ການສົ່ງເສີມດ້ານກາເຟ ແລະ ໂພຊະນາການຂອງປະເທດຍີ່ປຸ່ນໃນ ສປປ ລາວ

ການສົ່ງເສີມດ້ານກາເຟ ແລະ ໂພຊະນາການຂອງປະເທດຍີ່ປຸ່ນໃນ ສປປ ລາວ
ໃນວັນທີ 15 ກຸມພານີ້, ເປັນມື້ແນະນຳການຮ່ວມມືທີ່ແນໃສ່ການສົ່ງເສີມຊາວກະສິກອນສວນກາເຟໃນສອງເມືອງຂອງແຂວງຫຼວງພະບາງ. ໂຄງການລິເລີ່ມນີ້ຈະຊຸກຍູ້ ຄວາມພະຍາຍາມໃນການຜະລິດ ແລະ ການຕະຫຼາດ ໃນຂະນະດຽວກັນກໍສົ່ງເສີມການເຂົ້າເຖິງ ແລະ ຄວາມເຂົ້າໃຈກ່ຽວກັບດ້ານໂພຊະນາການທີ່ຈໍາເປັນ.
ໂຄງການສ້າງການຄ້ຳປະກັນສະບຽງອາຫານໃຫ້ຊາວກະສິກອນ ແລະ ເຊື່ອມໂຍງທາງດ້ານເສດຖະກິດ ກັບ ຍີ່ປຸ່ນ (COFFEE-JAPAN) ແມ່ນໂຄງການທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ ຈຳນວນປະມານ ໜຶ່ງລ້ານໂດລາຊຶ່ງຈະດຳເນີນພາຍໃຕ້ການຮ່ວມມືລະຫວ່າງກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານໂລກແຫ່ງສະຫະປະຊາຊາດ, ບໍລິສັດ ຊາກາໂນ ໂທຊຸ, ບໍລິສັດເອກະຊົນຂອງຍີ່ປຸ່ນທີ່ເຄື່ອນໄຫວຢູ່ ສປປ ລາວ, ແລະ ບໍລິສັດ ຊາຟຣອນ ກາເຟ, ບໍລິສັດກາເຟການຄ້າຂອງລາວ.
ໂຄງການດັ່ງກ່າວແມ່ນ ແນໃສ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ ແຂວງຫຼວງພະບາງ. ໃນໄລຍະເວລາ 30 ເດືອນ, ຜູ້ຜະລິດຂະໜາດນ້ອຍປະມານ 300 ຄົນ ແລະ ຄອບຄົວຂອງເຂົາເຈົ້າຈະໄດ້ຮັບຜົນປະໂຫຍດໂດຍກົງຈາກຄວາມຮູ້ ແລະ ຊັບພະຍາກອນເພື່ອປັບປຸງ ແລະ ເພີ່ມການຜະລິດຂອງເຂົາເຈົ້າໃນຂະນະ ດຽວກັນກໍເພີ່ມຄວາມຮູ້ດ້ານໂພຊະນາການໃຫ້ແກ່ເຂົາເຈົ້າ. ກາເຟທີ່ຜະລິດໄດ້ແມ່ນຈະສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ. ບັນດາຄູ່ຮ່ວມພັດທະນາ ມີເປົ້າໝາຍໃນການສ້າງຮູບແບບທົດລອງໃນການປະສົມປະສານຄຸນຄ່າທາງໂພຊະນາການ ເຂົ້າກັບຕ່ອງໂສ້ຄຸນຄ່າຂອງກາເຟ.
ທ່ານ ສິລິພອນ ສຸພັນທອງຮອງເຈົ້າແຂວງຫຼວງພະບາງໄດ້ກ່າວວ່າ: “ກາເຟ, ເປັນພືດເສດຖະກິດ, ມີສັກກະຍະພາບສູງໃນການສ້າງໂອກາດທາງເສດຖະກິດໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ກາເຟທີ່ມີຄຸນນະພາບສູງທີ່ອອກສູ່ຕະຫຼາດສາກົນແມ່ນຍັງຂາດແຄນ, ເນື່ອງຈາກຊາວກະສິກອນຢູ່ເຂດພາກເໜືອຂອງປະເທດລາວຍັງມີທັກສະທີ່ຈຳກັດໃນການປູກກາເຟຕາມຄວາມຕ້ອງການຂອງຕະຫຼາດສາກົນ.ພວກເຮົາຂໍຂອບໃຈທີ່ໄດຮັບການສະໜັບສະໜູນຈາກປະເທດຍີ່ປຸ່ນ ແລະ ການຮ່ວມມືຂອງຫຼາຍພາກສ່ວນເພື່ອສ້າງລາຍຮັບໃຫ້ແກ່ຊາວກະສິກອນສວນກາເຟ, ພ້ອມທັງຮັບປະກັນໃຫ້ເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບໂພຊະນາການ ແລະ ເຂົ້າເຖິງອາຫານເພື່ອສຸຂະພາບ” 
ທ່ານ ເຄນິຈິ  ໂກບາຢາຊິ  ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: “ໃນຫຼາຍທົດສະວັດທີ່ຜ່ານມາ, ປະເທດຍີ່ປຸ່ນ ໄດ້ສືບຕໍ່ສະໜັບສະໜູນການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ຢູ່ ສປປ ລາວ, ລວມທັງການຮ່ວມມືກັບ ອົງການອາຫານໂລກ. ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ຍີ່ປຸ່ນ-ອາຊຽນ ໃນປີກາຍນີ້ແລະ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ໃນປີນີ້, ແລະ ການສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນປີໜ້າ, ພວກເຮົາມີຄວາມຍິນດີທີ່ໄດ້ສະໜັບສະໜູນໂຄງການລິເລີ່ມນີ້, ຫວັງຢ່າງຍິ່ງວ່າຈະເປັນການປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ປັບປຸງລາຍຮັບໃນຊົນນະບົດ, ພ້ອມທັງຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ” 
ທ່ານ ກຸນິຮິໂກະ ໂອໂນະຜູ້ກໍ່ຕັ້ງ ແລະ ປະທານບໍລິສັດ ຂອງ ຊາກາໂນ່ໂຕຊຸ (Saka no Tochu) ກ່າວວ່າ “ຢູ່ທີ່ ຊາກາໂນ່ໂຕຊຸ, ພວກເຮົາເຊື່ອວ່າໃນການຜະລິດກາເຟນັ້ນ, ລ້ວນແລ້ວແຕ່ມີບັນຫາຫຼາຍຢ່າງແລະ ການລົງມືແກ້ໄຂ ແລະ ຈັດການບັນຫາເຫຼົ່ານັ້ນຢ່າງບໍ່ຫຍໍ້ທໍ້ແມ່ນຫົວໃຈສໍາຄັນສຳລັບອະນາຄົດຂອງທຸລະກິດໃນສະຕະວັດທີ 21. ພວກເຮົາມຸ່ງເນັ້ນໄປສູ່ການສະໜອງການຝຶກອົບຮົມ ແລະ ພື້ນຖານໂຄງລ່າງໃຫ້ແກ່ຊາວກະສິກອນສວນກາເຟຊຶ່ງຈະສ້າງຜົນປະໂຫຍດໃຫ້ແກ່ບັນດາຊຸມຊົນທັງໝົດຂອງເຂົາເຈົ້າ, ໂດຍມີເປົ້າໝາຍສູງສຸດນັ້ນຄືການຊ່ວຍໃຫ້ພວກເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນ. ພວກເຮົາວາງແຜນທີ່ຈະເພີ່ມປະລິມານກາເຟທີ່ຈະມີການສົ່ງອອກ, ເພື່ອແນໃສ່ສະເພາະຕະຫຼາດ ຮ້ານຂົ້ວກາເຟ ຂະໜາດນ້ອຍ ແລະ ກາງຢູ່ປະເທດຍີ່ປຸ່ນ,” 
ທ່ານມາກ ອານເດຣ ໂປຣສຜູ້ຕາງໜ້າຂອງອົງການອາຫານໂລກປະຈຳ ສປປລາວ ກ່າວວ່າ: “ເປົ້າໝາຍຕົ້ນຕໍຂອງພວກເຮົາຢູ່ ອົງການອາຫານໂລກ ແມ່ນເພື່ອໃຫ້ບັນດາຄອບຄົວເຂົ້າເຖິງອາຫານທີ່ມີຄວາມຫຼາກຫຼາຍ ແລະ ເໝາະສົມກັບຄວາມຕ້ອງການຂອງເຂົາເຈົ້າ. ການໃຫ້ຄວາມຮູ້ດ້ານໂພຊະນາການຈະສ້າງຄວາມຮັບຮູ້ໃນຊຸມຊົນກ່ຽວກັບຄວາມຕ້ອງການໃນແຕ່ລະໄລຍະຕ່າງໆໃນຊີວິດ, ໃນຂະນະທີ່ມີລາຍຮັບເພີ່ມຂຶ້ນຈາກການຜະລິດກາເຟຈະຊ່ວຍໃຫ້ຊາວກະສິກອນສວນກາເຟສາມາດຊື້ອາຫານທີ່ພວກເຂົາບໍ່ຜະລິດໄດ້. COFFEE-JAPAN ແມ່ນການຮ່ວມມືທາງດ້ານນະວັດຕະກໍາລະຫວ່າງພາກລັດ-ເອກະຊົນ ດ້ວຍແນວທາງທີ່ມີຄວາມຍືນຍົງ ໂດຍຄຳນຶງເຖິງຊຸມຊົນເປັນໃຈກາງ, ໂດຍປະສົມປະສານການຜະລິດກາເຟ ເພີ່ມລະດັບການສົ່ງອອກ, ການສ້າງຄວາມອາດສາມາດ ແລະ ການປູກຈິດສໍານຶກດ້ານໂພຊະນາການເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຂັບເຄື່ອນການປ່ຽນແປງໃນເຊີງບວກ
(ຂ່າວ: ອົງການອາຫານໂລກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ