ການຈໍາໜ່າຍພະລັງງານໄຟຟ້າຂອງ ຟຟລ ປີຜ່ານມາເພີ່ມຂຶ້ນທຽບໃສ່ປີ 2022 

ການຈໍາໜ່າຍພະລັງງານໄຟຟ້າຂອງ ຟຟລ ປີຜ່ານມາເພີ່ມຂຶ້ນທຽບໃສ່ປີ 2022 
ບົດລາຍງານກອງປະຊຸມສະຫຼຸບວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ທີ່ໄດ້ເຜີຍແຜ່ໃນວັນທີ 14 ກຸມພາຜ່ານມາໃຫ້ຮູ້ວ່າ: ປີ 2023 ຟຟລ ສາມາດຈໍາໜ່າຍໄຟຟ້າເພີ່ມຂຶ້ນ ເມື່ອທຽບກັບປີ 2022; ຂະນະດຽວກັນ, ການຄຸ້ມຄອງລະບົບສົ່ງ ແລະ ຈໍາໜ່າຍໄຟຟ້າ ກໍໄດ້ຮັບການປັບປຸງໃຫ້ມີຄວາມສະຖຽນລະພາບ ແລະ ສາມາດຫຼຸດຜ່ອນພະລັງງານຕົກເຮ່ຍໃຫ້ຫຼຸດລົງໄດ້.
    ໃນປີ 2023 ຊື້ພະລັງງານພາຍໃນ, ຜະລິດເອງ ແລະ ນໍາເຂົ້າຈາກຕ່າງປະເທດ ຈໍານວນທັງໝົດ 16.887,17 GWh ເທົ່າກັບ 90,09% ຂອງແຜນການ. ຂະນະທີ່ການຈໍາໜ່າຍ ແມ່ນສາມາດຈໍາໜ່າຍພະລັງງານໄຟຟ້າໄດ້ທັງໝົດ ເທົ່າກັບ 15.867,97 GWh ທຽບໃສ່ແຜນປະຕິບັດໄດ້ 90,79%; ແຕ່ຖ້າທຽບໃສ່ ປີ 2022 ການຈໍາໜ່າຍພະລັງງານໄຟຟ້າ ແມ່ນປະຕິບັດໄດ້ 101,41%. ປີຜ່ານມາ, ຟຟລ ຍັງໄດ້ສຸມໃສ່ວຽກງານການປັບປຸງ, ຄຸ້ມຄອງບໍາລຸງຮັກສາລະບົບສົ່ງ ແລະ ຈໍາໜ່າຍໄຟຟ້າ ໃຫ້ມີຄວາມສະຖຽນລະພາບ ບົນພື້ນຖານນໍາໃຊ້ລະບົບສົ່ງທີ່ມີໃນປັດຈຸບັນ ແລະ ບໍ່ມີການລົງທຶນໃໝ່ຊຶ່ງມາຮອດປັດຈຸບັນ ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ ທັງໝົດ 80 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ: 8.994 MVA; ລະບົບສາຍສົ່ງໄຟຟ້າແຮງສູງ 230 kV ລວງຍາວທັງໝົດ 1.859 km/ວົງຈອນ ແລະ ລະບົບສາຍສົ່ງໄຟຟ້າ 115 kV ລວງຍາວທັງໝົດ 6.985 km/ວົງຈອນ; ລະບົບຕາຂ່າຍແຮງດັນກາງ 22 kV-35 kV ລວງຍາວທັງໝົດ 37.948 km/ວົງຈອນ; ລະບົບຕາຂ່າຍແຮງດັນຕໍ່າ 0,4 kV ລວງຍາວທັງໝົດ 22.378 km/ວົງຈອນ; ມີໝໍ້ແປງລະບົບຈໍາໜ່າຍທັງໝົດ 37.467 ໜ່ວຍ, ລວມກໍາລັງຕິດຕັ້ງ 6.370 MVA; ມີຈໍານວນໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ໄຟຟ້າລາວ ທັງໝົດ 1.702.252 ໜ່ວຍ.
    ຟຟລ ຍັງສາມາດຫຼຸດຜ່ອນພະລັງງານຕົກເຮ່ຍໃຫ້ຫຼຸດລົງໄດ້ ຊຶ່ງໃນປີຜ່ານມາ ປະຕິບັດໄດ້ໝົດລະບົບ ເທົ່າກັບ 6,80%, ທຽບໃສ່ ປີ 2022 ຈໍານວນ 8,80% ຫຼຸດລົງ 2%. ສ່ວນວຽກງານສະຖິຕິໄຟຕົກ-ໄຟມອດ ທົ່ວປະເທດ ກໍຫຼຸດລົງເຊັ່ນດຽວກັນຄືສະຖິຕິໄຟຕົກ-ໄຟມອດ ທົ່ວປະເທດ ພາກລະບົບສົ່ງ ຈໍານວນ 424 ຄັ້ງ, ທຽບໃສ່ປີ 2022 (ຈໍານວນ 557 ຄັ້ງ), ຫຼຸດລົງ 133 ຄັ້ງ ຫຼື ເທົ່າກັບ 23,88%; ສະຖິຕິໄຟຕົກ-ໄຟມອດ ທົ່ວປະເທດ ພາກລະບົບຈໍາໜ່າຍ ຈໍານວນ 9.310 ຄັ້ງ, ທຽບໃສ່ ປີ 2022 (ຈໍານວນ 13.580 ຄັ້ງ), ຫຼຸດລົງ 4.272 ຄັ້ງ ຫຼື ເທົ່າກັບ 31,45%. 
    ນອກນີ້, ຟຟລ ຍັງມີໂຄງການສາຍສົ່ງ-ສະຖານີໄຟຟ້າ ແລະ ປັບປຸງລະບົບຈໍາໜ່າຍ ທີ່ກໍາລັງຈັດຕັ້ງປະຕິບັດ ລວມທັງໝົດມີ 9 ໂຄງການ: ໂຄງການສາຍສົ່ງ 500 kV ຊຽງຂວາງ-ນາຊາຍທອງ, ຄວາມຄືບໜ້າ 93,89%; ໂຄງການສາຍສົ່ງ 500/230 kV ອ້ອມນະຄອນຫຼວງວຽງຈັນ, ຄວາມຄືບໜ້າ 41,96%; ໂຄງການສາຍສົ່ງ 115 kV ເຂົ້າຕົວເມືອງນະຄອນຫຼວງວຽງຈັນ, ຄວາມຄືບໜ້າ 65,27%; ໂຄງການສາຍສົ່ງ 115 kV ນາໄຫ-ທ່ານາແລ້ງ, ຄວາມຄືບໜ້າ 94,43%; ໂຄງການສາຍສົ່ງ 115 kV ບັງເຢາະ-ສິລິນທອນ (ສໍາເລັດການກໍ່ສ້າງ 100% ຍັງວຽກຕິດພັນກັບການປັບປຸງສັນຍາເພີ່ມຕື່ມ ໃນມູນຄ່າໜ້າວຽກເພີ່ມໂຄງການ); ໂຄງການສາຍສົ່ງ ທີ່ນໍາໃຊ້ຮ່ວງເງິນ Pinggaoພາກເໜືອ, ຄວາມຄືບໜ້າປະມານ 10% (ໂຄງການຍັງບໍ່ທັນດໍາເນີນການກໍ່ສ້າງ); ໂຄງການສາຍສົ່ງ ທີ່ນໍາໃຊ້ຮ່ວງເງິນ Pinggaoພາກໃຕ້, ຄວາມຄືບໜ້າ 81,97%; ໂຄງການປັບປຸງລະບົບຈໍາໜ່າຍ 115 kV (ຢູ່ໃນໄລຍະກະກຽມວ່າຈ້າງຊ່ຽວຊານ ສະເພາະດ້ານ ແລະ ບໍລິສັດທີ່ປຶກສາ); ໂຄງການກໍ່ສ້າງ ແລະ ປັບປຸງສະຖານີໄຟຟ້າ 115/22 kV ໂພນຕ້ອງ ຄວາມຄືບໜ້າຮອດເດືອນ 01/2024 ສໍາເລັດ 72,39%. 
(ຂ່າວ: ສຸກສະຫວັນ, ພາບ: ຟຟລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2  ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບອົງການການຄ້າ ລະດັບພາກພື້ນ ເພື່ອການພັດທະນາ (Regional Trade for Development “RT4D”) ໄດ້ຈັດພິທີປິດໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ ໂດຍຜ່ານການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ການອອກແບບການຫຸ້ມຫໍ່ ແລະ ການຄ້າເອເລັກໂຕຣນິກ ໃນ ສປປ ລາວ” ຂຶ້ນ ໃນວັນ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ, ມີທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການພາກພື້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ, ທ່ານ ນາງ ສຸກິດຕາ ສີສຸລາດ ຫົວໜ້າກຸ່ມຫັດຖະກໍາຄົນພິການເມືອງປາກອູ ແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມ.
ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໃນວັນທີ 20 ຕຸລານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບໂອນວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາ-ອົບຮົມ ໂດຍການເປັນປະທານຂອງສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ເພີ່ມເຕີມ