ການປັບປຸງ-ສ້ອມແປງເສັ້ນທາງແຕ່ສີໄຄຫາສີເກີດ

ການປັບປຸງ-ສ້ອມແປງເສັ້ນທາງແຕ່ສີໄຄຫາສີເກີດຈະໃຫ້ສໍາເລັດໃນຕົ້ນປີ 2025

ການປັບປຸງ-ສ້ອມແປງເສັ້ນທາງແຕ່ສີໄຄຫາສີເກີດຈະໃຫ້ສໍາເລັດໃນຕົ້ນປີ 2025
ປັດຈຸບັນ, ກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ກໍຄືພາກສ່ວນກ່ຽວຂ້ອງກໍາລັງເລັ່ງປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13

ເໜືອແຕ່ສີໄຄຫາສີເກີດ ທີ່ມີໄລຍະທາງຍາວ 6 ກິໂລແມັດ ໂດຍແມ່ນກຸ່ມບໍລິສັດຕັງຈະເລີນ ຈໍາກັດ (TCR)ເປັນຜູ້ຮັບເໝົາກໍ່ສ້າງ. ມາຮອດວັນທີ 17 ຕຸລາ 2024 ການຈັດຕັ້ງປະຕິບັດວຽກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງດັ່ງກ່າວມີຄວາມຄືບໜ້າ 66% ແລະ ຈະໃຫ້ສໍາເລັດສົມບູນໃນຕົ້ນປີ 2025.

ທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະທາງແຕ່ນະຄອນຫຼວງວຽງຈັນ (ນວ) ຫາໂພນໂຮງກົມຂົວທາງກະຊວງຍທຂ ໄດ້ໃຫ້ຮູ້ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງດັ່ງກ່າວຜ່ານນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 1 ຕຸລາ 2023 ຈົນເຖິງວັນທີ 31 ມີນາ 2025 (13 ເດືອນ) ແຕ່ມີໄລຍະເວລາກໍ່ສ້າງ18 ເດືອນ. ມາຮອດວັນທີ 17 ຕຸລາ 2024 ການຈັດຕັ້ງປະຕິບັດວຽກໂຄງການດັ່ງກ່າວມີຄວາມຄືບໜ້າ 66% ທຽບໃສ່ແຜນດັດແກ້ໃໝ່ຍັງຫຼຸດ 20%, ຖ້າທຽບໃສ່ແຜນເບື້ອງຕົ້ນໄດ້ 0%, ໄດ້ເຮັດການທົດລອງຄວາມເປັນຄື້ນໜ້າທາງໄລຍະ 600 ແມັດ; ສໍາເລັດໂຄງການເຂດບ້ານໄຊມຸງຄຸນ ເມືອງສີໂຄດຕະບອງ ນວສະເລ່ຍປະມານ 2,7 ກິໂລແມັດ ກຳລັງນໍາເອົາກົນຈັກມາເພີ່ມເພື່ອເລັ່ງປັບໜ້າທາງຈົກດິນບວມອອກ, ຖົມດິນແດງຊັບເກຣດ ແລະ ຊັບເບດ ໂດຍໃຊ້ແຮງງານທັງໝົດ 105 ຄົນ. ໃນນັ້ນ, ໄດ້ແບ່ງທີມງານ (ແຮງງານ) ອອກເປັນ 2 ທີມຄື: ທີມງານປູເບຕົງໜ້າທາງມີ 3 ທີມ (1 ທີມ/ມາຍສະໂຕນ), ທີມລະ 15 ຄົນລວມທັງໝົດ 45 ຄົນ; ທີມງານເຮັດຮ່ອງນໍ້າໂຕຢູມີ 6ທີມ (ເຮັດທັງສອງຂ້າງທາງ 12,630 ແມັດຍາວ), ທີມລະ 10 ຄົນ ລວມທັງໝົດ 60 ຄົນ. ພ້ອມນັ້ນມີຫຼາຍໜ້າວຽກມີຄວາມຄືບໜ້າເປັນຕົ້ນວຽກບຸກເບີກລອກໜ້າທາງໄດ້ 96.3%, ດິນຂຸດໜ້າທາງ 62.0%, ດິນຖົມໜ້າທາງ 79.7%, ດິນຊັ້ນຊັບເກຣດ 63.7%, ດິນຊັ້ນຊັບເບດ 51.0%, ຊັ້ນໜ້າທາງເບຕົງເສີມເຫຼັກ 32.6%, ທໍ່ລ່ຽມເບຕົງເສີມເຫຼັກ 50%, ທໍ່ກົມເບຕົງເສີມເຫຼັກ 100%, ຮ່ອງລະບາຍນໍ້າໂຕຢູ 90.6%. ໃນນັ້ນ, ວຽກງານຍົກຍ້າຍລະບົບສາທາລະນຸປະໂພກລວມມີ ໄຟຟ້າ 90%, ນໍ້າປະປາ (ບໍ່ໄດ້ຍົກຍ້າຍອອກປະໄວ້ຄືເກົ່າແຕ່ຍ້າຍທໍ່ກາງ-ນ້ອຍຕິດກັບຮ່ອງນໍ້າໂຕຢູທັງສອງຂ້າງ ແລະ ແປງທໍ່ນ້ອຍເຂົ້າຄົວເຮືອນເວລາຖືກກະທົບ). ໃນນັ້ນ, ວຽກທີ່ຍົກຍ້າຍ ແລະ ເຊັນສັນຍາແລ້ວມີສາຍໄຍແກ້ວ, ກ້ອງວົງຈອນປິດ, ສາຍເຄເບີ້ນຈໍາປາລາວ,ໂທລະພາບໃຊ້ສາຍລາວ, ໂທລະຄົມລາວ ETL, ເບສເທເລຄອມ, ລາວໂທລະຄົມ LTC,ສື່ສານໄຟຟ້າລາວ. ສຳລັບວຽກຍົກຍ້າຍສະຕາໂທລະຄົມ Unitel(ກຳລັງເຈລະຈາ).

ທ່ານ ລັດສະໝີ ອະລິຍະວົງສິງ ຍັງໃຫ້ຮູ້ບາງບັນຫາທ້າທາຍ-ຫຍຸ້ງຍາກວ່າ: ໄລຍະທາງດັ່ງກ່າວແມ່ນນອນໃນຕົວເມືອງທີ່ເປັນເຂດຊຸມຊົນໜາແໜ້ນ; ລົດບັນທຸກໜັກຍັງແລ່ນຕາມປົກກະຕິ;ລະດູຝົນປີນີ້ ແກ່ຍາວເວລາສົມຄວນ; ການຍົກຍ້າຍລະບົບສາທາລະນຸປະໂພກຫຼ້າຊ້າບໍ່ໄດ້ຕາມແຜນເບື້ອງຕົ້ນມາຮອດປັດຈຸບັນສະເລ່ຍລວມໄດ້ປະມານ 90% ໄດ້ແກ້ໄຂ, ສ້ອມແປງເສັ້ນທາງຮັບໃຊ້ການສັນຈອນເປັນປົກກະຕິ; ມີປະຊາຊົນແລະຜູ້ນຳໃຊ້ທາງໄດ້ສະເໜີຫຼາຍຕໍ່ກັບບັນຫາຂີ້ຝຸ່ນໄຫງ່, ທາງເຂົ້າເຮືອນມີຂີ້ຕົມ, ນໍ້າປະປາຕັດຂາດ, ທາງຊອຍເຂົ້າບ້ານ ແລະ ອື່ນໆ ແຕ່ກໍໄດ້ຊອກຫາວິທີແກ້ໄຂຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍຕາມການຈັດຕັ້ງປະຕິບັດວຽກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງດັ່ງກ່າວຈະສໍາເລັດສົມບູນໃນເດືອນມີນາ 2025.

ຂ່າວ: ວັນເພັງ, ພາບ: ວິທະຍຸແຫ່ງຊາດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ