ການຈຳໜ່າຍລົດຍົນຂອງຈີນ ໄດ້ເພີ່ມຂຶ້ນຫຼາຍກວ່າ 20 ລ້ານຄັນ

ການຜະລິດ ແລະ ຈຳໜ່າຍລົດຍົນຂອງຈີນໃນ 9 ເດືອນປີນີ້ ເພີ່ມຂຶ້ນຫຼາຍກວ່າ 20 ລ້ານຄັນ

ການຜະລິດ ແລະ ຈຳໜ່າຍລົດຍົນຂອງຈີນໃນ 9 ເດືອນປີນີ້ ເພີ່ມຂຶ້ນຫຼາຍກວ່າ 20 ລ້ານຄັນ
ຂ່າວສານຊີອາໄອລາຍງານ ໃນວັນທີ 13 ກັນຍາ ຜ່ານມາ, ອີງຕາມຂໍ້ມູນຫຼ້າສຸດທີ່ສະມາຄົມອຸດສາຫະກຳລົດຍົນຈີນ

ເປີດເຜີຍຫວ່າງມໍ່ໆມານີ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ປະລິມານການຜະລິດ ແລະ ການຈຳໜ່າຍລົດຍົນຂອງຈີນ ໄດ້ເພີ່ມຂຶ້ນຫຼາຍກວ່າ 20 ລ້ານຄັນ, ໃນນັ້ນປະລິມານການຜະລິດລົດຍົນບັນລຸເຖິງ 21,470,000 ຄັນ ເພີ່ມຂຶ້ນ 1.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຂະນະທີ່ປະລິມານການຈຳໜ່າຍລົດຍົນບັນລຸເຖິງ 21,571,000 ຄັນ, ເພີ່ມຂຶ້ນ 2.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນນີ້, ປະລິມານການຜະລິດ ແລະ ການຈຳໜ່າຍລົດພະລັງງານໃໝ່ ໄດ້ເພີ່ມຂຶ້ນຫຼາຍກວ່າ 8,300,000 ຄັນ ຊຶ່ງເທົ່າກັບເພີ່ມຂຶ້ນຫຼາຍກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ນອກນີ້, ປະລິມານການຈຳໜ່າຍລົດພະລັງງານໃໝ່ ໄດ້ກວມເອົາຍອດປະລິມານການຈຳໜ່າຍລົດຍົນເກືອບ 40%.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກ​ທຸ​ລະ​ກິດ​ ​ເຂົ້າ​ຮ່ວມງານວາງສະແດງສິນຄ້າກວາງໂຈ່ວ ສ້າງ​ສະ​ຖິ​ຕິ​ໃໝ່​​ໃນ​ປະ​ຫວັດ​ສາດ

ນັກ​ທຸ​ລະ​ກິດ​ ​ເຂົ້າ​ຮ່ວມງານວາງສະແດງສິນຄ້າກວາງໂຈ່ວ ສ້າງ​ສະ​ຖິ​ຕິ​ໃໝ່​​ໃນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານວ່າ: ງານວາງສະແດງສິນຄ້າກວາງໂຈ່ວຄັ້ງທີ 139 ໄລຍະທີ 1 ໄດ້ສິ້ນສຸດລົງໃນວັນທີ 19 ເມສາ ຜ່ານມາ, ໂດຍໄດ້ສະແດງໃຫ້ເຫັນຜົນງານ​ດ້ານນະວັດຕະກຳຂອງລະບົບອຸດສາຫະກຳທີ່ກ້າວໜ້າຂອງຈີນຢ່າງຄົບຊຸດ.
IEA ເປີດເຜີຍວ່າ ການໃຊ້ໄຟຟ້າທົ່ວໂລກ ເພີ່ມຂຶ້ນ 3% ໃນປີ 2025

IEA ເປີດເຜີຍວ່າ ການໃຊ້ໄຟຟ້າທົ່ວໂລກ ເພີ່ມຂຶ້ນ 3% ໃນປີ 2025

ຂ່າວຕ່າງປະເທດລາຍງານວ່າ: ອົງການພະລັງງານສາກົນ (IEA) ໄດ້ອອກບົດລາຍງານການທົບທວນພະລັງງານໂລກໃນວັນທີ 20 ເມສາ ຜ່ານມາ ໂດຍລະບຸວ່າ, ປະລິມານການໃຊ້ໄຟຟ້າທົ່ວໂລກ ໃນປີ 2025 ເພີ່ມຂຶ້ນ 3%, ໂດຍສ່ວນໜຶ່ງແມ່ນຍ້ອນຄວາມຕ້ອງການລົດໄຟຟ້າ (EV) ແລະ ສູນຂໍ້ມູນ (Data Center) ທີ່ເພີ່ມຂຶ້ນຢ່າງໄວວາ. ເຖິງຢ່າງໃດກໍຕາມ, ຕົວຂັບເຄື່ອນຫຼັກຍັງຄົງເປັນຂະແໜງອຸດສາຫະກຳ, ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ ແລະ ອາຄານການຄ້າ.
ຍີ່ປຸ່ນ ກວດພົບຄື້ນສຶນາມິ ຫຼັງແຜ່ນດິນໄຫວຂະໜາດ 7.5 ຣິກເຕີ

ຍີ່ປຸ່ນ ກວດພົບຄື້ນສຶນາມິ ຫຼັງແຜ່ນດິນໄຫວຂະໜາດ 7.5 ຣິກເຕີ

ຂ່າວຕ່າງປະເທດລາຍງານວ່າ: ໃນຕອນບ່າຍຂອງວັນທີ 20 ເມສາ ຜ່ານມາ, ຍີ່ປຸ່ນໄດ້ລາຍງານພົບຄື້ນສຶນາມິຢູ່ບໍລິເວນນອກຊາຍຝັ່ງຂອງແຂວງອິວາເຕະ ແລະ ແຂວງອາໂອໂມຣິ ໃນມະຫາສະໝຸດປາຊີຟິກ ຫຼັງຈາກເກີດແຜ່ນດິນໄຫວຂະໜາດ 7.5 ຣິກເຕີ ຢູ່ນອກຊາຍຝັ່ງຂອງຊັນຣິກຸ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ. ໂດຍທີ່ທ່າເຮືອຄູຈິ ໃນແຂວງອິວາເຕະ ວັດແທກຄື້ນໄດ້ສູງເຖິງ 80 ຊັງຕີແມັດ.
ຫວຽດນາມ ຢຶດ​ໝັ້ນ​ຕໍ່ຄາດ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ໂຕ​ເລກ

ຫວຽດນາມ ຢຶດ​ໝັ້ນ​ຕໍ່ຄາດ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ໂຕ​ເລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 20 ເມ​ສາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ໂດຍ​ສືບ​ຕໍ່ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ພ​າຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ ເຈິ່ນ​ແທັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ການ​ບໍ​ລິ​ຫານ​ຂອງ​ທ່ານ​ນາງ ຫງວຽນ​ທິ​ຮົ່ງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ, ໃນ​ນັ້ນ, ມີຫຼາຍ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ໄລ​ຍະ 5 ປີ 2026 – 2030 ດ້ວຍຫຼາຍ​ມາດ​ຕະ​ການ​ລະອຽດ.
ສີລັງກາ ປັບໃໝລົດໂດຍສານ 80 ຄັນ ຍ້ອນເກັບຄ່າໂດຍສານເກີນກຳນົດ

ສີລັງກາ ປັບໃໝລົດໂດຍສານ 80 ຄັນ ຍ້ອນເກັບຄ່າໂດຍສານເກີນກຳນົດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ໂຣຮານາ ວັດເທດ ຫົວໜ້າໜ່ວຍກວດກາລົດໂດຍສານເຄື່ອນທີ່ຂອງຄະນະກຳມະການຂົນສົ່ງແຫ່ງຊາດສີລັງກາ ໄດ້ເປີດເຜີຍວ່າ, ຈາກການກວດກາລົດໂດຍສານ ຈຳນວນ 680 ຄັນ ລະຫວ່າງວັນທີ 8-18 ເມສາ ຜ່ານມາ ພົບວ່າມີລົດໂດຍສານ ຈຳນວນ 80 ຄັນ ຄິດຄ່າໂດຍສານເກີນກຳນົດທີ່ອະນຸຍາດໃນລະຫວ່າງງານບຸນປີໃໝ່ຂອງຊາວສິງຫົນ ແລະ ທະມິນ ຊຶ່ງເປັນວັນພັກທີ່ສຳຄັນທີ່ສຸດຂອງສີລັງກາ ຈຶ່ງໄດ້ມີການປັບໃໝລົດໂດຍສານເຫຼົ່ານີ້.
ມາເລເຊຍ ເຈລະຈາກັບຣັດເຊຍກ່ຽວກັບການສະໜອງນ້ຳມັນເຊື້ອໄຟ

ມາເລເຊຍ ເຈລະຈາກັບຣັດເຊຍກ່ຽວກັບການສະໜອງນ້ຳມັນເຊື້ອໄຟ

ຂ່າວສານຊີອາໄອລາຍງານວ່າ: ວັນທີ 18 ເມສາ ຜ່ານມາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດມາເລເຊຍສາມາດເຈລະຈາກັບຣັດເຊຍກ່ຽວກັບການສະໜອງນໍ້າມັນເຊື້ອໄຟ ເພື່ອຮັບປະກັນຄັງສຳຮອງພະລັງງານຂອງມາເລເຊຍພຽງພໍກັບຄວາມຕ້ອງການຂອງປະເທດຕົນ.
ມູນ​ຄ່າ​ການ​ນຳ​ເຂົ້າ - ສົ່ງ​ອອກ​ ຜ່ານ​ດ່ານ​ທາງ​ຫຼວງຈູ່​ໄຫ​ ຂອງ​ຂົວ​ໃຫຍ່ ຮົງ​ກົງ-ຈູ່​ໄຫ-ມາ​ກາວ ​ບັນ​ລຸ​ 96 ຕື້ 170 ລ້ານຢວນ

ມູນ​ຄ່າ​ການ​ນຳ​ເຂົ້າ - ສົ່ງ​ອອກ​ ຜ່ານ​ດ່ານ​ທາງ​ຫຼວງຈູ່​ໄຫ​ ຂອງ​ຂົວ​ໃຫຍ່ ຮົງ​ກົງ-ຈູ່​ໄຫ-ມາ​ກາວ ​ບັນ​ລຸ​ 96 ຕື້ 170 ລ້ານຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 19 ເມສາ ຜ່ານມາວ່າ: ອີງ​ຕາມ​ສະ​ຖິ​ຕິ​ຂອງ​ອົງ​ການ​ພາ​ສີ​ກົງ​ເປີຍຈີນ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຜ່ານ​ດ່ານ​ທາງ​​ຫຼວງຈູ່​ໄຫ​ຂອງ​ຂົວ​ໃຫຍ່ຮົງ​ກົງ-ຈູ່​ໄຫ-ມາ​ກາວ ​ບັນ​ລຸ​ເຖິ​ງ 96 ຕື້ 170 ລ້ານຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ ເພີ່ມ​ຂຶ້ນ 55,4%, ຖາ​ນະ​ບົດ​ບາດ​ຂອງ​ດ່ານຂົວ​ໃຫຍ່​ດັ່ງ​ກ່າວ​ທີ່​ເປັນ​​ຊ່ອງ​ທາງ​​ສຳ​ຄັນຕົ້ນຕໍ​ດ້ານ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈູ່​ຈ່ຽງ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.
ຜັກ​ໝາກ​ໄມ້ເກືອບ 100 ໂຕນ ຈາກຫວຽດນາມ ຖືກສົ່ງໄປຍັງ​ຕະຫຼາດ UAE

ຜັກ​ໝາກ​ໄມ້ເກືອບ 100 ໂຕນ ຈາກຫວຽດນາມ ຖືກສົ່ງໄປຍັງ​ຕະຫຼາດ UAE

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກຸ່ມ​ບໍ​ລິ​ສັດ Lulu Group International ໄດ້​ຈ້າງ​ເຮືອ​ບິນ​ຂົນ​ສົ່ງ​ຜັກ​ໝາກ​ໄມ້​ສົດ​ເກືອບ 100 ໂຕນ​ຈາກ ຫວຽດ​ນາມ ໄປ​ຍັງ​ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ (UAE).
​ໃນ 4 ປີ ນາ​ຍົກລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນເຖິງ 4 ​ຄັ້ງ​

​ໃນ 4 ປີ ນາ​ຍົກລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນເຖິງ 4 ​ຄັ້ງ​

ຂ່າວສານຊີອາໄອລາຍງານວ່າ: ລະ​ຫວ່າງວັນ​ທີ 11 ຫາ 15 ເມ​ສາ​ ຜ່ານມານີ້, ທ່ານ ເປໂດຣ ຊານເຊັສ ນາຍົກລັດຖະມົນຕີແອັດສະປາຍ ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ອີກ​ຄັ້ງ​ໜຶ່ງ. ນີ້​ແມ່ນ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນຄັ້ງທີ 4 ພາຍ​ໃນ​ເວ​ລາ 4 ປີຂອງທ່ານ ເປໂດຣ ຊານເຊັສ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ພົບ​ປະ​ກັບ​ທ່ານທ່ານ ເປໂດຣ ຊານເຊັສ, ສອງ​ຝ່າຍ​ໄດ້​ລົງ​ນາມ​​ເອ​ກະ​ສານ​ການ​ຮ່ວມ​ມືຫຼາຍ​ສະ​ບັບ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ, ສະ​ບຽງ​ອາ​ຫານ ແລະ ອື່ນໆ.
ກິນເຄັມຫຼາຍເກີນໄປເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍ

ກິນເຄັມຫຼາຍເກີນໄປເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລອີດິດ ໂຄແວນ ໃນອົສຕຣາລີເປີດເຜີຍວ່າ: ການບໍລິໂພກອາຫານທີ່ເຄັມເກີນໄປອາດເພີ່ມຄວາມສ່ຽງຕໍ່ການສູນເສຍຄວາມຊົງຈຳໃນຜູ້ຊາຍໄວຂຶ້ນ. ເນື່ອງຈາກການບໍລິໂພກໂຊດຽມປະລິມານສູງສາມາດສົ່ງຜົນກະທົບຕໍ່ຄວາມຊົງຈຳ ຊຶ່ງເປັນຄວາມຊົງຈຳທີ່ຊ່ວຍໃຫ້ຄົນເຮົາລະນຶກເຖິງປະສົບການສ່ວນຕົວ ແລະ ເຫດການໃນອະດີດເຊັ່ນ: ຈອດລົດຢູ່ໃສ ຫຼື ມື້ທຳອິດຂອງການໄປໂຮງຮຽນ.
ເພີ່ມເຕີມ