ທ່ານ ຮຸນມາເນັດ ກ່າວຕື່ມວ່າ: ກຳປູເຈຍບໍ່ມີລາຍງານວ່າມີຜູ້ເສຍຊີວິດຍ້ອນພະຍາດນີ້ມາແຕ່ປີ 2018 ແລະບໍ່ມີການລາຍງານຜູ້ຕິດເຊື້ອມາເລເລຍ Plasmodium falciparum ພາຍໃນປະເທດນັບແຕ່ປີ 2024, ໂດຍກຳປູເຈຍກຳລັງບັນລຸເປົ້າໝາຍປອດພະຍາດມາເລເຣຍໃນທ້າຍປີນີ້. ພ້ອມທັງຮຽກຮ້ອງໃຫ້ທຸກຂະແໜງການຮ່ວມກັນສະໜັບສະໜູນກຳປູເຈຍໃຫ້ບັນລຸເປົ້າໝາຍດັ່ງກ່າວ.
ທ່ານ ຮຸຍ ເຣກໍ ຜູ້ອໍານວຍການສູນ Parasitology, Entomology ແລະຄວບຄຸມພະຍາດມາເລເລຍແຫ່ງຊາດກໍາປູເຈຍເປີດເຜີຍໃນລະຫວ່າງການໃຫ້ສໍາພາດວ່າ: ລະບົບການວິນິດໄສແລະການປິ່ນປົວພະຍາດມາເລເລຍຂອງກໍາປູເຈຍແມ່ນມີປະສິດທິພາບສູງ. ການປິ່ນປົວດ້ວຍຢາປະສົມartesunate ນັ້ນປອດໄພ ແລະ ມີປະສິດທິພາບ 100% ຕໍ່ພະຍາດມາເລເລຍ ຊຶ່ງຄວາມຄືບໜ້ານີ້ເຮັດໃຫ້ກຳປູເຈຍເປັນປະເທດທີ່ປະສົບຜົນສຳເລັດໃນການກຳຈັດພະຍາດມາເລເລຍ.
ນອກຈາກນັ້ນ, ພະຍາດມາເລເລຍ ເປັນພະຍາດຕິດຕໍ່ທີ່ເກີດຈາກຍຸງ. ມັກພົບເຫັນໃນເຂດປ່າດົງ ແລະ ແຂວງໃນເຂດພູດອຍ. ໂດຍສະເພາະໃນລະດູຝົນ
ທ່ານ ເຣກໍ ຍັງແນະນຳໃຫ້ປະຊາຊົນທີ່ອາໄສຢູ່ໃນເຂດສ່ຽງນອນໃນມຸ້ງທີ່ໄດ້ຮັບການຍ້ອມສານເຄມີຢູ່ຕະຫຼອດເວລາ. ເພື່ອປ້ອງກັນການຖືກຍຸງທີ່ເປັນພາຫະກັດ.
ຄໍາເຫັນ