ກຳປູເຈຍ ຈະຮ່ວມມືກັບ ຫົວເຫວີຍ ສົ່ງເສີມໂຄງການທ່ອງທ່ຽວດີຈີຕອນ

ກຳປູເຈຍ ຈະຮ່ວມມືກັບ ຫົວເຫວີຍ ສົ່ງເສີມໂຄງການທ່ອງທ່ຽວດີຈີຕອນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພຶດສະພາ ຜ່ານມາ, ທ່ານ ຊົກ ສຸເກນ ລັດຖະມົນຕີກະຊວງການທ່ອງທ່ຽວກຳປູເຈຍ ເປີດເຜີຍຄວາມຄາດຫວັງວ່າ: ກຳປູເຈຍຈະໄດ້ດຳເນີນການຮ່ວມມືກັບ ຫົວເຫວີຍ ເຕັກໂນໂລຊີ (Huawei Technologies) ຊຶ່ງເປັນບໍລິສັດລາຍໃຫຍ່ດ້ານໂທລະຄົມມະນາຄົມຂອງຈີນ ເພື່ອສົ່ງເສີມໂຄງການລິເລີ່ມດ້ານການທ່ອງທ່ຽວດີຈີຕອນ ຂອງກຳປູເຈຍ.
ທ່ານ ຊົກ ສຸເກນ ໄດ້ພົບປະກັບ ທ່ານ ເຖົາກວງເຍົ່າ ປະທານເຈົ້າໜ້າທີ່ບໍລິຫານຂອງຫົວເຫວີຍ ເຕັກໂນໂລຊີ (ກຳປູເຈຍ) ຈຳກັດ ແລະ ກ່າວເຖິງວິໃສທັດ ໃນການເສີມສ້າງການເຮັດວຽກລະຫວ່າງກະຊວງດັ່ງກ່າວ ກັບຫົວເຫວີຍ ໂດຍສະເພາະໃນດ້ານການພັດທະນາໂຄງການລິເລີ່ມການທ່ອງທ່ຽວດີຈີຕອນ.
ການທ່ອງທ່ຽວເປັນໜຶ່ງໃນສີ່ພາກສ່ວນສຳຄັນທີ່ສະໜັບສະໜູນເສດຖະກິດຂອງກຳປູເຈຍ ໂດຍລາຍງານລ່າສຸດຈາກກະຊວງການທ່ອງທ່ຽວກຳປູເຈຍ ເປີດເຜີຍຈຳນວນນັກທ່ອງທ່ຽວຕ່າງປະເທດ ໃນໄຕມາດທຳອິດ (ມັງກອນ-ມີນາ) ຂອງປີ 2024 ມີ 1,58 ລ້ານຄົນ ເພີ່ມຂຶ້ນ 22,5% ຈາກ 1,29 ລ້ານຄົນໃນໄລຍະດຽວກັນຂອງປີ 2023.
ກຳປູເຈຍມີແຫຼ່ງມໍລະດົກໂລກ 4 ແຫ່ງ ໄດ້ແກ່ ອຸທິຍານບູຮານຄະດີອັງກໍ ຫຼື ນະຄອນວັດ ໃນແຂວງສຽມຣຽບ ແລະ ກຸ່ມຜາສາດສົມບູນໄພຄຸກ ໃນແຂວງກຳປຣົງຖົມ ລວມທັງຜາສາດພຣະວິຫານ ແລະ ບູຮານສະຖານເກາະແກຣ ໃນແຂວງພຣະວິຫານ ແລະ ມີແຄມຝັ່ງຍາວປະມານ 450 ກິໂລແມັດ ຜ່ານສີ່ແຂວງທາງພາກຕາເວັນຕົກສ່ຽງໃຕ້ ເຊັ່ນ: ສີໜຸວິນ, ກຳປອດ, ແກບ ແລະ ເກາະກົງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກອງປະຊຸມໃຫຍ່ທາງວິຊາການການບິນອະວະກາດບັນທຸກຄົນຄັ້ງທີ 7 ຂອງຈີນ ທີ່ກຳລັງດຳເນີນຢູ່ນະຄອນຫຼວງປັກກິ່ງ, ໄດ້ເປີດເຜີຍແຜນການສົ່ງຍານບັນທຸກຄົນລົງຈອດເທິງດວງຈັນຂອງຈີນທີ່ໄດ້ຮັບຄວາມສົນໃຈຕໍ່ສາທາລະນະຊົນຢ່າງເປັນທາງການໃນກອງປະຊຸມເມື່ອວັນທີ 31 ຕຸລາຜ່ານມາ, ໂດຍຈີນມີແຜນຈະສົ່ງຄົນຈີນລົງຈອດເຖິງດວງຈັນ ກ່ອນປີ 2030 ແລະ ຈະນຳໃຊ້ແຜນການ “ຍິງສົ່ງສອງເທື່ອ ແລະ ລົງຈອດເທິງດວງຈັນໜຶ່ງເທື່ອ” ເພື່ອບັນລຸເປົ້າໝາຍຍິ່ງໃຫຍ່ດັ່ງກ່າວ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດອົສຕຣາລີ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດອົສຕຣາລີ

ໃນວັນທີ 2 ພະຈິກ ນີ້ ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ.
OPEC ​ຕົກ​ລົງ​ຈະ​ຮັກ​ສາ​ລະ​ດັບ​ການ​ຜະ​ລິດ​​ນ້ຳ​ມັນ​ໄວ້​ເທົ່າ​ເກົ່າໃນ​ເດືອນ​ທັນ​ວາ

OPEC ​ຕົກ​ລົງ​ຈະ​ຮັກ​ສາ​ລະ​ດັບ​ການ​ຜະ​ລິດ​​ນ້ຳ​ມັນ​ໄວ້​ເທົ່າ​ເກົ່າໃນ​ເດືອນ​ທັນ​ວາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 1 ພະ​ຈິກ ຜ່ານມາ, ອົງ​ການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ ຫຼື OPEC ໄດ້​ອອກ​ຖະ​ແຫຼງ​ການ​​ວ່າ, 7 ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ທີ່​ສຳ​ຄັນໄດ້​ຕົກ​ລົງ​ຈະ​ຮັກ​ສາ​​ລະ​ດັບການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​​ໄວ້​ເທົ່າ​ເກົ່າ​ໃນ​ເດືອນ​ທັນ​ວາ​ໜ້າ​ນີ້.
ທ່ານ ໂຕເລິມ ເນັ້ນ ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນໂລຈິສຕິກ

ທ່ານ ໂຕເລິມ ເນັ້ນ ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນໂລຈິສຕິກ

ວິທະຍຸກະຈາຍສຽງຫວຽດລາຍງານວ່າ: ໃນວັນທີ 2 ພະຈິກ ຜ່ານມາທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້​ເຮັດ​ວຽກ​ກັບ​​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາໂລຈິສຕິກ ແຫ່ງ​ຊາ​ດ ແລະ ພື້ນ​ຖານ​ໂຄງ​ລ່າງໂລຈິສຕິກ, ທ່ານ ໂຕເລິມ ໄດ້ມີຄຳເຫັນຊີ້ນຳວ່າ: ຕ້ອງຫັນ​ປ່ຽນ​ຢ່າງ​ແຮງ ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ການ​ບໍ​ລິ​ການໂລຈິສຕິກ ໄປ​ສູ່ ​ການ​ສ້າງ​ກຳ​ລັງ​ຄວາມ​ສ​າ​ມາດໂລຈິສຕິກແຫ່ງ​ຊາດ. ນີ້​ແມ່ນ​ການ​​ປ່ຽນແປງ​ອັນ​ເປັນ​ພື້ນ​ຖານ​ທີ່​ສຸດ​ກ່ຽວ​ກັບ​ສະ​ຕິ​ຄວາມ​ຮັບ​ຮູ້ ແລະ ວິ​ທີ​ເຂົ້າ​ເຖິງ.
ການ​ຄ້າ​ຂາ​ເຂົ້າ​ - ຂາ​ອອກ​​​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ບັນ​ລຸ 35,530 ຕື້ຢວນ

ການ​ຄ້າ​ຂາ​ເຂົ້າ​ - ຂາ​ອອກ​​​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ບັນ​ລຸ 35,530 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ​ນັບ​ແຕ່​ເຜີຍ​ແຜ່​ຂໍ້​ມູນ “​ໂຄງ​ຮ່າງແຜນ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ ແລະ​ ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ (ຮວງ​ເຮີ)” ໃນ​ເດືອນ​ຕຸ​ລາ​ປີ 2021 ຈົນ​ຮອດ​ປັດ​ຈຸ​ບັນ​​ເປັນ​ເວ​ລາ 5 ປີ​ແລ້ວ. ຕາມ​​ສະ​ຖິ​ຕິ​ຈາກດ່ານ​ພາ​ສີ​ຈີ​ນານ​ ແຂວງ​ຊ່ານ​ຕຸ່ງ ​ຈີນ​ ໃຫ້​ຮູ້​ວ່າ: ແຕ່​ປີ 2021 ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້, ການ​ຄ້າ​​ສະ​ສົມຂາ​ເຂົ້າ​-ຂາ​ອອກ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ​ລວມ​ທັງ​ໝົດ​​ບັນ​ລຸ​ມູນ​ຄ່າ 35,530 ຕື້ຢວນ ຊຶ່ງເຮັດ​ໃຫ້ລະ​ດັບການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ບັນຫາໝອກຄວັນສ້າງຄວາມເສຍຫາຍໃຫ້ມາເລເຊຍປະມານ 8 ຕື້ຣິງກິດ

ບັນຫາໝອກຄວັນສ້າງຄວາມເສຍຫາຍໃຫ້ມາເລເຊຍປະມານ 8 ຕື້ຣິງກິດ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ບົດລາຍງານຈາກສະຫະພັນຜູ້ຜະລິດມາເລເຊຍ (FMM) ທີ່ເຜີຍແຜ່ຫວ່າງມໍ່ໆມານີ້ ລະບຸວ່າ: ບັນຫາໝອກຄວັນຂອງມາເລເຊຍໃນປີ 2026 ຄາດວ່າຈະເຮັດໃຫ້ເກີດການສູນເສຍດ້ານສຸຂະພາບ ແລະ ຊີວິດຂອງປະຊາຊົນ ມູນຄ່າປະມານ 8 ຕື້ຣິງກິດ ແລະ ເຮັດໃຫ້ມີຜູ້ເສຍຊີວິດປະມານ 1,700 ຄົນ, ໂດຍມີໂຕເລກຄາດຄະເນຢູ່ລະຫວ່າງ 1,300-2,300 ຄົນ ຈາກການສໍາຜັດກັບຝຸ່ນລະອອງຂະໜາດນ້ອຍທີ່ປົນເປື້ອນໃນຄວັນໄຟໄໝ້ປ່າ ລະຫວ່າງວັນທີ 1 ກໍລະກົດ ຫາ 22 ຕຸລາ ຜ່ານມາ. ໂດຍສ່ວນໃຫຍ່ຂອງການເສຍຊີວິດແມ່ນຍ້ອນຄວັນຈາກໄຟໄໝ້ປ່າທີ່ມາຈາກນອກປະເທດ.
ຊາວ ອາເມຣິກາ 50 ລ້ານກວ່າຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາການເລືອກຕັ້ງກາງສະໄໝ

ຊາວ ອາເມຣິກາ 50 ລ້ານກວ່າຄົນ ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາການເລືອກຕັ້ງກາງສະໄໝ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ຜູ້ມີສິດເລືອກຕັ້ງ ຊາວສະຫະລັດ ອາ​ເມ​ລິ​ກາ 50 ລ້ານກວ່າຄົນ ຊຶ່ງເທົ່າກັບເກືອບ 30% ຂອງຈໍານວນຜູ້ມີສິດເລືອກຕັ້ງທັງໝົດທີ່​ຈົດທະບຽນ, ໄດ້ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ເຖິງວ່າການເລືອກຕັ້ງກາງສະໄໝຍັງເຫຼືອອີກສາມວັນຈຶ່ງ​ຈັດ​ຂຶ້​ນ​ຢ່າງ​ເປັນ​ທາງ​ການ.
ໜີ້ສິນສາທາລະນະຂອງເນປານ ເກີນ 3 ພັນຕື້ຣູປີ

ໜີ້ສິນສາທາລະນະຂອງເນປານ ເກີນ 3 ພັນຕື້ຣູປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍເດືອນຕຸລາ ຜ່ານມາວ່າ: ອົງການຄຸ້ມຄອງໜີ້ສິນສາທາລະນະຂອງເນປານລາຍງານວ່າ, ໜີ້ສິນສາທາລະນະຂອງປະເທດໄດ້ເກີນ 3 ພັນຕື້ຣູປີເນປານ ເປັນຄັ້ງທຳອິດ ຊຶ່ງສະທ້ອນໃຫ້ເຫັນເຖິງພາລະໜີ້ສິນທີ່ເພີ່ມຂຶ້ນຢ່າງໄວວາໃນໄລຍະທົດສະວັດທີ່ຜ່ານມາ, ຍ້ອນວ່າເນປານຕ້ອງອາໄສການກູ້ຢືມທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະຫຼັງຈາກແຜ່ນດິນໄຫວຮ້າຍແຮງໃນປີ 2015 ແລະ ການລະບາດຂອງພະຍາດໂຄວິດ-19.
ກອງປະຊຸມ COP17 ບັນລຸຂໍ້ຕົກລົງ ເພື່ອເລັ່ງການດຳເນີນການອະນຸລັກຮັກສາຊີວະນາໆພັນ

ກອງປະຊຸມ COP17 ບັນລຸຂໍ້ຕົກລົງ ເພື່ອເລັ່ງການດຳເນີນການອະນຸລັກຮັກສາຊີວະນາໆພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 31 ຕຸລາ ຜ່ານມາ, 100 ກວ່າປະເທດໄດ້ບັນລຸຂໍ້ຕົກລົງສຳຄັນ ເພື່ອເລັ່ງການດຳເນີນ​ການ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ ແລະ ​ປິດກອງປະຊຸມຄັ້ງທີ 17 ຂອງບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຂອງ ສະຫະປະຊາຊາດ ​ກ່ຽວ​ກັບ​ຊີ​ວະ​ພາບ​ນາໆ​ພັນ (COP17) ​ທີ່ນະ​ຄອນ​ຫຼວງ​ເຢ​ເຣ​ວັນ ​ປະເທດອາກ​ເມ​ນີ.
ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້

ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 30 ຕຸລານີ້, ສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນໍາ ແລະ ບັນຍາຍເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລານີ້.
ເພີ່ມເຕີມ