ກຳປູເຈຍ ນຳເຂົ້າຖົງພລາສຕິກຫຼຸດລົງ

ກຳປູເຈຍ ນຳເຂົ້າຖົງພລາສຕິກຫຼຸດລົງ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ກະຊວງສິ່ງແວດລ້ອມຂອງກຳປູເຈຍໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ກຳປູເຈຍນຳເຂົ້າຖົງພລາສຕິກຫຼຸດລົງ ຫຼັງຈາກມີການປຸກລະດົມໃຫ້ປອດພລາສຕິກ ພາຍໃນໄລຍະເວລາ5 ເດືອນຜ່ານມາ.
ບໍລິສັດປະມານ 30 ແຫ່ງນຳເຂົ້າຖົງພລາສຕິກ 33,5 ໂຕນ ໃນໄຕມາດທີ 4 ຂອງປີຜ່ານມາ ຊຶ່ງຫຼຸດລົງ 49% ຈາກ 65,7 ໂຕນໃນໄຕມາດທີ 3 ສ່ວນການນຳເຂົ້າພລາສຕິກ ໃນເດືອນມັງກອນປີນີ້ ຫຼຸດລົງ 80% ເມື່ອທຽບແບບລາຍປີຕໍ່ຈາກ 62,2 ໂຕນ ເຫຼືອພຽງ 12 ໂຕນ. ການຫຼຸດລົງດັ່ງກ່າວ ເປັນຜົນມາຈາກການປຸກລະດົມໃຫ້ປອດພລາສຕິດ ຊຶ່ງເລີ່ມວັນທີ 1 ກັນຍາ 2023. ຂະນະນີ້, ມີປະຊາຊົນເຂົ້າຮ່ວມຫຼາຍກວ່າ 4 ລ້ານຄົນ ສະທ້ອນໃຫ້ເຫັນວ່າປະຊາຊົນມີຄວາມມຸ່ງໝັ້ນຈະຫຼຸດການໃຊ້ຖົງພລາສຕິກ ເພື່ອການພັດທະນາທີ່ສະອາດ ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງຂອງປະເທດ. ທັງນີ້, ກຳປູເຈຍກຳນົດເປົ້າໝາຍເພີ່ມຄວາມຄວບຄຸມຂອງປ່າໄມ້ເປັນ 60% ແລະ ບັນລຸຄວາມເປັນກາງທາງກາກບອນພາຍໃນປີ 2050.

ຄໍາເຫັນ

ຂ່າວຕ່າງປະເທດ

ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໃນໄລຍະ 2026 – 2030, ນະຄອນຫຼວງຮ່າໂນ້ຍ ວາງເປົ້າໝາຍບັນລຸລະດັບເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP) ສະເລ່ຍຕໍ່ຫົວຄົນກວ່າ 11%/ປີ, GRDP ບັນລຸ 113 ຕື້ກວ່າໂດລາ, GRDP ສະເລ່ຍຕໍ່ຫົວຄົນຕ່ຳສຸດ 12,000ໂດລາ; ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 40% GRDP, ອຸດສາຫະກຳວັດທະນະທຳ ປະມານ 9% GRDP.
ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກດ່ານພາສີເຂດນິຄົມອຸດສາຫະກຳຊູ່ໂຈ່ວໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ໃນ 7 ເດືອນຕົ້ນປີນີ້ ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ຊຶ່ງເປັນເຂດພັດທະນາການຮ່ວມມືລະຫວ່າງຈີນກັບຕ່າງປະເທດແຫ່ງທຳອິດຂອງຈີນ ບັນລຸຫຼາຍກວ່າ 1,000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 126.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ມີຫຼາຍກວ່າຍອດມູນຄ່າການນຳເຂົ້າ-ສົ່ງອອກໃນໝົດປີ 2025.
ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ສີກິດ ປູຈີ ຊານໂຕຊາ ຫົວໜ້າຝ່າຍເຕັກໂນໂລຊີຂອງ ກອງທຶນຄວາມຮັ່ງມີແຫ່ງຊາດຂອງອິນໂດເນເຊຍ (Danantara) ໄດ້ເປີດເຜີຍວ່າ, ອິນໂດເນເຊຍວາງແຜນທີ່ຈະຜະລິດແມ່ເຫຼັກຖາວອນຈາກແຮ່ທາດ rare earth ຫຼື ແຮ່ທາດທຫາຍາກພາຍໃນປີ 2028, ເພື່ອສ້າງລະບົບຕ່ອງໂສ້ການສະໜອງພາຍໃນປະເທດ ຕັ້ງແຕ່ການປຸງແຕ່ງແຮ່ທາດຈົນເຖິງການຜະລິດລົດໄຟຟ້າ (EV).
ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໂລກພວມປະເຊີນກັບການຜັນແປດ້ານພູມສາດຢ່າງແຮງໃນໄລຍະຜ່ານມາ. ໃນລະຫວ່າງວັນທີ 7 – 14 ສິງຫາ ຜ່ານມາ, ທົ່ວໂລກໄດ້ຮັບຮູ້ເຫດແຜ່ນດິນໄຫວ 98 ຄັ້ງທີ່ມີຄວາມແຮງ ແຕ່ 4.5 ຣິກເຕີຂຶ້ນໄປ, ໃນນັ້ນ 2 ຄັ້ງມີຄວາມແຮງ 7 ກວ່າຣິກເຕີ ເກີດຂຶ້ນໃນສອງປະເທດຢູ່ມະຫາສະໝຸດປາຊີຟິກ.
ມົງໂກລີ ພາກເໜືອຂອງ ສປ ຈີນ ສົ່ງເສີມການລົງທຶນພະລັງງານສີຂຽວ

ມົງໂກລີ ພາກເໜືອຂອງ ສປ ຈີນ ສົ່ງເສີມການລົງທຶນພະລັງງານສີຂຽວ

ວັນທີ 6 ສິງຫາ ຜ່ານມາ, ພະແນກການຄ້າ, ການພັດທະນາ ແລະ ການປະຕິຮູບ, ພະແນກອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພະແນກພະລັງງານຂອງເຂດປົກຄອງຕົນເອງມົງໂກລີທາງພາກເໜືອຂອງ ສປ ຈີນ ຮ່ວມກັນຈັດງານສົ່ງເສີມການລົງທຶນຢູ່ເມືອງ Lianyungang, ແຂວງ Jiangsu ທາງພາກຕາເວັນອອກຂອງ ສປ ຈີນ, ໂດຍສຸມໃສ່ການຊອກຫາວິທີດຶງດູດອຸດສາຫະກຳທີ່ໃຊ້ພະລັງງານສູງ ແລະ ກ້າວໜ້າ ໂດຍການນຳໃຊ້ປະໂຫຍດຈາກພະລັງງານສີຂຽວຂອງພາກພື້ນ.
ເສດຖະກິດມາເລເຊຍເຕີບໂຕ 6% ໃນໄຕມາດທີສອງ

ເສດຖະກິດມາເລເຊຍເຕີບໂຕ 6% ໃນໄຕມາດທີສອງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທະນາຄານກາງມາເລເຊຍລາຍງານວ່າ,ເສດຖະກິດມາເລເຊຍໃນໄຕມາດທີສອງ (ເມສາ-ມິຖຸນາ) ຂອງປີ 2026 ຂະຫຍາຍຕົວ 6% ຕໍ່ປີ, ເພີ່ມຂຶ້ນຈາກ 5.4% ໃນໄຕມາດທຳອິດ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ແລະ ການສົ່ງອອກທີ່ເພີ່ມຂຶ້ນ.
ອີຣັກ ເລັ່ງຂະຫຍາຍຊ່ອງທາງສົ່ງອອກນ້ຳມັນ

ອີຣັກ ເລັ່ງຂະຫຍາຍຊ່ອງທາງສົ່ງອອກນ້ຳມັນ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ສິງຫາ ຜ່ານມາວ່າ: ການສົ່ງອອກນ້ຳມັນຂອງອີຣັກໄດ້ເພີ່ມຂຶ້ນນັບຕັ້ງແຕ່ຕົ້ນເດືອນສິງຫາ 2026, ໂດຍສະເລ່ຍປະມານ 2 ລ້ານບາເຣວຕໍ່ມື້ ຊຶ່ງເປັນຜົນມາຈາກການຂະຫຍາຍປະລິມານການສົ່ງອອກຢ່າງຕັ້ງໜ້າຂອງລັດຖະບານ, ການເປີດເສັ້ນທາງຂົນສົ່ງນໍ້າມັນ ແລະ ອາຍແກ໊ສເພີ່ມເຕີມ.
ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ ເຮັດໃຫ້ 5,000 ກວ່າຄົນຕ້ອງຍົກຍ້າຍ

ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ອິນໂດເນເຊຍ ເຮັດໃຫ້ 5,000 ກວ່າຄົນຕ້ອງຍົກຍ້າຍ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ສິງຫານີ້ວ່າ: ໃນວັນທີ 16 ສິງຫາ ຜ່ານມາ,ອົງການຫຼຸດຜ່ອນໄພພິບັດແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ, ແຜ່ນດິນໄຫວຂະໜາດ 7,7 ຣິກເຕີທີ່ເກີດຂຶ້ນຢູ່ແຂວງນູຊາ ເຕງກາຣາ ຕາເວັນອອກ ເຮັດໃຫ້ 5,000 ກວ່າຄົນຕ້ອງໄດ້ຍົກຍ້າຍເພື່ອລີ້ໄພ. ປັດຈຸບັນ, ໜຶ່ງໃນບຸລິມະສິດຂອງວຽກງານກູ້ໄພສຸກເສີນແມ່ນການຮັບປະກັນຄວາມຕ້ອງການດ້ານການດຳລົງຊີວິດປະຈຳວັນຂອງຜູ້ປະສົບໄພຢູ່ບ່ອນພັກທີ່ຈັດສັນໄວ້ ແລະ ການສະໜອງເຄື່ອງບັນເທົາທຸກ.
ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກອງບັນຊາການນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ນັບແຕ່ວັນທີ 23 ມິຖຸນາ ມາຮອດປັດຈຸບັນ, ບັນດາກຳລັງປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ຕາແສງຮວ່າຮຶງ ນະຄອນໂຮ່ຈິມິນ ໄດ້ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ.
ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ວິທະຍຸ,ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 13 ສິງຫານີ້ວ່າ: ແຫຼ່ງຂ່າວຈາກສະມາຄົມອຸດສາຫະກຳລົດຈີນໃຫ້ຮູ້ໃນວັນທີ 12 ສິງຫາ ຜ່ານມາວ່າ, ການສົ່ງອອກລົດຂອງຈີນຍັງສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນຢ່າງແຂງແຮງ, ສະເພາະເດືອນກໍລະກົດຜ່ານມາ ໄດ້ສົ່ງອອກລົດຫຼາຍກວ່າ 1.04 ລ້ານຄັນ, ເພີ່ມຂຶ້ນ 81.3% ເມື່ອທຽບໃສ່ເດືອນກໍລະກົດປີກາຍ. ໃນນັ້ນ, ລົດໃຊ້ພະລັງງານໃໝ່ມີເຖິງ 553,000 ກວ່າຄັນ, ເພີ່ມຂຶ້ນ 145.5%.
ເພີ່ມເຕີມ