ຂ່າວສານຊີອາໄອລາຍງາຍ ເມື່ອບໍ່ດົນມານີ້, ທ່ານ ຊາອັດ ອານ ຄາບີ ລັດຖະມົນຕີກະຊວງວຽກງານພະລັງງານກາຕາໄດ້ປະກາດໃນກອງປະຊຸມຖະແຫຼງຂ່າວວ່າ: ແຫຼ່ງຜະລິດອາຍແກັສທຳມະຊາດຢູ່ທາງພາກເໜືອຂອງກາຕາຈະສືບຕໍ່ເພີ່ມຈຳນວນການຜະລິດ, ຄາດວ່າ ແຕ່ລະປີຈະເພີ່ມຈຳນວນການຜະລິດອາຍແກັສທຳມະຊາດອີກ 16 ລ້ານໂຕນ ບົນພື້ນຖານປັດຈຸບັນ. ທ່ານ ຊາອັດ ອານ ຄາບີ ກ່າວຕື່ມວ່າ: ໂຄງການໃໝ່ທີ່ເພີ່ມຈຳນວນການຜະລິດອາຍແກັສທຳມະຊາດຈະສ້າງສຳເລັດກ່ອນປີ 2030, ຮອດເວລານັ້ນ ຈຳນວນການຜະລິດອາຍແກັສທຳມະຊາດຂອງກາຕາຈະບັນລຸເຖິງ 142 ລ້ານໂຕນຕໍ່ປີ.
ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 30 ຕຸລານີ້, ສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນໍາ ແລະ ບັນຍາຍເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລານີ້.
ຄໍາເຫັນ