ແກ່ນທ້າວ ປະກາດການຈັດຕັ້ງ.

ແກ່ນທ້າວ ປະກາດການຈັດຕັ້ງ.
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປະກາດການຈັດຕັ້ງ ແລະ ບຸກຄະລາກອນຫ້ອງການການເງິນເມືອງ ຂຶ້ນໃນວັນທີ 27 ກຸມພາຜ່ານມານີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ອໍາຄາ ລັດສະໝີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງແກ່ນທ້າວ, ທ່ານ ວັນດາວ ແວວທະນັດສີ ກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງ, ມີອົງການຈັກຕັ້ງກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມ.
ທ່ານ ພຸດທະວົງ ລິມທອງ ກໍາມະການພັກເມືອງ ຫົວໜ້າຫ້ອງການການເງິນເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການການເງິນເມືອງແກ່ນທ້າວ. ຈາກນັ້ນ, ທ່ານ ນາງ ຈັນທະສອນ ແສນພັນສິລິ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 109/ຈມ.ກທ, ລົງວັນທີ 29 ມັງກອນ 2024 ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ສັບຊ້ອນພະນັກງານວິຊາການຫ້ອງການການເມືອງແກ່ນທ້າວ ຊຶ່ງໄດ້ແຕ່ງຕັ້ງທ່ານ ນາງ ຈັນມາລີ ແສນພັນສິລິ ເປັນຫົວໜ້າໜ່ວຍງານງົບປະມານແຫ່ງລັດ ແລະ ບໍລິຫານ, ທ່ານ ນາງ ພາວິກອນ ມາດີ ເປັນຮອງຫົວໜ້າໜ່ວຍງານງົບປະມານແຫ່ງລັດ ແລະ ບໍລິຫານ, ສັບຊ້ອນ ທ່ານ ແກ້ວ ອຸດົມສັກ ພະນັກງານວິຊາການໜ່ວຍງານງົບປະມານແຫ່ງລັດ ເປັນພະນັກງານວິຊາການໜ່ວຍງານງົບປະມານແຫ່ງລັດ ແລະ ບໍລິຫານ, ທ່ານ ນາງ ກຸຫຼາບ ຄໍາປ້ອງ ພະນັກງານວິຊາການໜ່ວຍງານບໍລິຫານ ເປັນພະນັກງານວິຊາການໜ່ວຍງານງົບປະມານແຫ່ງລັດ ແລະ ບໍລິຫານ ແລະ ສັບຊ້ອນທ່ານ ນາງ ກອງຄໍາ ດວງປະເສີດ ຮອງຫົວໜ້າໜ່ວຍງານງົບປະມານແຫ່ງລັດ ເປັນພະນັກງານວິຊາການໜ່ວຍງານຄຸ້ມຄອງຊັບສິນແຫ່ງລັດ.
(ຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກກະສານສຳຄັນຂອງພັກ-ຂອງຊາດຂຶ້ນໃນວັນທີ 20 ມັງກອນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການ ສຳນັກງານດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ກອງປະຊຸມ ຕິດຕາມ, ກວດກາ, ຊຸກຍູ້ ແລະ ກຳຂໍ້ມູນວຽກງານກວດກາ 5 ປີ 2021-2025 ແລະ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍມີທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ບຸນເສີມ ໄຊຍະຄຳ ຮອງຫົວໜ້າຫ້ອງການກວດກາສູນກາງພັກ, ພ້ອມດ້ວຍພະນັກງານກວດກາຂັ້ນແຂວງ ແລະ ສູນກາງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ໃນວັນທີ 20 ມັງກອນ 2026 ທີ່ສະໂມສອນເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອງ 2026) ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືຶອງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20/1/1949-20/1/2026) ແລະ ເຜີຍແຜ່, ແນະນຳນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 20 ມັງກອນຜ່ານມາ, ໃຫ້ກຽດປາຖະກະຖາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສນຊ, ມີຮອງປະທານ ສນຊ ຜູ້ປະຈຳການ ແລະ ຜູ້ບໍ່ປະຈຳການ, ຄະນະພັກ-ຄະນະປະຈຳ ສນຊ ກ່ຽວຂ້ອງເຂົ້າຮ່ວມ.
ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ໄດ້ປະກາດການຈັດຕັ້ງສັບຊ້ອນຕໍາແໜ່ງບໍລິຫານຂັ້ນກົມ ແລະ ພະແນກ ໃນຕອນເຊົ້າທີ 21 ມັງກອນນີ້, ພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ບໍລິສັດ ຊິນເຫ ຢິນພິນ ມອບນໍ້າດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຄອສພ

ບໍລິສັດ ຊິນເຫ ຢິນພິນ ມອບນໍ້າດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຄອສພ

ບໍລິສັດ ຊິນເຫ ຢິນພິນ ຈຳກັດຜູ້ດຽວ ມອບນ້ຳດື່ມຊຸກຍູ້ຊຸດຮຽນທິດສະດີຂັ້ນຕົ້ນ ຊຸດທີ III ໃຫ້ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈໍານວນ 40 ແກັດ ມູນຄ່າ 9,600,000 ກີບ ໃນວັນທີ 20 ມັງກອນຜ່ານມານີ້ ທີ່ ຄອສພ ໃຫ້ກຽດກ່າວມອບໂດຍສະຫາຍ ຫວາງເຊິງກົວ ຜູ້ອຳນວຍການໃຫຍ່ ບໍລິສັດ ຊິນເຫ ຍິນພິນ ຈຳກັດຜູ້ດຽວ ຊຶ່ງນ້ຳດື່ມທີ່ນໍາມາມອບໃນຄັ້ງນີ້ ມີຂະໜາດ 558ml ຈຳນວນ 40 ແກັດ ເປັນນໍ້າດື່ມທໍາມະຊາດ ໂຮງງານຕັ້ງຢູ່ບ້ານຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ, ຕາງໜ້າຮັບໂດຍສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຮັບຜິດຊອບຊີ້ນຳລວມຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຄອສພ.
ກະຊວງຍຸຕິທຳ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

ກະຊວງຍຸຕິທຳ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

ກະຊວງຍຸຕິທຳ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ(20/1/1949 - 20/1/2026) ໃນວັນທີ 21 ມັງກອນນີ້ ທີ່ກະຊວງດັ່ງກ່າວ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ພົນໂທ ວົງຄໍາ ພົມມະກອນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຂົ້າຮ່ວມຮັບຟັງຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງລັດຖະມົນຕີ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ສສຊ ແລະ ສສຂ ເປັນປັດໄຈສໍາຄັນຕັດສິນຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ

ສສຊ ແລະ ສສຂ ເປັນປັດໄຈສໍາຄັນຕັດສິນຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ

ການເລືອກເຟັ້ນເອົາຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນອອກສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ມີຄວາມໝາຍສໍາຄັນຢ່າງຍິ່ງ ຊຶ່ງເປັນປັດໄຈສໍາຄັນຕັດສິນຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນຕໍ່ໜ້າ.
ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ

ປິດລັບຫຼອນຕີ, ບັ່ນທອນກໍາລັງຂອງສັດຕູ ສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆ ບຸກຕີດັບສູນສັດຕູ

ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຂອງພັກ, ນັບແຕ່ມື້ກຳເນີດຂຶ້ນມາໃນວັນທີ 20 ມັງກອນ 1949 ຊຶ່ງເປັນເຫດການປະຫວັດສາດທີ່ກຳເນີດເກີດຂຶ້ນຂອງກຳລັງປະຕິວັດ ເກີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ ແລະ ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ແຕ່ພາຍໃຕ້ການນຳພາໂດຍກົງຮອບດ້ານຂອງພັກ ກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນໄດ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ເພີ່ມເຕີມ