ການສົ່ງອອກສິນຄ້າຫວຽດນາມ ໄປອາເມຣິກາ ສືບຕໍ່ຟື້ນຕົວຄືນ

ການສົ່ງອອກສິນຄ້າຫວຽດນາມ ໄປອາເມຣິກາ ສືບຕໍ່ຟື້ນຕົວຄືນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ການສົ່ງອອກສິນຄ້າຂອງ ຫວຽດນາມ ໄປຍັງຕະຫຼາດອາເມຣິກາ ສືບຕໍ່ມີທ່ວງທ່າຟື້ນຕົວຄືນ ນັບແຕ່ທ້າຍປີ 2023, ບັນລຸມູນຄ່າ 17,4 ຕື້ໂດລາ, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນລາຍໄດ້ຈາກການສົ່ງອອກທີ່ມີມູນຄ່າເກືອບ 60 ຕື້ໂດລາ ຂອງພື້ນຖານເສດຖະກິດໃນ 2 ເດືອນຕົ້ນປີ 2024, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ໄລຍະດຽວກັນ. ຫຼາຍກວ່າເຄິ່ງໜຶ່ງໃນມູນຄ່າການສົ່ງອອກຂອງ ຫວຽດນາມ ໄປ ອາເມຣິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຊີສູງ (ເຄື່ອງໃຊ້ເອເລັກໂຕຣນິກ, ໂທລະສັບສະມາດໂຟນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນເຊັ່ນ: ເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.
ໃນຫຼາຍປີຕິດຕໍ່ກັນ, ອາເມຣິກາ ແມ່ນຕະຫຼາດນຳເຂົ້າທີ່ສຳຄັນສຳລັບສິນຄ້າ ຫວຽດນາມ. ປີ 2023, ເຖິງວ່າຖືກຜົນກະທົບຈາກສະພາບເສດຖະກິດຊຸດໂຊມ, ໄພເງິນເຟີ້, ປະຊາຊົນຫຼຸດຜ່ອນການໃຊ້ຈ່າຍກໍຕາມ, ແຕ່ ຫວຽດນາມ ຍັງສົ່ງອອກສິນຄ້າທີ່ມີມູນຄ່າເກືອບ 97 ຕື້ໂດລາ ໄປ ອາເມຣິກາ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ຜົນການສຳຫຼວດຊີ້ວ່າ ເງິນເດືອນຂອງຊາວສິງກະໂປໃນປີ 2027 ປັບຂຶ້ນບໍ່ຫຼາຍ

ຜົນການສຳຫຼວດຊີ້ວ່າ ເງິນເດືອນຂອງຊາວສິງກະໂປໃນປີ 2027 ປັບຂຶ້ນບໍ່ຫຼາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຜົນການສຳຫຼວດຈາກ Robert Walters ຊຶ່ງເປັນບໍລິສັດຈັດຫາງານ ແລະ ໃຫ້ຄຳປຶກສາດ້ານຊັບພະຍາກອນມະນຸດລະດັບໂລກຂອງປະເທດອັງກິດ ໄດ້ສຳຫຼວດຄວາມຄິດເຫັນຜູ້ຊ່ຽວຊານ ແລະ ບໍລິສັດຕ່າງໆໃນສິງກະໂປ ຈຳນວນ 579 ແຫ່ງ ໃນເດືອນກັນຍາຜ່ານມາ, ຄາດຄະເນວ່າການເພີ່ມຂຶ້ນຂອງເງິນເດືອນໂດຍລວມໃນສິງກະໂປພາຍໃນປີ 2027 ຈະຍັງຄົງຢູ່ໃນລະດັບປານກາງສໍາລັບພະນັກ ງານປັດຈຸບັນ ແລະ ພະນັກງານໃໝ່. ຢ່າງໃດກໍຕາມ, ນາຍຈ້າງ ແລະ ຜູ້ຊ່ຽວຊານທີ່ກຳລັງຊອກວຽກໃໝ່ມີທັດສະນະທີ່ແຕກຕ່າງກັນຢ່າງຫຼວງຫຼາຍກ່ຽວກັບບັນຫານີ້.
ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ເຮັດໃຫ້ວິກິດດ້ານອາຫານຂອງໂລກຮຸນແຮງຂຶ້ນ

ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ເຮັດໃຫ້ວິກິດດ້ານອາຫານຂອງໂລກຮຸນແຮງຂຶ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ພະຈິກນີ້ວ່າ: ອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື WFP ໄດ້ເຕືອນເມື່ອບໍ່ດົນມານີ້ວ່າ, ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳ ຖືກກີດຂວາງຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນດ້ານອາຫານ, ພະລັງງານ ແລະ ການຂົນສົ່ງຂອງໂລກເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ. ປັດຈຸບັນ, ມີປະມານ 266,000,000 ຄົນໃນທົ່ວໂລກປະເຊີນກັບບັນຫາຂາດແຄນອາຫານຢ່າງໜັກໜ່ວງ.
FIFA ຢືນ​ຢັນ​ປະ​ເທດ​ເຈົ້າ​ພາບ​​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະຍິງ​ຊີງ​ແຊັມ​ໂລກ ປີ 2031 ແລະ ປີ 2035

FIFA ຢືນ​ຢັນ​ປະ​ເທດ​ເຈົ້າ​ພາບ​​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະຍິງ​ຊີງ​ແຊັມ​ໂລກ ປີ 2031 ແລະ ປີ 2035

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 23 ພະ​ຈິກ ຜ່ານມາ, ສ​ະ​ຫະ​ພັນ​ບານ​ເຕະ​ໂລກ ຫຼື FIFA ໄດ້​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ປະ​ເທດ​ເຈົ້າ​ພາບ​​ຈັດການ​ແຂ່ງ​ຂັນ​ບານ​ເຕະ​ຍິງ​​ຊີງ​ແຊັມໂລກ​ປີ 2031 ແລະ ປີ 2035.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 101.5% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 101.5% ໃນ 20 ມື້ທຳອິດຂອງເດືອນພະຈິກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ກົມພາສີຂອງ ສ ເກົາຫຼີ ລາຍງານວ່າ, ການສົ່ງອອກນັບແຕ່ວັນທີ 1 ຫາ 20 ພະຈິກ ມີມູນຄ່າທັງໝົດ 77.4 ຕື້ໂດລາ, ເພີ່ມຂຶ້ນ 101.5% ຊຶ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ໂດຍໄດ້ຮັບແຮງຊຸກຍູ້ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເພີ່ມຂຶ້ນຢ່າງໄວວາ. ໃນຂະນະທີ່ມູນຄ່າການສົ່ງອອກສະເລ່ຍຕໍ່ມື້ບັນລຸ 4.84 ຕື້ໂດລາ, ເພີ່ມຂຶ້ນ 95.2%.
ຫວຽດນາມ ຈັດພິທີ​ສະ​ເຫຼີມ​ສະຫຼອງ 80 ປີ ວັນດໍາເນີນກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ ​ຄັ້ງ​ທີ 1

ຫວຽດນາມ ຈັດພິທີ​ສະ​ເຫຼີມ​ສະຫຼອງ 80 ປີ ວັນດໍາເນີນກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ ​ຄັ້ງ​ທີ 1

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີວັນດຳເນີນກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 1 (24/11/1946 – 24/11/2026).
ຈີນ​ຍິງ​ສົ່ງຍານ​ອະ​ວະ​ການ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ​ຢ່າງ​ສຳ​ເລັດ​ຜົນ

ຈີນ​ຍິງ​ສົ່ງຍານ​ອະ​ວະ​ການ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ​ຢ່າງ​ສຳ​ເລັດ​ຜົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວ​ລາ 8 ໂມງ 18 ນາ​ທີ​ຂອງວັນ​ທີ 25 ພະ​ຈິກ​ນີ້, ຈະຫຼວດ​ສົ່ງ​ຍານ​ຊາງ​ເຈີ່ງ 2F-Y24 ທີ່​ບັນ​ທຸກ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ໄດ້​ຖືກຍິງ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິ​ວ​​ຊວນ​​ຈີນ. ຫຼັງ​ຈາກ​ນັ້ນ​ປະ​ມານ 10 ນາ​ທີ, ຍານ​ອະ​ວະ​ກາດ​ໄດ້​ແຍກ​ອອກ​ຈາກ​ຈະຫຼວດ​ສົ່ງ​ຍານ​ຢ່າງ​ສຳ​ເລັດ​ຜົນ ແລະ ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້. ຈຸ​ບິນ​ອະ​ວະ​ກາດ​ມີ​ສະ​ພາບ​ທີ່​ດີ, ​ເຮັດ​ໃຫ້​ພາ​ລະ​ກິດ​ຍິງ​ສົ່ງ​ຍານ​ຄັ້ງ​ນີ້​​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.
ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ໄດ້​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 18-19 ພະ​ຈິກ​ນີ້ ​ຢູ່​ນະ​ຄອນເຊິ່ນ​ເຈິ້ນ ແຂວງກວາງ​ຕຸ້ງ ​ຈີນ. ໂອ​ກາດ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ກ່າວ​ເຖິງ​ຈຸດ​ເວ​ລາ​ສຳ​ຄັນ​ 3 ຈຸດ ຊຶ່ງຊ່ວຍ​ໃຫ້​ຜູ້​ຄົນ​ທັງ​ຫຼາຍ​ຮັບ​ຮູ້​ເຂົ້າ​ໃຈ “ສິ່ງ​ມະ​ຫັດ​ສະ​ຈັນແຫ່ງ​ອາ​ຊີ​-ປາ​ຊີ​ຟິກ” ຢ່າງ​ຈະ​ແຈ້ງ.
ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກປະ​ກົດ​ການ​ແອວ​ນີ​ໂຢ, ຫຼາຍ​ພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້ປະ​ສົບ​ກັບ​ອາ​ກາດ​ຮ້ອນຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫຼາຍ​ຕົວ​ເມືອງ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ໃຊ້​ນ້ຳແບບ​ແບ່ງ​ຂັ້ນ​ລະ​ດັບ.
ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ພະ​ຈິກ ຜ່ານມາ, ກອງປະຊຸມ​​ລັດ​ພາ​ຄີ “ສົນ​ທິສັນຍາສະຫະປະຊາຊາດວ່າ​ດ້ວຍ​ຂອບການປ່ຽນແປງ​ຂອງດິນຟ້າອາກາດ” ຄັ້ງທີ 31 (COP31) ທີ່ຈັດຂຶ້ນຢູ່ນະ​ຄອນອັນຕັນຢາ ປະເທດຕວັກກີ ໄດ້ປິດລົງ. ກອງປະຊຸມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງກ່ຽວກັບຫົວຂໍ້​ຕ່າງໆທີ່ປະເທດພວມພັດທະນາໃຫ້ຄວາມສົນໃຈຢ່າງກວ້າງຂວາງ ເຊັ່ນ: ການຫັນປ່ຽນ​ທີ່ຍຸຕິທຳ, ​ການ​ສະ​ໜອງທຶນ ແລະ ອື່ນໆ, ຂະບວນການຫຼາຍຝ່າຍຍັງສືບຕໍ່ກ້າວໄປຂ້າງໜ້າ. ແຕ່ຍ້ອນ​ການ​ບໍ່​ເຫັນ​ດີ​ຢ່າງ​ແຮງ​ຂອງບາງປະເທດກ່ຽວ​ກັບຫົວຂໍ້ຫຼັກ ເຊັ່ນ: ການ​ຫັນປ່ຽນ​ເພື່ອ​ຫຼຸດ​ພົ້ນອອກຈາກ​ການນຳ​ໃຊ້ເຊື້ອໄຟຟອດຊິວ, ກອງປະຊຸມຄັ້ງນີ້ຈຶ່ງບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ.
ເພີ່ມເຕີມ