ອົງການພະລັງງານແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນສະຖິຕິອຸດສາຫະກຳໄຟຟ້າ

ກຳລັງຕິດຕັ້ງໄຟຟ້າທົ່ວປະເທດຈີນບັນລຸປະມານ3,13ຕື້ກິໂລວັດ

ຂ່າວສານຊີອາໄອລາຍງານໃນວັນທີ23ກັນຍານີ້ ວ່າ:ອົງການພະລັງງານແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນສະຖິຕິອຸດສາຫະກຳໄຟຟ້າທົ່ວປະເທດຈີນ

 

ແຕ່ເດືອນມັງກອນຫາເດືອນສິງຫາປີ2024 ຊຶ່ງສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນສິງຫາປີນີ້, ກຳລັງຕິດຕັ້ງໄຟຟ້າໃນທົ່ວປະເທດຈີນໄດ້ບັນລຸປະມານ3,13ຕື້ກິໂລວັດ, ເພີ່ມຂຶ້ນ14%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນນີ້, ກຳລັງຕິດຕັ້ງໄຟຟ້າພະລັງງານແສງຕາເວັນປະມານ750ລ້ານກິໂລວັດ, ເພີ່ມຂຶ້ນ 48,8%, ກຳລັງຕິດຕັ້ງໄຟຟ້າພະລັງງານລົມປະມານ 470 ລ້ານກິໂລວັດ, ເພີ່ມຂຶ້ນ 19,9%.

ແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ວິສາຫະກິດຜະລິດໄຟຟ້າຫຼັກແຫຼ່ງໃນທົ່ວປະເທດຈີນໄດ້ລົງທຶນໃນໂຄງການໄຟຟ້າສຳເລັດແລ້ວ 497,6 ຕື້ຢວນ, ເພີ່ມຂຶ້ນ5,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການລົງທຶນເຂົ້າໃນໂຄງການຕາໜ່າງໄຟຟ້າສຳເລັດແລ້ວ 333 ຕື້ຢວນ ເພີ່ມຂຶ້ນ23,1%.

ຄໍາເຫັນ

ຂ່າວຕ່າງປະເທດ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ສະຫະປະຊາຊາດ ພ້ອມກັບບັນດາຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີມູນຄ່າ 1.5 ຕື້ໂດລາ ເພື່ອຊ່ວຍເຫຼືອປະຊາຊົນ ຈຳນວນ 4.3 ລ້ານຄົນ ຢູ່ປະເທດອາຟຣິກາ ໃນປີ 2026.
ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ມັງກອນຜ່ານມາວ່າ: ລັດຖະບານມຽນມາໄດ້ປະກາດວ່າ, ກອງກຳລັງຮັກສາຄວາມປອດໄພໄດ້ປາບປາມການດຳເນີນງານດ້ານໂທລະຄົມມະນາຄົມ ແລະ ການພະນັນທາງອອນລາຍທີ່ຜິດກົດໝາຍຫຼາຍແຫ່ງໃນພາກເໜືອຂອງລັດຊານ ຊຶ່ງນຳໄປສູ່ການຢຶດອຸປະກອນຈຳນວນຫຼາຍ ລວມທັງອຸປະກອນດາວທຽມ Starlink.
ການ​ຜະ​ລິດ ແລະ​ ​ຈຳ​ໜ່າຍ​ລົດ​​ຍົນ​ຂອງ​ຈີນ ​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປີ 2025

ການ​ຜະ​ລິດ ແລະ​ ​ຈຳ​ໜ່າຍ​ລົດ​​ຍົນ​ຂອງ​ຈີນ ​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປີ 2025

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ສະ​ພາ​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຈີນ​ໄດ້​ເປີດ​ເຜີຍ​ໂຕ​ເລກ​ສະ​ຖິ​ຕິ​ໃໝ່ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2025, ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ຈີນ​​ສືບ​ຕໍ່ມີ​ຄວາມ​ໜຽວ​ແໜ້ນ ແລ​ະ ​ມີ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ. ໂຕ​ເລກ​ສະ​ຖິ​ຕິຫຼາຍ​ຢ່າງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ອີກ​ຄັ້ງ.
ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6

ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 15 ມັງກອນ ຜ່ານມາວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຮ່ວມມືດີຈີຕອນ ອາຊຽນ ແລະ ປາຖະໜາຢາກສ້າງປະຊາຄົມດີຈີຕອນ ອາຊຽນ ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ. ນີ້ແມ່ນຄຳຢືນຢັນຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃນກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6 ທີ່ຈັດຂຶ້ນວັນທີ 15 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ

ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ສະມາຄົມປະຫວັດສາດທຳມະຊາດເມືອງຕໍເຣສ ເວດຣາສ ໃນປະເທດປອກຕຸຍການ ໄດ້ເປີດເຜີຍການຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ ຈາກຍຸກຈູຣາສສິກຕອນປາຍ ບໍລິເວນໜ້າຜາໃກ້ກັບຫາດຊາຍຊານຕາຄຣູຊ ໃກ້ກັບເມືອງຕໍເຣສເວຣາສ ຊຶ່ງຫ່າງຈາກ ນະຄອນຫຼວງລິສບອນ ໄປທາງທິດເໜືອປະມານ 50 ກິໂລແມັດ.
ການປ່ຽນແປງນະໂຍບາຍ ກຳລັງສັ່ນສະເທືອນຕະຫຼາດລົດໄຟຟ້າທົ່ວໂລກ

ການປ່ຽນແປງນະໂຍບາຍ ກຳລັງສັ່ນສະເທືອນຕະຫຼາດລົດໄຟຟ້າທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ການລົງທະບຽນລົດໄຟຟ້າ (EV) ທົ່ວໂລກເພີ່ມຂຶ້ນ 20% ໃນປີ 2025, ແຕ່ມີທ່າອ່ຽງຈະຊ້າລົງໃນປີ 2026 ເນື່ອງຈາກການຊະລໍຕົວຂອງຕະຫຼາດຈີນ ແລະ ການຜ່ອນຄາຍເປົ້າໝາຍການຫັນປ່ຽນໄປສູ່ພະລັງງານໄຟຟ້າໃນຫຼາຍປະເທດ. ສົ່ງຜົນເຮັດໃຫ້ການເຕີບໂຕຂອງຍອດຂາຍໃນເດືອນທັນວາເພີ່ມຂຶ້ນໃນອັດຕາຕໍ່າທີ່ສຸດນັບຕັ້ງແຕ່ເດືອນກຸມພາ 2024, ອີງຕາມຂໍ້ມູນທີ່ເປີດເຜີຍໃນວັນທີ 14 ມັງກອນ ຜ່ານມາ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນຫຼາຍກວ່າ 12% ໃນປີ 2025

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນຫຼາຍກວ່າ 12% ໃນປີ 2025

ຂ່າວຕ່າງປະເທດລາຍງານວ່າ: ກະຊວງວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຂອງ ສ ເກົາຫຼີ ລາຍງານໃນວັນທີ 14 ມັງກອນ ຜ່ານມາວ່າ: ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຂອງ ສ ເກົາຫຼີ ໃນປີ 2025, ເພີ່ມຂຶ້ນ 12.4% ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 264.2 ຕື້ໂດລາ, ທຽບກັບປີ 2024 ຢູ່ທີ່ 235 ຕື້ໂດລາ. ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອຸດສາຫະກຳປັນຍາປະດິດ (AI).
ທ່ານ ຮຸນມາແນັດ ຮຽກຮ້ອງປະຊາຊົນເຂົ້າຮ່ວມການປາບປາມພວກຫຼອກລວງທາງອອນລາຍ

ທ່ານ ຮຸນມາແນັດ ຮຽກຮ້ອງປະຊາຊົນເຂົ້າຮ່ວມການປາບປາມພວກຫຼອກລວງທາງອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ທ່ານ ຮຸນມາແນັດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ເປີດເຜີຍວ່າ, ການຕໍ່ສູ້ກັບອາຊະຍາກຳທາງໄຊເບີແມ່ນໜຶ່ງໃນບຸລິມະສິດອັນດັບຕົ້ນໆຂອງລັດຖະບານໃນປັດຈຸບັນ. ທ່ານກ່າວວ່າ: ການຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ລວມທັງການປາບປາມອາຊະຍາກຳ ແມ່ນບຸລິມະສິດອັນດັບຕົ້ນໆເພື່ອຮັບປະກັນວ່າພົນລະເມືອງໃນປະເທດຈະມີຊີວິດຢ່າງສະຫງົບສຸກ.
ທະ​ນາ​ຄານ​​ພັ​ດ​ທະ​ນາ​ຈີນ​ ​ສະ​ໜອງ​ທຶນ 290 ຕື້ຢວ​ນ​ ​ສະ​ໜັບ​ສະ​ໜູ​ນ​​ການສ້າງ “​ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”

ທະ​ນາ​ຄານ​​ພັ​ດ​ທະ​ນາ​ຈີນ​ ​ສະ​ໜອງ​ທຶນ 290 ຕື້ຢວ​ນ​ ​ສະ​ໜັບ​ສະ​ໜູ​ນ​​ການສ້າງ “​ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 14 ມັງ​ກອນ​ ຜ່ານມາ, ທະ​ນາ​ຄານ​​ພັດ​ທະ​ນາ​ຈີນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າໃນ​ປີ 2025, ທາງ​ທະ​ນາ​ຄານ​ໄດ້​ສະ​ໜອງ​ທຶນ 290 ຕື້ຢວ​ນ ​ເພື່ອ​ສະ​ໜັບ​ສະ​ໜູ​ນ​ການ​ຮ່ວມ​ກັນ​ສ້າງ “​ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”​ ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.
ວົງເງິນການຄ້າ ຫວຽດນາມ - ອິນເດຍ ບັນລຸ 16 ຕື້ກວ່າໂດລາ ໃນປີ 2025

ວົງເງິນການຄ້າ ຫວຽດນາມ - ອິນເດຍ ບັນລຸ 16 ຕື້ກວ່າໂດລາ ໃນປີ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ຍອດວົງເງິນການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ບັນລຸລະດັບສະຖິຕິ 16.46 ຕື້ໂດລາ ໃນປີ 2025, ເພີ່ມຂຶ້ນ 10.5% ເມື່ອທຽບໃສ່ປີ 2024. ໂດຍການສົ່ງອອກຈາກ ຫວຽດນາມ ໄປ ອິນເດຍ ບັນລຸ 10.3 ຕື້ໂດລາ, ເພີ່ມຂຶ້ນ 14.2%, ນຳເຂົ້າຈາກ ອິນເດຍ ບັນລຸ 6.1 ຕື້ໂດລາ ເພີ່ມຂຶ້ນ 4.9%.
ເພີ່ມເຕີມ