ຂໍ້ຕົກລົງແຜນການຈັດຫາເງິນທຶນກັບ Telesatເພື່ອດຳເນີນງານ ແລະ ສ້າງຕັ້ງ

ການາດາ ຈັດຫາເງິນທຶນສ້າງເຄືອຂ່າຍດາວທຽມຂະໜາດໃຫຍ່ຂອງປະເທດ

ການາດາ ຈັດຫາເງິນທຶນສ້າງເຄືອຂ່າຍດາວທຽມຂະໜາດໃຫຍ່ຂອງປະເທດ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ ໄດ້ປະກາດຂໍ້ຕົກລົງແຜນການຈັດຫາເງິນທຶນກັບ Telesatເພື່ອດຳເນີນງານ ແລະ ສ້າງຕັ້ງLightspeedເຄືອຂ່າຍດາວທຽມທີ່ທັນສະໄໝທີ່ສຸດໃນໂລກ.


ທ່ານ ທຣູໂດ ລະບຸວ່າ:Lightspeed ຂອງ Telesat ຈະເປັນໂຄງການອະວະກາດຂະໜາດໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາຂອງການາດາ ດ້ວຍສິນເຊື່ອມູນຄ່າ 2,14 ຕື້ໂດລາການາດາຈາກລັດຖະບານກາງ.
ໂຄງການTelesatLightspeed ຈະຂະຫຍາຍເຄືອຂ່າຍອິນເຕີເນັດ ແລະ ເຄືອຂ່າຍ 5G ໃນຊຸມຊົນຕ່າງໆທົ່ວປະເທດການາດາ ການຮັບ-ສົ່ງຂໍ້ມູນຈະໃຊ້ເວລານ້ອຍລົງ ເນື່ອງຈາກເປັນເຄືອຂ່າຍດາວທຽມວົງໂຄຈອນຕໍ່າ ແລະ ຊ່ວຍເລັ່ງການເຮັດວຽກຂອງລັດຖະບານກາງ ໃນການເຊື່ອມຕໍ່ຊາວການາດາທຸກຄົນເຂົ້າກັບອິນອິນເຕີເນັດຄວາມໄວສູງພາຍໃນປີ 2030.
ໂຄງການດັ່ງກ່າວໄດ້ເລີ່ມດຳເນີນການແລ້ວໂດຍກຳນົດການປ່ອຍດາວທຽມວົງໂຄຈອນຕ່ຳດວງທຳອິດຈາກ 198 ດວງສູ່ວົງໂຄຈອນປີ 2026.
ປັດຈຸບັນ, Telesatເປັນອົງການທີ່ຄວບຄຸມໂດຍການາດາ ສ້າງຕັ້ງຂຶ້ນໃນປີ 1969 ແລະ ຈົດທະບຽນໃນຕະຫຼາດຫຼັກຊັບໃນປີ 2021 ຖືເປັນໜຶ່ງໃນຜູ້ດຳເນີນງານດ້ານດາວທຽມທີ່ມີຂະໜາດໃຫຍ່ ແລະ ທັນສະໄໝທີ່ສຸດຂອງໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ມະຫາວິທະຍາໄລ Greenwich - Kent ຈະລວມເຂົ້າກັນເປັນ ມະຫາວິທະຍາໄລທີ່ຍິ່ງໃຫຍ່

ມະຫາວິທະຍາໄລ Greenwich - Kent ຈະລວມເຂົ້າກັນເປັນ ມະຫາວິທະຍາໄລທີ່ຍິ່ງໃຫຍ່

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດ ຜ່ານມາວ່າ: ມະຫາວິທະຍາໄລ Greenwich ແລະມະຫາວິທະຍາໄລ Kent ໃນປະເທດອັງກິດ ໄດ້ປະກາດແຜນການລວມກິດຈະການໃຫ້ກາຍເປັນ "ມະຫາວິທະຍາໄລທີ່ຍິ່ງໃຫຍ່" ແຫ່ງທໍາອິດຂອງອັງກິດ, ເພື່ອແນໃສ່ເພີ່ມທະວີສະຖຽນລະພາບທາງດ້ານການເງິນ ແລະ ຂະຫຍາຍໂອກາດສໍາລັບນັກສຶກສາໃນນະຄອນຫຼວງລອນດອນ ແລະ ຕາເວັນອອກສ່ຽງໃຕ້.
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%

ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການສະຖິຕິແຫ່ງຊາດຂອງນູແວນເຊລັງເປີດເຜີຍຂໍ້ມູນຄາດຄະເນລ້າສຸດວ່າ, ນູແວນເຊລັງ ຈະມີປະຊາກອນເຊື້ອສາຍອາຊີປະມານ 33% ໃນປີ 2048, ເພີ່ມຂຶ້ນຈາກ 19% ໃນປີ 2023. ໂດຍຜູ້ທີ່ມີເຊື້ອສາຍຈີນຈະເພີ່ມຂຶ້ນຈາກ 6% ເປັນປະມານ 8%, ໃນຂະນະທີ່ເຊື້ອສາຍອິນເດຍຈະເພີ່ມຂຶ້ນຈາກ 7% ເປັນປະມານ 12%.
ອາຊຽນ ຊຸກຍູ້ຮູບແບບດຳເນີນທຸລະກິດກວມລວມ ແລະ ຍືນຍົງ

ອາຊຽນ ຊຸກຍູ້ຮູບແບບດຳເນີນທຸລະກິດກວມລວມ ແລະ ຍືນຍົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສດຳເນີນທຸລະກິດກວມລວມ ອາຊຽນ (AIBF) ຄັ້ງທີ 8 ທີ່ຈັດຂຶ້ນຫວ່າງມໍ່ໆມາມານີ້ ຢູ່ນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ ໄດ້ສ້າງຂີດໝາຍສຳຄັນໃນຄວາມມານະພະຍາຍາມຂອງພາກພື້ນ ແນໃສ່ຊຸກຍູ້ບັນດາຮູບແບບດຳເນີນທຸລະກິດກວມລວມ ແລະ ຍືນຍົງ.
ອົສຕຣາລີ ຄາດວ່າຈະມີ 1 ລ້ານກວ່າຄົນ ເປັນໂຣກສະໝອງເສື່ອມໃນປີ 2065

ອົສຕຣາລີ ຄາດວ່າຈະມີ 1 ລ້ານກວ່າຄົນ ເປັນໂຣກສະໝອງເສື່ອມໃນປີ 2065

ຂ່າວຕ່າງປະເທດລາຍງານວ່າ: ບົດລາຍງານໂຣກສະໝອງເສື່ອມໃນອົສຕຣາລີ (ສະບັບປັບປຸງ) ຊຶ່ງສະຖາບັນສຸຂະພາບ ແລະ ສະຫວັດດີການ ແຫ່ງອົສຕຣາລີ ເປີດເຜີຍຫວ່າງບໍ່ດົນມານີ້ ຄາດຄະເນວ່າຈໍານວນຄົນທີ່ເປັນໂຣກສະໝອງເສື່ອມໃນອົສຕຣາລີຈະບັນລຸ 1.1 ລ້ານຄົນໃນປີ 2065 ຊຶ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າຈາກປະມານ 425,000 ໃນປີ 2024.
ທ່ານ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ ຫວຽດນາມ

ທ່ານ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນທ້າຍອາທິດຜ່ານມາວ່າ: ຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ໄດ້ຈັດພິທີສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ (13 ກັນຍາ 1945 – 13 ກັນຍາ 2025) ແລະ ຮັບນາມມະຍົດນັກວິລະຊົນແຮງງານ.
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ

ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ອົງການຂໍ້ມູນຂ່າວສານດ້ານພະລັງງານຂອງ ສະຫະລັດ ອາເມຣິກາ (EIA) ໄດ້ເປີດເຜີຍບົດລາຍງານທ່າອ່ຽງພະລັງງານໄລຍະສັ້ນ (STEO) ໃນວັນ 9 ກັນຍາ ຜ່ານມາ ຄາດ​ວ່າ, ​ຄວາມ​ຕ້ອງການ​ໃຊ້ໄຟຟ້າ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ຈະສືບຕໍ່ສ້າງ​ສະຖິຕິ​ສູງສຸດຄັ້ງໃໝ່​ໃນ​ປີ 2025 ​ແລະ 2026, ທຳລາຍສະຖິຕິທີ່ຜ່ານມາ 4,097 ພັນ​ຕື້​ກິ​ໂລ​ວັດ​ຕໍ່​ຊົ່ວ​ໂມງ​ (kWh) ໃນ​ປີ 2024. ໂດຍ​ຈະ​ເພີ່ມ​ຂຶ້ນ​ເປັນ 4,187 ພັນ​ຕື້​ kWh ​ໃນ​ປີ 2025 ​ແລະ​ ເພີ່ມ​ຂຶ້ນອີກ​ເປັນ 4,305 ພັນຕື້ ​ kWh ​ໃນ​ປີ 2026 ຊຶ່ງປັດໄຈຕົ້ນຕໍມາຈາກການຂະຫຍາຍຕົວຂອງສູນຂໍ້ມູນທີ່ຮອງຮັບປັນຍາປະດິດ (AI) ແລະ cryptocurrencies, ລວມເຖິງການຫັນປ່ຽນຂອງຄົວເຮືອນ ແລະ ຂະແໜງທຸລະກິດ ທີ່ໃຊ້ໄຟຟ້າແທນນໍ້າມັນເຊື້ອໄຟໃນການເຮັດຄວາມຮ້ອນ ແລະ ການຂົນສົ່ງ.
ການສົ່ງອອກຂອງກຳປູເຈຍເພີ່ມຂຶ້ນ 14.8%

ການສົ່ງອອກຂອງກຳປູເຈຍເພີ່ມຂຶ້ນ 14.8%

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກົມ​ພາສີ​ ແລະ​ ອາກອນ​ຂອງ​ກຳປູ​ເຈຍ​ໄດ້​ລາຍ​ງານ​ການ​ສົ່ງ​ອອກ​ຜະລິດຕະພັນ ​ມູນ​ຄ່າ 20.1 ຕື້​ໂດ​ລາ ​ໃນ​ໄລຍະເດືອນມັງກອນ - ສິງຫາ ​ປີ 2025, ​ເພີ່ມ​ຂຶ້ນ 14.8% ຈາກ 17.5 ຕື້​ໂດ​ລາ ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ 2024.
ໂຄງ​ການ​ລະ​ບາຍ​ນ້ຳ​ 4 ແຫ່ງຂອງ​ຈີນ ​ໄດ້​​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ

ໂຄງ​ການ​ລະ​ບາຍ​ນ້ຳ​ 4 ແຫ່ງຂອງ​ຈີນ ​ໄດ້​​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ

ຂ່າວສານຊີອາໄອ ລາຍງານວ່າ: ກະ​ຊວງ​ຊົນ​ລະ​ປະ​ທານ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ຫວ່າງບໍ່ດົນມານີ້ ໃນ​ກອງ​ປະ​ຊຸມ​​ຄະ​ນະ​​ບໍ​ລິ​ຫານ​ງານ​ສາ​ກົນ​ຄັ້ງ​ທີ 76 ຂອງ​ຄະ​ນະ​ກຳ​ມະ​ການ​​ຊົນ​ລະ​ປະ​ທານ ແລະ ລະ​ບາຍ​ນ້ຳ​ສາ​ກົນ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປະເທດ​ມາ​ເລ​ເຊຍ ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ​ (ຊຸດ​ທີ 12) ປີ 2025 ຢ່າງ​ເປັນ​ທາງ​ການ.
ຫວຽດນາມ ປະກາດຮູບແບບເສດຖະກິດພາກເອກະຊົນຮອບດ້ານ

ຫວຽດນາມ ປະກາດຮູບແບບເສດຖະກິດພາກເອກະຊົນຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 11 ກັນຍາ ຜ່ານມາ, ຄະນະຄົ້ນຄວ້າການພັດທະນາເສດຖະກິດພາກເອກະຊົນ (ຄະນະ 4, ສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະ ມົນຕີ) ໄດ້ຈັດພິທີປະກາດ “ຮູບແບບເສດຖະກິດພາກເອກະຊົນຮອບດ້ານຂອງ ຫວຽດນາມ”.
ອິນໂດເນເຊຍ ກຽມຈະຊຸກຍູ້ການຊື້ລົດຈັກໄຟຟ້າ

ອິນໂດເນເຊຍ ກຽມຈະຊຸກຍູ້ການຊື້ລົດຈັກໄຟຟ້າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກັນຍາ ຜ່ານມາວ່າ: ທ່ານ ຊູຊີວິໂຈໂນ ໂມເອກີອາຣໂຊ ເລຂາທິການກະຊວງປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານອິນໂດເນເຊຍກໍາລັງກະກຽມການສະໜອງແຮງຈູງໃຈໃນການຊື້ລົດຈັກໄຟຟ້າ ຊຶ່ງເປັນສ່ວນໜຶ່ງຂອງມາດຕະການກະຕຸ້ນເສດຖະກິດໃນໄຕມາດທີສາມ (ເດືອນກໍລະກົດ ຫາ ເດືອນກັນຍາ) ເພື່ອເລັ່ງການຫັນປ່ຽນໄປສູ່ພະລັງງານສະອາດ ແລະ ຫຼຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟ.
ເພີ່ມເຕີມ