ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີສເກົາຫຼີ​​ຊຸດ​ທີ 21 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີສເກົາຫຼີ​​ຊຸດ​ທີ 21 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີສເກົາຫຼີ​​ຊຸດ​ທີ 21 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້
ຂ່າວສານຊີອາໄອລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ວັນ​ທີ 3 ມິ​ຖຸ​ນາ ຈະມາເຖິງນີ້, ສເກົາຫຼີ​ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ທີ 21. ສະ​ຖາ​ບັນ​ຄົ້ນ​ຄວ້າ​ຫາງ​ສຽງ​ສັງ​ຄົມ​ສເກົາຫຼີ​ໄດ້​ສຳຫຼວດ​ຄວາມ​ຄິດ​ເຫັນ​ປະ​ຊາ​ຊົນ​​

ກ່ຽວກັບການເລືອກຕັ້ງປະທານາທິບໍດີ ຊຶ່ງຜົນການສຳຫຼວດທີ່ເຜີຍແຜ່ໃນວັນທີ 20 ເມສາ ຜ່ານມາ ສະແດງໃຫ້ເຫັນວ່າ: ທ່ານລີແຈມຽງ ອະດີດຫົວໜ້າພັກປະຊາທິປະໄຕຮ່ວມ ຊຶ່ງເປັນພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດຂອງສເກົາຫຼີ ຢູ່ອັນດັບທີ 1 ດ້ວຍອັດຕາການສະໜັບສະໜູນ 46.1%, ທ່ານຮານດັກຊູ ຢູ່ອັນດັບທີ 2 ດ້ວຍອັດຕາການສະໜັບສະໜູນ 10.6%ຊຶ່ງເປັນຜູ້ສະໝັກພຽງໜຶ່ງດຽວຈາກພັກຝ່າຍອະນຸລັກນິຍົມທີ່ມີອັດຕາການສະໜັບສະໜູນຫຼາຍກວ່າ 10%.

ອີງຕາມວາລະການເລືອກຕັ້ງ, ສອງພັກການເມືອງຕົ້ນຕໍຂອງສເກົາຫຼີຈະຕົກລົງເລືອກຜູ້ສະໝັກຮັບເລືອກຕັ້ງຮອບສຸດທ້າຍໃນວັນທີ 27 ເມສານີ້ ແລະ ວັນທີ 3 ພຶດສະພາໜ້ານີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ຊາວອົສຕຣາລີ ຫຼາຍກວ່າ 13 ລ້ານຄົນໃຊ້ AI ທຸກໆມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ອົງການຈ້າງງານ ແລະ ທັກສະ ຂອງອົສຕຣາລີໄດ້ອອກບົດລາຍງານປະຈຳປີ 2026, ໂດຍເປີດເຜີຍວ່າຊາວອົສຕຣາລີໃຊ້ເຄື່ອງມືປັນຍາປະດິດ (AI) ໃນຊີວິດປະຈຳວັນເຖິງ 13.6 ລ້ານຄົນ. ໂດຍສະເພາະ, ກຸ່ມປະຊາກອນໃນໄວເຮັດວຽກ, ທີ່ມີອາຍຸ 25-34 ປີ ແລະ 35-49 ປີ, ໃຊ້ AI ທຸກໆມື້ເຖິງ 74% ແລະ 72% ຕາມລຳດັບ.
ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ບໍ​ລິ​ສັດ​ສິງ​ກະ​ໂປ​ ຕັ້ງ​ເປົ້າ​ຈະ​ເພີ່ມ​ສະມັດຖະພາບ​ໃຫ້​ສູນ​ຂໍ້​ມູນ AI ໃນ​ມາ​ເລ​ເຊຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ບໍລິສັດ Aolani, ຜູ້ໃຫ້ບໍລິການ Neocloud ຫຼື ລະບົບໂຄງສ້າງພື້ນຖານຄລາວ ໃນສິງກະໂປ, ໄດ້ລົງນາມໃນໜັງສືສະແດງເຈດຈຳນົງເພື່ອສ້າງສະມັດຖະພາບດ້ານສູນຂໍ້ມູນປັນຍາປະດິດ (AI) ຂະໜາດ 500 ເມກາວັດໃນປະເທດມາເລເຊຍ, ໂດຍການດໍາເນີນງານຈະເລີ່ມຕົ້ນໃນເຄິ່ງທີ່ສອງຂອງປີ 2027.
ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ຮອດດັອກ ແລະ ຊີ້ນແປຮູບ ອາດເພີ່ມຄວາມສ່ຽງຕໍ່ການເປັນມະເຮັງລຳໄສ້ໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 20 ຕຸລາ ຜ່ານມາວ່າ: ສະຖາບັນຄົ້ນຄວ້າທາງການແພດ QIMR Berghoffer ໃນອົສຕຣາລີ ໄດ້ລາຍງານກ່ຽວກັບການສຶກສາລະດັບສາກົນທີ່ພົບວ່າ, ການບໍລິໂພກອາຫານທີ່ຜ່ານການແປຮູບຂັ້ນສູງ (ultra-processed foods)ໂດຍລວມບໍ່ມີຄວາມກ່ຽວຂ້ອງກັບການເປັນມະເຮັງລຳໄສ້ໃຫຍ່. ເຖິງຢ່າງໃດກໍຕາມ, ເມື່ອກວດສອບອາຫານແຍກແຕ່ລະປະເພດພົບວ່າ: ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງຂອງການເປັນມະເຮັງລຳໄສ້ໃຫຍ່ທີ່ສູງຂຶ້ນ, ໃນຂະນະທີ່ອາຫານບາງຊະນິດມີສ່ວນກ່ຽວຂ້ອງກັບຄວາມສ່ຽງທີ່ຫຼຸດລົງ.
ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ອິນ​ໂດ​ເນ​ເຊຍ ເລັ່ງ​ເຮັດຝົນທຽມ ​​ຕ້ານ​ໝອກ​ຄວັນ​ໄຟ​ໄໝ້​ປ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ສືບຕໍ່ປະຕິບັດການເຮັດຝົນທຽມ ໂດຍການໃຊ້ເກືອ ແລະ ນ້ຳກ້ອນແຫ້ງ ບັນເທົາວິກິດການໝອກຄວັນທີ່ເກີດຈາກໄຟໄໝ້ປ່າໃນ 4 ແຂວງຄື: ຊູມາຕຣາໃຕ້, ກາລິມັນຕັນກາງ, ກາລິມັນຕັນໃຕ້ ແລະ ກາລິມັນຕັນຕາເວັນຕົກ ຊຶ່ງຫຼ້າສຸດຝົນໄດ້ເລີ່ມຕົກໃນຫຼາຍພື້ນທີ່ແລ້ວ.
ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ຈີນ ສຳ​ເລັດ​ການ​ຍິງ​ຈະ​ຫຼວດ​ສົ່ງ​ຍານ GSX-1SY8 ຂຶ້ນ​ສູ່​ອະ​ວະ​ກາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເວ​ລາ 11 ໂມງ 39 ນາ​ທີ​ ຂອງວັນ​ທີ 21 ຕຸ​ລາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ທ້າຍຢວນ​ຂອງ​ຈີນ,
ຫວຽດນາມ - ດານມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ - ດານມາກ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸ​ລາ​ ຜ່ານມາ, ໃນການພົບປະ​ເຈລະ​ຈາ​ຢູ່​ນະ​ຄອນ​ຫຼວງໂກເປັນຮາກ ປະເທດດານມາກ, ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ​ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ ເມດເຕ ຟຣີເດຣິກເຊນ ນາ​ຍົກ​ລັດ​ຖະ​ມົນ​ຕີດານມາກ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ດານ​ມາກ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​.
ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

“ການຈັດຕັ້ງປະຕິບັດໂຄງການ ‘ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ’, ສ້າງເຄືອຂ່າຍກຳລັງການປະມວນຜົນເຊື່ອມໂຍງທົ່ວປະເທດເປັນແຜນນະໂຍບາຍສຳຄັນໜຶ່ງຂອງສູນກາງພັກຄອມມູນິດຈີນ.”
ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ຕຸລາ ຜ່ານມາ, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດ (ສປຊ) ຄັ້ງທີ 17 ຫຼື COP17 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຢເຣວານ ປະເທດອາກເມນີ. ກອງປະຊຸມຄັ້ງນີ້ຈະດໍາເນີນການກວດກາຕໍ່ຄວາມຄືບໜ້າລວມໝູ່ແຫ່ງການຈັດຕັ້ງປະຕິບັດ “ຂອບຊີວະນານາພັນທົ່ວໂລກຄຸນໝິງ-ມອນຕຣີໂອ” ເປັນເທື່ອທໍາອິດ ເພື່ອຊຸກຍູ້ໃຫ້ບັນລຸເປົ້າໝາຍທີ່ກໍານົດໄວ້ໃນຂອບດັ່ງກ່າວຮອດປີ 2030.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ເພີ່ມເຕີມ