ການນໍາພັກ-ລັດ ເມືອງຄອບ ວາງພວງມາລາວັນສ້າງຕັ້ງກໍາລັງ ປກສ ແລະ ວັນສ້າງຕັ້ງຊາວໜຸ່ມ

ການນໍາພັກ-ລັດ ເມືອງຄອບ ວາງພວງມາລາວັນສ້າງຕັ້ງກໍາລັງ ປກສ ແລະ ວັນສ້າງຕັ້ງຊາວໜຸ່ມ
ລັດຖະບານ ແຫ່ງ ສປປ ລາວ, ຕາງໜ້າໂດຍກະຊວງການເງິນໄດ້ລົງນາມເຊັນສັນຍາຮ່ວມມືກັບບໍລິສັດ ພະລັງງານ ບໍລິສຸດ ຈຳກັດ ມະຫາຊົນ (EA) ສ້າງຕັ້ງບໍລິສັດຮ່ວມທຶນ
ທ້າຍເດືອນມີນາຜ່ານມາ, ບັນດາການນໍາພັກ-ລັດ ເມືອງຄອບ ແຂວງໄຊຍະບູລີ ຊຶ່ງນໍາໂດຍທ່ານ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບ, ມີບັນດາການນໍາ-ພະນັກງານຫຼັກແຫຼ່ງພາຍໃນເມືອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄູອາຈານ ຕະຫຼອດຮອດນ້ອງນ້ອຍສະມາຊິກຊາວໜຸ່ມ-ເຍົາວະຊົນ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບສຸກ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕີວັດລາວ ຄົບຮອບ 69ປີ (14 ເມສາ 1955-14 ເມສາ 2024) ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້. ທັງນີ້, ກໍເພື່ອ ເປັນການສະແດງເຖິງການເຕີບໃຫ່ຍຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 63 ປີຜ່ານມາ ພ້ອມທັງເປັນການຫວນຄືນມູນເຊື້ອພິລະອາດຫານ ແລະ ສູ້ຮົບມີໄຊຂອງກໍາລັງປ້ອງກັນຄວາມສະຫງົບທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
(ຂ່າວ-ພາບ: ທອງແກ້ວ ພອນມາລີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2  ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບອົງການການຄ້າ ລະດັບພາກພື້ນ ເພື່ອການພັດທະນາ (Regional Trade for Development “RT4D”) ໄດ້ຈັດພິທີປິດໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ ໂດຍຜ່ານການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ການອອກແບບການຫຸ້ມຫໍ່ ແລະ ການຄ້າເອເລັກໂຕຣນິກ ໃນ ສປປ ລາວ” ຂຶ້ນ ໃນວັນ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ, ມີທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການພາກພື້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ, ທ່ານ ນາງ ສຸກິດຕາ ສີສຸລາດ ຫົວໜ້າກຸ່ມຫັດຖະກໍາຄົນພິການເມືອງປາກອູ ແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມ.
ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໃນວັນທີ 20 ຕຸລານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບໂອນວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາ-ອົບຮົມ ໂດຍການເປັນປະທານຂອງສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ເພີ່ມເຕີມ