ການຈັດຕັ້ງປະຕິບັດນິຕິກໍາຂອງອົງການໄອຍະການປະຊາຊົນ

ການຈັດຕັ້ງປະຕິບັດນິຕິກໍາຂອງອົງການໄອຍະການປະຊາຊົນມີຜົນສໍາເລັດເປັນຢ່າງດີ

ການຈັດຕັ້ງປະຕິບັດນິຕິກໍາຂອງອົງການໄອຍະການປະຊາຊົນມີຜົນສໍາເລັດເປັນຢ່າງດີ
ໂດຍ: ວັນເພັງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາຂອງອົງການໄອຍະການປະຊາຊົນຕໍ່ກອງປະຊຸມສະຫຼຸບວຽກງານອົງການໄອຍະການປະຊາຊົນທົ່ວປະເທດປະຈໍາປີ 2024

 

 ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ນັບແຕ່ປີ 2021 ເປັນຕົ້ນມາ ອົງການໄອຍະການປະຊາຊົນໄດ້ສ້າງບົດບັນທຶກຮ່ວມວ່າດ້ວຍກົນໄກປະສານງານ 12 ສະບັບ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ 84 ສະບັບລວມທັງໝົດ 96 ສະບັບ. ໃນນີ້, ມີນິຕິກໍາກ່ຽວກັບວຽກງານກວດກາທົ່ວໄປ 18 ສະບັບ, ວຽກງານຕິດຕາມກວດກາການດໍາເນີນຄະດີອາຍາ 23 ສະບັບ, ວຽກງານຕິດຕາມກວດກາການດໍາເນີນຄະດີແພ່ງ 4 ສະບັບ, ວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ 7 ສະບັບ, ວຽກງານຈັດຕັ້ງ-ພະນັກງານ 11 ສະບັບ, ວຽກງານກວດກາ 4 ສະບັບ, ວຽກງານການເງິນ 6 ສະບັບວຽກງານຫ້ອງການ 8 ສະບັບ ແລະ ວຽກງານຮ່ວມມືກັບຕ່າງປະເທດ 3 ສະບັບ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດປະເມີນຜົນວຽກງານດັ່ງກ່າວມີຜົນສໍາເລັດເປັນຢ່າງດີ ໂດຍສະເພາະການຈັດຕັ້ງປະຕິບັດນິຕິກໍາໄດ້ໂຄສະນາ, ເຜີຍແຜ່ບັນດານິຕິກຳດ້ວຍຫຼາຍວິທີ ແລະ ຮູບແບບ ເປັນຕົ້ນຈັດພິມປຶ້ມສັງລວມບັນດານິຕິກໍາ 2 ຄັ້ງຈໍານວນ 2,000 ຫົວ; ປາຖະກະຖາດ້ວຍຮູບແບບເຊິ່ງໜ້າ ແລະ ທາງໄກ, ຫັນລົງສູ່ຮາກຖານໂດຍຕິດພັນກັບການໂຄສະນາ, ເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກໍາດັ່ງກ່າວ; ລົງໜັງສືພິມ, ອອກລາຍການໂທລະພາບລາຍການກົດໝາຍເພື່ອປະຊາຊົນ, ລາຍການລັດ ແລະ ກົດໝາຍ, ເວັບໄຊ,ລົງວາລະສານໄອຍະການປະຊາຊົນໄດ້ 27 ສະບັບຈໍານວນ 27,000 ຫົວ ແລະ ອື່ນໆ; ໄດ້ຈັັດຊຸດຝຶກອົບຮົມ ແລະ ສໍາມະນາໃນຫົວຂໍ້ຕ່າງໆກ່ຽວກັບວຽກງານຕິດຕາມກວດກາທົ່ວໄປ 5 ຄັ້ງ, ວຽກງານກວດກາ 5 ຄັ້ງ ແລະ ວຽກງານຈັດຕັ້ງ-ພະນັກງານ, ວຽກງານການເງິນ, ງົບປະມານ, ວຽກງານຮ່ວມມືຍຸຕິທຳກັບຕ່າງປະເທດ ແລະ ຫົວຂໍ້ກົດໝາຍອື່ນໆທີ່ກ່ຽວຂ້ອງ; ໄດ້ສ້າງຫ້ອງໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນຢູ່ອົງການໄອຍະການປະຊາຊົນສູງສຸດ, 3 ພາກ ແລະ 5 ແຂວງຄື: ແຂວງອຸດົມໄຊ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ຄຳມ່ວນ ແລະ ຈຳປາສັກ.

ທ່ານ ຄຳເພັດ ສົມວໍລະຈິດ ກ່າວຕື່ມວ່າ: ສໍາລັບວຽກງານຈຸດສຸມ ແລະ ທິດທາງແກ້ໄຂໃນຕໍ່ໜ້າຈະສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດໃນຖັນແຖວສະມາຊິກພັກ,ພະນັກງານ-ລັດຖະກອນຢ່າງມີຈຸດສຸມ ແນໃສ່ປັບປຸງຄຸນທາດການເມືອງ, ຍົກສູງຄວາມຮັບຜິດຊອບໃນການເຄື່ອນໄຫວວຽກງານ ແລະ ການປະຕິບັດນິຕິກຳທີ່ຕົນຮັບຜິດຊອບຢ່າງມີປະສິດທິຜົນ; ໂຄສະນາເຜີຍແຜ່ ແລະ ຍົກສູງສະຕິເຄົາລົບກົດໝາຍ, ການຜັນຂະຫຍາຍນິຕິກໍາເປັນອັນລະອຽດ, ການຝຶກອົບຮົມ, ການຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ລັດຖະກອນອົງການໄອຍະການປະຊາຊົນ;ເອົາໃຈໃສ່ປະຕິບັດນິຕິກຳອົງການໄອຍະການປະຊາຊົນໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ສັກສິດ; ປັບປຸງກົງຈັກການຈັດຕັ້ງເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນສະບັບປັບປຸງ ໂດຍສະເພາະຂະແໜງການ ຫຼືໜ່ວຍງານຕິດຕາມກວດກາທົ່ວໄປ, ຕິດຕາມກວດກາການດໍາເນີນຄະດີແພ່ງ ແລະ ຫ້ອງການອົງການໄອຍະການປະຊາຊົນເຂດປະຈໍາເມືອງທີ່ມີເງື່ອນໄຂເໝາະສົມ; ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເປັນຕົ້ນສ້າງຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ,ລົບລ້າງ ຫຼື ໂຈະການຈັດຕັ້ງປະຕິບັດນິຕິກຳທີ່ບໍ່ສອດຄ່ອງ; ສືບຕໍ່ເພີ່ມທະວີການພັດທະນາບຸກຄະລາກອນໃຫ້ເປັນລະບົບແນໃສ່ປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ; ຂະຫຍາຍຫ້ອງການໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນ ແລະ ສືບຕໍ່ຫັນລົງສູ່ທ້ອງຖິ່ນ ເພື່ອຕິດຕາມຊຸກຍູ້ການປະຕິບັດໜ້າທີ່ວຽກງານຢ່າງຮອບດ້ານຂອງອົງການໄອຍະການປະຊາຊົນທ້ອງຖິ່ນ; ປັບປຸງກົນໄກປະສານສົມທົບກັບພາກສ່ວນ ແລະ ກໍານົດເປັນແຜນການເຄື່ອນໄຫວການສ້າງນິຕິກໍາ, ການໂຄສະນາ, ການປະເມີນຜົນໄດ້ຮັບຕົວຈິງຢ່າງເປັນລະບົບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ