ການນຳແຂວງຈຳປາສັກ ພົບປະຢ້ຽມຢາມນາຍ ແລະ ພົນທະຫານຢູ່ເມືອງໂຂງ

ການນຳແຂວງຈຳປາສັກ ພົບປະຢ້ຽມຢາມນາຍ ແລະ ພົນທະຫານຢູ່ເມືອງໂຂງ
ໃນວັນທີ 1 ກຸມພານີ້ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ພ້ອມດ້ວຍບັນດາພະແນກການອ້ອມຂ້າງແຂວງ ໄດ້ລົງພົບປະຢ້ຽມຢາມອວຍພອນນາຍ ແລະ ພົນທະຫານກອງຮ້ອຍທະຫານຊາຍແດນ 527, 526, ກອງສຳຫຼວດປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ແລະ ກອງບັນຊາການທະຫານເມືອງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ພ້ອມມອບເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນໜຶ່ງ.
 ໂອກາດນີ້, ທ່ານ ສະນັ່ນ ສີພາພົມມະຈັນ ກໍໄດ້ໂອ້ລົມ ແລະ ເນັ້ນໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ຕັ້ງໜ້າປັບປຸງກໍ່ສ້າງກອງທັບໃຫ້ເຂັ້ມແຂງຮອບດ້ານ, ເພີ່ມທະວີການນໍາພາຂອງພັກຕໍ່ກຳລັງປະກອບອາວຸດ, ສ້າງກົມກອງ 3 ປອດ, ກົມກອງນັກຮົບວັດທະນະທຳໃຫ້ມີຄຸນນະພາບ, ປັບປຸງລະບຽບແບບແຜນຂອງກອງທັບໃຫ້ມີຄຸນນະພາບ ຕິດແທດກັບໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່;  ພ້ອມທັງ ໃຫ້ເອົາໃຈໃສ່ສ້າງພະລາທິການກັບທີ່, ຕົ້ນຕໍແມ່ນຮັບປະກັນໃຫ້ໄດ້ດ້ານສະບຽງອາຫານ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະສິກໍາເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ. ພ້ອມນັ້ນ; ໃຫ້ເອົາໃຈໃສ່ວຽກງານເຕັກນິກການທະຫານເປັນຕົ້ນ: ປົກປັກຮັກສາ ແລະ ບົວລະບັດພັດເຊັດພາຫະນະເຕັກນິກ, ອາວຸດ-ກະສູນໃຫ້ດີ, ປັບປຸງຄືນລະບົບສາງຄັງເກັບມ້ຽນ, ເອກະສານນິຕິກຳໃນການຄຸ້ມຄອງ-ນຳໃຊ້ ໃຫ້ເຂົ້າສູ່ລະບົບ, ຮັບປະກັນຄຸນນະພາບ ແລະ ຕິດຕາມແຜນການດັດແປງພາຫະນະ-ເຕັກນິກ, ສ້ອມແປງພາຫະນະໃຫ້ສໍາເລັດຕາມແຜນການ. 
ຄຽງຄູ່ກັນນີ້ ກໍຕ້ອງໄດ້ເພີ່ມທະວີການຊີ້ນຳ-ນໍາພາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດ; ຕ້ອງຕັ້ງໜ້າຍົກສູງສະຕິສະກັດກັ້ນ ແລະ ຕ້ານທຸກກົນອຸບາຍຂອງສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕ ປະຊາຊົນ ໄວ້ໃຫ້ໝັ້ນຄົງ, ສືບຕໍ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດສອກຫຼີກ, ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ, ສຸມໃສ່ແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວເດັດຂາດ, ຈັດຕັ້ງກໍາລັງປະຈຳຢູ່ແຕ່ລະບ້ານ ແລະ ປັບປຸງອົງການປົກຄອງຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ .

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

Vietjet ສະນຳເໜີຫຼຸດລາຄາປີ້ຍົນຊັ້ນ Deluxe 30% ສຳລັບການເດີນທາງໄປຫວຽດນາມ ຕະຫຼອດປີ 2026

ສາຍການບິນ Vietjet ມອບສ່ວນຫຼຸດສູງສຸດເຖິງ 30% ສໍາລັບປີ້ຍົນປະເພດ Deluxe ຕັ້ງແຕ່ວັນທີ 27 ຫາ 29 ມັງກອນ 2026, ເພື່ອເຊີນນັກທ່ອງທ່ຽວຈາກລາວໃຫ້ເລີ່ມຕົ້ນການເດີນທາງໄປທ່ອງທ່ຽວຫວຽດນາມໃນປີ 2026. ດ້ວຍຖ້ຽວບິນໂດຍກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ - ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ພ້ອມທັງເຄືອຂ່າຍຖ້ຽວບິນທີ່ພວມຂະຫຍາຍຕົວໃນທົ່ວອາຊີ-ປາຊີຟິກ, ໂປຣໂມຊັນທີ່ມີກຳນົດເວລານີ້ແມ່ນໂອກາດທີ່ບໍ່ຄວນພາດໃນການວາງແຜນລ່ວງໜ້າ ແລະ ເພີດເພີນກັບຄວາມຄຸ້ມຄ່າໃນການເດີນທາງຕະຫຼອດປີ 2026.
ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ສານອວຍພອນວັນຊາດ ອົສຕຣາລີ ຄົບຮອບ 238 ປີ

ພະນະທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ ແຫ່ງສາ​ທາ​ລະນ​­ະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົ­​ນລາວ ໄດ້ສົ່ງສານອວຍພອນ ເຖິງ ພະນະ​ທ່ານ​ນາງ ແຊມ ມອສຕິນ ຜູ້ສຳເລັດຣາຊະການແຫ່ງເຄື່ອຈັກກະພົບ ອົສຕຣາລີ ທີ່ແຄນເບີຣາ ໂດຍມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ອົສຕຣາລີ ເພື່ອນມິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອົສຕຣາລີ ຄົບຮອບ 238 ປີ.
ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ຫາລືສ້າງແຜນງານ ຄູ່ມື-ແນະນຳການປ້ອງກັນພາວະເລືອດຈາງຂອງແມ່ ແລະ ເດັກໃນລາວ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຮ່ວມກັບກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ສູນສຸຂະພາບແມ່ ແລະ ເດັກ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຄະນະແພດສາດ ກະຊວງສາທາລະນະສຸກ ຈັດກອງປະຊຸມປຶກສາຫາລືແຜນງານ, ບົດສະຫຼຸບນະໂຍບາຍຄູ່ມື ແລະ ການແນະນຳໃນການປ້ອງກັນ ແລະ ຫຼຸດ ຜ່ອນພາວະເລືອດຈາງໃນແມ່ຍິງ, ແມ່ຍິງຖືພາ, ໄວໜຸ່ມ ແລະ ເດັກໃນ ສປປ ລາວ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດເກສອນ ພະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານນາງ ວຽງສາຄອນ ຫຼວງພະເດດ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູທີ່ການ, ທ່ານ ອາລົງກອນ ເພັງສະຫວັນ ຄະນະບໍດີ ຄະນະແພດສາດກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
​  ຄໍາມ່ວນ ປູກພຶດສໍາຮອງລະດູແລ້ງໄດ້ແລ້ວ 9,489 ເຮັກຕາ

​ ຄໍາມ່ວນ ປູກພຶດສໍາຮອງລະດູແລ້ງໄດ້ແລ້ວ 9,489 ເຮັກຕາ

ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ເມືອງໄຊຍະບູລີ ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ

ເມືອງໄຊຍະບູລີ ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອ

ໃນວັນທີ 26 ມັງກອນນີ້, ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ປະກາດສ້າງຕັ້ງຕາແສງນາຫຼາ-ທ່າເດື່ອຂຶ້ນ, ຊຶ່ງເປັນຕາແສງ ທຳອິດ ຂອງເມືອງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ ເລຂາພັກເມືອງໄຊຍະບູລີ, ມີເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນ 16 ບ້ານ ເຂົ້າຮ່ວມ.
ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ

ສປສສ ສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 22ປີ

ໜ່ວຍພັກກົມກວດກາ ສານປະຊາຊົນສູງສຸດ (ສປສສ) ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22ປີ ແລະ ກອງປະຊຸມໂຄສະນາເຜີຍແຜ່ຕິດຕາມ,ຊຸກຍູ້ວຽກງານສະກັດກັ້ນ, ກວດກາ, ສືບສວນ, ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງສານປະຊາຊົນຂຶ້ນໃນວັນທີ26 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົມມະຫາ ປັນຍານຸເດດ ຄະນະປະຈຳພັກ ປະທານຄະນະກວດກາພັກ ເລຂາໜ່ວຍພັກກົມກວດກາ ສປສສ.
180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste) ຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີປະທານກິດຕິມະສັກ ສທຍ, ປະທານທີ່ປຶກສາ ສທຍ, ມີບັນດາພັນລະຍາການນໍາຂັ້ນສູງ, ການນໍາເພດຍິງ, ທຸຕານຸທູດ, ຜູ້ສະໜັບສະໜູນ, ບັນດາບໍລິສັດ, ແຂກຖືກເຊີນເຂົ້າຮ່ວມ.
ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາ​ທ່ານ​ຮອງລັດຖະມົນຕີ, ບັນດາ​ທ່ານຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກຜູ້ມີກຽດ
ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ເພີ່ມເຕີມ