ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເຈິ່ນແທັງເໝິນປະທານສະພາແຫ່ງຊາດ ຫວຽດນາມ

ການພົວພັນສອງອົງການນິຕິບັນຍັດ ກາຍເປັນເສົາຄ້ຳສຳຄັນໃນການພົວພັນຫວຽດນາມ - ອົສຕຣາລີ

ການພົວພັນສອງອົງການນິຕິບັນຍັດ ກາຍເປັນເສົາຄ້ຳສຳຄັນໃນການພົວພັນຫວຽດນາມ - ອົສຕຣາລີ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເຈິ່ນແທັງເໝິນປະທານສະພາແຫ່ງຊາດ ຫວຽດນາມ, ໃນວັນທີ 24 ສິງຫາ ຜ່ານມາ

ທ່ານນາງ ຊູ ລາຍ ປະທານສະພາສູງ ອົສຕຣາລີ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 24 – 30 ສິງຫາ ນີ້.

ຂ່າວລະບຸວ່າ: ກ່ອນການຢ້ຽມຢາມ, ທ່ານນາງ ເລທູຮ່າ ຮອງຫົວໜ້າກຳມາທິການການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານນາງ ຊູ ລາຍ ປະທານສະພາສູງ ອົສຕຣາລີ ມີຄວາມໝາຍສຳຄັນ, ປະກອບສ່ວນຍົກລະດັບ, ເຮັດໃຫ້ການພົວພັນລະຫວ່າງສອງອົງການນິຕິບັນຍັດເຂົ້າສູ່ລວງເລິກ ແລະ ແທດຈິງກວ່າເກົ່າອີກ, ນຳການພົວພັນນີ້ກາຍເປັນເສົາຄ້ຳສຳຄັນ ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອົສຕຣາລີ. ສ່ວນຝ່າຍອົສຕຣາລີ, ຖືວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນວ່າ ອົສຕຣາລີ ມີຄວາມເອົາໃຈໃສ່, ຖືເປັນສຳຄັນການພົວພັນຂອງອົສຕຣາລີຕໍ່ ຫວຽດນາມ, ຢັ້ງຢືນຄວາມປາຖະໜາຢາກຍູ້ແຮງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາອົສຕຣາລີ ດ້ວຍການເຄື່ອນໄຫວຫັນຂໍ້ຕົກລົງການຮ່ວມມືລະຫວ່າງສອງອົງການນິຕິບັນຍັດສອງປະເທດເປັນລະອຽດໃນໄລຍະຈະມາເຖິງ ດ້ວຍເນື້ອໃນໃໝ່ທີ່ເລິກເຊິ່ງກວ້າງຂວາງ, ຕາມທິດນັບມື້ນັບແທ້ຈິງ ແລະ ມີປະສິດທິຜົນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານນາງ ຊູ ລາຍຈະມີການເຈລະຈາຢ່າງເປັນທາງການກັບທ່ານເຈິ່ນແທັງເໝິນປະທານສະພາແຫ່ງຊາດ, ພົບປະກັບທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ, ເຂົ້າຢ້ຽມຂ່ຳນັບທ່ານໂຕເລິມ ເລຂາທິການໃຫຍ່ປະທານປະເທດ; ເຂົ້າຮ່ວມເວທີປາໄສ ຫວຽດນາມ - ອົສຕຣາລີ, ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ແບ່ງປັນວິໄສທັດວັດທະນາຖາວອນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍໃນຂະແໜງການຜະລິດຂອງມາເລເຊຍ ເພີ່ມຂຶ້ນ 10.7%

ຍອດຂາຍໃນຂະແໜງການຜະລິດຂອງມາເລເຊຍ ເພີ່ມຂຶ້ນ 10.7%

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດມາເລເຊຍໄດ້ເປີດເຜີຍໃນວັນທີ 10 ຕຸລາ ຜ່ານມາວ່າ, ຍອດຂາຍໃນຂະແໜງການຜະລິດຂອງມາເລເຊຍໃນໄຕມາດທີສາມຂອງປີ 2026 ໄດ້ເພີ່ມຂຶ້ນ 10.7% ເມື່ອທຽບກັບປີກ່ອນ ເປັນ 553.5 ຕື້ຣິງກິດ (ປະມານ 136.62 ຕື້ໂດລາ) ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 9.3% ໃນໄຕມາດທີ 2 ຂອງປີ 2026.
ການສົ່ງອອກຂອງເຢຍລະມັນໃນເດືອນກັນຍາ ເພີ່ມຂຶ້ນ 2%

ການສົ່ງອອກຂອງເຢຍລະມັນໃນເດືອນກັນຍາ ເພີ່ມຂຶ້ນ 2%

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດເຢຍລະມັນລາຍງານໃນວັນທີ 9 ພະຈິກ ຜ່ານມາວ່າ,ການສົ່ງອອກຂອງເຢຍລະມັນເພີ່ມຂຶ້ນ 2% ໃນເດືອນກັນຍາ ເມື່ອທຽບກັບເດືອນກ່ອນໜ້ານີ້, ສ່ວນໃຫຍ່ແມ່ນຍ້ອນຄວາມຕ້ອງການຈາກບັນດາປະເທດສະມາຊິກສະຫະພາບເອີຣົບ (EU).
ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ໃນ 10 ເດືອນ​ ​ລຸ​ເຖິງ 44,810 ຕື້ຢວນ

ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ໃນ 10 ເດືອນ​ ​ລຸ​ເຖິງ 44,810 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຂອງ​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ. ໃນ 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ກາ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ​ຂອງ​ຈີນ​ບັນ​ລຸ​ເຖິງ 44,810 ຕື້​ຢວນ, ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໄດ້​ຮັກ​ສາ​ທ່າ​ອຽງ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ. ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ 25,990 ຕື້ຢວນ, ເພີ່ມ​ຂຶ້ນ 17.6% ​ແລະ ມູນ​ຄ່າ​ການ​ນຳ​ເຂົ້າບັນ​ລຸ 18,820 ຕື້ຢວນ, ເພີ່ມ​ຂຶ້ນ 23.6%.
ປະທານປະເທດຫວຽດນາມ ຢ້ຽມ​ຢາມ​ຍີ່​ປຸ່ນ ຊຸກຍູ້ສາຍພົວພັນການ​ຮ່ວມ​ມື​ສອງຝ່າຍຂຶ້ນສູ່ລະດັບໃໝ່

ປະທານປະເທດຫວຽດນາມ ຢ້ຽມ​ຢາມ​ຍີ່​ປຸ່ນ ຊຸກຍູ້ສາຍພົວພັນການ​ຮ່ວມ​ມື​ສອງຝ່າຍຂຶ້ນສູ່ລະດັບໃໝ່

ຕາມຄຳເຊີນຂອງລັດຖະບານຍີ່ປຸ່ນ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສ​ສຫວຽດນາມ ໄດ້ຢ້ຽມຢາມທາງການປະເທດຍີ່ປຸ່ນ ແຕ່ວັນທີ 8–11 ພະຈິກ 2026. ການຢ້ຽມຢາມຄັ້ງນີ້ດຳເນີນໄປໃນສະພາບທີ່ສະຖານະການພາກພື້ນ ແລະ ສາກົນຍັງສືບຕໍ່ມີຄວາມຜັນແປຫຼາຍດ້ານ, ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດມີທ່າ​ອ່ຽງເພີ່ມຂຶ້ນ, ເສດຖະກິດໂລກປະເຊີນກັບສິ່ງທ້າທາຍຫຼາຍປະການ, ຂະນະທີ່ບັນດາປະເທດພວມເລັ່ງປັບປ່ຽນຍຸດທະສາດການພັດທະນາ, ຮັບປະກັນຄວາມໝັ້ນຄົງທາງເສດຖະກິດ ແລະ ຫັນໄປສູ່ການກະຈາຍແຫຼ່ງສະໜອງສິນຄ້າໃຫ້ມີຄວາມຫຼາກຫຼາຍ. ພາຍໃຕ້ສະພາບການດັ່ງກ່າວ, ການຢ້ຽມຢາມຄັ້ງນີ້ຖືເປັນເຫດການດ້ານການຕ່າງປະເທດທີ່ສຳຄັນ, ປະກອບສ່ວນເສີມສ້າງສາຍພົວພັນຫວຽດນາມ – ຍີ່ປຸ່ນ, ຂະຫຍາຍຂອບການຮ່ວມມື ແລະ ສ້າງແຮງຜັກດັນໃໝ່ໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມຂອງສອງປະເທດ.
ການໃຊ້ຈ່າຍຂອງຄົວເຮືອນຍີ່ປຸ່ນຫຼຸດລົງ 6.8% ໃນເດືອນກັນຍາ

ການໃຊ້ຈ່າຍຂອງຄົວເຮືອນຍີ່ປຸ່ນຫຼຸດລົງ 6.8% ໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍວ່າ: ການໃຊ້ຈ່າຍຂອງຄົວເຮືອນຕົວຈິງຂອງຍີ່ປຸ່ນ ໃນເດືອນກັນຍາຜ່ານມາ ຫຼຸດລົງ 6.8% ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງຕິດຕໍ່ກັນເປັນເດືອນທີ 10 , ຍ້ອນວ່າສະພາບອາກາດທີ່ບໍ່ເອື້ອອຳນວຍສົ່ງຜົນກະທົບຕໍ່ການບໍລິໂພກໃນຫຼາຍຂະແໜງການ.
ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 8 ພະ​ຈິກ​ ຜ່ານມາ (​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ), ​ເກີດອຸ​ບັດ​ເຫ​ດ​ລົດ​ໄຟ​ຕົກ​ລາງ​​ຢູ່​ເຂດ​ເອັນ​ອາ​ຢັດ ​ແຂວງ​ກີ​ຊາ​ ປະ​ເທດ​ເອ​ຢິບ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບາດ​ເຈັບ 112 ຄົນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເອ​ຢິບ​ລາຍ​ງານ​ວ່າ: ມີ​ຜູ້​ບາດ​ເຈັບ 45 ຄົນ ໄດ້​ອອກ​ໂຮງໝໍ​ແລ້ວຫຼັງ​ຈາກ​ການ​ປິ່ນ​ປົວ.
ສິງກະໂປ ແລະ ມາເລເຊຍ ເພີ່ມໂຄຕ້າລົດແທັກຊີ່ຂ້າມຊາຍແດນ

ສິງກະໂປ ແລະ ມາເລເຊຍ ເພີ່ມໂຄຕ້າລົດແທັກຊີ່ຂ້າມຊາຍແດນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ພະຈິກ ຜ່ານມາວ່າ: ສິງກະໂປ ແລະ ມາເລເຊຍ ປະກາດແຜນການທີ່ຈະເພີ່ມໂຄຕ້າລົດແທັກຊີ່ຂ້າມຊາຍແດນທີ່ໄດ້ຮັບອະນຸຍາດ ຈາກ 300 ຄັນ ເປັນ 500 ຄັນຕໍ່ປະເທດ ຊຶ່ງຈະເລີ່ມແຕ່ວັນທີ 16 ພະຈິກ ເປັນຕົ້ນໄປ, ເພື່ອເສີມຂະຫຍາຍການເຊື່ອມຕໍ່ລະຫວ່າງສອງປະເທດ. ໂດຍຖະແຫຼງການຮ່ວມຈາກກະຊວງຂົນສົ່ງຂອງທັງສອງປະເທດໄດ້ລະບຸວ່າໂຄຕ້າທີ່ເພີ່ມຂຶ້ນພາຍໃຕ້ໂຄງການລົດແທັກຊີ່ຂ້າມຊາຍແດນຈະຊ່ວຍໃຫ້ລົດແທັກຊີ່ໄດ້ເຂົ້າຮ່ວມຫຼາຍຂຶ້ນ ແລະ ປັບປຸງຄວາມສາມາດໃນການຂົນສົ່ງຜູ້ໂດຍສານ.
ຈີນ ​ຍິງ​ສົ່ງ​ດາວ​ທຽມວົງ​ໂຄ​ຈອນ​ຕ່ຳກຸ່ມ​ທີ 29 ຂຶ້ນ​ສູ່​ອະ​ວະ​ກາດ​ດ້ວຍຈະຫຼວດສົ່ງຍານ CZ-12

ຈີນ ​ຍິງ​ສົ່ງ​ດາວ​ທຽມວົງ​ໂຄ​ຈອນ​ຕ່ຳກຸ່ມ​ທີ 29 ຂຶ້ນ​ສູ່​ອະ​ວະ​ກາດ​ດ້ວຍຈະຫຼວດສົ່ງຍານ CZ-12

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນເວ​ລາ 4 ໂມງ 24 ນາ​ທີ​ຂອງວັນ​ທີ 9 ພ​ະ​ຈິກ​ ຜ່ານມາ, ຢູ່​ສະ​ໜາມ​ຍິງ​ສົ່ງ​ການ​ບິນ​ອະ​ວະ​ກາດ​ທາງ​ການ​ຄ້າ​ໄຫຫຼຳ, ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມວົງ​ໂຄ​ຈອນ​ຕ່ຳ​​ສຳ​ລັບອິນ​ເຕີ​​ເນັດກຸ່ມ​ທີ 29 ດ້ວຍຈະຫຼວດສົ່ງຍານ CZ-12. ​ດາວ​ທຽມ​ໄດ້ເຂົ້າສູ່ວົງໂຄຈອນທີ່​ກຳ​ນົດ​ໄວ້ຢ່າງ​ສະ​ດວກ ເຮັດ​ໃຫ້​ພາ​ລະ​ກິດ​ການ​ຍິງ​ສົ່ງ​ຄັ້ງ​ນີ້ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ດາວ​ທຽມ​ດັ່ງ​ກ່າວ​​ໄດ້​ຮັບ​ຄວາມ​ຮັບ​ຜິດ​ຊອບ​ລວມ​ໃນການ​ຄົ້ນ​ຄວ້າ ແລະ ຜະ​ລິດ​ໂດຍ​ສະ​ຖາ​ບັນ​ເລກ​ທີ 5 ຂອງ​ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ອະ​ວະ​ກາດ​ຈີນ.
ສະພາແຫ່ງຊາດຫວຽດນາມ ຮັບຮອງແຜນງົບປະມານປີ 2027

ສະພາແຫ່ງຊາດຫວຽດນາມ ຮັບຮອງແຜນງົບປະມານປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ສະພາ​ແຫ່ງ​ຊາດຫວຽດນາມໄດ້ຮັບ​ຮອງ​ເອົາມະຕິກ່ຽວກັບການຂຶ້ນແຜນງົບປະມານຂອງລັດ ປີ 2027 ໃນວັນທີ 9 ພະຈິກ ຜ່ານມາ. ດ້ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດທີ່ເຂົ້າຮ່ວມ 471/471 ທ່ານ ​ໄດ້ລົງຄະ​ແນນ​ສຽງ​ເຫັນດີ, ກວມເອົາ 94.2% ຂອງ​ຈຳ​ນວນ​ສະ​ມາ​ຊິກ​ສະພາແຫ່ງຊາດທັງໝົດ.

ເພີ່ມເຕີມ