ຂ່າວລະບຸວ່າ: ໄລ່ລວມສອງເດືອນຕົ້ນປີ 2025, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 1.42 ຕື້ໂດລາ, ເພີ່ມຂຶ້ນ 19%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຈີນ, ຍີ່ປຸ່ນ, ສະຫະລັດ ອາເມຣິກາ ແມ່ນ 3 ຕະຫຼາດສົ່ງອອກສິນໃນນ້ຳຫຼາຍທີ່ສຸດຂອງ ຫວຽດນາມ, ກວມເອົາ 52.3%. ການສົ່ງອອກສິນໃນນ້ຳໄປຍັງບັນດາຕະຫຼາດໃຫຍ່ອື່ນໆກໍບັນລຸລະດັບເຕີບໂຕສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ຄື: ສເກົາຫຼີ, ອົສຕຣາລີ, ໄທ, ອັງກິດ, ການາດາ, ເຢຍລະມັນ, ຣັດເຊຍ, ບຣາຊິນ…ໃນໄລຍະຈະມາເຖິງ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າຈະສືບຕໍ່ມີທ່າເຕີບໂຕສູງກວ່າຍ້ອນຄວາມຕ້ອງການໃນການຊົມໃຊ້ສິນໃນນ້ຳຢູ່ຫຼາຍຕະຫຼາດມີທ່າອ່ຽງເພີ່ມຂຶ້ນ.
ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 30 ຕຸລານີ້, ສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນໍາ ແລະ ບັນຍາຍເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລານີ້.
ຄໍາເຫັນ