ກຳປູເຈຍ ເປີດທ່າເຮືອທ່ອງທ່ຽວ ມູນຄ່າ 10 ລ້ານໂດລາ

ກຳປູເຈຍ ເປີດທ່າເຮືອທ່ອງທ່ຽວ ມູນຄ່າ 10 ລ້ານໂດລາ

ກຳປູເຈຍ ເປີດທ່າເຮືອທ່ອງທ່ຽວ ມູນຄ່າ 10 ລ້ານໂດລາ
ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ກຳ​ປູ​ເຈຍ​ໄດ້​ເປີດ​ທ່າເຮືອ​ທ່ອງ​ທ່ຽວ​ສາ​ກົນກໍາປອດ ທີ່​ມີ​ມູນ​ຄ່າ 10 ລ້ານ​ໂດ​ລາ​ໃນ​ແຂວງກໍາປອດ ຢູ່ແຄມ​ຝັ່ງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ. ​ເພື່ອ​ແນ​ໃສ່​ຊຸກຍູ້​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ກຳປູ​ເຈຍ

 

ທ່າເຮືອທ່ອງທ່ຽວແຫ່ງນີ້ຕັ້ງຢູ່ເຂດຕືກໂຈວ ກວມເອົາເນື້ອທີ່ 4.2 ເຮັກຕາ, ມີລະດັບນໍ້າເລິກ 3 ແມັດ ແລະ ສາມາດຮອງຮັບເຮືອບັນທຸກຜູ້ໂດຍສານ ຫຼື ນັກທ່ອງທ່ຽວໄດ້ເຖິງ 300 ຄົນ.

ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກໍາປູເຈຍ ກ່າວຄໍາເຫັນໃນພິທີເປີດວ່າ:ທ່າເຮືອທ່ອງທ່ຽວດັ່ງກ່າວຈະມີບົດບາດສໍາຄັນໃນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເຂດແຄມທະເລ ແລະ ໝູ່ເກາະນັບມື້ນັບຫຼາຍຂຶ້ນ. ພ້ອມທັງຈະກະຕຸ້ນຂະແໜງການທ່ອງທ່ຽວຂອງແຂວງກຳປອດ ຊຶ່ງມີບົດບາດສຳຄັນໃນການປັບປຸງເສດຖະກິດທ້ອງຖິ່ນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ທ່າເຮືອແຫ່ງນີ້ຍັງເຊື່ອມຕໍ່ນັກທ່ອງທ່ຽວທາງທະເລຈາກໄທ ແລະ ຫວຽດນາມ ອີກດ້ວຍ.

ທ່ານ ເພິງ ໂພເນຍ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງກຳປູເຈຍ ກ່າວວ່າ:ການກໍ່ສ້າງທ່າເຮືອເລີ່ມຕົ້ນໃນເດືອນສິງຫາ ປີ 2018 ແລະ ສຳເລັດໃນເດືອນມິຖຸນາ 2022, ໂດຍໄດ້ຮັບສິນເຊື່ອ 10 ລ້ານໂດລາ ຈາກທະນາຄານພັດທະນາອາຊີແລະມາຮອດປັດຈຸບັນ, ກຳປູເຈຍມີທ່າເຮືອ 119 ແຫ່ງ ຊຶ່ງລວມທ່າເຮືອທະເລ 31 ແຫ່ງ ແລະ ທ່າເຮືອແມ່ນໍ້າ 88 ແຫ່ງ.

ກະຊວງທ່ອງທ່ຽວກຳປູເຈຍ ລະບຸວ່າ: ການທ່ອງທ່ຽວແມ່ນໜຶ່ງໃນສີ່ເສົາຄ້ຳທີ່ສະໜັບສະໜູນເສດຖະກິດຂອງກຳປູເຈຍ. ໂດຍຄາດວ່າຈະດຶງດູດນັກທ່ອງທ່ຽວຕ່າງປະເທດ 7.5 ລ້ານຄົນໃນປີ 2025, ເພີ່ມຂຶ້ນຈາກ 6.7 ລ້ານຄົນໃນປີ 2024.

ກຳປູເຈຍມີມໍລະດົກໂລກ 4 ແຫ່ງ, ໃນນັ້ນມີອຸທິຍານບູຮານຄະດີອັງກໍ ຫຼື ອັງກໍວັດ ໃນແຂວງສຽມຣຽບ,ຜາສາດສົມບູນໄພຣຄຸກ ໃນແຂວງກຳປົງທົມ, ລວມທັງ ຜາສາດພຣະວິຫານ ແລະ ບູຮານສະຖານເກາະແກຣ ໃນແຂວງພຣະວິຫານ ແລະ ມີຫາດຊາຍທະເລຍາວປະມານ 450 ກິໂລແມັດ ຜ່ານ 4 ແຂວງຕາເວັນຕົກສ່ຽງໃຕ້ ຄື: ສີໜຸວີລ, ກຳປອດ, ແກບ ແລະ ເກາະກົງ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ​ພິ​ທີເປີດ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​​ບໍ​ລິ​ຫານ​ທຸ​ລະ​ກິດ​ອົງ​ການ​ຮ່ວມ​ມືເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ່ນ​ເຈິ້ນ​ຂອງ​ຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ຢຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ, ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ ​ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສະ​ຫວ່າງສ​ະ​ໄຫວໃຫ້​ແກ່​ອາ​ຊີ-ປາ​ຊີ​ຟິກ”.
ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທ່ານ ຟາດີລາ ຢູຊອບ ຮອງນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍມີຈຸດປະສົງທີ່ຈະກາຍເປັນຜູ້ນຳ ແລະ ຄວ້າໂອກາດໃນຂະ ແໜງພະລັງງານສີຂຽວ ໂດຍການພັດທະນາຄວາມຊ່ຽວຊານພາຍໃນປະເທດ. ທ່ານລະບຸວ່າ: ການຫັນປ່ຽນດ້ານພະລັງງານບໍ່ພຽງແຕ່ເປັນວາລະດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນຕົວຂັບເຄື່ອນການເຕີບໂຕທາງເສດຖະກິດທີ່ສາມາດສ້າງວຽກເຮັດງານທຳທີ່ມີມູນຄ່າສູງ ແລະ ຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳພາຍໃນປະເທດ.
ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ພະຈິກນີ້ ວ່າ: ເນື່ອງຈາກກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຈະຈັດຂຶ້ນໃນໄວໆນີ້ທີ່ນະຄອນເຊີ່ນເຈີ້ນ ຈີນ, ຜູ້ນຳຫຼາຍປະເທດໄດ້ເດີນທາງເຖິງນະຄອນດັ່ງກ່າວໃນບໍ່ເທົ່າໃດມື້ຜ່ານມາ. ໂດຍໃນວັນທີ 18 ພະຈິກນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງເຖິງນະຄອນເຊີ່ນເຈີ້ນ ຕາມລຳດັບ.
ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ​ໂຈເຊ ອັນໂຕນິໂອ ຄາສ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພື້ນຖານຂອງການພົວພັນມິດຕະພາບລະຫວ່າງປະເທດ ຂຶ້ນກັບປະຊາຊົນມີຄວາມສະໜິດສະໜົມກັນ ແລະ ຈຸດສຳຄັນຂອງຄວາມສະໜິດສະໜົມລະຫວ່າງປະຊາຊົນ ຂຶ້ນກັບຄວາມເຂົ້າໃຈຊຶ່ງກັນ ແລະ ກັນ. ລາວ ແລະ ຈີນ ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືທາງດ້ານວັດທະນະທຳຢ່າງຕໍ່ເນື່ອງ, ສືບຕໍ່ມິດຕະພາບອັນເປັນມູນເຊື້ອ,ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຫຼາຍຂຶ້ນ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ບັນລຸ 70.35 ຕື້ໂດລາ ໃນເດືອນຕຸລາ, ເພີ່ມຂຶ້ນ 202% ຈາກເດືອນດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບເຊມິຄອນດັກເຕີທີ່ໃຊ້ໃນພື້ນຖານໂຄງລ່າງປັນຍາປະດິດ (AI).
ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ທ່ານ ມ໋າ​ຊ້ານ​ສຽງ ຜູ້​ຮັບ​ຜິດ​ຊອບ “ຫ້ອງ​ການຫຼາວ​ມ໋າ” ເຂດ​ກ່ວນ​ຢິ່ນ​ສຽວ​ທີ່​ຂຶ້ນ​ກັບເຂດ​ໃໝ່​ຫຼ້ຽງ​ຈ່ຽງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຈີນ ຊຶ່ງປະ​ຊາ​ຊົນ​ມັກ​ເອີ້ນ​ລາວ​ວ່າ “ຫຼາວ​ມ໋າ” ນັ້ນ ເຄີຍ​ລາຍ​ງານ​ວຽກ​​ແບບ​​ເຊິ່ງໜ້າ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ໃນ​ວັນ​ທີ 10 ມີ​ນາ 2018 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.
ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກລົດຍົນຂອງ ສ ເກົາຫຼີ ໄດ້ຂະຫຍາຍຕົວໃນລະດັບໂຕເລກສອງຫຼັກໃນເດືອນຕຸລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ເອີຣົບ.
ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ (UN) ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືຮອບດ້ານໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນກອງປະຊຸມສຸດຍອດອາຊຽນ-UN ຄັ້ງທີ 16 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ເພີ່ມເຕີມ