ການຝຶກແອບລວມໝູ່ພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອນພາກໃຕ້ ຫວຽດນາມ

ການຝຶກແອບລວມໝູ່ພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອນພາກໃຕ້ ຫວຽດນາມ

ການຝຶກແອບລວມໝູ່ພິທີເດີນຂະບວນສວນສະໜາມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອນພາກໃຕ້ ຫວຽດນາມ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນຄ່ຳວັນທີ 22 ເມສາ ຜ່ານມາ, ຢູ່ເສັ້ນທາງເລຢວັນເມືອງ 1ນະຄອນ ໂຮ່ຈິມິນ, ອະນຸກຳມະການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້,

ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ໄດ້ຈັດການຝຶກແອບຄັ້ງສຸດທ້າຍກ່ອນທີ່ດຳເນີນການສະຫຼຸບເບື້ອງຕົ້ນ ແລະ ການສະຫຼຸບຂັ້ນລັດ.

ເຂົ້າຮ່ວມການຝຶກແອບລວມໝູ່ການເດີນຂະບວນສວນສະໜາມ ມີ 38 ກຸ່ມຂອງກຳລັງປະກອບອາວຸດ (ກອງທັບ, ຕຳຫຼວດ), ກຸ່ມເດີນຂະບວນສວນສະໜາມຂອງກຳລັງປະກອບອາວຸດປະຊາຊົນລາວ ແລະ ກອງທັບຣາຊະອານາຈັກ ກຳປູເຈຍ ແລະ 12 ກຸ່ມເດີນຂະບວນສວນສະໜາມທີ່ຕາງໜ້າໃຫ້ບັນດາອົງການຈັດຕັ້ງມະຫາຊົນ. ເປັນຄັ້ງທຳອິດ, ໃນການຝຶກແອບລວມໝູ່ ໄດ້ຈັດລາຍການສະແດງສິລະປະລວມໝູ່ຂ່ຳນັບຊົມເຊີຍ ດ້ວຍການເຂົ້າຮ່ວມຂອງນັກສະແດງ 1.000 ກວ່າຄົນ.

ພິທີເດີນຂະບວນສວນສະໜາມຈັດຂຶ້ນຢ່າງເປັນທາງການໃນເວລາ 6 ໂມງ 30 ນາທີ, ຂອງວັນທີ 30 ເມສາ, ໂດຍການເຂົ້າຮ່ວມຂອງ 13.000 ຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ສ ເກົາຫຼີ ເກັບລາຍຮັບຈາກພາສີໄດ້ 8.4 ພັນຕື້ວອນ ໃນເດືອນກໍລະກົດ

ສ ເກົາຫຼີ ເກັບລາຍຮັບຈາກພາສີໄດ້ 8.4 ພັນຕື້ວອນ ໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນ ແລະ ເສດຖະກິດຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 31 ສິງຫາ ຜ່ານມາວ່າ, ລາຍຮັບຈາກພາສີຂອງລັດຖະບານໄດ້ເພີ່ມຂຶ້ນ 8.4 ພັນຕື້ວອນ (ປະມານ 6 ຕື້ໂດລາ) ໃນເດືອນກໍລະກົດ ເມື່ອທຽບກັບປີກ່ອນ, ບັນລຸ 51 ພັນຕື້ວອນ ຊຶ່ງເປັນຜົນມາຈາກພາສີລາຍໄດ້ ແລະ ພາສີທຸລະກໍາຫຼັກຊັບທີ່ເພີ່ມຂຶ້ນ.
ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນວາງແຜນທີ່ຈະຊື້ເຂົ້າສຸກເສີນ 210,000 ໂຕນທີ່ປ່ອຍອອກຈາກຄັງສໍາຮອງໃນປີ 2025 ເພື່ອປ້ອງກັນການຫຼຸດລົງຂອງລາຄາຍ້ອນການສະໜອງເກີນ ຊຶ່ງຖືເປັນຄັ້ງທຳອິດທີ່ລັດຖະບານຍີ່ປຸ່ນໄດ້ຊື້ເຂົ້າຄືນທີ່ປ່ອຍອອກຈາກຄັງສຳຮອງ.

ທາງລົດໄຟຂອງຈີນ ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງໃນໄລຍະລະດູຮ້ອນ

ທາງລົດໄຟຂອງຈີນ ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງໃນໄລຍະລະດູຮ້ອນ

ສຳນັກຂ່າວສານຊິນຮວາລາຍງານວ່າ: ຕາມການໃຫ້ຂໍ້ມູນຂອງຜູ້ໃຫ້ບໍລິການທາງລົດໄຟຂອງຈີນໃນວັນທີ 1 ກັນຍາ ຜ່ານມາໃຫ້ຮູ້ວ່າ, ໃນໄລຍະ 62 ວັນຂອງລະດູການເດີນທາງໃນໄລຍະລະດູຮ້ອນໃນປີນີ້, ທາງລົດໄຟຂອງຈີນໄດ້ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງ, ຂະນະທີ່ການຂົນສົ່ງສິນຄ້າຍັງຄົງດຳເນີນໄປຢ່າງໝັ້ນຄົງ ແລະ ປອດໄພ.
ຟີລິບປິນ ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ

ຟີລິບປິນ ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍເດືອນສິງຫາຜ່ານມາວ່າ: ກະຊວງກະສິກຳຟີລິບປິນໄດ້ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າຊົ່ວຄາວ ເພື່ອເສີມຂະຫຍາຍການປະສານງານ ແລະ ຂັບເຄື່ອນໂຄງການພັດທະນາເຂົ້າທົ່ວປະເທດ. ຫ້ອງການດັ່ງກ່າວຈະເບິ່ງແຍງໂຄງການຕ່າງໆພາຍໃຕ້ໂຄງການເຂົ້າແຫ່ງຊາດ ແລະ ກອງທຶນ ເພີ່ມຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳເຂົ້າ, ທ່າມກາງສິ່ງທ້າທາຍຕ່າງໆຈາກຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ, ພື້ນຖານໂຄງລ່າງຫຼັງການເກັບກ່ຽວທີ່ບໍ່ພຽງພໍ ແລະ ຄວາມຕ້ອງການທີ່ຈະສົ່ງເສີມກະສິກຳທີ່ສາມາດທົນທານຕໍ່ການປ່ຽນແປງຂອງສະພາບອາກາດໄດ້ດີຂຶ້ນ.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 1 ກັນ​ຍາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26 ຢູ່​ນະ​ຄອນຫຼວງ​ບິ​ສ​ເຄັກ​ ປະ​ເທດ​ກຽກ​ກິດ​ສະ​ຖານ ພ້ອ​ມ​ທັງ​ກ່າວ​ຄຳ​ປາ​ໄສ​​ໃນ​ຫົວ​ຂໍ້ “ຊຸກ​ຍູ້​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ”.
ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 1 ກັນ​ຍາ ຜ່ານມາ, ມະ​ຕິ​ເລກ​ທີ 36/2026/QH ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ນະ​ຄອນ​ກວາງ​ນິງ ມີຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ສະ​ນັ້ນ, ນັບ​ແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ, ທົ່ວ​ປະ​ເທດຫວຽດ​ນາມ ມີ 8 ນະ​ຄອນ, ລ​ວມ​ມີ: ຮ່າ​ໂນ້ຍ, ໂຮ່​ຈິ​ມິນ, ຫາຍ​ຟ່​ອງ, ດ່ານັ້ງ, ເກິນ​ເທີ, ເຫວ້, ດົ່ງ​ນາຍ ແລະ ກວາງ​ນິງ.
ຍ້ອ​ນ​ຫຍັງ​ບົດ​ຮຽນ​ດ້ານ​ການ​ຕ້ານ​ການ​ກາຍ​ເປັນທະ​ເລ​ຊາຍ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​​ທົ່ວ​ໂລກ

ຍ້ອ​ນ​ຫຍັງ​ບົດ​ຮຽນ​ດ້ານ​ການ​ຕ້ານ​ການ​ກາຍ​ເປັນທະ​ເລ​ຊາຍ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​​ທົ່ວ​ໂລກ

ຫວ່າງມໍ່ໆມານີ້, ທ່ານ ​ໂຮ​ນັນ​ດ ຊາ​ໂກ​ສ​ກີ ເພື່ອນມິດຊາວອາເມຣິກາໄດ້ກັບຄືນມາທ່ຽວຊົມເຂດດິນຊາຍເມົາອູສູ້, ການນັດ​ກັນທີ່ຜ່ານເວລາຫຼາຍກວ່າສອງ​ທົດ​ສະ​ວັດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງຫຼວງຫຼາຍ​ໃນ​ໂລກ​ອອນ​ລາຍ ແລະ ໄດ້ນຳເອົາ​ຄວາມມະຫັດສະຈັນທາງນິເວດວິ​ທະ​ຍາ "​ໂຄງ​ການ​ປ່າ​​ປ້ອງ​ກັນ 3 ເໜືອ" ​ຂອງ​ຈີນກັບມາສູ່ສາຍຕາ​ຂອງ​ສາ​ທາ​ລະ​ນະອີກຄັ້ງ. ເປັນ​ເວ​ລາດົນ​ນານ​ມາ​ແລ້ວ, ​ທີ່ວຽກງານ​​ຕ້ານ​ການ​ກາຍ​ເປັນ​ທະ​ເລ​ຊາຍທີ່ຈີນດຳເນີນຢ່າງຕໍ່ເນື່ອງ, ການ​ປ່ຽນ​ແປງ​ຂອງພູດອຍ ແລະ ແມ່ນ້ຳ​ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ: ຫຼັງຈາກການຟື້ນຟູລະບົບນິເວດທີ່ດຳເນີນມາເປັນເວລາຫຼາຍ​ທົດ​ສະ​ວັດ, ຜົນງານການ​ປົວ​ແປງ​ທະ​ເລ​ຊາຍຂອງຈີນໄດ້ຮັບການກວດ​ສອບທາງວິທະຍາສາດ, ເຫັນໄດ້ຊັດເຈນຈາກການປ່ຽນແປງອັນໃຫຍ່ຫຼວງຂອງພູດອຍ ແລະ ແມ່ນ້ຳພ້ອມ​ທັງໄດ້ຮັບການຍອມຮັບຈາກທົ່ວໂລກ ແລະ ກາຍເປັນຮູບແບບທີ່ຫຼາຍປະເທດ​ໃນ​ໂລກພະຍາຍາມຖອດຖອນເອົາໄປປະຍຸກໃຊ້ໃນການຄຸ້ມຄອງລະບົບນິເວດ.
ຜົນຜະລິດອຸດສາຫະກໍາຂອງຍີ່ປຸ່ນ ເພີ່ມຂຶ້ນ 0.1% ໃນເດືອນກໍລະກົດ

ຜົນຜະລິດອຸດສາຫະກໍາຂອງຍີ່ປຸ່ນ ເພີ່ມຂຶ້ນ 0.1% ໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນໄດ້ເປີດເຜີຍໃນວັນທີ 31 ສິງຫາ ຜ່ານມາວ່າ: ຜົນຜະລິດຂະແໜງອຸດສາຫະກຳຂອງຍີ່ປຸ່ນໃນເດືອນກໍລະກົດເກືອບຈະຄົງທີ່, ໂດຍເພີ່ມຂຶ້ນພຽງແຕ່ 0.1% ຈາກເດືອນກ່ອນ. ເນື່ອງຈາກການເພີ່ມຂຶ້ນຂອງການສົ່ງອອກທີ່ກ່ຽວຂ້ອງກັບເຄມິຄອນດັກເຕີໄດ້ຊົດເຊີຍການຫຼຸດລົງຂອງການຜະລິດອຸປະກອນການຂົນສົ່ງ.
ນໍ້າຖ້ວມກະທັນຫັນໃນ Grand Canyon ເຮັດໃຫ້ມີຜູ້ຫາຍສາບສູນຫຼາຍກວ່າ 20 ຄົນ

ນໍ້າຖ້ວມກະທັນຫັນໃນ Grand Canyon ເຮັດໃຫ້ມີຜູ້ຫາຍສາບສູນຫຼາຍກວ່າ 20 ຄົນ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 31 ສິງຫາ ຜ່ານມາວ່າ: ເຈົ້າໜ້າທີ່ອຸທະຍານແຫ່ງຊາດ Grand Canyon ໃນລັດອາຣິໂຊນາ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍໃນວັນທີ 30 ສິງຫາ ຜ່ານມາວ່າ, ນ້ຳຖ້ວມກະທັນຫັນໃນຫ້ວຍນໍ້າ Bright Angel Creek ແລະ ບ່ອນພັກແຮມ Phantom Ranch ໃນວັນ 29 ສິງຫາ ຜ່ານມາ ອາດຈະເຮັດໃຫ້ມີຜູ້ຫາຍສາບສູນ ຫຼື ຍັງບໍ່ຮູ້ຊະຕາກຳ ຫຼາຍກວ່າ 20 ຄົນ. ພ້ອມທັງຂໍໃຫ້ຜູ້ທີ່ມີຂໍ້ມູນກ່ຽວກັບນັກປີນພູ ຫຼື ນັກທ່ອງທ່ຽວແບກເປ້ໃນເຂດຮ່ອມພູພາຍໃນບໍລິເວນ Bright Angel Creek ໃນມື້ທີ່ເກີດນ້ຳຖ້ວມ, ພ້ອມທັງຜູ້ທີ່ມີບ່ອນຕັ້ງແຄ້ມໃນພື້ນທີ່ທີ່ໄດ້ຮັບຜົນກະທົບ ໃຫ້ແຈ້ງຂໍ້ມູນຕໍ່ນັກສືບສວນຂອງອຸທິຍານ.
ເພີ່ມເຕີມ