ກຳປູເຈຍ ສົ່ງອອກເຂົ້າສານ 4 ເດືອນຕົ້ນປີ ສ້າງລາຍຮັບໄດ້ 209 ລ້ານໂດລາ

ກຳປູເຈຍ ສົ່ງອອກເຂົ້າສານ 4 ເດືອນຕົ້ນປີ ສ້າງລາຍຮັບໄດ້ 209 ລ້ານໂດລາ

ກຳປູເຈຍ ສົ່ງອອກເຂົ້າສານ 4 ເດືອນຕົ້ນປີ ສ້າງລາຍຮັບໄດ້ 209 ລ້ານໂດລາ
ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພຶດສະພາ ຜ່ານມາ; ສະຫະພັນເຂົ້າສານກຳປູເຈຍລາຍງານວ່າ: ປະລິມານການສົ່ງອອກເຂົ້າສານຂອງກຳປູເຈຍໃນໄລຍະ4 ເດືອນຕົ້ນປີ (ມັງກອນ-ເມສາ) ມີທັງໝົດ 282,315 ໂຕນ, ສ້າງລາຍຮັບໄດ້209 ລ້ານໂດລາ.

ບົດລາຍງານລະບຸວ່າ: ກຳປູເຈຍມີ 48 ບໍລິສັດທີ່ສົ່ງອອກເຂົ້າສານໄປຍັງ 59 ປະເທດແລະເຂດແຄວ້ນໃນໄລຍະ4 ເດືອນຕົ້ນປີ ຊຶ່ງຈີນຍັງຄົງເປັນໜຶ່ງໃນຜູ້ນຳເຂົ້າຕົ້ນຕໍ, ໂດຍເຂົ້າທີ່ສົ່ງອອກປະກອບມີເຂົ້າຫອມ 77.94%, ເຂົ້າຂາວ17.15%, ເຂົ້າໜຶ້ງ 2.47%, ເຂົ້າອິນຊີ 1.95% ແລະເຂົ້າປະເພດອື່ນໆ 0.49%.

ກະຊວງການຄ້າກຳປູເຈຍ ເປີດເຜີຍວ່າ:ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາການຄ້າເສລີກຳປູເຈຍ-ຈີນ ໄດ້ຊ່ວຍຊຸກຍູ້ການສົ່ງອອກສິນຄ້າກະສິກຳຄຸນນະພາບສູງຂອງກຳປູເຈຍເຊັ່ນ: ເຂົ້າ, ໝາກກ້ວຍ, ໝາກມ່ວງ, ລຳໄຍ, ໝາກເຜັດ, ລວມທັງສິນໃນນ້ຳ ສູ່ຈີນແລະບັນດາປະເທດສະມາຊິກຂອງສັນຍາພາຍໃຕ້ອັດຕາພາສີພິເສດ.

ຄໍາເຫັນ

ຂ່າວຕ່າງປະເທດ

Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງສະຫະລັດ ອາເມຣິກາ (Fed) ໄດ້ອອກຖະແຫຼງການພາຍຫຼັງກອງປະຊຸມຄະນະກຳມະການນະໂຍບາຍການເງິນ (FOMC) ສຳເລັດ ໃນ 17 ມິຖຸນາ ຜ່ານມາ (ຕາມເວລາສະຫະລັດ ອາເມຣິກາ). FOMC ໄດ້ລົງຄະແນນສຽງ 12-0 ເພື່ອຮັກສາອັດຕາດອກເບ້ຍໄລຍະສັ້ນໄວ້ທີ່ 3.50-3.75%, ເພື່ອສະໜັບສະໜູນພາລະກິດ 2 ຂໍ້ ຂອງ Fed ຄື: ການຈ້າງງານເຕັມຮູບແບບ ແລະ ອັດຕາເງິນເຟີ້ທີ່ກ້າວໄປສູ່ເປົ້າໝາຍ 2%. ທັງນີ້, FOMC ຍັງໄດ້ຢືນຢັນເຖິງນະໂຍບາຍຂອງຕົນໃນການຮັກສາຄັງສຳຮອງໃຫ້ພຽງພໍໃນລະບົບທະນາຄານ.
ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມິຖຸນາ ຜ່ານມາວ່າ: ທ່ານ ການ ກິມ ຢົງ ຮອງນາຍົກລັດຖະມົນຕີສິງກະໂປ ໄດ້ກ່າວໃນລະຫວ່າງກອງປະຊຸມໂລຫະທີ່ມີຄ່າປະຈຳພາກພື້ນອາຊີ-ປາຊີຟິກ ວ່າ: ຕະຫຼາດຫຼັກຊັບສິງກະໂປ (SGX) ຈະສ້າງຕັ້ງລະບົບການຊຳລະ ແລະ ຈັດສົ່ງຄຳແບບຊື້-ຂາຍຫຼັກຊັບນອກຕະຫຼາດ (OTC ) ສຳລັບ Loco Singapore ຫຼື ຄຳ ທີ່ເກັບໄວ້ໃນສິງກະໂປ, ໃນທ້າຍປີ 2026. ໂດຍມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສິງກະໂປໃນຖານະເປັນສູນກາງການຊື້-ຂາຍຄຳໃນພາກພື້ນ.
ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ປີ 2026 ເປີດຂຶ້ນຢ່າງເປັນທາງການໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ນະຄອນຄາຊານ ສະຫະພັນ ຣັດເຊຍ, ໄດ້ສ້າງຂີດໝາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ສະຫະພັນ ຣັດເຊຍ ຄົບຮອບ 35 ປີ (1991 – 2026).
ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ມິຖຸນາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາອົສຕຣາລີໄດ້ເຕືອນວ່າ,ປະກົດການແອວນີໂຢ ໄດ້ເກີດຂຶ້ນແລ້ວໃນມະຫາສະໝຸດປາຊີຟິກເຂດຮ້ອນ ແລະ ອາດຈະຮຸນແຮງຂຶ້ນໃນເຄິ່ງຫຼັງຂອງປີ 2026 ຈົນກາຍເປັນຄັ້ງທີ່ຮຸ່ນແຮງທີ່ສຸດຄັ້ງໜຶ່ງໃນຮອບ 70 ປີ.
ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟິລິບປິນສົ່ງຜົນກະທົບຕໍ່ປະຊາຊົນ 1,380,000 ຄົນ

ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟິລິບປິນສົ່ງຜົນກະທົບຕໍ່ປະຊາຊົນ 1,380,000 ຄົນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ມິຖຸນາ ຜ່ານມາວ່າ: ຄະນະກຳມະການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດແຫ່ງຊາດຟີລິບປິນປະກາດບົດລາຍງານວ່າ:
ວິໄສທັດ 100 ປີຕໍ່ໜ້າຂອງຫວຽດນາມ ຕ້ອງສືບຕໍ່ສະແດງຄວາມຄາດຫວັງການພັດທະນາຂອງຊາດ

ວິໄສທັດ 100 ປີຕໍ່ໜ້າຂອງຫວຽດນາມ ຕ້ອງສືບຕໍ່ສະແດງຄວາມຄາດຫວັງການພັດທະນາຂອງຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະຊີ້ນຳສະຫຼຸບ 100 ປີ ພັກນຳພາການປະຕິວັດ ຫວຽດນາມ (1930 – 2030), ກຳນົດທິດນຳພາພັດທະນາປະເທດໃນ 100 ປີຕໍ່ໜ້າ (2030 – 2130) ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການສ້າງສາປະເທດຊາດໃນໄລຍະກ້າວຂຶ້ນລັດທິສັງຄົມນິຍົມ.
ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ການ​ສ້າງ​ ແລະ ຈັດ​ຕັ້ງປະ​ຕິ​ບັດ​ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານເປັນ​ຫົວ​ຂໍ້​ຄົ້ນ​ຄວ້າ​ຕະ​ຫຼອດ​ຊີ​ວິດ​ສຳ​ລັບ​ພະ​ນັກ​ງານ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ. ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານ​ແມ່ນ​ຫຍັງ? ຄວນ​ສ້າງ​ຜົນ​ງານ​ການ​ບໍ​ລິ​ຫານ​ເພື່ອ​ປະ​ຊາ​ຊົນ​ຄືແນວ​ໃດ? ການ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຕົ້ນ​ຫວຍ​​ບູ​ຮານ​ຂໍ້​ໜຶ່ງ​ໃນ​ຕົ້ນ​ຊຸມ​ປີ 1980 ແມ່ນ​ໄດ້​ໃຫ້​ຄຳ​ຕອບ​ທຳ​ອິດ.
ກອງປະຊຸມສຸດຍອດຜູ້ນຳບໍລິສັດຂ້າມຊາດຊິງຕາວ ຄັ້ງທີ 7

ກອງປະຊຸມສຸດຍອດຜູ້ນຳບໍລິສັດຂ້າມຊາດຊິງຕາວ ຄັ້ງທີ 7

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 15 ມິ​ຖຸ​ນາ ຜ່ານມາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ບໍ​ລິ​ສັດ​ຂ້າມ​ຊາດ​ຊິງ​ຕາວ​ ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ ນ​ະ​ຄອນ​ຊິ​ຕາວ ແຂວງ​ຊ່ານ​ຕົ່ງ​ ຂອງ​ຈີນ.
World Cup 2026 ນໍາໃຊ້ເຕັກ​ໂນ​ໂລ​ຊີ AI ຍົກ​ລະ​ດັ​ບ​ບານ​ເຕະ Trionda

World Cup 2026 ນໍາໃຊ້ເຕັກ​ໂນ​ໂລ​ຊີ AI ຍົກ​ລະ​ດັ​ບ​ບານ​ເຕະ Trionda

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ມິຖຸນາ ຜ່ານມາວ່າ: World Cup 2026 ໄດ້​ເລີ່ມ​ຕົ້ນ​ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີໃໝ່ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຊີວັດ​ຖຸ​ດິບ ທີ່​ໄດ້​ນຳ​ໃຊ້​ໃນໝາກ​ບານ​ World Cup ທີ່​ມີ​ຊື່​ວ່າ Trionda. ຄື​ກັນ​ກັບ​ບັນ​ດາ​ໝາກ​ບາດ​​ຂອງ World Cup ຄັ້ງ​ກ່ອນ, ເປືອກ​ນອກ​ຂອງໝາກ​ບານ​​ ເຮັດ​ດ້ວຍ polyurethane ແລະ ບັນ​ດາ​ປ່ຽງ​ນ້ອຍໄດ້​ຕິດ​ຕໍ່​ກັນ​ດ້ວຍ​ເຕັກ​ໂນ​ໂລ​ຊີຈອດ​ຄວາມ​ຮ້ອນ.
IMF ປະເມີນ ເສດຖະກິດໂລກຍັງບໍ່ມີສັນຍານເຂົ້າສູ່ການຊະລໍຕົວ

IMF ປະເມີນ ເສດຖະກິດໂລກຍັງບໍ່ມີສັນຍານເຂົ້າສູ່ການຊະລໍຕົວ

ຂ່າວຕ່າງປະເທດລາຍງານວ່າ: ທ່ານນາງ ຄຣີສຕາລີນາ ຈໍເຈຍວາ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ໄດ້ປະເມີນວ່າ: ເສດຖະກິດໂລກຍັງສາມາດຕ້ານທານກັບຜົນກະທົບຈາກສົງຄາມໃນຕາເວັນອອກກາງໄດ້ ເຖິງວ່າລາຄາສິນຄ້າຈະເພີ່ມຂຶ້ນ, ອັດຕາເງິນເຟີ້ກຳລັງເລັ່ງຂຶ້ນ ແລະ ສະພາບການທາງການເງິນໂລກທີ່ເຄັ່ງຕຶງຫຼາຍຂຶ້ນ. ໂດຍມາຮອດປັດຈຸບັນ, ຍັງບໍ່ມີສັນຍານວ່າເສດຖະກິດໂລກກຳລັງເຂົ້າສູ່ການຊະລໍຕົວ.
ເພີ່ມເຕີມ