ກຳປູເຈຍເຕືອນ ຢາສູບໄຟຟ້າຊິຊາ  ແລະ ຢາສູບອຸ່ນຮ້ອນ ເປັນອັນຕະລາຍຕໍ່ສຸຂະພາບ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກຂອງກຳປູເຈຍໄດ້ອອກຖະແຫຼງການເຕືອນວ່າ: ຢາສູບໄຟຟ້າຊິຊາ  ຫຼື ບາຣາກຸ ແລະ ຜະລິດຕະພັນຢາສູບແບບອຸ່ນຮ້ອນ (HTP) ກໍ່ໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງຜູ້ໃຊ້ ພ້ອມທັງເຕືອນປະຊາຊົນ ໂດຍສະເພາະໄວໜຸ່ມໃຫ້ຫຼີກລ່ຽງຈາກການທົດລອງໃຊ້ຜະລິດຕະພັນເຫຼົ່ານີ້.
    ກະຊວງສາທາລະນະສຸກຂອງກຳປູເຈຍລະບຸວ່າ: ຢາສູບໄຟຟ້າຊິຊາ ແລະ HTP ສ່ວນຫຼາຍມັກຖືກອອກແບບມາຢ່າງສວຍງາມ ແລະ ອາດຈະດຶງດູດໃຈໄວໜຸ່ມ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ໄວໜຸ່ມທັງຫຼາຍບໍ່ຕ້ອງລອງໃຊ້ຜະລິດຕະພັນເຫຼົ່ານີ້ເດັດຂາດ ແລະ ບໍ່ຫຼົງເຊື່ອຄຳໂຄສະນາທີ່ອ້າງວ່າຢາສູບໄຟຟ້າຊິຊາ ແລະ HTP ເປັນເຄື່ອງມືຊ່ວຍໃຫ້ເຊົາສູບຢາ. ເຖິງແມ່ນວ່າກຳປູເຈຍຫ້າມນຳເຂົ້າ, ຄ້າຂາຍ ແລະ ໃຊ້ຢາສູບໄຟຟ້າຊິຊາ ແລະ HTP ຕັ້ງແຕ່ປີ 2014 ແຕ່ຍັງມີບາງພາກສ່ວນສວຍໂອກາດຈຳໜ່າຍຜະລິດຕະພັນເຫຼົ່ານີ້ໃນສື່ສັງຄົມອອນລາຍ ພ້ອມທັງໂຄສະນາເນື້ອໃນເກີນຈິງທີ່ອ້າງວ່າເປັນເຄື່ອງຊ່ວຍໃຫ້ເຊົາສູບຢາ ແລະ ປອດໄພກວ່າຢາສູບແບບດັ່ງເດີມ. ກະຊວງສາທາລະນະສຸກຂອງກຳປູເຈຍໄດ້ຊີ້ໃຫ້ເຫັນວ່າ: ຢາສູບໄຟຟ້າຊິຊາ ແລະ HTP ເປັນອັນຕະລາຍຕໍ່ສຸຂະພາບ ແລະ ສັງຄົມ ເນື່ອງຈາກມີສານນິໂຄຕິນໃນລະດັບສູງທີ່ອາດຈະສົ່ງຜົນຮ້າຍແຮງຕໍ່ສຸຂະພາບຫຼາຍກວ່າຢາສູບແບບດັ່ງເດີມ ແລະ ມີການໃຊ້ຮ່ວມກັບກັນຊາ ແລະ ຢາອື່ນໆ ສ່ວນຊິຊາກໍມີສານພິດໃນລະດັບສູງເຊັ່ນດຽວກັນ.
    ທັງນີ້, ກະຊວງສາທາລະນະສຸກກຳປູເຈຍກ່າວຕື່ມວ່າ: ຜະລິດຕະພັນເຫຼົ່ານີ້ອາດຈະກໍ່ໃຫ້ເກີດພະຍາດປອດອັກເສບ, ພະຍາດມະເຮັງປອດ, ພະຍາດຫົວໃຈ,ສ້າງຄວາມເສຍຫາຍຕໍ່ການພັດທະນາ ຂອງສະໝອງ, ການເກີດລູກກ່ອນກຳນົດ, ພາວະມີລູກຍາກ, ພະຍາດມະເຮັງກະເພາະອາຫານ ແລະ ພະຍາດມະເຮັງກະເພາະປັດສະວະ.

ຄໍາເຫັນ

ຂ່າວຕ່າງປະເທດ

ໜຶ່ງໃນສາມຄົວເຮືອນ ຂອງອົສຕຣາລີປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ

ໜຶ່ງໃນສາມຄົວເຮືອນ ຂອງອົສຕຣາລີປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ບົດລາຍງານໃໝ່ຈາກ Foodbank Australia ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານຂອງອົສຕຣາລີ ເປີດເຜີຍວ່າ, ປະມານໜຶ່ງສ່ວນສາມ ຫຼື 33% ຂອງຄົວເຮືອນອົສຕຣາລີປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານໃນ 12 ເດືອນຜ່ານມາ ຊຶ່ງເພີ່ມຂຶ້ນຈາກ 32.5% ໃນປີ 2024 ແລະ 32.8% ໃນປີ 2025. ໂດຍຄອບຄົວທີ່ມີລູກແມ່ນກຸ່ມທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ.
ຈີນ​ ສ້າງ​​ເມືອງ ແລະ​ ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ

ຈີນ​ ສ້າງ​​ເມືອງ ແລະ​ ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ມາ​ຄົມມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​​ຂອງປະ​ຊາ​ຊົນ​ຈີນ​​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ, ຈີນ​ໄດ້​ສ້າງ​ເມືອງ ແລະ ​ແຂວງ​ແຮກ​ສ່ຽວ 3,196 ຄູ່​ກັບ 153 ປະ​ເທດ​ໃນ​ໂລກ.
ສິງກະໂປ - ຊາອຸດິດ ອາຣັບບີ ຮ່ວມມືກັນສ້າງຕັ້ງສະຖານທີ່ເກັບມ້ຽນນ້ຳມັນດິບໃນສິງກະໂປ

ສິງກະໂປ - ຊາອຸດິດ ອາຣັບບີ ຮ່ວມມືກັນສ້າງຕັ້ງສະຖານທີ່ເກັບມ້ຽນນ້ຳມັນດິບໃນສິງກະໂປ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປ ກັບ ກະຊວງພະລັງງານຂອງ ຊາອຸດິດ ອາຣັບບີ ໄດ້ປະກາດແຜນການຮ່ວມກັນເພື່ອສ້າງຕັ້ງສະຖານທີ່ເກັບຮັກສານ້ຳມັນດິບຂອງຊາອຸດິດ ອາຣັບບີ ໃນຖ້ຳໃຕ້ດິນ Jurong ຂອງສິງກະໂປ ໃນລະຫວ່າງເດືອນກໍລະກົດ ຫາ ເດືອນທັນວາ 2027. ຫຼັງຈາກມີການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ Saudi Aramco ບໍລິສັດນ້ຳມັນແຫ່ງຊາດຊາອຸດິດ ອາຣັບບີ, ອົງການກຳກັບດູແລຕະຫຼາດພະລັງງານຂອງສິງກະໂປ ແລະ ບໍລິສັດ JTC. ການເຈລະຈາລະອຽດຄາດວ່າຈະສຳເລັດໃນເດືອນຂ້າງໜ້າ.
ບັງກລາເທດ ກວດພົບຄົນເຈັບໄຂ້ເລືອດອອກ ຫຼາຍກວ່າ 2,000 ຄົນ ໃນມື້ດຽວ

ບັງກລາເທດ ກວດພົບຄົນເຈັບໄຂ້ເລືອດອອກ ຫຼາຍກວ່າ 2,000 ຄົນ ໃນມື້ດຽວ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ສຳນັກງານບໍລິການສາທາລະນະສຸກຂອງບັງ ກລາເທດ ໄດ້ລາຍງານການກວດພົບຄົນເຈັບໄຂ້ເລືອດ ຈຳນວນ 2,249 ຄົນ ໃນ 24 ຊົ່ວໂມງ ກ່ອນເວລາ 8:00 ໂມງເຊົ້າຂອງວັນທີ 25 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຊຶ່ງເປັນໂຕເລກປະຈໍາວັນສູງສຸດນັບຕັ້ງແຕ່ຕົ້ນປີ 2026 ແລະ ມີຜູ້ເສຍຊີວິດ 7 ຄົນໃນໄລຍະ 24 ຊົ່ວໂມງດຽວກັນ.
ທ່ານ ລູລາ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີບຣາຊິນ ອີກສະໄໝໜຶ່ງ

ທ່ານ ລູລາ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີບຣາຊິນ ອີກສະໄໝໜຶ່ງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ອີງ​ຕາມ​ຜົນ​ການ​ນັບ​​ບັດ​ທີ່​ປະ​ກາດ​ໂດຍ​ສານ​ເລືອກ​ຕັ້ງ​ຂັ້ນ​ສູງບ​ຣາ​ຊິນ​ໃນ​ວັນ​ທີ 25 ຕຸ​ລາ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ການ​ປ່ອນ​ບັດເລືອ​ກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊິນ​ຮອບ​ທີ 2 ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງ​ກ່າວ, ທ່ານ​ ລູ​ອິ​ສ ອິ​ນາ​ຊິ​ໂອ ລູ​ລາ ດາ ຊິວ​ວາ ຜູ້​ສ​ະ​ໝັກ​ຮັບ​ເລືອກ​ຕັ້ງຂອງ​ພັກ​​ແຮງ​ງານ ແລະ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ ໄດ້​ຮັບ​ການ​ເລືອກ​ຕັ້​ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ບ​ຣາ​ຊິນ​ອີກ​ສະ​ ໄໝ​ໜຶ່ງ.
ຫວຽດ​ນາມ - ໂປ​ໂລຍ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​

ຫວຽດ​ນາມ - ໂປ​ໂລຍ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ, ທ່ານ ໂດນັລ ຕຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ໄດ້​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24 – 26 ຕຸ​ລາ ນີ້. ​ພິ​ທີ​ຕ້ອນ​ຮັບ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດຖະ​ມົນ​ຕີ​ຫວຽດນາມ ໃນ​ວັນ​ທີ 26 ຕຸ​ລາ ຜ່ານມາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ ນະຄອນຫຼວງຮ່າ​ໂນ້ຍ.
ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ  ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ

ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ໜ່ວຍງານຄຸ້ມຄອງການສື່ສານ ແລະ ສື່ມວນຊົນຂອງອົສຕຣາລີ ໄດ້ອອກຄຳແນະນຳເບື້ອງຕົ້ນກ່ຽວກັບກົດລະບຽບໃໝ່ທີ່ມີຈຸດປະສົງຫ້າມບຸກຄົນທີ່ມີຊື່ສຽງ ຊຶ່ງລວມທັງນັກກິລາມືອາຊີບໃນປັດຈຸບັນ ແລະ ອະດີດ, ຄົນດັງ, ຜູ້ມີອິດທິພົນໃນສື່ສັງຄົມອອນລາຍ ແລະ ບຸກຄົນອື່ນໆທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ປະກົດຕົວໃນການໂຄສະນາການພະນັນ. ໂດຍກົດລະບຽບເຫຼົ່ານີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2027.
ກອງ​ທຶນ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອເນປານ

ກອງ​ທຶນ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອເນປານ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ກອງ​ທຶນ​ຮັບ​ມື​ກັບ​ຜົນ​ເສຍ​ຫາຍ​ທີ່ເກີດຈາກ​ດິນ​ຟ້າ​ອາ​ກາດຂອງ ສ​ປ​ຊ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ຫງວນ​ເງິນ​​ຈຳ​ນວນ 20 ລ້ານໂດລາ ໃຫ້​ແກ່​ເນ​ປານ ຕາມ​ການ​ສະ​ເໜີ​ຂອງ​ບັນ​ດາປະ​ເທດ​ອາ​ຊີໃຕ້ ​ພາຍຫຼັງ​ເກີດເຫດ​ນ້ຳຊຸ​ຖ້ວມ​ທີ່​ຮ້າຍ​ແຮງ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ກອງທຶນໄດ້​ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອ​​ໃຫ້ປະ​ເທດ​ໜຶ່ງ​ນັບ​ແຕ່​​ສ້າງ​ຕັ້​ງ​ຂຶ້ນ, ​ສ້າງ​ຂີດ​ໝາຍ​​ສຳ​ຄັນ​ຕໍ່​ອິດ​ທິ​ພົນ​ຊື່​ສຽງ ແລະ ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງກອງ​ທຶນ.
ສິງກະໂປ - ມາເລເຊຍ - ໄທ ຮ່ວມມືພັດທະນາການຊຳລະເງິນດີຈີຕອນຂ້າມແດນ

ສິງກະໂປ - ມາເລເຊຍ - ໄທ ຮ່ວມມືພັດທະນາການຊຳລະເງິນດີຈີຕອນຂ້າມແດນ

ຂ່າວຕ່າງປະເທດລາຍງານວ່າ: ອົງການເງິນຕາສິງກະໂປ (MAS) ໄດ້ປະກາດຫວ່າງມໍ່ໆມານີ້ວ່າ, ທະນາຄານກາງຂອງສິງກະໂປ, ມາເລເຊຍ ແລະ ໄທ ຈະຮ່ວມມືກັບຜູ້ປະກອບການໃນພາກອຸດສາຫະກຳການເງິນຂອງແຕ່ລະປະເທດ ເພື່ອພັດທະນາວິທີການຮ່ວມກັນສຳລັບການນຳໃຊ້ສະກຸນເງິນດີຈີຕອນຂ້າມ ແດນ.
ເພີ່ມເຕີມ