ທ່ານ ຟູ້ລີງຮຸ່ຍ ກ່າວວ່າ: ໃນເດືອນສິງຫາ ຜ່ານມາ, ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນມີເຖິງ 3,874 ຕື້ 400 ລ້ານຢວນ, ເພີ່ມຂຶ້ນ 3.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ການສົ່ງອອກມີເຖິງ 2,303 ຕື້ 500 ລ້ານຢວນ, ເພີ່ມຂຶ້ນ 4.8%, ການນຳເຂົ້າມີເຖິງ 1,570 ຕື້ 900 ລ້ານຢວນ, ເພີ່ມຂຶ້ນ 1.7%. ນັບແຕ່ເດືອນມັງກອນ ຫາ ເດືອນສິງຫາປີນີ້, ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນມີເຖິງ 29,569 ຕື້ 600 ລ້ານຢວນ, ເພີ່ມຂຶ້ນ 3.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນັບແຕ່ເດືອນມັງກອນ ຫາ ເດືອນສິງຫາປີນີ້, ການນຳເຂົ້າ ແລະ ສົ່ງອອກທົ່ວໄປເພີ່ມຂຶ້ນ 2.2%, ກວມ 63.9% ຂອງຍອດມູນຄ່າຂອງການນຳເຂົ້າ ແລະ ສົ່ງອອກທັງໝົດ, ສ່ວນການນຳເຂົ້າ ແລະ ສົ່ງອອກຕໍ່ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ເພີ່ມຂຶ້ນ 5.4%.
ຄໍາເຫັນ