອງ​ນັກ​ຊ່ຽວ​ຊານຫຼາຍ​ທ່ານ​ແລ້ວ, ອຸນ​ຫະ​ພູມ​ໃນ​ພາກ​ພື້ນ​ນີ້ ອາດ​ຈະ​ກາຍ​ລະ​ດັບ 50 ອົງ​ສາໃນທ້າຍ​ລະ​ດູ​ຮ້ອນ​ນີ້ ຫຼື ປີ​ໜ້າ, ເມື່ອ​ຖືກ​ຜົນ​ກະ​ທົບ​​ຈາກປະ​ກົດ​ການແອວນີໂຢບັນ​ລຸ​ລະ​ດັບ​ຄວາມ​ຮ້ອນ​ສູງ​ສຸດ.

ອິນໂດເນເຊຍ ມີເປົ້າໝາຍປູກອ້ອຍໃໝ່ໃຫ້ສຳເລັດພາຍໃນ 2 ປີ

ອິນໂດເນເຊຍ ມີເປົ້າໝາຍປູກອ້ອຍໃໝ່ໃຫ້ສຳເລັດພາຍໃນ 2 ປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ພຣາໂບໂວ ຊູບຽນໂຕປະທານາທິບໍດີອິນໂດເນເຊຍ ໄດ້ເປີດເຜີຍວ່າ, ລັດຖະບານອິນໂດເນເຊຍ ມີເປົ້າໝາຍທີ່ຈະຈັດຕັ້ງປະຕິບັດໂຄງການປູກອ້ອຍໃໝ່ທົ່ວປະເທດໃຫ້ສຳເລັດພາຍໃນ 2 ປີ, ຫຼັງຈາກຕົ້ນອ້ອຍທີ່ມີຢູ່ໄດ້ປູກມາເປັນເວລາຫຼາຍກວ່າ 10 ປີໂດຍບໍ່ມີການປູກຄືນໃໝ່.
ການສົ່ງອອກ - ນຳເຂົ້າຂອງຫວຽດນາມ ລື່ນໂຕເລກ 601ຕື້ໂດລາ

ການສົ່ງອອກ - ນຳເຂົ້າຂອງຫວຽດນາມ ລື່ນໂຕເລກ 601ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 19 ກໍລະກົດ ຜ່ານມາວ່າ: ຕາມໂຕເລກສະຖິຕິຫຼ້າສຸດຂອງກົມພາສີ, ການສົ່ງອອກ - ນຳເຂົ້າໃນ 15 ມື້ຕົ້ນເດືອນກໍລະກົດ 2026 ຂອງ ຫວຽດນາມ ສືບຕໍ່ຮັກສາໃນລະດັບສູງ, ດ້ວຍວົງເງິນການຄ້າ 51.5 ຕື້ກວ່າໂດລາ. ໂດຍລວມແລ້ວ, ນັບແຕ່ຕົ້ນປີມາຮອດວັນທີ 15 ກໍລະກົດ, ຍອດວົງເງິນສົ່ງອອກ - ນຳເຂົ້າໃນທົ່ວປະເທດໄດ້ເກີນໂຕເລກ 601 ຕື້ໂດລາ.
ແພລັດຟອມສື່ສັງຄົມອອນລາຍຍັງບໍ່ມີປະສິດທິພາບໃນການຕໍ່ສູ້ກັບການຂູດຮີດທາງເພດ

ແພລັດຟອມສື່ສັງຄົມອອນລາຍຍັງບໍ່ມີປະສິດທິພາບໃນການຕໍ່ສູ້ກັບການຂູດຮີດທາງເພດ

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: ຄະນະກຳມະການຄວາມປອດໄພທາງເອເລັກໂຕຣນິກອົສຕຣາລີ (AESC) ລະບຸວ່າ: ແພລັດຟອມສື່ສັງຄົມອອນລາຍຫຼາຍແຫ່ງບໍ່ສາມາດປົກປ້ອງເດັກນ້ອຍ ແລະ ໄວໜຸ່ມຈາກອັດຕາການຂູດຮີດທາງເພດທີ່ເພີ່ມຂຶ້ນ. ຫຼັງຈາກຊາວອົສຕຣາລີຮ້ອງຮຽນບັນຫາດັ່ງກ່າວຫຼາຍກວ່າ 2,000 ຄັ້ງ ໃນໄລຍະເຄິ່ງຫຼັງຂອງປີ 2025, ໂດຍຜູ້ຊາຍອາຍຸລະຫວ່າງ 18-24 ປີໄດ້ຮັບຜົນກະທົບຫຼາຍທີ່ສຸດ, ໃນຂະນະທີ່ໄວໜຸ່ມກຳລັງຕົກເປັນເປົ້າໝາຍເພີ່ມຂຶ້ນເລື້ອຍໆ.
ຫວຽດນາມ ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ​ ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​

ຫວຽດນາມ ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ​ ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັ​ນ​ທີ 15 ກໍ​ລະ​ກົດ ຜ່ານມາ ຢູ່​ນະຄອນຫຼວງຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ​ໄດ້ຈັດ​ກອງ​ປະ​ຊຸມ “ລະ​ບອບ​ລະ​ບຽບ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ - ແກ້​ໄຂ​ຈຸດ​ອຸດ​ຕັນ ແລະ ສ້າງ​ສັນ​ການ​ພັດ​ທ​ະນາ”.
ການສົ່ງອອກຫຸ່ນຍົນອຸດສາຫະກໍາຂອງຈີນເຕີບໂຕໄວຂຶ້ນ

ການສົ່ງອອກຫຸ່ນຍົນອຸດສາຫະກໍາຂອງຈີນເຕີບໂຕໄວຂຶ້ນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຊຸມປີມໍ່ໆມານີ້, ການຍົກລະດັບຫຸ່ນຍົນອຸດສາຫະກໍາຂອງຈີນໄດ້ເລັ່ງລັດໄວຂຶ້ນ​ ເຮັດໃຫ້ມີຄວາມສາມາດແຂ່ງຂັນສູງຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກໍາການຜະລິດແບບອັດ​ສະ​ລິ​ຍະ​ຂອງໂລກ.
ນູແວນເຊລັງ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນນົກທະເລ

ນູແວນເຊລັງ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນນົກທະເລ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ແອນດຣູ ຮອກກາດ ລັດຖະມົນຕີກະຊວງຄວາມປອດໄພທາງຊີວະພາບ ແລະ ອາຫານຂອງນູແວນເຊລັງ ໄດ້ລາຍງານການກວດພົບເຊື້ອໄວຣັດໄຂ້ຫວັດປີກສາຍພັນຮ້າຍແຮງ (H5) ຄັ້ງທຳອິດໃນປະເທດ. ຫຼັງຈາກມີນົກ skua ສີນ້ຳຕານຖືກກວດພົບວ່າຕິດເຊື້ອຢູ່ບໍລິເວນຫາດຊາຍເປໂຕເນ ໃນນະຄອນຫຼວງເວວລິງຕັນ ຊຶ່ງແມ່ນນົກທະເລຊະນິດດຽວທີ່ພົບໃນພື້ນທີ່. ໂດຍຍັງບໍ່ມີຫຼັກຖານການຕາຍຂອງສັດປ່າເປັນຈຳນວນຫຼາຍ ແລະ ບໍ່ມີລາຍງານການແຜ່ລະບາດລະຫວ່າງນົກປ່າໃນນູແວນເຊລັງ ຫຼື ລະຫວ່າງສັດປີກ.
ເພີ່ມເຕີມ