ການເຕີບໂຕເສດຖະກິດໂລກໃນປີ 2030 ຕ່ຳກວ່າ 1%

ການເຕີບໂຕເສດຖະກິດໂລກໃນປີ 2030 ຕ່ຳກວ່າ 1%
ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 10 ເມສາ ຜ່ານມາກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດທົ່ວໂລກ ຈະຢູ່ໃນລະດັບ 2,8% ໃນປີ 2030, ຕ່ຳກວ່າ 1% ເມື່ອທຽບໃສ່ລະດັບສະເລ່ຍກ່ອນໜ້ານີ້, ຖ້າຫາກວ່າບັນດາປະເທດບໍ່ດຳເນີນການປະຕິຮູບຄັ້ງໃຫຍ່ ເພື່ອກະຕຸ້ນປະສິດທິພາບ ແລະ ບັນດາເຕັກໂນໂລຊີ ເຊັ່ນ: ປັນຍາປະດິດ (AI).
ຂ່າວລະບຸວ່າ: ໃນບົດລາຍງານຄວາມຫວັງເສດຖະກິດໂລກ (WEO) ທີ່ຈະປະກາດໃນວັນທີ 16 ເມສາ ຈະມາເຖິງ, IMF ໄດ້ຊີ້ໃຫ້ເຫັນວ່າ ລະດັບຄວາມໄວໃນການເຕີບໂຕທົ່ວໂລກສືບຕໍ່ຫຼຸດລົງຕື່ມອີກ ພາຍຫຼັງກຳລັງແຮງຂອງການເຕີບໂຕຫຼຸດຊ້າລົງເລື້ອຍໆ ນັບແຕ່ວິກິດການດ້ານການເງິນທົ່ວໂລກ ປີ 2008 – 2009. IMF ໃຫ້ຂໍ້ສັງເກດວ່າ: ຖ້າບໍ່ມີບັນດາບາດກ້າວເດີນຢ່າງກະໂດດຂັ້ນ ໃນການປັບປຸງປະສິດທິພາບນັ້ນ, ການເຕີບໂຕເສດຖະກິດທົ່ວໂລກ ຈະຫຼຸດລົງຕ່ຳກວ່າລະດັບສະເລ່ຍກ່ອນໜ້ານີ້ຫຼາຍພໍສົມຄວນ.
ອີງຕາມ IMF, ການຄາດຄະເນການເຕີບໂຕທີ່ອ່ອນແອຂອງເສດຖະກິດໂລກ ອາດຈະກີດຂວາງການລົງທຶນ, ເຮັດໃຫ້ພາວະເສດຖະກິດຖົດຖອຍຮຸນແຮງຂຶ້ນ.
ໜຶ່ງປີກ່ອນໜ້ານີ້, IMF ຄາດຄະເນວ່າ ການເຕີບໂຕໃນໄລຍະກາງຂອງເສດຖະກິດໂລກຈະຜັນແປໄປໃນລະດັບ 3%. ດັ່ງນັ້ນ, ການຄາດຄະເນໃໝ່ຂອງ IMF ສະທ້ອນໃຫ້ເຫັນເຖິງການຫຼຸດລົງຂອງການເຕີບໂຕໃນໄລຍະກາງໃນທົ່ວທຸກກຸ່ມລາຍຮັບ ແລະ ພາກພື້ນ, ໂດຍສະເພາະໃນເສດຖະກິດຕະຫຼາດທີ່ເກີດໃໝ່.

ຄໍາເຫັນ

ຂ່າວຕ່າງປະເທດ

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ອົສຕຣາລີ ເລີ່ມຕົ້ນການກໍ່ສ້າງໂຄງການແຮ່ທາດຫາຍາກ ຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອົສຕຣາລີ ໄດ້ປະກາດການເລີ່ມກໍ່ສ້າງໂຄງການແຮ່ທາດທີ່ຫາຍາກໃນເຂດພາກເໜືອຂອງອົສຕຣາລີ, ໂດຍໄດ້ຮັບເງິນລົງທຶນຈາກລັດຖະບານມູນຄ່າ 1.2 ຕື້ໂດລາອົສ ຕຣາລີ. ໂຄງການດັ່ງກ່າວຄາດວ່າຈະສາມາດຜະລິດແຮ່ທາດທີ່ຫາຍາກ ເພື່ອຕອບສະໜອງຄວາມຕ້ອງການທົ່ວໂລກໄດ້ປະມານ 4-5%.
ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ສ້າງສະຖິຕິໃໝ່

ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ ຄັ້ງທີ 16 ສ້າງສະຖິຕິໃໝ່

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 13 ຕຸລາ ຜ່ານມາ, ກອງປະຊຸມຖະແຫຼງຂ່າວກ່ຽວກັບງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການກະກຽມ ແລະ ຈຸດພົ້ນເດັ່ນຂອງງານວາງສະແດງຄັ້ງນີ້.
ກອງປະຊຸມປຶກສາຫາລືດ້ານການເງິນປັກກິ່ງ ກະກຽມລາຍງານຜົນໄດ້ຮັບກ່ຽວກັບມາດຕະຖານ ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງ

ກອງປະຊຸມປຶກສາຫາລືດ້ານການເງິນປັກກິ່ງ ກະກຽມລາຍງານຜົນໄດ້ຮັບກ່ຽວກັບມາດຕະຖານ ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ຕຸລາ ນີ້ວ່າ: ໃນລະຫວ່າງວັນທີ 19-22 ຕຸລາ ນີ້, ກອງປະຊຸມປະຈຳປີ Financial Street Forum 2026 ຊຶ່ງເປັນເຫດການສຳຄັນທາງດ້ານການເງິນໃນນະຄອນຫຼວງປັກກິ່ງ, ຈະມີການລາຍງານຜົນສຳເລັດຫຼາຍກວ່າ 100 ລາຍການ ກ່ຽວກັບມາດຕະຖານ, ແພລັດຟອມ ແລະ ການຮ່ວມມືແບບເປີດກວ້າງທີ່ກ່ຽວຂ້ອງ.
ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ​ຄົບ​ຮອບ 77 ປີ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 30 ກັນ​ຍາ ຜ່ານມາ, ໂດຍ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​​ໄປສູ່​​ການ​ຂັບ​ເຄື່ອນດ້​ວຍ​ການ​ປະ​ດິດ​ສ້າງ, ມີ​ໂຄງ​ສ້າງ​ເສດ​ຖະ​ກິດ​ທີ່​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ແລະ​ ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ, ຮັບ​ປະ​ກັນ ​ແລະ​ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ ​ໝາຍ​ໝົດ​ປີ ເພື່ອ​ບັນ​ລຸ​ສະ​ພາບ​ການ​ເລີ່ມ​ຕົ້ນ​ທີ່​ດີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 15​”.
ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ຕຸລາ ນີ້ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ຈີນ​ນັບ​ມື້ຫຼາຍ​ຂຶ້ນ. ໂຕ​ເລກ​ຂໍ້​ມູນ​ຈາກ​ເວັບ​ໄຊ​ທ່ອງ​ທ່ຽວ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ວັນ​ຊາດ​ຈີນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ເດີນ​ທາງມາ​ທ່ອງ​ທ່ຽວ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທະ​ວີບ​ເອີ​ຣົບ ແລະ ທະ​ວີບ​​ໂອ​ຊີ​ອາ​ນີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 8 ຕຸ​ລາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ​ນະຄອນຫຼວງຮ່າ​ໂນ້ຍ ​ໄດ້​ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 ​ພາຍຫຼັງດຳເນີນ​ເປັນ​ເວ​ລາ 4 ວັນ (ວັນ​ທີ 5-8 ຕຸ​ລາ). ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ກ່າວ​ຄຳ​ເຫັນ​ເນັ້ນ​ນັກຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ. ທ່ານໄດ້ເນັ້ນໜັກວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຫັນ​ເປັນ​ລະ​ອຽດ​ບາດ​ກ້າວ​ສຳ​ຄັນ ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 14 ຂອງ​ພັກ, ຕິດ​ພັນກັບ​ການກໍ່​ສ້າງ​ພັກ ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ, ປະ​ຕິ​ບັດ, ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ບວງ​ຊົນ​ທັງ​ຊາດ.
ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລາ​ ຜ່ານມາ, ທະ​ນາ​ຄານ​ໂລກ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ວ່າ​ດ້ວຍ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ສະ​ບັບ​ປັບ​ປຸງ​ໃໝ່, ໂດຍ​ໄດ້​ປັບ​ການ​ຄາ​ດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ດັ່ງ​ກ່າວ​ຂຶ້ນ​ເປັນ 4.5%, ເພີ່ມ​ຂຶ້ນ 0.3% ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ທີ່​ປະ​ກາດ​ໃນ​ເດືອນ​ເມ​ສາ​ ຜ່ານມາ.
IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ໄດ້ແນະນຳໃຫ້ລັດຖະບານທົ່ວໂລກໃຊ້ມາດຕະການຊ່ວຍເຫຼືອທາງດ້ານການເງິນແບບເຈາະຈົງສຳລັບກຸ່ມທີ່ມີຄວາມສ່ຽງ, ແທນທີ່ຈະໃຫ້ການອຸດໜູນລາຄາສິນຄ້າຢ່າງກວ້າງຂວາງ, ເພື່ອຫຼຸດຜ່ອນຜົນກະທົບຕໍ່ຄົວເຮືອນທີ່ມີລາຍໄດ້ຕໍ່າໃນໄລຍະທີ່ອັດຕາເງິນເຟີ້ເພີ່ມຂຶ້ນ.
ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ຂ່າວຕ່າງປະເທດລາຍາງນວ່າ: ທ່ານ ເຄ ຊານມູກາມ ລັດຖະມົນຕີອາວຸໂສສິງກະໂປ ໄດ້ເປີດເຜີຍໃນວັນ 6 ຕຸລາ ຜ່ານມາ ວ່າ, ສິງກະໂປໄດ້ສະເໜີ 2 ໂຄງການ ເພື່ອເສີມຂະຫຍາຍການຕອບສະໜອງຕໍ່ໄພຂົ່ມຂູ່ຈາກການຫຼອກລວງທາງອອນລາຍໃນອາຊຽນ ກ່ອນທີ່ສິງກະໂປຈະເປັນປະທານອາຊຽນໃນປີໜ້າ.
ເພີ່ມເຕີມ