ກໍາມະບານແຂວງເຊກອງຈັດກິດຈະກຳຍ່າງເພື່ອສຸຂະພາບ

ກໍາມະບານແຂວງເຊກອງຈັດກິດຈະກຳຍ່າງເພື່ອສຸຂະພາບ

ກໍາມະບານແຂວງເຊກອງຈັດກິດຈະກຳຍ່າງເພື່ອສຸຂະພາບ
ໃນວັນທີ 1 ພຶດສະພານີ້, ສະຫະພັນກໍາມະບານແຂວງເຊກອງໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ຕ້ອນຮັບວັນກຳມະກອນສາກົນ ຄົບຮອບ 139ປີ (1/5/1886-1/5/2025) ໃຫ້ເປັນຂະບວນຟົດຟື້ນ, ໂດຍການເຂົ້າຮ່ວມໂດຍທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີທ່ານຄຳພາ ໄຊຍະແສງ ປະທານສະຫະພັນກໍາມະບານແຂວງ, ມີຄະນະນຳຂັ້ນແຂວງ,

 ພະແນກການ ແລະສະມາຊິກກຳມະບານກຳມະບານຮາກຖານອ້ອມຂ້າງເຂົ້າຮ່ວມ.

ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວເຖິງປະຫວັດແຫ່ງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຂະບວນການກໍາມະກອນສາກົນ ແລະຂະບວນກໍາມະກອນລາວທີ່ໄດ້ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ ຊຶ່ງວັນທີ 1 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດອັນໃຫຍ່ຫຼວງຂອງກໍາມະກອນທົ່ວໂລກ; ທັງນີ້ ກໍເພື່ອເປັນການປຸກລະດົມໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະຊາວຜູ້ອອກແຮງງານ ໂດຍສະເພາະແມ່ນພະນັກງານ-ລັດຖະກອນທຸກຄົນ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ທັງເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈຕໍ່ວຽກງານກໍາມະບານຫຼາຍຂຶ້ນ.ຈາກນັ້ນ, ກໍໄດ້ເລີ່ມຂະບວນຍ່າງເພື່ອສຸຂະພາບ ຊຶ່ງເລີ່ມແຕ່ສວນ 25 ປີ ອອກໄປທາງ 4 ແຍກໂຮງຮຽນ ມສ ແຂວງເຊກອງ ໄປທາງເສັ້ນທາງຫຼວງ ຮອດ 4 ແຍກໂຮງໝໍແຂວງເຊກອງ ແລ້ວກັບຄືນສູ່ສວນ 25 ປີ.

(ຂ່າວ:ພຸດທະສອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ

ຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ

ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບໜ້າທີ່ອັນສໍາຄັນຍິ່ງດ້ວຍອາຍຸພຽງແຕ່ 35 ປີ, ເພິ່ນໄດ້ທຸ່ມເທທັງກໍາລັງກາຍ, ຄວາມຮູ້ສະຕິປັນຍາຢ່າງສຸດຂີດ ແລະ ມີຄວາມສາມາດປະດິດສ້າງສູງ ໃນການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.
ສະຫຼຸບໂຄງການພັດທະນາລະບົບລົງທະບຽບຜູ້ພັກເຊົາ

ສະຫຼຸບໂຄງການພັດທະນາລະບົບລົງທະບຽບຜູ້ພັກເຊົາ

ກົມໃຫຍ່ສັນຕິບານກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ໂຄງການພັດທະນາລະບົບລົງທະບຽນຜູ້ພັກເຊົາຂອງບຸກຄົນພາຍໃນ ແລະ ຕ່າງປະເທດ ຕາມສະຖານທີ່ພັກແຮມ ໃນຂອບເຂດທົ່ວປະເທດ ຈັດຂຶ້ນໃນອາທິດຜ່ານມາ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພິມມະວົງສາ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາຄະນະກອງເລຂາ, ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກາເຟ

ເຊກອງ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກາເຟ

ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຜູ້ຜະລິດ ແລະ ປຸງແຕ່ງກາເຟເປັນສິນຄ້າ ໃນວັນທີ 10 ທັນວາ 2025 ທີ່ເມືອງທ່າແຕງ ໂດຍມີທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ, ທ່ານ ສຸວັນ ສ້ອຍທະວົງສາ ຮອງປະທານ ຄະນະກໍາມະການປົກຄອງເມືອງທ່າແຕງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການນໍາແຂວງ ແລະ ເມືອງຫຼວງນໍ້າທາ ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດ ທັນສະໄໝ

ການນໍາແຂວງ ແລະ ເມືອງຫຼວງນໍ້າທາ ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດ ທັນສະໄໝ

ວັນທີ 9 ທັນວາຜ່ານມາ ຢູທີ່ໂຮງງານຂ້າສັດພູດິນແດງ ບ້ານວຽງເໜືອ ເມືອງຫຼວງນໍ້າທາ, ການນໍາແຂວງ ແລະ ເມືອງຫຼວງນໍ້າທາ ໄດ້ລົງຕິດຕາມ,ຊຸກຍູ້ການກໍ່ສ້າງໂຮງງານຂ້າສັດພູດິນແດງ ທັນສະໄໝ ຫຼັງໃໝ່ ນໍາໂດຍທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ແຂວງໄຊຍະບູລີ ຈັດຝືກອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ກັບຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຂັ້ນເມືອງ ແລະ ຕາໜ່າງປ້ອງກັນສິດ ແລະ ຜົນປະໂຫຍດຂອງເດັກຂັ້ນບ້ານ ໃນຄັ້ງວັນທີ 10-12 ທັນວາ 2025 ທີ່ຫ້ອງປະຊຸມຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງພຽງ, ມີທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານຄຳລາວ ຄົບ​ຮອບ 1 ປີຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງສປປ ລາວ, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະ​ຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.
ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ

ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຖືເອົາວຽກງານ 3 ສ້າງເປັນວຽກປົກກະຕິ ແລະ ບຸລິມະສິດໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ໂດຍສະເພາະໃນໄລຍະ 5 ປີ (2019-2024) ຜ່ານມາ, ການຈັດຕັ້ງຜັນຂະຫຍາຍວຽກຂົວທາງ (ຂັ້ນສູນກາງ) ມີຜົນສໍາເລັດເປັນຢ່າງດີ.
ການນໍາ ສະຫະພັນກຳມະບານແຂວງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງໂຂງ

ການນໍາ ສະຫະພັນກຳມະບານແຂວງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງໂຂງ

ວັນທີ 9 ທັນວານີ້, ຄະນະນໍາສະຫະພັນກຳມະບານແຂວງຈຳປາສັກ ນໍາໂດຍສະຫາຍ ນາງ ສາຍສະໝອນ ຄຳພາປັດ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງ ເພື່ອຊຸກຍູ້ວຽກງານຮອບດ້ານຂອງວຽກງານກຳມະບານ; ເຂົ້າຮ່ວມມີ ສະຫາຍ ບຸນສີ ໃບພະຈັນ ປະທານຄະນະບໍລິຫານງານສະຫະພັນກຳມະບານເມືອງ, ມີຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງເມືອງ.
ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ  ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ສຳພາດຜ່ານສື່ມວນຊົນ ວ່າ:ຂ້າພະເຈົ້າຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໃດ້ປະກອບສ່ວນກະກຽມວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານໃນຄັ້ງນີ້. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ສາມວັນປະຫວັດສາດຂອງພັກ ຂອງຊາດໃນປີ 2025ນີ້ຖືວ່າສອງວັນປະຫວັດສາດນັ້ນ ພວກເຮົາສະເຫຼີມສະຫຼອງເປັນທີ່ຮຽບຮ້ອຍແລ້ວກໍ່ຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ທັນວານີ້ ທີ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ໂດຍມີຜູ້ປະ ກອບການຜະລິດຕະພັນຢາພື້ນເມືອງລາວເຂົ້າຮ່ວມຫຼາຍກວ່າ 30 ຫົວໜ່ວຍທຸລະກິດ.
ເພີ່ມເຕີມ