ການນໍາແຂວງຜົ້ງສາລີ ຕິດຕາມຊຸກຍູ້ການຟາມລ້ຽງສັດ

ການນໍາແຂວງຜົ້ງສາລີ ຕິດຕາມຊຸກຍູ້ການຟາມລ້ຽງສັດ
ເມື່ອບໍ່ດົນມານີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມຊຸກຍູ້ກິດຈະການຟາມລ້ຽງງົວຂອງບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ທີ່ເມືອງບຸນເໜືອ. ໂດຍມີທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງບຸນເໜືອ ພ້ອມຄະນະເຂົ້າຮ່ວມຕິດຕາມ.
    ທ່ານ ເຫຼັກ ສຸກສັນ ອຳນວຍການ ບໍລິສັດ ບຸນທະວິໄຊ ຟາມລ້ຽງສັດ ຈຳກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ທາງບໍລິສັດໄດ້ດຳເນີນກິດຈະການເລີ່ມແຕ່ປີ 2019 ຊຶ່ງໄດ້ສໍາປະທານເນື້ອທີທັງໝົດ 97 ເຮັກຕາກວ່າ, ມີອາຍຸ 30 ປີ, ມີທຶນທັງໝົດ 48 ຕື້ກ່ວາກີບ ເປັນການລົງທຶນຂອງເອກກະຊົນ 100%, ຊຶ່ງທາງບໍລິສັດມີເປົ້າໝາຍຈະຜະລິດແມ່ພັນງົວໃຫ້ໄດ້ຈຳນວນຈຳນວນ 500 ແມ່ ໃນໄລຍະເວລາ 10 ປີ ແລະ ຜະລິດງົວຂຸນຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ໄດ້ 3 ພັນ-5 ພັນ ໂຕຕໍ່ປີ. ປັດຈຸບັນທາງບໍລິສັດໄດ້ທະລຸເສັ້ນທາງອ້ອມຂອບເຂດດິນທີ່ທາງບໍລິສັດສຳປະທານ, ປັບສະຖານທີ່ສຳລັບຕັ້ງຄອກລ້ຽງສັດ, ພື້ນທີ່ສຳລັບປູກຫຍ້າເລູຊີ, ຫຍ້າຫວານ ແລະ ຫຍ້າເນເປຍໃນນື້ອທີ່ 15 ເຮັກຕາ, ສຳເລັດການກໍ່ສ້າງຄອກງົວ 3 ຫຼັງ ຂະໜາດ ສາມາດບັນຈຸງົວ-ຄວາຍໄດ້ 150 ໂຕ, ໄດ້ສົ່ງເສີມປະຊາຊົນປູກມັນຕົ້ນແລ້ວເກັບຊື້ຄືນໃນລາຄາຄໍ້າປະກັນທີ່ບ້ານນ້ຳບຸນ ແລະ ບ້ານຂ້ອນ, ປັດຈຸບັນມີງົວທັງໝົດ 34 ໂຕ ພໍ່ພັນ 2 ໂຕ. 
ໂອກາດນີ້, ທ່ານ ເຈົ້າແຂວງ ໄດ້ສະແດງຄວາມຊົມເຊີຍ ຕໍ່ທາງບໍລິສັດ ທີ່ຈັດຕັ້ງປະຕິບັດກິດຈະກຳຟາມລ້ຽງງົວເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ, ຫຼຸດຜ່ອນການນຳເຂົ້າ ຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ, ຊຶ່ງມັນໄດ້ປະກອນສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ, ເມືອງ ກໍຄືເຈົ້າຂອງທຸລະກິດໃຫ້ມີລາຍຮັບເປັນປົກກະຕິ, ພ້ອມກັ້ນນັ້ນທ່ານໄດ້ເນັ້ນໃຫ້ອົງການປົກຄອງເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆໃນການຈັດຕັ້ງປະຕິບັດວຽກງານ, ຕໍ່ກັບບໍລິສັດໃຫ້ສືບຕໍ່ຊ່ວຍສົ່ງເສີມປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ດ້ວຍການສົ່ງເສີມປູກຫ້ຍາ, ປູກມັນຕົ້ນ ເພື່ອໃຫ້ເຂົາເຈົ້າມີອາຊີບທີ່ໜັ້ນຄົງ ແລະ ຖາວອນ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປົກະຕິ ເພື່ອຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ.
(ພາບ-ຂ່າວ: ແສງຄຳ ສາລີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ເຂົ້າຫຼາມ ແມ່ນອາຫານພື້ນບ້ານຂອງຄົນລາວທີ່ນິຍົມກິນ ຊຶ່ງໄດ້ສືບທອດກັນມາຈົນກາຍເປັນປະເພນີ ສືບສານວັດທະນະທໍາ ການກິນຈົນເຖິງປັດຈຸບັນ ຊຶ່ງສະແດງອອກພາຍໃນງານບຸນປະເພນີຕ່າງໆ ປວງຊົນລາວໄດ້ນໍາເອົາເຂົ້າຫຼາມມາວາງຂາຍຕະຫຼອດມາ.
ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນງານບຸນໃຫຍ່ປະຈໍາຊາດຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາຈາກອະດີດເຖິງປັດຈຸບັນ. ທັງເປັນງານບຸນໃນຮີດ 12 ຄອງ 14 ປະເພນີລາວ ທີ່ຈັດຂຶ້ນໃນທຸກໆປີ ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລານີ້. ງານບຸນດັ່ງກ່າວໃນແຕ່ລະວັນ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວຢ່າງຫຼວງຫຼາຍ. ສະນັ້ນ, ຂໍໃຫ້ທຸກທ່ານທ່ຽວດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພ້ອມຮັກສາໄດ້ຮີດ ຄອງປະເພນີລາວ.
ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ໃນວັນທີ 26 ຕຸລານີ້, ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ 2026 ທີ່ວັດອົງຕື້ວໍຣະມະຫາວິຫານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ມີທ່ານ ແສງອາທິດ ພິມເມືອງ ຮອງເລຂາຄະນະພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ, ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ວັນທີ 25 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວາງຕຸ້ງປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມພຸດສາສະໜາໜານໄຫທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫຄັ້ງທີ XI ທີ່ ນວ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມ ຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເພີ່ມເຕີມ