ການນໍາແຂວງຄໍາມ່ວນ ແລະ ຊາວພຸດທະສາສະນິກະຊົນ ໃສ່ບາດຖວາຍ ສວນທັມມະຈັກ ຢູ່ຫໍພະຍາສີໂຄດຕະບອງ

ການນໍາແຂວງຄໍາມ່ວນ ແລະ ຊາວພຸດທະສາສະນິກະຊົນ ໃສ່ບາດຖວາຍ ສວນທັມມະຈັກ ຢູ່ຫໍພະຍາສີໂຄດຕະບອງ

ການນໍາແຂວງຄໍາມ່ວນ ແລະ ຊາວພຸດທະສາສະນິກະຊົນ ໃສ່ບາດຖວາຍ ສວນທັມມະຈັກ ຢູ່ຫໍພະຍາສີໂຄດຕະບອງ
ວັນທີ 30 ມີນາ 2026 ກົງກັບມື້ຂຶ້ນ 12 ຄໍ່າເດືອນ 5 ລາວ ພສ 2568, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ພ້ອມດ້ວຍບັນດາທ່ານການນໍາຂັ້ນແຂວງ, ເມືອງ, ເຈົ້າສັດທາແມ່ ເພັດສະໜອນ ເພັງສະຫວັດ ພ້ອມຄອບຄົວ ແລະ ຊາວພຸດທະສາສະນິກະຊົນ ໄດ້ຮ່ວມໃສ່ບາດ ແລະ ຖວາຍສວນທັມມະຈັກ ຢູ່ຫໍພະຍາສີໂຄດຕະບອງ.
ການນາແຂວງຄາມວນ ແລະ ຊາວພດທະສາສະນກະຊນ ໃສບາດຖວາຍ ສວນທມມະຈກ ຢຫພະຍາສໂຄດຕະບອງ - image 1
 

ໃນພິທີ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ກຽດເປັນປະທານ ຈູດທຽນໄຊ ເພື່ອບູຊາພະຣັດຕະນະໄຕ ໄຫວ້ພະຮັບສິນ ພ້ອມທັງຖວາຍກອງບຸນ ແລະ ເຄື່ອງປັດໃຈໄຊຍະທານ ແດ່ພະພິຄຸສົງ ດ້ວຍຄວາມເຄົາລົບ ແລະ ສັດທາ.

ການນາແຂວງຄາມວນ ແລະ ຊາວພດທະສາສະນກະຊນ ໃສບາດຖວາຍ ສວນທມມະຈກ ຢຫພະຍາສໂຄດຕະບອງ - image 2
 

ສວນທັມມະຈັກດັ່ງກ່າວ, ໄດ້ຮັບທຶນກໍ່ສ້າງຈາກ ບໍລິສັດ ເພັດຖາວອນ ເຄຫາກໍ່ສ້າງຂົວ-ທາງ ຊົນລະປະທານ ຈໍາກັດ ພ້ອມຄອບຄົວລູກຫຼານ ລວມມູນຄ່າກໍ່ສ້າງກວ່າ 700 ລ້ານກີບ. ພາຍໃນສວນປະກອບມີ ສີລາທຳ, ຫໍພະຍານາກ, ຫໍເຈົ້າແມ່ທໍລະນີ ແລະ ນໍ້າຕົກ ທີ່ຖືກອອກແບບຢ່າງປະນີດສວຍງາມ. ໂຄງການນີ້, ໄດ້ເລີ່ມກໍ່ສ້າງແຕ່ວັນທີ 15 ມັງກອນ ຫາ 2 ພຶດສະພາ 2024 ແລະ ເປັນໜຶ່ງໃນ 3 ສວນທີ່ຖືກອອກແບບຕາມແນວທາງຂອງອົງການພະພຸດທະສາສະໜາສຳພັນລາວ ເພື່ອປັບປຸງພູມທັດອ້ອມຂ້າງຫໍພະຍາສີໂຄດຕະບອງໃຫ້ງາມສະອາດ ແລະ ສະຫງົບຮົ່ມເຢັນ. ພ້ອມກັນນີ້ ຍັງເປັນບ່ອນໃຫ້ພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວ ໄດ້ມາພັກຜ່ອນ ປະພຶດທຳ ແລະ ສັກກາລະບູຊາ ຕາມຄວາມເຊື່ອຖືທາງສາສະໜາ. ຊຶ່ງພິທີໃນຄັ້ງນີ້ ບໍ່ພຽງແຕ່ສະທ້ອນໃຫ້ເຫັນຮີດຄອງປະເພນີອັນດີງາມຂອງຊາວລາວ ແຕ່ຍັງເປັນການຮ່ວມໃຈຂອງພາກລັດ-ເອກະຊົນ ໃນການສ້າງ ແລະ ພັດທະນາສະຖານທີ່ສັກສິດ ໃຫ້ເປັນສົມບັດທາງຈິດໃຈ ແລະ ທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນອະນາຄົດ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າ ທີ່ ຫຼວງພະບາງ

ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າ ທີ່ ຫຼວງພະບາງ

ເຈົ້າໜ້າທີ່ ເຄືອຂ່າຍ ບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ LAO-WEN ລົງກວດກາ ແລະ ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າ ຢູ່ສະຖານ ທີ່ລັກລອບຄ້າຂາຍຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມທີ່ບ້ານສັງຄະໂລກ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ.
ກອງປະຊຸມນຳສະເໜີທຶນສົມທົບຂະໜາດນ້ອຍທີ່ນະຄອນຫຼວງວຽງຈັນ

ກອງປະຊຸມນຳສະເໜີທຶນສົມທົບຂະໜາດນ້ອຍທີ່ນະຄອນຫຼວງວຽງຈັນ

ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມນຳສະເໜີທຶນສົມທົບຂະໜາດນ້ອຍລາວຍືນຍາວ ໂຄງການ “ລາວຍືນຍາວ” (Lasting Laos) ຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ, ໂດຍການເປັນປະທານເປີດງານ ຂອງທ່ານ ນາງ ມາໄລຄຳ ພິລາພອນ ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ສຸພະພອນ ຄຳແສນນາມ ຮັກສາການເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານນາງ ແຄໂຣໂມເທນຊັນ ອຳນວຍການອົງການແພລນສາກົນປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ ​ຈາກ​ບັນດາພາກລັດ, ອົງການຈັດຕັ້ງສາກົນ, ພາກທຸລະກິດ, ກຸ່ມໄວໜຸ່ມ Startup Business, Eco-Business, ນັກສຶກສາຈາກຄະນະວິທະຍາສາດສິ່ງແວດລ້ອມ, ກຸ່ມໄວໜຸ່ມພາຍໃຕ້ໂຄງການ Youth in Change ສະມາຄົມ RDA ແລະ ກຸ່ມໄວໜຸ່ມ ໂຄງການ Connecting Young Laotians with Decent Job Opportunities ພາຍໃຕ້ໜ່ວຍງານ SOYEE ແລະ ສະມາຄົມ ໃນຂະແໜງການທີ່ປິ່ນອ້ອມການທ່ອງທ່ຽວ.
ເຊກອງ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດ-ອອກແບບ ບູລະນະຮັກສາ ທາງຫຼວງແຫ່ງຊາດເລກ 16B

ເຊກອງ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດ-ອອກແບບ ບູລະນະຮັກສາ ທາງຫຼວງແຫ່ງຊາດເລກ 16B

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາ ທາງຫຼວງແຫ່ງຊາດເລກ 16B ໄລຍະທາງ 65 ກມ ໃນຮູບແບບປະສົມປະສານ ລະຫວ່າງ (OPBRC) ແລະ (PRTC) ແລະ ຮັບຜິດຊອບສ້ອມແປງເສັ້ນທາງດັ່ງກ່າວ ໃຫ້ສາມາດຮັບປະກັນການສັນຈອນໄປ-ມາ ແລະ ການຂົນສົ່ງຕ່າງໆໄດ້ສະດວກ ໃນຊ້ວງລະດູຝົນດ້ວຍການຖົມຫີນຂົບຊັ້ນພື້ນທາງ 0-40 ມມ ຊັ້ນເບສຄອດ (Base Course) ຄ່າຄວາມສາມາດຮັບນໍ້າໜັກຂອງຊັ້ນດິນ CBR ຫຼາຍກວ່າ 80% ລະຫວ່າງ ອໍານາດການປົກຄອງແຂວງ ຕາງໜ້າໂດຍ ພະແນກໂຍທາທິການ ແລະຂົນສົ່ງແຂວງເຊກອງ ແລະສະຫະບໍລິສັດ ລາວບໍລິການ ຈໍາກັດຜູ້ດຽວ ໄດ້ມີຂຶ້ນໃນວັນທີ 1 ມິຖຸນາ 2026 ນີ້ ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງເຊກອງ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງທັງສອງຝ່າຍ.
6 ເດືອນຜ່ານມາ ສະຫະພັນນັກຮົບເກົ່າແຂວງຫຼວງພະບາງ ຍາດໄດ້ຜົນງານຫຼາຍດ້ານ

6 ເດືອນຜ່ານມາ ສະຫະພັນນັກຮົບເກົ່າແຂວງຫຼວງພະບາງ ຍາດໄດ້ຜົນງານຫຼາຍດ້ານ

ກອງປະຊຸມຄົບຄະນະ ບໍລິຫານງານສະຫະພັນນັກຮົບເກົ່າແຂວງຫຼວງພະບາງ ປະຈຳ 6 ເດືອນຕົ້ນປີ ແລະວາງທິດທາງ 6 ເດືອນທ້າຍປີ 2026 ໄດ້ຈັດຂື້ນໃນວັນທີ່ 2 ກໍລະກົດ 2026 ນີ້, ໂດຍເປັນປະທານຂອງ ທ່ານ ພັນໂທ ຄຳເກີດ ພົມມະວົງສີ ປະທານສະຫະພັນນັກຮົບເກົ່າແຂວງ, ມີປະທານຽຮອງປະທານ ແລະຜູ້ເຮັດວຽກງານບໍລິຫານຫ້ອງການ ຂອງສະຫະພັນນັກຮົບເກົ່າບັນດາເມືອງ-ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
ປກສ ເມືອງສາມັກຄີໄຊ ສຸມໃສ່ແກ້ໄຂບັນຫາຢາເສບຕິດ

ປກສ ເມືອງສາມັກຄີໄຊ ສຸມໃສ່ແກ້ໄຂບັນຫາຢາເສບຕິດ

ອີງຕາມການໃຫ້ສໍາພາດຂອງ ທ່ານ ພັນຕີ ຄໍາໃບ ແກ້ວພາວົງ ຫົວໜ້າພະແນກຕໍາຫຼວດ ກອງບັນຊາ ການປ້ອງກັນຄວາມສະຫງົບ ເມືອງສາມັກຄີໄຊ ແຂວງອັດຕະປື ເມື່ອວັນທີ 1 ກໍລະກົດ 2026 ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີ 2026 ນີ້ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສາມັກຄີໄຊ ໄດ້ສຸມໃສ່ການຈັດຕັ້ງປະຕິບັດວາລາແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການແກ້ໄຂບັນດາຄະດີອາຍາທົ່ວໄປ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການໃຊ້ລົດ, ໃຊ້ຖະໜົນຢູ່ພາຍໃນເມືອງ, ໃນນີ້ 6 ເດືອນຜ່ານມາ ສາມາດແກ້ໄຂຄະດີຄ້າ-ຂາຍຢາເສບຕິດໄດ້ ທັງໝົດ 6 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 9 ຄົນ, ພ້ອມຂອງກາງປະເພດ ຢາບ້າ ຈໍານວນ 610 ເມັດ ແລະ ເຄື່ອງຂອງກາງ ໂທລະສັບ 6ໜ່ວຍ,
ປະກາດເລື່ອນຊັ້ນຜູ້ພິພາກສາ ແລະ ມອບ-ຮັບ ໃບຍ້ອງຍໍ

ປະກາດເລື່ອນຊັ້ນຜູ້ພິພາກສາ ແລະ ມອບ-ຮັບ ໃບຍ້ອງຍໍ

ສານປະຊາຊົນ ແຂວງໄຊສົມບູນ ໄດ້ຈັດພິທີ ປະກາດເລື່ອນຊັ້ນຜູ້ພິພາກສາ ແລະ ມອບ-ຮັບ ໃບຍ້ອງຍໍ ປະຈຳປີ 2025 ໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານ-ລັດຖະກອນ ໃນວັນທີ 1 ກໍລະກົດ 2026 ນີ້ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ບົວລະວັນ ເທບພະວົງ ຮັກສາການ ປະທານສານປະຊາຊົນແຂວງ, ມີບັນດາທ່ານຕາງໜ້າຈາກພະແນກການ, ອົງການ ພ້ອມດ້ວຍຜູ້ພິພາກສາສານປະຊາຊົນແຂວງ, ເຂດ 1, ເຂດ 2 ເຂົ້າຮ່ວມ.
ເມືອງພູວົງ ໂມທະນາທານແຫ່ພະໄຕຣປີດົກ ສືບສານພະພຸດທະສາສະໜາ ແລະ ທະນຸບຳລຸງວັດທະນະທຳອັນດີງາມ.

ເມືອງພູວົງ ໂມທະນາທານແຫ່ພະໄຕຣປີດົກ ສືບສານພະພຸດທະສາສະໜາ ແລະ ທະນຸບຳລຸງວັດທະນະທຳອັນດີງາມ.

ວັນທີ 1 ກໍລະກົດ 2026 ກົງກັບວັນແຮ່ມ 2 ຄ່ຳ ເດືອນ 8 ລາວ ພຸດທະສັກກະລາດ 2569 ປີມະເມຍ ທີ່ວັດປ່າໄຊຍະຣາມ ບ້ານວົງສຳພັນ ເມືອງພູວົງ ແຂວງອັດຕະປື ໄດ້ຈັດພິທີຂະບວນແຫ່ພະໄຕຣປີດົກ ຂຶ້ນຢ່າງສົມກຽດ ທ່າມກາງບັນຍາກາດແຫ່ງຄວາມເລື່ອມໃສສັດທາຂອງຄະນະສົງ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍ, ພິທີດັ່ງກ່າວ ໄດ້ຮັບຄວາມເມດຕາເປັນປະທານຝ່າຍສົງ ໂດຍ ພະອາຈານ ພອນສະຫວັນ ມະນີໂທ ຮອງປະທານອົງການພຸດທະສາສະໜາສຳພັນລາວ ແຂວງອັດຕະປື, ຫົວໜ້າກຳມາທິການເຜີຍແຜ່ສິນລະທຳ ແລະ ປະຕິບັດກຳມະຖານ. ພ້ອມດ້ວຍພະເຖຣານຸເຖຣາ, ພະພິກຂຸສົງ ແລະ ສາມະເນນ ຈາກຫຼາຍວັດໃນແຂວງ ແລະ ເມືອງໃກ້ຄຽງເຂົ້າຮ່ວມ.
ເຜີຍແຜ່ກົດໝາຍ ວ່າດ້ວຍສານທະຫານ ສະບັບປັບປຸງ ຢູ່ ວປກ

ເຜີຍແຜ່ກົດໝາຍ ວ່າດ້ວຍສານທະຫານ ສະບັບປັບປຸງ ຢູ່ ວປກ

ກົມກົດໝາຍ ກົມໃຫຍ່ການເມືອງກອງທັບ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ ປີ 2023) ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໃນວັນທີ 1 ກໍລະ ກົດຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວສີ ສີວົງສາ ຫົວໜ້າກົມກົດໝາຍ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ ແລະ ພະນັກ ງານ-ນັກຮົບ ທົ່ວ ວປກ ເຂົ້າຮ່ວມ.
ມອບເງິນໃຫ້ຜູ້ໂຊກດີຖືກລາງວັນທີ 1 ສະຫຼາກພັດທະນາ 5/45

ມອບເງິນໃຫ້ຜູ້ໂຊກດີຖືກລາງວັນທີ 1 ສະຫຼາກພັດທະນາ 5/45

ວິສາຫະກິດຮຸ້ນສ່ວນຕົວແທນພິມ-ຈໍາໜ່າຍສະຫຼາກພັດທະນາ 5/45 ແບບທັນສະໄໝ ຈໍາກັດ ໄດ້ຈັດພິທີມອບເງິນລາງວັນໃຫ້ຜູ້ໂຊກດີ ທີ່ຖືກຫວຍລາງວັນທີ 1 ສະຫຼາກພັດທະນາ 5/45 ແບບທັນສະໄໝ (Happy 545), ງວດທີ 72 ອອກຄັ້ງວັນທີ 24 ມິຖຸນາ 2026 ລວມມູນຄ່າເງິນລາງວັນ 1,824,380,709 ກີບ ຊຶ່ງໝາຍເລກທີ່ອອກແມ່ນ 37-3-32-2-34 ໃນວັນທີ 1 ກໍລະກົດ 2026 ນີ້ທີ່ ລັດວິສາຫະກິດຫວຍພັດທະນາ.
ທ່ານຮອງລັດຖະມົນຕີ ເນັ້ນ ວກປສ ສຸມໃສ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດ

ທ່ານຮອງລັດຖະມົນຕີ ເນັ້ນ ວກປສ ສຸມໃສ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດ

ທ່ານ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເຄື່ອນໄຫວພົບປະ ແລະ ເຮັດວຽກຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ໃນວັນທີ 1 ກໍລະກົດຜ່ານມາ, ໂດຍການຕ້ອນຮັບຂອງທ່ານ ພົຈວ ສຸກນິລັນດອນ ກຸນລະວົງ ຫົວ ໜ້າອຳນວຍການວິທະຍາຄານການເມືອງ ປກສ, ມີຄະນະນຳກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ວກປສ ເຂົ້າຮ່ວມ.
ເພີ່ມເຕີມ